ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​ການ​​ເບິ່ງເຫດ​ການ​ລະ​ທົມ​ໃຈ​ຄືນຢູ່​ໃນ ​​ແບບຈຳລອງທີ່​ເໝືອນ​ຈິງ ສາ​ມາດ​​ປິ່ນປົວ​ນັກ​ລົບ​ເກົ່າ​ທີ່ເປັນ​ໂຣກທຸກ​ລະ​ທົມໃຈ ​ຫຼັງ​ສົງ​ຄາມໄດ້


Reliving Trauma Through Virtual Reality is Helping Veterans With PTSD
please wait

No media source currently available

0:00 0:02:00 0:00

​ການ​​ເບິ່ງເຫດ​ການ​ລະ​ທົມ​ໃຈ​ຄືນຢູ່​ໃນ ​​ແບບຈຳລອງທີ່​ເໝືອນ​ຈິງສາ​ມາດ ​​ປິ່ນປົວນັກ​ລົບ​ເກົ່າ​ທີ່ເປັນ​ໂຣກທຸກ​ລະ​ທົມໃຈ ​ຫລັງ​ສົງ​ຄາມໄດ້

ທະຫານທີ່ປະສົບກັບຄວາມ​ຮູ້​ສຶກ​ລະ​ທົມ​ໃຈຈາກການສູ້ລົບໃນ​ສົງ​ຄາມໄດ້​ມີວິທີໃໝ່ໃນການ​ໄປຮັບ​ການຊ່ວຍເຫຼືອ — ໂດຍໄປ​ຜ່ານ​ຂັ້ນ​ຕອນ​ຂອງປະ​ສົບ​ການ​ຂອງ​ເຈົ້າຢູ່​ໃນແບບຈຳລອງທີ່​ເໝືອນ​ຈິງ. Deana Mitchell, ນັກ​ຂ່າວ​ວີ​ໂອ​ເອໄດ້ໂອ້ລົມກັບນັກຈິດວິ​ທະ​ຍາກ່ຽວກັບວ່າ ​ມັນ​ໃຊ້​ແບບ​ໃດ​ກັນ​ແທ້ ຊຶ່ງບົວ​ສະ​ຫວັນ​ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ປະສົບການທີ່​ເໝືອນຈິງ ອັນ​ນີ້ບໍ່ແມ່ນເກມຫລິ້ນ. ມັນເປັນແອັບພລີ​ເຄ​ຊັນ ທີ່ ເອີ້ນວ່າ ເບ​ຣັ​ຟ​ມາຍ (Bravemind), ຊຶ່ງອອກແບບມາ ເພື່ອສະແດງໃຫ້​ຄົນ​ເຫັນວ່າ ​ຢູ່​ບ່ອນ​ສູ້​ລົບ​ໃນສົງຄາມທີ່ແທ້ຈິງນັ້ນ​ເປັນ​ຄື​ແນວ​ໃດ. ແລະຈຸດປະ​ສົງຂອງມັນຄື​ຫຍັງ? ກໍແມ່ນ​ເພື່ອ​ປິ່ນ​ປົວທະ​ຫານ ​ທີ່​ໄດ້​ຮັບ​ຄວາມ​ກົດ​ດັນ ຈາກ​ຄວາມຮູ້​ສຶກ​ລະ​ທົມ​ໃນໃຈ ຫລັງ​ສົງ​ຄາມ ຫລື PTSD.
ທ່ານ​ສ​ກິບ ຣິ​ຊ​ໂຊ (Skip Rizzo) ເປັນຜູ້ສ້າງເກມ Bravemind. ທ່ານລົມ ກັບວີ​ໂອ​ເອຜ່ານທາງ Zoom ວ່າ:
"ທ່ານສາມາດເອົາຄົນເຈັບ ເຂົ້າໄປໃນສະພາບການສະເພາະອັນ​ນຶ່ງ ທີ່ມີຄວາມ ເໝາະ​ສົມທີ່ສຸດສໍາລັບພວກເຂົາເຈົ້າ, ບໍ່ວ່າຈະເປັນບ້ານນຶ່ງ​ໃນອັ​ຟ​ກາ​ນິ​ສ​ຖານຫຼື ຕະຫຼາດແຫ່ງ​ນຶ່ງ ​ຂອງອີຣັກ ທີ່ມີ​ຄົນ​ແອ​ອັດກໍ​ຕາມ … ແພດສາມາດຄວບຄຸມ ການ​ໃຊ້ເວລາໃນຕອນນັ້ນໄດ້, ຄວບ​ຄຸມສຽງປະ​ກອບ​ໄດ້. ພວກເຮົາພະຍາຍາມ ເຮັດໃຫ້ມັນເປັນ​ເຊັ່ນ​ນັ້ນ ເພື່ອວ່າໃຫ້ສະຫມອງບໍ່ມີປະຕິກິລິຍາຕອບ​ໂຕ້ໃນການ ຕໍ່ສູ້, ໃນການບິນ ຫຼື ໃນ​ເປັນ​ແບບແຂັງໄປໃນເວລາທີ່ພວກເຂົາເຈົ້າຍ່າງ ເຂົ້າໄປຫາຝູງຊົນ, ຫຼື ເວ​ລາ​ທີ່ພວກເຂົາເຈົ້າຕ້ອງໄດ້ນັ່ງຢູ່ຮ້ານອາຫານ ທີ່​ຫັນ​ຫລັງ​ໃສ່ປະຕູ."

ທ່ານ​ຄ​ຣິ​ສ ມີກ (Chris Meek), ຜູ້ກໍ່ຕັ້ງອົງ​ການ SoldierStrong, ຊຶ່ງ​ເປັນ ອົງການຈັດຕັ້ງທີ່ບໍ່ຫວັງຜົນກໍາໄລທີ່ເຮັດວຽກເພື່ອເອົາແອັບ Bravemind ເຂົ້າ ໄປໃຊ້ໃນໂຮງຫມໍວ່າ​ດ້ວຍ​ວຽກ​ງານ​ນັກ​ລົບ​ເກົ່າ ຫລື Veteran Affairs, ກ່າວວ່າ ແອັບ​ພ​ລິ​ເຄ​ຊັນ​ທີ່​ວ່ານີ້ເປັນສິ່ງ​ດຶງ​ດູດ​ໃຈ ​ສຳ​ລັບນັກຮົບເກົ່າ​ ທີ່ຫນຸ່ມນ້ອຍ.

ທ່ານ​ມີກຜູ້ກໍ່​ຕັ້ງອົງ​ການ SoldierStrong ກ່າວຜ່ານ Zoom ວ່າ:
“ລຸ້ນ​ຄົນຫຼັງເຫດ​ການເດືອນ​ 9 ວັນ​ທີ 11 ແມ່ນລຸ້ນທີ່​ໃຊ້ເກມແທ້ໆ​. ມັນເປັນ ຮູບແບບທີ່ແຕກຕ່າງໄປຈາກການໄປ​ຢູ່​ຕັ່ງ​ນວມ ແລະເວົ້າລົ​ມກັບນັກ​ກາ​ຍະ​ບຳ​ບັດອີ່​ຫລີ.”

​ທ່ານ​ຣິ​ຊ​ໂຊເວົ້າວ່າ ການປິ່ນ​ປົວ​ດ້ວຍ​ການ​ບຳ​ບັດທີ່​ເໝືອນຈິງແມ່ນ​ໃຊ້​ໄດ້ຜົນດີ ສໍາລັບຄົນເຈັບສ່ວນໃຫຍ່ ແຕ່ກໍ​ຍັງມີຜູ້ທີ່ມັກວິທີການແບບດັ້ງເດີມຢູ່. ທ່ານກ່າວວ່າ ຄວາມ​ທຸກລະ​ທົມໃຈ​ທີ່ກັບ​ມາ​ລົບ​ກວນຢູ່ເລື້ອຍໆ ແມ່ນກະ​ທັ້ງວ່າຢູ່ໃນແບບ ຈໍາລອງນັ້ນ "ມັນເປັນຢາທີ່ໃຊ້​ຍາກສໍາລັບປົວບັນຫາທີ່ຫ​ຍຸ້ງຍາກ."

​ທ່ານ​ຣິ​ຊ​ໂຊຈາກ​ສະ​ຖາ​ບັນດ້ານ​ເທັກ​ໂນ​ໂລ​ຈີ​ທີ່​ມີ​ຫົວ​ຄິດປະ​ດິດ​ສ້າງ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຄາ​ລິ​ຟໍ​ເນຍ ຫລື USC ກ່າວຜ່ານທາງ Zoom ວ່າ: "ມັນຈະເປັນຄວາມຊົງຈໍາທີ່ຍາກສະເໝີໄປ, ແຕ່ມັນຈະບໍ່ເປັນປະສົບການທີ່ຈຳ ກັດທີ່ເຮັດໃຫ້ຄົນຂາດ​ຄວາມ​ສົນ​ໃຈຕໍ່​ມັນໄດ້."

ເມື່ອ​ຖືກນໍາສະເຫນີຄັ້ງທໍາອິດໃຫ້​ຮູ້​ຈັກແອັບພ​ລິ​ເຄ​ຊັນ Bravemind ທ່ານ​ມີກ ຢາກທົດລອງ​ເຮັດ​ກັບປະສົບການທີ່​ເໝືອນ​ຈິງຫລາຍ​ຢ່າງ. ທ່ານໄດ້ຮັບຜົນກະ ທົບແບບ​ສະ​ເພາະອັນນຶ່ງທີ່ສ້າງຂຶ້ນສໍາລັບຜູ້ລອດຊີວິດຈາກການໄດ້​ຮັບຄວາມ ທຸກ​ລະ​ທົມ​ໃຈທາງເພດ ຊຶ່ງ​ເປັນ​ຄວາມ​ລະ​ທົມ​ໃຈປະເພດໃຫມ່.

ທ່ານ​ມີກ ຜູ້​ສ້າງ​ຕັ້ງ​ອົງ​ການ SoldierStrong ກ່າວຜ່ານທາງ Zoom ວ່າ: "ສະຖານະການນັ້ນ​ແມ່ນ​ໃຫ້ເຈົ້າຢູ່ໃນບາ​ແຫ່ງ​ນຶ່ງ ແລະເຈົ້າກໍາລັງລົມກັບ ບາງຄົນຢູ່, ແລະຫນັງຕາຂອງເຈົ້າເຫລືອບ​ເປັນຫາບ່ອນ​ສີ​ດຳ​ມືດ, ແລະຫລັງ​ຈາກນັ້ນ ເຈົ້າກໍຕື່ນຂຶ້ນ ແລະເຈົ້າເຫັນຫນັງຕາຂອງເຈົ້າເປີດຂຶ້ນຊ້າໆ ແລະ ເຈົ້າກໍນອນ​ຫງາຍຢູ່ໂດຍ​ທີ່ຜູ້ຕາມລ້າເຈົ້າຢືນຢູ່ຕໍ່​ໜ້າເຈົ້າ. ແລະອັນນັ້ນເຮັດ ໃຫ້ຂ້ອຍຕົກໃຈແທ້ໆ.”

ທ່ານ​ຣິ​ຊ​ໂຊ ເວົ້າວ່າແພດບາງຄົນທີ່ໄດ້ແນະ​ນຳ​ວ່າ ສະຖານະການແບບ ຈະ ເປັນເລື້ອງຍາກເກີນໄປ ທີ່​ຈະ​ເບິ່ງ​ໄດ້ສໍາລັບຄົນເຈັບຂອງເຂົາເຈົ້າ.

ທ່ານ​ຣິ​ຊ​ໂຊຜູ້ສ້າງເກມ Bravemind ກ່າວ​ຜ່ານ​ທາງ Zoom ອີກວ່າ: “ສະ​ນັ້ນ​ແຫລະ​ ອັນ​ນີ້​ບໍ່​ແມ່ນ​ເອົາ​ໄວ້ໃຫ້​ຄົນໃຊ້ ສຳ​ລັບ​ຊ່ວຍ​ເຫຼືອ​ຕົນ​ເອງ. ອັນນີ້ ແມ່ນເຄື່ອງມືຢູ່ໃນມືຂອງແພດຫມໍ ທີ່ໄດ້ຮັບການຝຶກອົບຮົມມາຢ່າງດີ.”

ແນ່ນອນມັນເປັນຢາທີ່ໃຊ້ຍາກສໍາລັບບັນຫາທີ່ຫຍຸ້ງຍາກ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

Soldiers who experienced combat trauma have a new way of getting help — walking through a virtual reality simulation of their experience. Deana Mitchell spoke to a psychologist about how it works.

This virtual reality experience is no game. It’s an app called Bravemind, designed to realistically portray a warzone. And its aim? To treat military personnel suffering from post-traumatic stress.

Skip Rizzo is the creator of Bravemind. He spoke to VOA over Zoom: “You can put the patient in specific contexts that are most relevant for them, whether it's an Afghan village or busy Iraqi marketplace. … The clinician can control the time of day, the sound effects. We're trying to make it so the brain doesn't react in fight, flight or freeze mode when they walk into a crowd, or they have to sit at a restaurant with their back to the door.”

Chris Meek, founder of SoldierStrong, a nonprofit working to get Bravemind into Veteran Affairs hospitals, says the app appeals to young military veterans.

Chris Meek, SoldierStrong Founder via Zoom:
“The post-9/11 generation is really a gaming generation. It’s just a different style than going along on the couch and talking to a therapist.”

Rizzo says virtual reality therapy works well for most patients but there are those who prefer traditional methods. He said that reliving trauma, even in simulation, is “hard medicine for a hard problem.”

Skip Rizzo, USC Institute for Creative Technologies via Zoom:

“It's always going to be a difficult memory, but it's not going to be a restrictive experience that keeps people from engaging.”

When first introduced to Bravemind, Meek wanted to try out the various virtual reality experiences. He was particularly affected by one created for survivors of sexual trauma, a new category.

Chris Meek, SoldierStrong Founder via Zoom:

“The scenario has you in a bar and you're talking to somebody, and your eyelids fade to black, and then next thing, you wake up and you see your eyelids slowly open and you're on your back with your predator standing over you. And that one really freaked me out.”

Rizzo says some clinicians have advised this scenario might be too much for their patients.

Skip Rizzo, USC Institute for Creative Technologies via Zoom: “This is why this is not self-help. This is a tool in the hands of a well-trained clinician.”

Certainly, a hard medicine for a hard problem.

XS
SM
MD
LG