ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ກຸ່ມສິດທິມະນຸດ ຮຽກຮ້ອງ ໃຫ້ອາຊຽນ ກົດດັນ ລັດຖະບານລາວ ກ່ຽວກັບ ການລະເມີດ ສິດທິ ມະນຸດ


ນັກປົກປ້ອງສິດທິມະນຸດ ຖືປ້າຍໂຄສະນາ ການຕາມຫາທ່ານ ສົມບັດ ສົມພອນ ທີ່ຫາຍສາບສູນໃນ ລາວ.
ນັກປົກປ້ອງສິດທິມະນຸດ ຖືປ້າຍໂຄສະນາ ການຕາມຫາທ່ານ ສົມບັດ ສົມພອນ ທີ່ຫາຍສາບສູນໃນ ລາວ.

ບັນດານັກປົກປ້ອງສິດທິມະນຸດຊົນສາກົນຈາກທົ່ວໂລກ ຮ່ວມກັນຮຽກຮ້ອງຕໍ່ລັດຖະ
ບານ ອາຊຽນ ເພື່ອໃຫ້ກົດດັນລັດຖະບານ ລາວ ຕໍ່ກໍລະນີຂອງທ່ານ ສົມບັດ ສົມພອນ
ທີ່ຫາຍຕົວໄປເປັນເວລາເຖິງ 5 ປີແລ້ວນັ້ນ.

ບັນດານັກເຄື່ອນໄຫວເພື່ອປົກປ້ອງສິດທິມະນຸດຊົນສາກົນທົ່ວໂລກ ຮ່ວມກັນລົງນາມ
ໃນຖະແຫຼງການຮ່ວມທີ່ ບາງກອກ ປະເທດ ໄທ ໃນຕົ້ນເດືອນທັນວານີ້ ໂດຍຖະແຫຼງ
ການຮ່ວມດັ່ງກ່າວນີ້ຈະສົ່ງເຖິງບັນດາຜູ້ນຳລັດຖະບານຂອງປະເທດສະມາຊິກອາຊຽນ
ຢ່າງເປັນທາງການໃນວັນທີ 15 ທັນວາ 2017 ນີ້ ອັນເປັນວັນຄົບຮອບ 5 ປີຂອງການ
ຫາຍຕົວໄປຢ່າງບໍ່ມີຮ່ອງຮອຍຂອງທ່ານ ສົມບັດ ສົມພອນ ນັກພັດທະນາສັງຄົມ ລາວ
ທີ່ໄດ້ຮັບລາງວັນ ແມກໄຊໄຊ ໃນຖານະນັກພັດທະນາສັງຄົມທີ່ດີເດັ່ນຂອງອາຊຽນໃນ
ປີ 2005.

ໂດຍຖະແຫຼງການດັ່ງກ່າວໄດ້ຮຽກຮ້ອງຂໍໃຫ້ລັດຖະບານຂອງທຸກປະເທດໃນ ອາຊຽນ
ຈົ່ງໄດ້ຮ່ວມກັນດຳເນີນມາດຕະການກົດດັນລັດຖະບານ ລາວ ຕໍ່ກໍລະນີທີ່ໄດ້ມີການລະ
ເມີດສິດທິມະນຸດຊົນໃນ ລາວ ຢ່າງຮຸນແຮງ ທັງຍັງບໍ່ໄດ້ດຳເນີນມາດຕະການຢ່າງຈິງ
ຈັງໃນການສືບສວນຫາຄວາມຈິງ ແລະ ຕິດຕາມຫາທ່ານ ສົມບັດ ທີ່ຖືກຄວບຄຸມຕົວ
ໄປຈາກດ່ານຕຳຫຼວດແຫ່ງນຶ່ງໃນນະຄອນຫຼວງວຽງຈັນ ນັບແຕ່ຕອນແລງວັນທີ 15
ທັນວາ 2012 ເປັນຕົ້ນມາ ແລະ ຈົນເຖິງປັດຈຸບັນນີ້ກໍຍັງຄົງບໍ່ຮູ້ຊະຕາກຳຂອງທ່ານ
ສົມບັດ ແຕ່ຢ່າງໃດ.

ບັນດາອົງການປົກປ້ອງສິດທິມະນຸດຊົນສາກົນ ໄດ້ໃຫ້ເຫດຜົນວ່າ ສາເຫດທີ່ລັດຖະ
ບານ ອາຊຽນ ທັງກຸ່ມຈະຕ້ອງກົດດັນຕໍ່ລັດຖະບານ ລາວ ນັ້ນກໍເພາະວ່າກໍລະນີການ
ຫາຍຕົວໄປຂອງທ່ານ ສົມບັດ ນີ້ບໍ່ໄດ້ເປັນພຽງບັນຫາພາຍໃນ ລາວ ເທົ່ານັ້ນ ຫາກ
ແຕ່ຖືເປັນພາລະໜ້າທີ່ຂອງທັງກຸ່ມອາຊຽນ ທີ່ຈະຕ້ອງຮ່ວມກັນ ເພື່ອຄົ້ນຫາຄວາມຈິງ
ທີ່ເກີດຂຶ້ນໃນ ລາວ ທີ່ເປັນປະເທດສະມາຊິກຂອງກຸ່ມອາຊຽນດ້ວຍ.

ໂດຍທ່ານ ຈັກໄຊ ໂສມທອງດີ ນັກເຄື່ອນໄຫວພາກປະຊາສັງຄົມໃນອາຊຽນ ໄດ້ໃຫ້
ການອະທິບາຍວ່າ ກໍລະນີການຫາຍຕົວໄປຂອງທ່ານ ສົມບັດ ບໍ່ແມ່ນເລື່ອງຂອງ ລາວ
ປະເທດດຽວ ຫາກແຕ່ເປັນເລື່ອງຂອງຄວາມຮັບຜິດຊອບຮ່ວມກັນຂອງພາກລັດ ແລະ
ປະຊາຊົນໃນທົ່ວອາຊຽນ ທີ່ຈະຕ້ອງເຮັດໃຫ້ເກີດຂຶ້ນຢ່າງເປັນຮູບປະທຳ ເພາະວ່າ
ອາຊຽນໄດ້ເປັນປະຊາຄົມດຽວກັນແລ້ວໃນປັດຈຸບັນ ຈຶ່ງເຮັດໃຫ້ລັດຖະບານຂອງປະຊາ
ຄົມອາຊຽນ ຈະຕ້ອງສະແດງຈຸດຢືນໃນການເຄົາລົບສິດທິພົນລະເມືອງຂອງອາຊຽນ
ດ້ວຍນັ້ນເອງ.

ທາງດ້ານທ່ານນາງ ອຶ່ງ ຊຸ່ຍ ເໝັງ ພັນລະຍາຊາວ ສິງກະໂປ ຂອງທ່ານ ສົມບັດ ກໍໄດ້ຮຽກ
ຮ້ອງຂໍໃຫ້ຜູ້ທີ່ຮັກຄວາມເປັນທຳທັງໃນ ລາວ ແລະ ຕ່າງປະເທດຈົງໄດ້ພາກັນສືບຕໍ່ຂຽນ
ຈົດໝາຍເຖິງທ່ານ ສົມບັດ ທີ່ມີເນື້ອຫາ ກ່ຽວກັບ ຊີວິດ, ຜົນງານ, ແນວຄິດ, ອຸດົມການ
ແລະ ວິທີການປະຕິບັດງານຂອງທ່ານ ສົມບັດ ເພື່ອເຜີຍແຜ່ອອກສູ່ການຮຽນຮູ້ຂອງ
ເຍົາວະຊົນ ແລະ ສາທະລະນະຊົນໃນວົງກວ້າງຕໍ່ໄປຢ່າງບໍ່ຢຸດຢັ້ງ ໂດຍຖືກວ່າເປັນ
ກິດຈະກຳນຶ່ງເພື່ອທວງຖາມຄວາມຍຸຕິທຳໃຫ້ກັບທ່ານ ສົມບັດ ນັ້ນເອງ.

ທັງນີໂດຍທ່ານນາງ ອຶງ ຊຸ່ຍ ເໝັງ ໄດ້ຮຽກຮ້ອງວ່າການຂຽນຈົດໝາຍເຖິງທ່ານ ສົມບັດ
ດັ່ງກ່າວຄວນມີເນື້ອຫາທີ່ສ້າງສັນ ຫຼື ສະແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ບໍ່
ຄວນມີເນື້ອຫາດ້ານລົບ ຫຼື ເປັນການກ່າວຫາຢ່າງບໍ່ສ້າງສັນ ພ້ອມກັນນີ້ ຜູ້ຂຽນຈົດ
ໝາຍກໍຍັງຈະຕ້ອງລົງຊື່ກ່ອນທີ່ຈະຖືກຄັດເລືອກໃຫ້ລົງເຜີຍແຜ່ໃນເວັນໄຊທ໌ ແລະ
ເຟສບຸກ ທີ່ຊື່ວ່າ Find Sombath Somphone ຕໍ່ໄປ.

ນອກຈາກນີ້ ການປະຕິບັດດັ່ງກ່າວນີ້ຍັງມີເປົ້າໝາຍເພື່ອເປັນການສົ່ງກຳລັງໃຈ ແລະ
ຄວາມປາຖະໜາດີໄປເຖິງທ່ານ ສົມບັດ ທີ່ຫາຍຕົວໄປເປັນເວລາ 5 ປີມາແລ້ວ ແຕ່ວ່າ
ສຳລັບທ່ານນາງ ອຶງ ຊຸ່ຍ ເໝັງ ນັ້ນກໍຍັງຄົງມີຄວາມຫວັງຕໍ່ການກັບຄືນມາຂອງຜູ້ເປັນ
ສາມີຢູ່ຕະຫຼອດເວລາ ດັ່ງທີ່ທ່ານນາງໄດ້ຢືນຢັນວ່າ.

"ໃນທຸກມື້ນີ້ ສົມບັດ ຍັງຫາຍສາບສູນ ຢູ່ຂ້ອຍບໍ່ມີທາງເລືອກ ຂ້ອນຈະມິດງຽບຕໍ່ໄປບໍ່
ໄດ້ອີກແລ້ວ. ຂ້ອຍຈະບໍ່ປ່ອຍໃຫ້ຜົນງານຕະຫຼອດຊີວິດຂອງ ສົມບັດ, ຄວາມໄຝ່ຝັນ,
ຄວາມຫວັງຂອງ ລາວ ທີ່ຈະສ້າງສັງຄົມໃຫ້ດີຂຶ້ນໃນ ລາວ ແລະ ສຳລັບປະຊາຊົນ ລາວ
ຫາຍສາບສູນໄປຄືກັນກັບລາວ ໂລກຂອງເຮົາຈະສາມາດປ່ອຍໃຫ້ ສົມບັດ ສົມພອນ
ຫາຍສາບສູນໄປຊື່ໆບໍ? ພວກເຮົາຈະສາມາດປ່ອຍໃຫ້ການບໍ່ຖືກລົງໂທດຂອງລັດ
ແບບນີ້ດຳເນີນຕໍ່ໄປອີກບໍ?

ນອກຈາກການເຊີນຊວນໃຫ້ມີການຂຽນຈົດໝາຍເຖິງທ່ານ ສົມບັດ ດັ່ງກ່າວແລ້ວ ບັນ
ດາອົງການຄຸ້ມຄອງສິດທິມະນຸດຊົນສາກົນ ເຊັ່ນເຄືອຂ່າຍສະໝານສັນພາກປະຊາ
ຊົນ ອາຊຽນ ຄະນະປະສານງານ ມະຫາກຳພາກປະຊາຊົນເອເຊຍ ກັບ ຢູໂຣບ, ຄະນະ
ກຳມະການປະສານງານອົງກອນພັດທະນາເອກະຊົນ ໄທ ເຄືອຂ່າຍອົງກອນພັດທະນາ
ເອກະຊົນ ຍີ່ປຸ່ນ ແລະ ເຄືອຂ່າຍເຍົາວະຊົນ ອາຊຽນ ຍັງໄດ້ພາກັນຈັດກິດຈະກຳເພື່ອ
ຮຽກຮ້ອງຂໍໃຫ້ທາງການ ລາວ ຕາມຫາ ແລະ ໃຫ້ການຊ່ວຍເຫຼືອທ່ານ ສົມບັດ ຢ່າງຈິງ
ຈັງອີກດ້ວຍ.

ກ່ອນໜ້ານີ້ ກົມໃຫຍ່ຕຳຫຼວດ ໃນສັງກັດກະຊວງປ້ອງກັນຄວາມສະຫງົບພາຍໃນ ລາວ
ໃຫ້ການຢືນຢັນໃນໂອກາດການຖະແຫຼງຂ່າວຄັ້ງທີ 3 ກ່ຽວກັບ ກໍລະນີການຫາຍຕົວໄປ
ຂອງທ່ານ ສົມບັດ ວ່າ ທາງການຕຳຫຼວດ ລາວ ໄດ້ດຳເນີນການສືບສວນເພື່ອຄົ້ນຫາ
ຄວາມຈິງ ກ່ຽວກັບ ກໍລະນີດັ່ງກ່າວຢູ່ເລື້ອຍມາ ຫາກແຕ່ວ່າກໍຍັງບໍ່ມີຄວາມຄືບໜ້າຢ່າງ
ໃດເລີຍໃນຕະຫຼອດໄລຍະ 5 ປີມານີ້.

XS
SM
MD
LG