ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂມ​ຊຳ​ບິ​ກ ​​ປ່ອນ​ບັດເອົາ ປະທານາທິບໍດີ ແລະ ສະມາຊິກສະພາ


ບັນດາຜູ້ໄປອອກສຽງ ລຽນແຖວ ເພື່ອປ່ອນບັດຂອງພວກເຂົາເຈົ້າ ຢູ່ໜ່ວຍປ່ອນບັດ ໃນນະຄອນຫລວງ ມາປູໂຕ ປະເທດໂມຊຳບິກ, ວັນທີ 15 ຕຸລາ 2014.
ບັນດາຜູ້ໄປອອກສຽງ ລຽນແຖວ ເພື່ອປ່ອນບັດຂອງພວກເຂົາເຈົ້າ ຢູ່ໜ່ວຍປ່ອນບັດ ໃນນະຄອນຫລວງ ມາປູໂຕ ປະເທດໂມຊຳບິກ, ວັນທີ 15 ຕຸລາ 2014.

ພົນລະ​ເມືອງປະ​ເທດໂມ​ຊຳ​ບິ​ກ ​ໄດ້​ພາກັນ​ໄປ​ປ່ອນ​ບັດໃນ​ວັນ
​ພຸດ​ວານ​ນີ້ ​ໃນ​ການເລືອກ​ຕັ້ງທີ່​ຄາດກັນ​ວ່າ ​ຈະ​ມອບ​ໄຊຊະນະ
​ໃຫ້ ​ພັກ​ Frelimo ທີ່ປົກຄອງ​ປະ​ເທດຢູ່​ໃນ​ປັດຈຸບັນ​ ໃຫ້​ຄອງ
ອຳນາດ​ຕໍ່​ໄປ.

ອະດີດ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ Filipe Nyusi ​ເປັນ
​ຜູ້ນຳ​ໜ້າ ​ບັດ​ຜູ້​ສະມັກ​ເລືອກ​ຕັ້ງ ຂອງ​ພັກ Frelimo ຊຶ່ງ​ທ່ານ​ພະຍາຍາມ ​ທີ່​ຈະ​ຂຶ້ນ​ດຳລົງ​
ຕຳ​ແໜ່ງ ຕໍ່ຈາກ​ປະທານາທິບໍດີ Armando Guebuza ​ທີ່​ຖືກ​ຫ້າມ ​ບໍ່​ໃຫ້​ສະມັກ​ແຂ່ງຂັນ
​ເອົາ​ຕຳ​ແໜ່​ງດັ່ງກ່າວ​ ເປັນສະ​ໄໝທີສາມ​ອີງ​ຕາມ​ລັດຖະທຳ​ມະນູນ.

ຄູ່​ແຂ່ງຂັນຂອງ​ທ່ານ Nyusi ມີ​ສອງ​ຄົນ ຄືທ່ານ Afonso Dhlakama ຈາກ​ພັກ​ຝ່າ​ຍຄ້ານ Renamo ທີ່​ໄດ້​ກ່າວ​ຫາ ພັກ Frelimo ຜູກຂາດ ອຳນາດ​ທາງ​ການ​ເມືອງ ​ແລະ​ທາງເສດຖະກິດ ​ແລະ ​ທ່ານ Daviz Simango ຈາກ​ພັກ Mozambique Democracy Movement ຫລື​ ຂະ​ບວນການ​ປ​ະຊາ​ທິປະ​ໄຕ​ໂມ​ຊຳ​ບິກ ​ທີ່​ຫາ​ກໍຕັ້ງ​ຂຶ້ນ​ມາໃໝ່.


ການ​ປ່ອນ​ບັດ​ໄດ້ຖືກ​ເຮັດ​ໃຫ້​ເສຍ​ຫາຍ ​ຍ້ອນ​ມີ​ການ​ກໍ່​ຈະລາຈົນ​ຢູ່​ໜ່ວຍ ​ປ່ອນ​ບັດ​ 3 ​ແຫ່ງ ​ໃນ​ເຂດ​ຊົນນະບົດ​ ທາງ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ ​ຂອງ​ປະ​ເທດ.

ພັກ Renamo ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສັນຕິພາບ ກັບລັດຖະບານ​ ໃນ​ເດືອນ​ແລ້ວ​ນີ້ ​
ເພື່ອ​ຍຸດຕິ​ການ​ປະ​ທະ​ກັນ ເປັນ​ລະຍະໆ ​ໃນ 2 ປີ ທີ່ຜ່ານມາ. ຂະ​ບວນການ​ຂອງ​ພວກ​
ອ​ະດີດ​ກະບົດດັ່ງກ່າວ​ນີ້ ​ໄດ້​ຂົ່ມຂູ່​ວ່າ ຈະ​ຖອນໂຕອອກ​ຈາກ​ຂໍ້​ຕົກລົງ​ຂອງ​ປີ 1992 ທີ່​ໄດ້​
ຍຸ​ດຕິ​ສົງຄາມ​ກາງ​ເມືອງ​ ໃນ​ໂມ​ຊຳ​ບິ​ກນັ້ນ.

MOZAMBIQUE ELECTIONS VO
please wait

No media source currently available

0:00 0:00:59 0:00

ປະ​ເທດດັ່ງກ່າວ ຊຶ່ງ​ຕັ້ງ​ຢູ່​ໃນ​ຂົງ​ເຂດ​ອາ​ຟຣິກາໃຕ້ ​ແມ່ນປະ​ເທດ​ນຶ່ງ​ໃນ​ທະ​ວີ​ບອາ​ຟຣິກາ
ທີ່​ມີ​ການ​ຂະຫຍາຍໂຕ​ທາງ​ເສດຖະກິດ​ໄວທີ່​ສຸດ ຊຶ່ງ​ໄດ້​ຮັບ​ການ​ກະຕຸກ​ຊຸກຍູ້ ຍ້ອນການ
ຄົ້ນພົບ​ຖ່ານ​ຫິນ ​ແລະ ​ແກັສທຳ​ມະ​ຊາດ ​ເມື່ອ​ບໍ່​ນານ​ມາ​ນີ້.

ນອກຈາກ ​ເລືອກ​ເອົາ​ປະທານາທິບໍດີ​ແລ້ວ ພວກ​ທີ່​ໄປ​ອອກສຽງ​ເລືອກ​ຕັ້ງ ຍັງ​ພາກັນ​ປ່ອນ​ບັດ​ເອົາ ສະມາຊິກ​ໃໝ່ຂອງສະພາ​ແຫ່ງ​ຊາດ ​ແລະ ສະພາ​ຂັ້ນແ​ຂວງອີກ​ດ້ວຍ.

ພັກ Frelimo ​ໄດ້​ປົກຄອງໂມ​ຊຳ​ບິ​ກ ມາຕັ້ງ​ແຕ່​ປະ​ເທດນັ້ນ​ໄດ້​ຮັບ​ເອກະລາດ​ ຈາກ​ປອກຕຸ​ຍກາລ ​ໃນ​ປີ 1975.

As Mozambique Votes, Parties Zero in on Voters’ Wallets
please wait

No media source currently available

0:00 0:02:38 0:00

People in Mozambique voted Wednesday in an election expected to keep the country's ruling Frelimo party in power.

Former defense minister Filipe Nyusi heads the ticket for Frelimo, seeking to replace President Armando Guebuza, who is constitutionally barred from serving a third term.

Running against Nyusi were Afonso Dhlakama from the opposition Renamo party, which has accused Frelimo of monopolizing political and economic power, and Daviz Simango of the newly-formed Mozambique Democracy Movement.

Voting was marred by vandalism at three polling stations in the rural northwest.

The Renamo party signed a peace deal with the government last month to end two years of periodic clashes. The former rebel movement had threatened to pull out of the 1992 agreement that ended Mozambique's civil war.

The southern African country has one of the continent's fastest growing economies, spurred on by recent discoveries of coal and natural gas.

In addition to choosing a president, voters also selected new parliament members and provincial assemblies.

Frelimo has ruled Mozambique since the country won independence from Portugal in 1975.

XS
SM
MD
LG