ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງນ້ອຍ 14 ຄົນ ເສຍຊີວິດ ໃນເຫດພູໄຟ ລະເບີດ ທີ່ອິນໂດເນເຊຍ (ວີດີໂອ/ສະ​ໄລ​ດ໌)


ຊາວບ້ານພາກັນແລ່ນປົບໜີ ຫຼັງຈາກທີ່ພູໄຟ Sinabung ລະເບີດຂຶ້ນຢ່າງແຮງ ຢູ່ Namantaran, ສຸມາດຕາເໜືອ, ວັນທີ 1 ກຸມພາ 2014.
ຊາວບ້ານພາກັນແລ່ນປົບໜີ ຫຼັງຈາກທີ່ພູໄຟ Sinabung ລະເບີດຂຶ້ນຢ່າງແຮງ ຢູ່ Namantaran, ສຸມາດຕາເໜືອ, ວັນທີ 1 ກຸມພາ 2014.
ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 14 ຄົນ ຫຼັງຈາກ​ການລະ​ເບີດ​ຄັ້ງ​ໃຫຍ່​ຂອງ​ພູ​ໄຟ Sinabung ຢູ່​ເກາະ​ Sumatra ຂອງ​ອິ​ນ​ໂດ​ເນ​ເຊຍ ພຽງ​ມື້​ນຶ່​ງຫຼັງຈາກ​ພວກ​ຊາວບ້ານ ຫຼາຍພັນ​ຄົນ ​ທີ່​ອາ​ໄສ​ຢູ່​ໃກ້​ເຂດ​ດັ່ງກ່າວ ​ໄດ້ຮັບ​ອະນຸຍາດ​ໃຫ້​ກັບ​ຕ່າວ​ຄືນ​ບ້ານ.

​ເຈົ້າໜ້າ​ທີ່​ເວົ້າ​ວ່າ ຜູ້​ເສຍ​ຊີວິດ​ ມີ​ໂຮມ​ທັງ ນາຍຄູ​ຄົນ​ນຶ່ງ ​ແລະ​ນັກ​ຮຽນ​ສີ່​ຄົນ. ​ເຈົ້າໜ້າ​ທີ່​ເວົ້າ​ອີກ​ວ່າ ພວກ​ເຂົາ​ເ​ຈົ້າ ຢ້ານ​ວ່າ​ຈໍານວນ​ຜູ້​ເສຍ​ຊີວິດ​ຈະເພີ່ມ​ສູງ​ຂຶ້ນ ອີກ ຫຼັງຈາກເມກ​ເຝື້ອໄຟ ​ໄດ້​ຫາຍ​ຈາ​ງ​ໄປ ​ແລະ​ພວກ​ກູ້​ໄພ ສາມາດເຂົ້າ​ໄປ​ຊອກ​ຄົ້ນ​ຫາ​ພວກ​ເຄາະ​ຮ້າຍ ໃນ​ເຂດໄພ​ພິບັດນັ້ນ​ໄດ້.



ພູ​ໄຟ Sinabung ລະ​ເບີດ​ມາ​ໄດ້​ສີ່​ເດືອນ​ແລ້ວ ​ໂດຍ​ໄດ້​ສົ່ງ​ຫິນ​ຮ້ອນ ​ແລະແກັສອັນຕະລາຍ​ ລົງ​ໄປຕາມ​ຈ້າຍ​ພູ​ທາງ​ກໍ້າ​ໃຕ້.

ນັບ​ຕັ້ງ​ແຕ່​ເດືອນກັນຍາ​ເປັນຕົ້ນ​ມາ ບັນດາ​ເຈົ້າໜ້າ​ທີ່​ໄດ້​ຊ່ວຍ​ຍົກ​ຍ້າຍ​ປະຊາຊົນ ຫຼາຍກວ່າ
30,000 ຄົນ​ອອກ​ຈາກ​ພື້ນ​ທີ່​ດັ່ງ​ກ່າວ ​ໂດຍ​ໄດ້​ຈັດ ທີ່​ພັກ​ໃນ​ເຕັ້ນຫຼາຍ​ແຫ່ງ ​ແລະ​ໂຮງ​ຮຽນ ທີ່ຢູ່​ໃກ້ໆ​ກັນ​ນັ້ນ.

ອົງການ​ຂ່າວ Antara ທີ່​ລັດ​ຄວບ​ຄຸມ​ ​ເວົ້າ​ວ່າ ບັນດາ​ເຈົ້າໜ້າ​ທີ່​ໄພ​ພິບັດ ​ໄດ້​ອະນຸຍາດ​ໃຫ້​ພວກ​ຊາວບ້ານຫຼາຍພັນ​ຄົນ ທີ່​ອາ​ໄສ​ຢູ່​ເຂດ​ນອກ​ລັດສະໝີ 5 ກິ​ໂລ​ແມັດ ຂອງ​ພູ​ໄຟ​ນັ້ນ ​ກັບ​ຕ່າວ​ຄືນ​ບ້ານ​ ​ແລະທົ່ງ​ນາ ຂອງ​ພວກ​ເຂົາ​ເຈົ້າ​ໄດ້ ຍ້ອນ​ວ່າ ບໍ່​ໄດ້​ມີການລະ​ເບີດ​ຂອງ​ພູ​ໄຟ​ທີ່​ຮ້າຍ​ແຮງ ທີ່​ຖືກບັນທຶກ​ໄວ້.

indonesia volcano
please wait
Embed

No media source currently available

0:00 0:00:38 0:00
XS
SM
MD
LG