ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກນິຍົມ ຂວາຈັດ ແລະຊ້າຍຈັດ ຊະນະ ຢ່າງບໍ່ຄາດຝັນ ໃນການເລືອກຕັ້ງ ທີ່ຢູໂຣບ (ວີດີໂອ)


ທ່ານນາງ Marine Le Pen, ຫົວໜ້າພັກແນວໂຮມແຫ່ງຊາດ
ຝຣັ່ງ ສະແດງປະຕິກິລິຍາ ຕໍ່ຜົນຂອງການເລືອກຕັ້ງ ຫຼັງຈາກ
ໜ່ວຍປ່ອນບັດອັດລົງ ທີ່ເມືອງ Nanterre, ໃກ້ກັບ ປາຣີ ວັນທີ 25 ພຶດສະພາ 2014.
ທ່ານນາງ Marine Le Pen, ຫົວໜ້າພັກແນວໂຮມແຫ່ງຊາດ ຝຣັ່ງ ສະແດງປະຕິກິລິຍາ ຕໍ່ຜົນຂອງການເລືອກຕັ້ງ ຫຼັງຈາກ ໜ່ວຍປ່ອນບັດອັດລົງ ທີ່ເມືອງ Nanterre, ໃກ້ກັບ ປາຣີ ວັນທີ 25 ພຶດສະພາ 2014.
ການ​ຢັ່ງ​ສຽງ​ປະຊາຊົນ​ຫຼັງ​ຈາກ​ການ​ປ່ອນ​ບັດ​ແລ້ວ​ໃນ​ສະຫະ
ພາບ​ຢູ​ໂຣບສະ​ແດງ​ໃຫ້​ເຫັນ​ບໍ​ນຶກ​ບໍ່​ຝັນ​ໄວ້​ກ່ອນ ທີ່​ເຫັນການ​
ໄດ້​ຮັບ​ໄຊຊະນະ​ທີ່​ແຂງ​ແຮງ​ສຳລັບ​ພວກ​ທີ່​ເອີ້ນ​ວ່າ ພວກ​ທີ​່
ສົງ​ໄສ​ຢູ​ໂຣບ ຫົວ​ນິຍົມ​ຂວາ​ຈັດ ​ແລະ​ຊ້າຍ​ຈັດ​ໃນ​ການ​ເລືອກ
​ຕັ້ງ​ສະມາຊິກ​ລັດຖະສະພາ​ໃນ​ຢູ​ໂຣບ.

ນາຍົກລັດຖະມົນຕີ Manual Valls ຂອງຝຣັ່ງ ​ເອີ້ນ​ຜົນ​ຂອງ​
ການ​ເລືອກ​ຕັ້ງ​ໃນ​ວັນ​ອາທິດ​ວານ​ນີ້ ວ່າ​ເປັນ “ ​ແຜ່ນດິນ​ໄຫວ”
ສຳລັບ​ຢູ​ໂຣບ​ແລະ​ຝຣັ່ງ ບ່ອນ​ທີ່​ທ່ານນາງ Marine LePen ພັກ
​ແນວ​ໂຮມ​ແຫ່ງ​ຊາດ​ຂວາຈັດ ​ໄດ້​ເປັນ​ຜູ້​ຊະນະ​ຢ່າງ​ຂາດ​ຮອຍ.
ພັກແນວ​ໂຮມ​ແຫ່ງ​ຊາດຈະ​ໄດ້​ຮັບ​ບ່ອນ​ນັ່ງ​ຫຼາຍ​ບ່ອນຢູ່​ໃນ​ສະພາ
​ເປັນ​ເທື່ອ​ທຳ​ອິດ.

ພວກ​ພັກ​ນິຍົມ​ຊາດ ຄາດ​ວ່າ​ຈະ​ໄດ້​ຮັບ​ໄຊຊະນະ​ເຊັ່ນ​ກັນ​ທີ່​ປະ​ເທດ​ແດນ​ມາກ ​ແລະ
​ປະ​ເທດ​ອັງກິດ.

ທີ່​ປະ​ເທດ​ Greece ພັກ​ປະສົມ​ນິຍົມ​ຊ້າຍ​ຈັດ​ກຳລັງ​ໄດ້​ຮັບ​ໄຊຊະນະ. ພວກ​ປະຊາ
ຊົນ​ຝ່າຍ​ຊ້າຍ​ຂອງ Greece ຄັດຄ້ານ​ຢ່າງ​ແຂງ​ແຮງ​ຕໍ່​ແຜນການ​ປະຢັດ​ມັດທະຍັດ​
ດ້ານ​ເສດຖະກິດ​ຂອງລັດຖະບານ ​ແລະ​ເງື່ອນ​ໄຂ​ຕ່າງໆ​ສຳລັບ​ການ​ຊ່ອຍ​ກູ້ Greece
ຂອງ​ສະຫະພາບ​ຢູ​ໂຣບນັ້ນ.

ບັນດານ​ພັກ​ນິຍົມ​ຂວາ​ຈັດ ​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ ຄັດຄ້ານ​ຕໍ່​ນະ​ໂຍບາຍກວດ​ຄົນ​ເຂົ້າ​
ເມືອງ ​ແລະ​ໂດຍ​ທົ່ວ​ໄປ​ນັ້ນ ຢາກ​ຕັດ​ອຳນາດ​ຂອງ​ສະຫະພາບ​ຢູ​ໂຣບລົງ.

ຄາດ​ວ່າ​ຈະ​ຮູ້ຈັກ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ລັດຖະສະພາ​ຢູ​ໂຣບຢ່າງ​ເປັນທາງ​ການ​ໃນ
​ວັນ​ຈັນ​ມື້​ນີ້.
euelections26may14
please wait
Embed

No media source currently available

0:00 0:01:36 0:00
XS
SM
MD
LG