ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈ່າເອກ ກອງທັບບົກ ສະຫະລັດ ຈັນສະໝອນ ເມກດາລາ ໄດ້ຖືກສົ່ງໄປຕີເສິກ 9 ເທື່ອ ໃນໄລຍະຊາວກວ່າປີ ໃນການເປັນທະຫານ


ຈ່າເອກຈັນສະໝອນ ເມກດາລາ ທະຫານກອງທັບບົກ ສະຫະລັດ ອາເມຣິກາ.
ຈ່າເອກຈັນສະໝອນ ເມກດາລາ ທະຫານກອງທັບບົກ ສະຫະລັດ ອາເມຣິກາ.

ທ່ານຜູ້ຟັງທີ່ເຄົາລົບ ໃນຄ່ຳຄືນນີ້ ວີໂອເອລາວຈະນຳທ່ານໄປຟັງການໂອ້ລົມກັບ ທ່ານຈັນສະໝອນ ເມກດາລາ ກ່ຽວກັບຊີວິດການເຂົ້າໄປຕັ້ງຖິ່ນຖານຢູ່ໃນສະຫະລັດ ແລະທ່ານໄດ້ສະໝັກເຂົ້າຮັບໃຊ້ເປັນທະຫານກອງທັບບົກສະຫະ ລັດໄລຍະ 22 ປີ ທັງເປັນພະນັກງານລັດຖະບານກາງອີກຕື່ມ 8 ປີ ຈົນໃນປັດ ຈຸບັນນີ້ ໄດ້ກະສຽນອອກກິນເບ້ຍບຳນານ ໃນລາຍການຊຸມຊົນຊາວລາວ ໃນທະ ວີບອາເມຣິກາ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານຈັນສະໝອນ ເມກດາຣາ ເກີດຢູ່ບ້ານສຸວັນນະຄີລີ ແຂວງຈຳປາສັກ ຕົກມາໃນຊຸມປີ 1970 ເມື່ອຕອນທ່ານມີອາຍຸໄດ້ປະມານບໍ່ເຖິງ 10 ປີ ຄອບຄົວຂອງທ່ານໂດຍມີພໍ່ແມ່ແລະນ້ອງຊາຍ ໄດ້ພາກັນຂ້າມໄປຝັ່ງໄທ ແລ້ວເຂົ້າສູນອົບພະຍົບຢູ່ທີ່ຈັງຫວັດອຸບົນ ຊຶ່ງໃນເວລານັ້ນ ທ່ານໄດ້ອົບພະຍົບມາອາເມຣິກາພຽງລຳພັງກັບລຸງຂອງທ່ານ ໃນປີ 1979 ຊຶ່ງທ່ານໄດ້ເລົ່າໃຫ້ຟັງວ່າ:

ທ່ານພ້ອມດ້ວຍຄອບຄົວຂອງລຸງ ກໍໄດ້ເດີນທາງໄປຕົກຢູ່ເມືອງເອກ ຮາໂນລູລູ ລັດຮາວາຍ ໂດຍມີຜູ້ອຸປະຖຳ ຫຼື ສະປ່ອນເຊີ ຮັບເອົາມາ ຊຶ່ງທ່ານກ່າວໃຫ້ຟັງດັ່ງນີ້:

ທ່ານໄດ້ອາໄສຢູ່ໃນເກາະຮາວາຍເປັນເວລາສິບປີປາຍ ລັດຮາວາຍເປັນເກາະໃຫຍ່ສຸດໃນໝູ່ເກາະນ້ອຍໆ ຕັ້ງຢູ່ໃນມະຫາສະໝຸດປາຊີຟິກກໍ້າຕາເວັນຕົກ ຫ່າງຈາກແຜ່ນດິນໃຫຍ່ຂອງສະຫະລັດ 3,200 ກິໂລແມັດ ແລະໄດ້ກາຍເປັນລັດທີ 50 ໂດຍມີປະຊາກອນທີ່ປະກອບດ້ວຍຊາວພື້ນເມືອງໂປລີເນເຊຍໂດຍສ່ວນໃຫຍ່ ຮວມທັງຊາວຕ່າງຊາດອື່ນໆທີ່ຫຼາກຫຼາຍ ແລະລັດນີ້ ຂຶ້ນຊື່ລືນາມວ່າ ເປັນລັດທີ່ມີທຳມະຊາດທີ່ສວຍສົດງົດງາມເຕັມໄປດ້ວຍຕົ້ນດອກໄມ້ຕ່າງໆນາໆຊະນິດ ອ້ອມຮອບດ້ວຍທະເລແລະຫາດຊາຍທີ່ອຸດົມສົມບູນແລະສະອາດສົດໃສ ຊຶ່ງເປັນທີ່ນິຍົມຊົມຊອບຂອງນັກທ່ອງທ່ຽວ ທັງຊາວອາເມຣິກັນ ແລະຊາວຕ່າງ ປະເທດໃນທົ່ວໂລກ.

ໃນຊ່ວງເວລານັ້ນ ຄົນລາວກໍບໍ່ຄ່ອຍມີຫຼາຍ ທ່ານເລົ່າໃຫ້ຟັງຕື່ມວ່າ ທ່ານໄດ້ເລີ້ມເຂົ້າໂຮງຮຽນຊັ້ນປໍຫົກ ທຽບເທົ່າກັບຊັ້ນປະຖົມແລະໄດ້ຮຽນຈົນຈົບຊັ້ນມັດທະຍົມ ໃນລະຫວ່າງຮຽນຢູ່ຊັ້ນມັດທະຍົມ ທ່ານໄດ້ເຂົ້າທີມຍິງປືນຊຶ່ງທ່ານໄດ້ຮັບທຶນການສຶກສາ ຈາກການເປັນນັກຍິງປືນແມ້ນ ທ່ານຈຶ່ງໄດ້ໄປຮ່ຳຮຽນຕໍ່ທີ່ມະຫາວິທະຍາໄລ ດັ່ງທີ່ທ່ານກ່າວໃຫ້ຟັງວ່າ:

ຢູ່ທີ່ມະຫາວິທະຍາໄລແຊນໂຮເຊຂອງລັດຄາລີຟໍເນຍ ນັ້ນ ທ່ານໄດ້ກ່າວວ່າ ທ່ານໄດ້ພົບຄົນລາວ ຫຼວງຫຼາຍ ແລະໄດ້ພົບພໍ້ກັບຄູ່ຮັກເປັນຄົນລາວ ຜູ້ທີ່ໄດ້ຮ່ຳຮຽນຢູ່ມະຫາວິທະຍາໄລອີກແຫ່ງນຶ່ງບໍ່ໄກຈາກມະຫາວິທະຍາໄລທີ່ທ່ານຮຽນຢູ່ນັ້ນ ແຕ່ຫຼັງຈາກທີ່ໄດ້ຮຽນຈົບສອງປີ ທ່ານໄດ້ຮັບຂ່າວທີ່ສະເທືອນຈິດໃຈວ່າ ແມ່ຂອງທ່ານຢູ່ລາວ ໄດ້ເສຍຊີວິດ ຊຶ່ງທ່ານບໍ່ສາມາດກັບຄືນເມືອລາວໄດ້ ສະນັ້ນທ່ານຈຶ່ງໄດ້ຕັດສິນໃຈສະໝັກເຂົ້າເປັນທະຫານຂອງສະຫະລັດ ດັ່ງທີ່ທ່ານໄດ້ກ່າວໃຫ້ຟັງວ່າ:

ໃນທຸກໆ 3 ປີໃດນັ້ນ ກອງທັບບົກສະຫະລັດ ໄດ້ສົ່ງກອງກຳລັງຂອງຕົນໄປປະຈຳການຢູ່ຄ້າຍແຫ່ງຕ່າງໆ ທັງຢູ່ໃນປະເທດແລະຕ່າງປະເທດຕາມທີ່ກອງທັບມີຄວາມຕ້ອງການ ຊຶ່ງທ່ານຈັນສະໝອນ ກ່າວກ່ຽວກັບເລື້ອງນີ້ໃຫ້ຟັງໂດຍຫຍໍ້ວ່າ:

ນອກຈາກໄດ້ໄປປະຈຳການຢູ່ຄ້າຍທະຫານຕ່າງໆຂອງກອງທັບບົກສະຫະລັດແລ້ວ ທ່ານກໍຍັງໄດ້ກ່າວວ່າ ທ່ານໄດ້ໄປປະຈຳການຢູ່ຕ່າງປະເທດເຊັ່ນວ່າ ອາຟຣິກາໃຕ້, ເຢຍຣະມັນ, ຮັງກາຣີ, ອີຣັກ ແລະອັຟການິສຖານ ໂດຍພິເສດທ່ານໄດ້ຖືກສົ່ງໄປຮ່ວມທີມງານເກັບກູ້ຊາກສົບຂອງທະຫານອາເມຣິກັນທີ່ຫາຍສາບສູນໃນປາງສົງຄາມຫວຽດນາມຢູ່ໃນລາວນຳດ້ວຍ. ທ່ານກ່າວຕື່ມອີກວ່າ ທ່ານໄດ້ຜ່ານສົງຄາມມາຫຼາຍບັ້ນ ໃນແຕ່ລະສະໜາມລົບທ່ານລອດຕາຍມາໄດ້ດັ່ງທີ່ທ່ານເລົ່າເຖິງບາງສ່ວນໃຫ້ຟັງດັ່ງນີ້:

ໃນປີ 2006 ຫາ 2009 ທ່ານໄດ້ຖືກສົ່ງໄປປະຈຳການຢູ່ຄ້າຍໃນລັດເວີຈີເນຍ ຊຶ່ງທ່ານກ່າວວ່າ ທ່ານໄດ້ຊື້ເຮືອນຫຼັງນຶ່ງຢູ່ໃກ້ກັບຄ້າຍ ແລະໃນສາມປີຕໍ່ມາ ກໍໄດ້ຖືກສົ່ງໄປລັດອາລາສກາ ດັ່ງນັ້ນທ່ານຈຶ່ງຕ້ອງໄດ້ຂາຍເຮືອນຢູ່ໃນເມືອງປີເຕີສເບີກ ລັດເວີຈີເນຍ ຊຶ່ງທ່ານກ່າວວ່າ:

ຕົກມາໃນປີ 2012 ທ່ານໄດ້ກະສຽນອອກຈາກກອງທັບບົກສະຫະລັດ ໃນຊັ້ນຈ່າເອກ ຫຼັງຈາກນັ້ນ ທ່ານໄດ້ສະໝັກເຂົ້າເຮັດວຽກກັບກະຊວງປ້ອງກັນປະເທດຂອງສະຫະລັດ ແລ້ວຈຶ່ງໄດ້ຍ້າຍມາຢູ່ລັດເວີຈີເນຍຢ່າງຖາວອນຈົນເຖິງປັດຈຸບັນນີ້ ດັ່ງທີ່ທ່ານກ່າວວ່າ:

ນອກຈາກນັ້ນ ທ່ານຍັງໄດ້ຖືກສະເໜີຊື່ໂດຍບັນດາສະມາຊິກນັກກັອຟລາວ ໃຫ້ເປັນປະທານສະມາຄົມນັກກັອຟລາວ ຢູ່ໃນລັດເວີຈີເນຍ ແລະລັດອ້ອມແອ້ມໃກ້ຄຽງ ຊຶ່ງທ່ານຈັນສະໝອນ ໄດ້ປະສານງານຮ່ວມກັນກັບສະຖານທູດລາວປະຈຳນະຄອນຫຼວງວໍຊິງຕັນ ຈັດການແຂ່ງຂັນຕີກັອຟສາມັກຄີ ແລະຊີງຂັນສຳລັບປີໃໝ່ ໃນທຸກໆປີມາໄດ້ຫຼາຍຄັ້ງແລ້ວ.

ບັນດານັກຕີກັອຟທັງຄົນລາວ-ອາເມຣິກັນ ແລະເພື່ອນໆຊາວອາເມຣິກັນຈາກລັດຕ່າງໆ ຮວມທັງບັນດາພະນັກງານສະຖານທູດລາວປະຈຳນະຄອນຫຼວງວໍຊິງຕັນ ແລະເປັນກຽດເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ພະນະທ່ານເອກອັກຄະລັດຖະທູດລາວ ຄຳພັນ ອັ່ນລາວັນ, ວັນທີ 31 ກໍລະກົດ 2021.
ບັນດານັກຕີກັອຟທັງຄົນລາວ-ອາເມຣິກັນ ແລະເພື່ອນໆຊາວອາເມຣິກັນຈາກລັດຕ່າງໆ ຮວມທັງບັນດາພະນັກງານສະຖານທູດລາວປະຈຳນະຄອນຫຼວງວໍຊິງຕັນ ແລະເປັນກຽດເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ພະນະທ່ານເອກອັກຄະລັດຖະທູດລາວ ຄຳພັນ ອັ່ນລາວັນ, ວັນທີ 31 ກໍລະກົດ 2021.

ທີ່ທ່ານໄດ້ຮັບຟັງຜ່ານໄປ ເປັນເລື້ອງລາວ ການດຳລົງຊີວິດຂອງທ່ານຈັນສະໝອນ ເມກດາລາ ຜູ້ທີ່ໄດ້ອົບພະຍົບ ໄປຕັ້ງຖິ່ນຖານຢູ່ໃນສະຫະລັດ ຕັ້ງແຕ່ຕອນຍັງນ້ອຍ ແລະໄດ້ປະກອບສ່ວນສະໝັກເປັນທະຫານກອງທັບບົກຂອງສະຫະລັດ ທັງເປັນພະນັກງານລັດຖະບານກາງ ຈົນໄດ້ກະສຽນອອກກິນເບ້ຍບຳນານ ແລະໃນປັດຈຸບັນນີ້ ໄດ້ເປັນປະທານສະມາຄົມນັກກັອຟລາວ ມາພົບກັບລາຍການຊີວິດຊາວລາວ ຂອງວີໂອເອລາວໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ້

XS
SM
MD
LG