ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫລາຍກ່ວາ 100 ຄົນ ເສຍຊີວິດ ໃນແຜ່ນດິນໄຫວຮ້າຍແຮງ ຢູ່ແຂວງຢຸນນ່ານ ຂອງຈີນ (ສະໄລດ໌)


ເດັກນ້ອຍຄົນນຶ່ງໄດ້ຮັບບາດເຈັບ ຫລັງຈາກແຜ່ນດິນໄຫວ ປະທະ ເມືອງ Longtoushan ໃນເຂດ Ludian county, ແຂວງ Yunnan ຂອງຈີນ, ວັນທີ 3 ສິງຫາ 2014.
ເດັກນ້ອຍຄົນນຶ່ງໄດ້ຮັບບາດເຈັບ ຫລັງຈາກແຜ່ນດິນໄຫວ ປະທະ ເມືອງ Longtoushan ໃນເຂດ Ludian county, ແຂວງ Yunnan ຂອງຈີນ, ວັນທີ 3 ສິງຫາ 2014.

ບັນດາເຈົ້າໜ້າທີ່ຈີນກ່າວວ່າ ແຜ່ນດິນໄຫວຢູ່ໃນເຂດພູເຂົາສອກ
ຫລີກຫ່າງໄກແຫ່ງນຶ່ງ ໃນພາກຕາເວັນຕົກສຽງໃຕ້ຂອງປະເທດ
ໄດ້ສັງຫານ ຢ່າງນ້ອຍ 150 ຄົນ ໃນວັນອາທິດມື້ນີ້ ແລະມີຫລາຍ
ກ່ວາ 1.300 ຄົນໄດ້ຮັບບາດເຈັບ ໂດຍທີ່ຍັງມີອີກຫລາຍຄົນຫາຍ
ສາບສູນ.

ຈຸດໃຈກາງຂອງແຜ່ນດິນໄຫວແມ່ນຢູ່ແຂວງຢຸນນ່ານ. ແຮງສັ່ນ
ສະເທືອນໄດ້ເຮັດໃຫ້ຕຶກອາຄານຫລາຍຫລັງພັງລົງ ໂຮມທັງ
ຢ່າງນ້ອຍໂຮງຮຽນແຫ່ງນຶ່ງ.

ກົມສຳຫລວດທໍລະນີຂອງສະຫະລັດ ກ່າວວ່າ ແຜ່ນດິນໄຫວໃນ
ວັນອາທິດມື້ນີ້ ມີຄວາມແຮງ 6.1 ຣິກເຕີ. ທາງການຈີນເວົ້າວ່າ ຄວາມແຮງແມ່ນສູງ
ກ່ວານັ້ນອີກ.

ສະຖານີໂທລະພາບຂອງລັດ CCTV ລາຍງານວ່າ ແຜ່ນດິນໄຫວຄັ້ງນີ້ ແມ່ນຄັ້ງຮ້າຍ
ແຮງທີ່ສຸດ ທີ່ໄດ້ປະທະແຂວງຢຸນນ່ານ ໃນຮອບ 14 ປີ.

ສຳນັກງານຂ່າວ ຊິນຫົວ ຂອງທາງການຈີນ ເວົ້າວ່າ ຈຸດໃຈກາງຂອງແຜ່ນດິນໄຫວ ແມ່ນຢູ່ທີ່ເມືອງ Longtoushan ໃນເຂດ Ludian county ຂອງແຂວງຢຸນນ່ານ.

ຊິນຫົວກ່າວອີກວ່າ ທາວລັດຖະບານກຳລັງຈັດສົ່ງ ຕູບຜ້າໃບ ຕຽງທີ່ພັບໄດ້ ຜ້າຫົ່ມ ແລະເສື້ອໂຄຕກັນໜາວ ໄປຊ່ວຍເຫລືອພວກໄດ້ຮັບເຄາະໃນເຂດທີ່ຖືກກະທົບ.

ພາກຕາເວັນຕົກສຽງໃຕ້ຂອງຈີນ ແມ່ນມັກເກີດແຜ່ນດິນໄຫວຢູ່ເລື້ອຍໆ. ແຜ່ນດິນໄຫວ
ບັ້ນນຶ່ງ ໃນແຂວງຢຸນນ່ານ ໃນປີ 2012 ໄດ້ເອົາຊີວິດຄົນໄປ ຢ່າງນ້ອຍ 80 ຄົນ.

Chinese officials say an earthquake in a remote mountainous region of the country's southwest has killed at least 150 people.

They say more than 1,300 people were injured in Sunday's quake. Many people are still missing.

The quake's epicenter was in Yunnan province. It caused several buildings to collapse, including at least one school.

The U.S. Geological Survey said Sunday's earthquake had a magnitude of 6.1. Chinese authorities said the magnitude was higher.

Chinese state broadcaster CCTV said the earthquake was the strongest to hit Yunnan in 14 years.

The official Xinhua news agency said that the epicenter was in Longtoushan town in Yunnan's Ludian county.

It says the government is sending thousands of tents, folding beds, quilts and coats to the affected area.

Southwestern China is frequently struck by earthquakes. In 2012 an earthquake in the Yunnan region killed at least 80 people.

XS
SM
MD
LG