ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂສກນາດຕະກຳ ທີ່ຊຽງໄຮ້ ເຮັດໃຫ້ບັນຍາກາດ ງານສະຫລອງປີໃໝ່ ໃນຈີນ ໂສກເສົ້າ


ເກີດເຫດການ​ແຕກ​ຕື່ນ​ຢຽບ​ກັນ​ຕາຍ ​ໃນ​ລະຫວ່າງ​ການສະເຫຼີມ
ສະຫລອງ​ ໃນວັນ​ກ່ອນ​ປີ​ໃໝ່ ຄື​ຄືນ​ວັນ​ພຸດ​ວານ​ນີ້ ຢູ່​ທີ່​ນະຄອນ​
ຊຽງ​ໄຮ້ ຊຶ່ງເຮັດ​ໃຫ້ມີ​ຜູ້​ເສຍ​ຊີວິດ​ຢ່າງ​ນ້ອຍ 35 ຄົນ ​ແລະ ອີກ
ຫຼາຍສິບ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ບັນດາ​ຜູ້​ເຫັນ​ເຫດ ກ່າວ​ວ່າ ການ​ຢຽບ​ກັນ​ເກີດຂຶ້ນ ຫຼັງຈາກ​ທີ່​
ພວກ​ຄົນ​ຈຳນວນ​ໜຶ່ງ ຟ້າວ​ຍາດກັນ​ເກັບ​ເອົາ​ເງິນ​ປອມ ທີ່​ຄົນ
ຄົນໜຶ່ງ​ໄດ້​ວ່າ​ນລົງ​ມາ​ຈາກປ່ອງຢ້ຽມ​ ຊັ້ນທີສາມຂອງ​ອາຄານ
ຫລັງ​ໜຶ່ງ.

​ເຫດການ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ ພຽງບໍ່​ເທົ່າ​ໃດ​ນາທີ​ກ່ອນ​ທ່ຽງຄືນ
ຕາມ​ເວ​ລາທ້ອງ​ຖິ່ນ ຢູ່​ຈະ​ຕຸ​ລັດ Cheng Yi ​ໃນ​ຍ່ານ the Bund ທີ່ຢູ່​ແຄມ​ນໍ້າ​ ແລະ​ເປັນ
​ຈຸດທີ່​ຜູ້​ຄົນ​ນິຍົມ​ກັນ​ໄປ​ທ່ຽວ ​ໃນພາກ​ກາງຂອງ​ນະ​ຄອນ​ຊຽງ​ໄຮ້.

ຜູ້​ເຫັນ​ເຫດການຄົນ​ໜຶ່ງ ທ້າວ Cui Tingting ​ໄວ 27 ປີ ກ່າວ​ວ່າ ​ຜູ້​ຄົນ​ພາກັນຟ້າວ​ແລ່ນ​
ເຂົ້າ​ໄປ ຍາດ​ກັນ​ເກັບ​ເອົາເ​ງິນທີ່​ລົ່ນລົງ​ມາ ​ແຕ່​ກໍໄດ້​ພົບເຫັນໃນ​ເວລາ​ຕໍ່​ມາວ່າ​ ເປັນ​ເງິນ​ປອມ​.

ຮູບ​ພາບ​ຕ່າງໆ ທີ່​ໄດ້​ຖືກ​ນຳ​ລົງ​ເຜີຍ​ແຜ່​ທາງ​ສື່​ສັງ​ຄົມ ​ສະ​ແດງໃຫ້​ເຫັນ​ຜູ້​ຄົນພະຍາຍາມ
ຈະ​ຊ່ວຍ​ຟື້ນ​ຊີບ ພວກ​ຄົນ​ທີ່​ໄດ້​ຮັບ​ບາດ​ເຈັບ ​ແລະ​ນອນ​ແຜ່​ຢູ່​ພື້ນ​ດິນ ທີ່​ເຕັມ​ໄປ​ດ້ວຍ​ຂີ້​ເຫ​ຍື້​ອ.

ອົງການ​ຂ່າວ​ຊີ​ນຫົວຂອງ​ທາງ​ການ​ຈີນ ກ່າວ​ວ່າ ພວກເສຍ​ຊີວິດຫຼາຍໆ ຄົນ ​ແມ່ນ​ນັກ​ສຶກສາ ​ແລະເດັກນ້ອຍ. ຢ່າງ​ນ້ອຍ ​ມີ​ອີກ 43 ຄົນ ທີ່​ໄດ້​ຮັບ​ບາດ​ເຈັບ.

CHINA STAMPEDE VIDEO
please wait
Embed

No media source currently available

0:00 0:01:38 0:00

XS
SM
MD
LG