ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະ​ເລ​​ນ້ຳກ້ອນ ຢູ່​ມະຫາ​ສະມຸດ Arctic ​​ຫລຸດ​ລົງ​ ສູ່ລະດັບ​ຕ່ຳ​ສຸດ ເປັນປະຫວັດການ


ສູນ​ຂໍ້​ມູນ​ຫິມະແລະ​ນ້ຳກ້ອນ​ແຫ່ງ​ຊາດ ຂອງສະຫະລັດ ກ່າວ​ວ່າ ສະພາບນ້ຳກ້ອນ ທີ່ຫລຸດລົງຕ່ຳກວ່າ ລະດັບສະເລ່ຍ ເກີດຂຶ້ນແລ້ວ ຢູ່ທຸກຫົນແຫ່ງ ນອກເໜືອຈາກທະເລ Labrador ແລະ ເຂດ Davis Strait.
ສູນ​ຂໍ້​ມູນ​ຫິມະແລະ​ນ້ຳກ້ອນ​ແຫ່ງ​ຊາດ ຂອງສະຫະລັດ ກ່າວ​ວ່າ ສະພາບນ້ຳກ້ອນ ທີ່ຫລຸດລົງຕ່ຳກວ່າ ລະດັບສະເລ່ຍ ເກີດຂຶ້ນແລ້ວ ຢູ່ທຸກຫົນແຫ່ງ ນອກເໜືອຈາກທະເລ Labrador ແລະ ເຂດ Davis Strait.

ທະ​ເລນ້ຳກ້ອນ ຢູ່​ມະຫາ​ສະມຸດ Arctic ​ໄດ້​ຫລຸດ​ລົງ​ສູ່ລະດັບ​
ຕ່ຳ​ສຸດເປັນປະຫວັດການ ​ສຳ​ຫລັບ​ລະດູ​ໜາວ​.

ສູນ​ຂໍ້​ມູນ​ຫິມະແລະ​ນ້ຳກ້ອນ​ແຫ່ງ​ຊາດ ຂອງສະຫະລັດ ກ່າວ
​ວ່າ ລະດັບ​ສູງ​ສຸດ​ຂອງນ້ຳກ້ອນ​ທີ່​ປົກ​ຄຸມ​ໃນ​ປີ​ນີ້ ​ແມ່ນ 14 ລ້ານ
5 ​ແສນຕາລາງກິໂລ​ແມັດ ຖື​ວ່າ​ຕ່ຳ​ສຸດ ນັບ​ຕັ້ງ​ແຕ່​ປີ 1979 ​ເປັນ
ຕົ້ນມາ ​ເວ​ລາການ​ເກັບ​ກຳ​ຂໍ້​ມູນ​ທາງ​ດາວ​ທຽມ​ໄດ້​ເລີ້ມ​ຕົ້ນຂຶ້ນນັ້ນ.

​ແຜ່ນ​ນ້ຳກ້ອນ ​ແມ່ນ​ໄດ້​ຫລຸດລົງ 1 ລ້ານ 1 ​ແສນຕາລາງກິໂລ​ແມັດ
ນ້ອຍກວ່າ​ແຜ່ນ​ນ້ຳກ້ອນ​ສະ​ເລ່ຍ ​ໃນ​ລະຫວ່າງ​ປີ 1981 ຫາ 2010
​ແລະ ​ໄດ້ຫລຸດ​ລົງ​ ຕ່ຳກວ່າລະດັບ​ຕ່ຳ​ສຸດ ​ໃນ​ປີ 2011.

ການ​ສຶກສາ​ເມື່ອ​ບໍ່​ນານ​ມາ​ນີ້ ພົບ​ເຫັນ​ວ່າ ທະ​ເລນ້ຳກ້ອນອາກຕິກ ​ໄດ້​ບາງ​ລົງ 65 ​ເປີ​ເຊັນ ລະຫວ່າງ ປີ 1975 ​ຫາ 2012.

ການ​ສຶກສາ​ດັ່ງ​ກ່າວ ​ບອກ​ວ່າ ລະດັບ​ສູງ​ສຸດ​ຂອງ​ທະ​ເລນ້ຳກ້ອນ ​ໃນ​ລະດູ​ໜາວປີນີ້ ​ແມ່ນ
ໄດ້​ມີຂຶ້ນ​ເມື່ອ​ວັນ​ທີ 25 ກຸມພາ​ຜ່ານ​ມາ ​ແລະ ​ແຜ່ນ​ນ້ຳກ້ອນ ​ກຳລັງເລີ້ມເປື່ອຍແລ້ວ ໃນ ເວລານີ້ ​ໃນ​ຂະນະ​ທີ່​ເຂດທະ ເລ​ອາກຕິກ​ ກ້າວ​ເຂົ້າສູ່​ລະດູ​ບານໃໝ່.

ເບິ່ງວີດີໂອກ່ຽວຂ້ອງ:

Faith Leaders Fast for Climate Justice
please wait

No media source currently available

0:00 0:03:03 0:00

XS
SM
MD
LG