ເຈົ້າໜ້າທີ່ອີຕາລີກ່າວວ່າ ໃນລະຍະເວລາພຽງ 24 ຊົ່ວໂມງຜ່ານ
ມານີ້ ພວກກຳປັ່ນກອງທັບເຮືອ ແລະໜ່ວຍາມຝັ່ງຂອງຕົນ ໄດ້
ຮັບເອົາພວກປະຊາຊົນທີ່ຢາກອົບພະຍົບໄປຢູ່ຢູໂຣບ ປະມານ
1500 ຄົນ ທີ່ກຳລັງລ່ອງລອຍ ຢູ່ໃນເຮືອກາງທະເລ.
ບັນດາເຈົ້າໜ້າທີ່ກ່າວໃນວັນອາທິດວານນີ້ວ່າ ພວກເຂົາເຈົ້າໄດ້
ຮັບສັນຍານຄຳຂໍຮ້ອງຄວາມຊ່ອຍເຫຼືອ ຈາກເຮືອອົບພະຍົບ 3
ລຳທີ່ກຳລັງ ປະສົບກັບບັນຫາໃນທະເລ Mediterranean ນອກ
ຝັ່ງປະເທດລີເບຍ.
ໃນຂະນະທີ່ພວມແລ່ນເຮືອອອກໄປຍັງບ່ອນຊ່ອຍກູ້ໄພນັ້ນ ເຂົາ
ເຈົ້າໄດ້ພົບເຮືອອີກສອງລຳທີ່ກຳລັງມີບັນຫາ ແລະເຕັມໄປດ້ວຍ
ອົບພະຍົບ.
ໄດ້ມີການຊ່ອຍເຫຼືອພວກຊາຍຍິງແລະເດັກນ້ອຍປະມານ 1500 ຄົນແລະສົ່ງພວກເຂົາເຈົ້າ
ໄປຍັງເກາະ Sicily ແລະເກາະ Lampedusa.
ບໍ່ມີຂ່າວຄາວໃດໆແຈ້ງໃຫ້ຊາບ ກ່ຽວກັບອາການຂອງພວກອົບພະຍົບ.
ບັນດາເຈົ້າໜ້າທີ່ອີຕາລີ ກ່າວວ່າ ຈຳນວນພວກອົບພະຍົບທີ່
ລອດຊີວິດຈາກການຂ້າມຜ່ານທະເລ Mediteranean ທີ່ປັ່ນ
ປ່ວນໄປຮອດຢູໂຣບໄດ້ຖີບໂຕສູງຂຶ້ນໃນຊ່ວງ 3 ເດືອນທຳອິດ
ຂອງຕົ້ນປີນີ້ ເມື່ອສົມທຽບໃສ່ກັບຈຳນວນໃນປີ 2014 ຜ່ານມາ.
ພວກອົບພະຍົບເຫຼົ່ານີ້ ສ່ວນຫຼາຍແມ່ນໄປຈາກອາຟຣິກາເໜືອ
ເຂດໃຕ້ທະເລຊາຍ Sahara ຂອງອາຟຣິກາ ແລະພາກຕາເວັນ
ອອກກາງ ເພື່ອຫາທາງຫລົບໜີຈາກສົງຄາມ ຄວາມທຸກຈົນ
ແລະການກໍ່ການຮ້າຍ.