ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

7 ຄົນ ເສຍຊີວິດ ໃນການໂຈມຕີ ລົດບັສທະຫານ ຢູ່ ອັຟການິສຖານ


ທະຫານ ອັຟການິສຖານ ມາເຖິງບ່ອນເກີດເຫດ ວາງລະເບີດ ສະລະຊີບ ໃນນະຄອນຄາບຸນ ອັຟການິສຖານ
ທະຫານ ອັຟການິສຖານ ມາເຖິງບ່ອນເກີດເຫດ ວາງລະເບີດ ສະລະຊີບ ໃນນະຄອນຄາບຸນ ອັຟການິສຖານ

ການໂຈມຕີດ້ວຍລະເບີດສະລະຊີບຂອງກຸ່ມ​ທາ​ລິບານ ທີ່​ແນ
​ເປົ້າໝາຍ​ໃສ່ພວກ​ທະຫານ ​ໃນນະຄອນຫຼວງ​ກາ​ບູລ ​ຂອງອັຟ
ກາ​ນິສຖານ ​ເຮັດ​ໃຫ້​ມີ​ຜູ້​ເສ​ຍຊີ​ວິດ​ຢ່າງໜ້ອຍເຈັດ​ຄົນ ​ແລະ​
ຫລາຍກວ່າ 15 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຕຳຫລວດ ​ໃນ​ນະຄອນ​ກາ​ບູລ ກ່າວ​ວ່າ ການ​ໂຈມ​ຕີ​ເທຶ່ອທຳ
​ອິດ ​ໃນ​ຕອນ​ເຊົ້າ​ວັນ​ພຸດມື້ນີ້ ​ໄດ້​ແນໃສ່​ລົດ​ບັສຄັນນຶ່ງ ທີ່ຂົນ
ສົ່ງພວກທະຫານກອງທັບແຫ່ງຊາດ ອັຟກາ​ນິສຖານ. ຫຼັງ​ຈາກ​
ນັ້ນ​ຕໍ່​ມາ​ນ້ອຍ​ນຶ່ງຜູ້ໂຈມຕີຄົນທີສອງກໍໄດ້ບີບຄະນວນ ລະເບີດ
ໃຫ້ແຕກ​ຂື້ນ ​ໃກ້​ກັບ​ລົດ​ບັສທະຫານ​ຄັນ​ທີ​ສອງ.

ກຸ່ມ​ທາ​ລິ​ບານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ ຈາກ​ການ​ໂຈມ​ຕີ​ທັງສອງ​ຄັ້ງ.

​ໃນ​ການຖະ​ແຫລ​ງ ຕໍ່ອົງການ​ຂ່າວ​ຝຣັ່ງນັ້ນ ​ໂຄສົກ​ຂອງກຸ່ມທາ​ລິ​ບານ ທ້າວ Zabihullah
Mujahid ກ່າວ​ວ່າ ມັນເປັນ​ “ຄຳເຕືອນ​ອັນຈະແຈ້ງ” ຕໍ່​ລັດຖະ ບານອັ​ຟກາ​ນິສຖານ ​ທີ່ໄດ້
ລົງນາມໃນຂໍ້ຕົກລົງດ້ານຄວາມໝັ້ນຄົງ ກັບສະຫະ ລັດ ທີ່ໄດ້ມີການຄອງຄອຍຖ້າມາເປັນ
ເວລາດົນນານແລ້ວນັ້ນ. ລາວກ່າວຕື່ມ​ວ່າ ກຸ່ມ​ຫົວ​ຮຸນ​ແຮງ​ຈະ​ເພີ້​ມການ​ໂຈມ​ຕີຂຶ້ນຕື່ມ.

AFGHANISTAN BLAST VO
please wait
Embed

No media source currently available

0:00 0:01:18 0:00

​ໃນ​ວັນ​ອັງຄານ​ວານ​ນີ້ ​ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ​ແລະສະຫະລັດ ​ໄດ້​ເຊັນ​ຂໍ້​ຕົກລົງ
​ດ້ານຄວາມໝັ້ນຄົງສອງ​ຝ່າຍ ທີ່​ຈະ​ອະນຸຍາດ​ໃຫ້​ທະຫານ​ ແລະພົນລະ ເຮືອນສະຫະລັດ
ເກືອບ 10,000 ຄົນ​ແລະກຳລັງອົງການ NATO ອີກ 2,000 ຄົນ ​ຢູ່ໃນອັຟການິສຖານ
ໄດ້​ຕໍ່​ໄປ​ອີກ ຫລັງ​ຈາກ​ໝົດ​ກຳນົດ​ເສັ້ນ​ຕາຍ​ໃນ​ວັນ​ທີ 31 ​ເດືອນທັນວາ ​ເພື່ອ​ໃຫ້​ທະຫານ​
ນາໆ​ຊາດ ຖອນອອກ​ຈາກ​ປະ​ເທດໄປນັ້ນ.

ຂໍ້​ຕົກລົງ​ດັ່ງກ່າວ​ອະນຸຍາດ​ໃຫ້ທະຫານຂອງ​ນາ​ໆຊາດ ສືບ​ຕໍ່​ການ​ເຝິກ​ແອບກຳ ລັງ​ຮັກສາ​
ຄວາມ​ປອດ​ໄພ​ອັຟກາ​ນິສຖານ ​ແລະປະຕິບັດ​ງານປາບປາມກຸ່ມກໍ່ການ ຮ້າຍ​ al-Qaida
ຢູ່​ໃນ​ປະ​ເທດ.

ການ​ເຊັນ​ສັນ​ຍາດັ່ງກ່າວ ​ໄດ້​ມີ​ຂຶ້ນໃນ​ມື້​ທຳ​ອິດ ຫຼັງຈາກການ​ເຂົ້າຮັບຕຳ​ແໜ່​ງ​ຂອງປະທາ
ນາທິບໍດີຄົນໃໝ່​ອັຟການິສຖານ ທ່ນ Ashraf Ghani.

Afghan BSA Signed to Promote Country's Stability
please wait

No media source currently available

0:00 0:02:05 0:00

XS
SM
MD
LG