ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ກຸ່ມລັດອິສລາມ ຮັບ​ເອົາ​ການມອບ ຄວາມ​ຈົງຮັກ​ພັກດີ​ ຈາກກຸ່ມໂບ​ໂກ ຮາຣຳ


ພາບເອົາອອກມາຈາກວີດີໂອຂອງພວກ Boko Haram ໃນເດືອນພຶດສະພາ 2014 ທີ່ສະແດງໃຫ້ເຫັນຜູ້ນຳໂບໂກ ຮາຣຳ ທ້າຍ Abubakar Shekau ຊຶ່ງໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະມອບຄວາມ​ຈົງຮັກ​ພັກດີ​ ຕໍ່ຜູ້ນຳກຸ່ມລັດອິສລາມ.
ພາບເອົາອອກມາຈາກວີດີໂອຂອງພວກ Boko Haram ໃນເດືອນພຶດສະພາ 2014 ທີ່ສະແດງໃຫ້ເຫັນຜູ້ນຳໂບໂກ ຮາຣຳ ທ້າຍ Abubakar Shekau ຊຶ່ງໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະມອບຄວາມ​ຈົງຮັກ​ພັກດີ​ ຕໍ່ຜູ້ນຳກຸ່ມລັດອິສລາມ.

ກຸ່ມ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ຊຶ່ງ​ຄວບ​ຄຸມ​ບາງເຂດຂອງຊີ​ເຣຍ
​ແລະ ອີຣັກ ​ໄດ້​ຮັບ​ເອົາ​ການໃຫ້ຄຳໝັ້ນສັນຍາ ທີ່ຈະມອບຄວາມ​ຈົງ
​ຮັກ​ພັກດີ​ ຂອງກຸ່ມຫົວ​ຮຸນ​ແຮງ​ຈັດ ​ໂບ​ໂກ ຮາຣຳ ທີ່​ມີ​ຖານປະຕິບັດ
ງານ ​ຢູ່​ໄນ​ຈີ​ເຣຍ.

ໃນ​ຖະ​ແຫລ​ງການທີ່ເປັນສຽງບັນທຶກໃນ​ວັນ​ພະ​ຫັດ​ວານ​ນີ້ ​ທ້າວ
Abu Mohammed al-Adnani ໂຄ​ສົກ​ຂອງ​ພວກ​ລັດ​ອິສລາມ
​ໄດ້​ຍິນ​ດີ​ຮັບ​ເອົາ ໃນອັນ​ທີ່​ຜູ້​ກ່ຽວ​ເອີ້​ນວ່າ ​ເປັນ​ການ​ຂະຫຍາຍ​ຕົວ
ຂອງ​ກຸ່ມ​ທີ່​ໄດ້​ປະກາດ​ຕົນ​ວ່າ​ ເປັນລັດ​ທີ່​ປົກຄອງ​ໂດຍ​ສາສະໜາ​
ອິສລາມ ​ໄປ​ຍັງ​ອາ​ຟຣິກາ​ຕາເວັນ​ຕົກ.

ໂຄ​ສົກ​ al-Adnani ​ເວົ້າວ່າ “ຜູ້ນຳ​ລັດ​ອິສລາມ ຂໍ​ໃຫ້​ພະ​ເຈົ້າປົກ​ປ້ອງ​ທ່ານ ​ໄດ້​ຮັບ​
ເອົາ​ການ​ສາບານ​ມອບ​ຄວາມຈົງ​ຮັກ​ພັກດີ ຂອງ​ອ້າຍ​ນ້ອງ​ຊາວ​ຊູ​ນີ ເພື່ອເຮັດສົງ
ຄາມ ສັກສິດທາງ​ສາສະໜາ. ພວກ​ເຮົາ​ສັນລະ​ເສີນ ຊາວ​ມຸສລິ​ມຂອງ​ພວກ​ເຮົາ
​ແລະ ອ້າຍ​ນ້ອງ​ນັກ​ຕໍ່ສູ້​ເພື່ອສາສະໜາ ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ ຕໍ່ການສະແດງ
ຄວາມ​ຈົງ​ຮັກ​ພັກດີ​ຂອງ​ພວກ​ເຂົາ​ເຈົ້ານັ້ນ.”

ຜູ້ນຳຂອງກຸ່ມ​ໂບ​ໂກ ຮາຣຳ ທ້າວ Abubakar Shekau ​ໄດ້ປະກາດ​ ໃນ​ວີ​ດີ​ໂອ​ເມື່ອ​ອາທິດ ​ແລ້ວ​ນີ້ ວ່າ ກຸ່ມ​ຂອງ​ຕົນ “ຈະ​ຮັບຟັງ​ ແລະ ​ເຊື່ອ​ຟັງ” ຜູ້ນຳ​ລັດ​ອິສລາມ ທ້າວ Abu Bakr al-Baghdadi.

ຂອບ​ເຂດທີ່​ທັງ​ສອງ​ກຸ່ມ ຈະ​ປະສານ​ງານ ຄວາມ​ພະຍາຍາມ​ຮ່ວມ​ກັນ​ແນວໃດ​ນັ້ນ ​ແມ່ນ​ຍັງ​ບໍ່ເປັນທີ່​ຈະແຈ້ງ​ເທື່ອ.

​ພວກ​ກະບົດ​ອິສລາມອື່ນໆອີກຫລາຍໆກຸ່ມ​ ໃນທົ່ວ​ໂລກ ກໍຍັງອ້າງ​ວ່າ ພວກ​ຕົນໄດ້ມອບ​
ຄວາມ​ຈົງ​ຮັກ​ພັກດີ​ຕໍ່ກຸ່ມ​ລັດ​ອິສລາມ ​ແຕ່​ຫາກ​ສ່ວນ​ໃຫຍ່​ແລ້ວ​ ປາກົດ​ວ່າ ເປັນພຽງ​ການ​
ຮ່ວມ​ກັນ​ແບບ​ສັນຍາ​ລັກ​ເທົ່າ​ນັ້ນ.

​ເມື່ອ​ຕົ້ນອາທິດ​ນີ້ ປະທານາທິບໍດີ​ໄນ​ຈີ​ເຣຍ ທ່ານ Goodluck Jonathan ກ່າວ​ຖະ​ແຫລ​ງ
ຕໍ່​ວີ​ໂອ​ເອວ່າ​ ພວກ​ນັກ​ຕໍ່ສູ້ຂອງກຸ່ມ​ໂບ​ໂກ ຮາຣຳ ​ໄດ້​ຮັບ​ການ​ເຝິກ​ແອບ​ຢູ່​ຄ້າຍ​ຕ່າງໆ ໃນ​
ເຂດ​ຕາ​ເວັນ​ອອກ​ກາງ ທີ່​ດຳ​ເນີນ​ງານ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ.

Islamic State Boko Haram
please wait

No media source currently available

0:00 0:00:39 0:00

XS
SM
MD
LG