ໜ່ວຍຍາມຝັ່ງຂອງເກົາຫຼີໃຕ້ກ່າວວ່າ ມີ 3 ຄົນເສຍຊີວິດ
ແລະຢ່າງນ້ອຍ 290 ຄົນ ຫາຍສາບສູນ ຫຼັງຈາກທີ່ເຮືອ
ໂດຍສານລຳນຶ່ງ ຈົມລົງໃນບໍລິເວນນອກຝັ່ງທະເລທາງ
ພາກໃຕ້ຂອງປະເທດ ໃນວັນພຸດມື້ນີ້.
ເຮືອໂດຍສານລຳນັ້ນໄດ້ບັນຈຸຜູ້ຄົນຫຼາຍກວ່າ 459 ຄົນ
ຊຶ່ງສ່ວນໃຫຍ່ ແມ່ນພວກນັກຮຽນ ທີ່ເດີນທາງໄປສູ່ເກາະ
ຕາກອາກາດ Jeju ເວລາມັນຈົມລົງ ໃນສະພາບອາກາດ
ທີ່ປົກຕິ.
ໃນຂັ້ນຕົ້ນນັ້ນ ທາງເຈົ້າໜ້າທີ່ປະກາດວ່າ ວ່າມີປະມານ 100 ຄົນ
ທີ່ຊອກຫາບໍ່ເຫັນ ແຕ່ຕໍ່ມາ ໄດ້ເພີ່ມຈຳນວນຂຶ້ນເປັນ 290 ຄົນ ໂດຍບໍ່ຮູ້ເຫດຜົນ.
ອາດຈະຍັງມີຫຼາຍໆຄົນ ຕົກຄ້າງຢູ່ໃນເຮືອ ທີ່ເກີືອບວ່າຈົມໝົດລຳນັ້ນ ເຖິງແມ່ນເຈົ້າໜ້າທີ່ ກ່າວວ່າ ຜູ້ໂດຍສານບາງພວກ ອາດໄດ້ຖືກຊ່ອຍຊີວິດໄວ້ ເຮືອພານິດທີ່ຢູ່ໃກ້ໆນັ້ນ.
VOA Seoul Bureau Producer Youmi KIim Contributed to this report.
ຮອງລັດຖະມົນຕີກະຊວງຮັກສາຄວາມໝັ້ນຄົງແລະຂໍ້ມູນສາທາລະນະຂອງເກົາຫຼີໃຕ້
ທ່ານ Lee Gyeong-og ກຳລັງມີການດຳເນີນຄວາມພະຍາຍາມກູ້ໄພ ຢ່າງຂະໜານ
ໃຫຍ່ ໃນຂະນະນີ້.
ທ່ານ Lee ກ່າວວ່າ: “ໄດ້ ມີການລະດົມເອົາເຮືອບິນເຮລິຄອບເຕີ 18 ລຳ ມາ
ປະຕິບັດໜ້າທີ່ຊ່ອຍເຫຼືອກູ້ໄພ ຮ່ວມກັບທີມງານ ຈາກໜ່ວຍດັບເພີງ ໜ່ວຍ
ທະຫານຍາມຝັ່ງ, ກອງທັບເຮືອ ແລະກຳລັງຕຳຫຼວດ. ມີເຮືອຈາກໜ່ວຍ
ຍາມຝັ່ງ 34 ລຳ ແລະ 25 ລຳ ຈາກກອງທັບເຮືອ.”
ໜ່ວຍກຳລັງໂຈມຕີພິເສດ SEALS ຂອງກອງທັບເຮືອເກົາຫຼີໃຕ້ ກໍໄດ້ເຂົ້າຮ່ວມໃນການ
ກູ້ໄພນີ້ເຊັ່ນກັນ.
ທາງກອງທັບເຮືອສະຫະລັດ ໄດ້ກ່າວວ່າ ຕົນກຳລັງສົ່ງເຮືອລົບ USS Bonhome
Richard ເຂົ້າຮ່ວມໃນການກູ້ໄພເທື່ອນີ້ນຳ.
ສ່ວນໃຫຍ່ຂອງພວກໂດຍສານ ນັ້ນແມ່ນບັນດານັກຮຽນມັດທະຍົມປາຍ ທີ່ກຳລັງມຸ່ງໜ້າ
ໄປເກາະ Jeju ໃນການທັດສະນະສຶກສາ ຢູ່ນອກໂຮງຮຽນ.

South Korean Ferry Sinks
1/13
South Korean Coast Guard officers try to rescue missing passengers from a sunken ferry in the water off the southern coast near Jindo, South Korea, April 17, 2014.
2/13
Family members of missing children gather at a gymnasium in Jindo, South Korea, April 17, 2014.
3/13
Relatives of passengers board a South Korean Coast Guard boat to go to the scene of the rescue area, Jindo, South Korea, April 17, 2014.
4/13
Mothers of the missing children that were aboard the sunken ferry listen to South Korean President Park Geun-hye speak, Jindo, South Korea, April 17, 2014.
5/13
A TV cameraman films weeping relatives of the missing passengers from the sunken ferry, Sewol, at a port in Jindo, South Korea, April 17, 2014.
6/13
An official on a Coast Guard ship points at a radar display of the area where the ferry sank off the southern coast near Jindo, South Korea, April 17, 2014.
7/13
The South Korean ferry "Sewol" is seen sinking in the sea off Jindo, South Korea, April 16, 2014.
8/13
This image made from video from the South Korean Coast Guard shows a passenger of a ferry sinking off South Korea's southern coast being hoisted onto a Coast Guard helicopter off the southern coast near Jindo, April 16, 2014.
9/13
This image made from video from the South Korean Coast Guard shows a rescue worker helps people climb onto a side of a ferry sinking off South Korea's southern coast, April 16, 2014.
10/13
Rescued passengers cry at a gym where rescued passengers gather in Jindo, South Korea, April 16, 2014.
11/13
The mother of a passenger who was on a sinking ferry reacts as she finds her son's name in the survivors list at a gym where rescued passengers gather in Jindo, South Korea, April 16, 2014.
Previous slide
Next slide