ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນາຍົກອິນເດຍ ວາງແນວທາງ ມາດຕະການໃໝ່ ກ່ຽວກັບ ຄຸນນະພາບອາກາດ


ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi ຖະແຫລງ ກ່ຽວກັບມາດຕະການໃໝ່ ຕໍ່ກອງປະຊຸມ ​ບັນດາ​ລັດຖະມົນຕີ ສິ່ງ​ແວດ​ລ້ອມຂອງ​ລັດ ໃນ​ນະຄອນຫລວງ New Delhi, ວັນທີ 6 ເມສາ 2015.
ນາຍົກລັດຖະມົນຕີອິນເດຍ ທ່ານ Narendra Modi ຖະແຫລງ ກ່ຽວກັບມາດຕະການໃໝ່ ຕໍ່ກອງປະຊຸມ ​ບັນດາ​ລັດຖະມົນຕີ ສິ່ງ​ແວດ​ລ້ອມຂອງ​ລັດ ໃນ​ນະຄອນຫລວງ New Delhi, ວັນທີ 6 ເມສາ 2015.

ອິນ​ເດຍ ​ໄດ້​ເປີດ​ເຜີຍ ດັດ​ຊະ​ນີຄຸນ​ນະພາ​ບອາກາດ​ແຫ່ງ​ຊາດ ຫຼື
National Air Quality Index ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ຕິດຕາມ​ເບິ່ງ
ລະດັບ​ຂອງ​ມົນ​ລະ​ພິດ ​ໃນ 10 ຕົວ​ເມືອງ​ຂອງ​ຕົນ.

ນາຍົກລັດຖະມົນຕີ Narendra Modi ​ໄດ້​ປະກາດມາດ​ຕະການ
​ໃໝ່ ຢູ່​ທີ່​ກອງ​ປະຊຸມ​ ​ບັນດາ​ລັດຖະມົນຕີ ສິ່ງ​ແວດ​ລ້ອມຂອງ​ລັດ
​ໃນ​ນະຄອນຫລວງ New Delhi.

ທ່ານ Modi ກ່າວ​ວ່າ ອິ​ນເດຍ ທີ່​ມີ​ປະ​ເພນີ​ສືບ​ຕໍ່​ກັນ​ມາ​ຢ່າງ
ເຂັ້ມ​ແຂງ ​ຕໍ່​ການ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ ​ແມ່ນ​ມີລະດັບ
​ມົນ​ລະ​ພິດ ທີ່ຮວມຢູ່​ໃນ​ລະດັບ​ຕ່ຳ​ທີ່​ສຸດ​ຂອງ​ໂລກ.

ການ​ກ່າວ​ອ້າງ​ດັ່ງກ່າວ ​ໄດ້​ຖືກ​ໂຕ້​ແຍ້​ງ​ໂດຍ ບົດ​ລາຍ​ງານ​ເມື່ອ​ປີ​ກາຍ​ນີ້ ຂອງອົງການ
​ອະນາ​ໄມ​ໂລກ ຫຼື WHO ທີ່​ກ່າວ​ວ່າ ນະຄອນຫລວງ New Delhi ​ແມ່ນ​ມີ ອາກາດ​ທີ່
​ເປື້ອນ​ເປິທີ່​ສຸດ​ຂອງ​ໂລກ.

ດັດ​ຊະ​ນີ​ໃໝ່​ດັ່ງກ່າວ ຈະ​ແຈ້ງ​ໃຫ້​ພົນ​ລະ​ເມືອງ​ອິນ​ເດ​ຍຮູ້ວ່າ ຄຸນ​ນະພາບຂອງອາກາດ
ສຳ​ຫລັບແຕ່ລະ​ມື້ນັ້ນ​ ​ແມ່ນດີຕໍ່​ສຸຂະພາບ ບໍ່​ດີ ​ແລະ ມີ​ພິດ ຫຼື ​ເປັນອັນຕະລາຍ ຫຼືບໍ່.

India Air Quality
please wait
Embed

No media source currently available

0:00 0:01:14 0:00


India unveiled a National Air Quality Index Monday to keep track of pollution levels in 10 of its cities.

Prime Minister Narendra Modi announced the new measure at a conference of state environment ministers in New Delhi.

Mr. Modi said India, with its strong tradition of protecting the environment, has one of the world's lowest pollution levels.

That claim was disputed by a World Health Organization report last year that said New Delhi has the world's dirtiest air.

The new index will inform Indian citizens whether the air quality for the day is healthy, poor, harmful or hazardous.

XS
SM
MD
LG