ການເຈລະຈາລະດັບສູງ ກ່ຽວກັບການສ້າງຕັ້ງສາຍພົວພັນຂັ້ນ
ປົກກະຕິ ລະຫວ່າງສະຫະລັດກັບຄິວບາ ເທື່ອທຳອິດ ໃນຮອບ
ຫລາຍກວ່າ 50 ປີ ແມ່ນມີກຳນົດຈະເປີດຂຶ້ນທີ່ນະຄອນຫລວງ
Havana ໃນວັນທີ 21 ມັງກອນນີ້.
ໂຄສົກຍິງກະຊວງການຕ່າງປະເທດສະຫະລັດ ທ່ານນາງ Jen
Psaki ກ່າວວ່າ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງ
ປະເທດ ທ່ານນາງ Roberta Jacobson ຈະເປັນຜູ້ນຳພາ
ຄະນະຜູ້ແທນສະຫະລັດ.
ທ່ານນາງ Psaki ກ່າວອີກວ່າ ສະຫະລັດ ແມ່ນຈະສວຍໂອກາດ
ໃຊ້ ການເຈລະຈາ ເລື້ອງພວກຍົກຍ້າຍຖິ່ນຖານທີ່ໄດ້ກຳນົດໄປແລ້ວ ກ່ອນໜ້ານີ້ ເພື່ອຫາ
ລືກັນກ່ຽວກັບການສ້າງຕັ້ງສາຍສຳພັນທາງການທູດຄືນອີກ.
ທ່ານນາງ ເວົ້າວ່າ ການເປີດ ແລະ ການບັນຈຸພະນັກງານໃນສະຖານທູດ ແລະ ເລື້ອງການອອກວີຊາ ແມ່ນຈະຮວມຢູ່ຫົວຂໍ້ການຫາລືກັນ.
ໃນຂະນະດຽວກັນ ກຸ່ມປົກປ້ອງສິດທິມະນຸດຂອງຄິວບາກ່າວວ່າ ລັດຖະບານຄິວບາ ໄດ້
ປ່ອຍນັກໂທດການເມືອງ ຢ່າງນ້ອຍອີກ 5 ຄົນ ໃຫ້ເປັນອິດສະຫລະ ໃນຈຳນວນ 53 ຄົນ
ຢູ່ໃນບັນຊີ ທີ່ສະຫະລັດ ກ່າວວ່າ ຄິວບາ ໄດ້ຕົກລົງຈະປ່ອຍໂຕນັ້ນ.
ຜູ້ຄົນອີກຈຳນວນໜຶ່ງ ໄດ້ຖືກປ່ອຍໃຫ້ເປັນອິດສະຫລະ ໃນຕົ້ນອາທິດນີ້ ແຕ່ວ່າກະຊວງ
ການຕ່າງປະເທດ ບໍ່ໄດ້ລະບຸຊື່ ພວກເຂົາເຈົ້າ ຫຼື ກ່າວເຖິງຈຳນວນຄົນ ຫຼາຍປານໃດແທ້
ທີ່ຖືກປ່ອຍໂຕນັ້ນ.
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ສ້າງປະຫວັດສາດ ເມື່ອເດືອນ
ແລ້ວນີ້ ເວລາ ທ່ານໄດ້ປະກາດ ກ່ຽວກັບການເອົາບາດກ້າວຕ່າງໆ ທີ່ອາດຍົກເລີກ
ໃນທີ່ສຸດ ການຂວ້ຳບາດຕໍ່ຄິວບາ ທີ່ມີມາເປັນເວລາ 5 ສັດຕະວັດນັ້ນ. ລວມຢູ່ໃນບາດ
ກ້າວດັ່ງກ່າວນັ້ນ ມີແຜນການທີ່ຈະເປີດ ສະຖານທູດສະຫະລັດ ຢູ່ນະຄອນຫລວງ
Havana ເປັນຄັ້ງທຳອິດ ນັບຕັ້ງແຕ່ ປີ 1961 ເປັນຕົ້ນມາ.
ປະທານາທິບໍດີ ໂອບາມາກ່າວວ່າ ການຂວ້ຳບາດນັ້ນ ເວົ້າງ່າຍໆແລ້ວ ມັນບໍ່ໄດ້ຜົນເລີຍ
ເພື່ອເຮັດໃຫ້ ຄິວບາ ມີປະຊາທິປະໄຕຫລາຍຂຶ້ນ.
Top-level talks on normalizing relations between the United States and Cuba for the first time in more than 50 years are set to open in Havana January 21.
State Department spokeswoman Jen Psaki says Assistant Secretary of State Roberta Jacobson will lead the U.S. delegation.
Psaki said the U.S. is taking advantage of previously-scheduled migration talks to also discuss reestablishing diplomatic ties.
She said opening and staffing embassies, and visa issues will be among the topics.
Meanwhile, a Cuban human rights group says the government has freed at least five more political prisoners on a list of 53 the United States says Cuba has agreed to release.
Several others were freed earlier this week, but the State Department has not named them or said exactly how many have been let go.
U.S. President Barack Obama made history last month when he announced steps that could eventually lift the five-decade-long embargo on Cuba. They include plans to open a U.S. embassy in Havana for the first time since 1961.
The president said the embargo has simply not worked in bringing more democracy to Cuba.