ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມສິດທິມະນຸດ ຮຽກຮ້ອງ ສານ ສະຫະພາບ ອາຟຣິກາ ໃຫ້ດຳເນີນຄະດີ ການລະເມີດສິດທິມະນຸດ ໃນຊູແດນໃຕ້


ທະຫານລັດຖະບານ ຄວບຄຸມປືນກົນ ທີ່ໄດ້ຖືກຕິດຕັ້ງໃສ່ລົດ ຢູ່ໃນເມືອງ Malakal ທີ່ເປັນເມືອງທີ່ອຸດົມສົມບູນດ້ວຍນ້ຳມັນ ຂອງປະເທດຊູແດນໃຕ້.
ທະຫານລັດຖະບານ ຄວບຄຸມປືນກົນ ທີ່ໄດ້ຖືກຕິດຕັ້ງໃສ່ລົດ ຢູ່ໃນເມືອງ Malakal ທີ່ເປັນເມືອງທີ່ອຸດົມສົມບູນດ້ວຍນ້ຳມັນ ຂອງປະເທດຊູແດນໃຕ້.

ກຸ່ມສິ້ງຊອມສິດທິມະນຸດ Human Rights Watch ຫຼື HRW
ກຳລັງຮຽກຮ້ອງ ສະຫະພາບ ອາຟຣິກາ ໃຫ້ຈັດຕັ້ງສານຂຶ້ນມາ
ເພື່ອດຳເນີນຄະດີ ກໍລະນີຂອງການລະເມີດທີ່ຮ້າຍແຮງທີ່ສຸດ
ຕ່າງໆ ຢູ່ໃນປະເທດຊູແດນໃຕ້ ບ່ອນທີ່ຕົນກ່າວວ່າ ທັງພວກ
ທະຫານ ແລະພວກກະບົດ ໄດ້ກະທຳການລະເມີດ ຢ່າງຮ້າຍ
ແຮງນັ້ນ.

HRW ໄດ້ກ່າວໃນວັນຈັນມື້ນີ້ ວ່າ ມີຫລັກຖານຂອງການເຄັ່ນ
ຂ້າ ການຂົ່ມຂືນຊຳເລົາ ແລະການບັງຄັບໃຫ້ຫາຍສາບສູນ
ເຫຼົ່ານັ້ນເປັນຕົ້ນ ໂດຍ ກຳລັງຂອງລັດຖະບານ ຢູ່ໃນລັດ
Western Equatoria ຂອງຊູແດນໃຕ້.

ເມື່ອເດືອນແລ້ວນີ້ ຜູ້ຊ່ວຍເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ Ivan
Simonovic ໄດ້ສ່ອງແສງໃຫ້ເຫັນວ່າ Western Equatoria ເປັນນຶ່ງໃນບໍລິເວນໃໝ່
ບ່ອນທີ່ມີຄວາມຮຸນແຮງເກີດຂຶ້ນ ແລະ ວ່າ ທ່ານ ໄດ້ຮັບລາຍງານ ຂອງການເຄັ່ນຂ້າ
ການກໍ່ຄວາມຮຸນແຮງທາງເພດ ແລະບົນພື້ນຖານຂອງເພດ ແລະການທຳລາຍຊັບສິນ
ຢູ່ແຫ່ງນັ້ນ.

ອົງການສິ້ງຊອມສິດທິມະນຸດກ່າວວ່າ ບັນດານັກຄົ້ນຄວ້າຂອງຕົນ ໄດ້ໄປຢ້ຽມຢາມ
ບໍລິເວນນັ້ນ ໃນເດືອນກຸມພາ ໂດຍມີພວກທີ່ເຫັນເຫດການ ບັນລະຍາຍວ່າ ພວກທະ
ຫານໂຈມຕີເຮືອນຊານ ທຳການຈະລາຈົນ ເຄື່ອງຂອງຕ່າງໆ ແລະ ໄດ້ເຮັດໃຫ້ພວກ ພົນລະເຮືອນຫຼາຍພັນຄົນ ຕ້ອງໄດ້ຍົກຍ້າຍຖິ່ນຖານ.

ຄວາມຮຸນແຮງ ຢູ່ໃນຊູແດນໃຕ້ ໄດ້ມີຢູ່ຕະຫຼອດມາ ເຖິງແມ່ນວ່າ ໄດ້ມີການລົງນາມ ໃນ
ຂໍ້ຕົກລົງສັນຕິພາບແລ້ວ ເມື່ອເດືອນສິງຫາ ຜ່ານມາ ລະຫວ່າງ ລັດຖະບານ ກັບພວກ
ຝ່າຍຄ້ານຕິດອາວຸດ ກໍຕາມ.

XS
SM
MD
LG