ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນ ພາກັນກັບຄືນ ໄປສູ່ເມືອງ Cizre ໃນປະເທດເທີກີ


ຜູ້ຄົນຍ່າງຜ່ານຊາກຫັກພັກ ໃນເມືອງ Cizre ປະເທດເທີກີ​ ໃນຕອນເຊົ້າວັນພຸດ ມື້ນີ້. (ທີ​ 2 ມີນາ 2016)
ຜູ້ຄົນຍ່າງຜ່ານຊາກຫັກພັກ ໃນເມືອງ Cizre ປະເທດເທີກີ​ ໃນຕອນເຊົ້າວັນພຸດ ມື້ນີ້. (ທີ​ 2 ມີນາ 2016)

ປະຊາຊົນພາກັນ​ກັບ​ຄືນ​ໄປ​ຍັງ​ເມືອງ Cizre ຊຶ່ງ​ເປັນ​ຫົວ​ເມືອງ​
ສຳຄັນ​ຂອງ​ຊາວ​ເຄີ​ດ​ໃນ​ເທີ​ກີ​ໃນ​ວັນ​ພຸດ​ມື້ນີ້​ ​ເພື່ອ​ກວດເບິ່ງ​ວ່າ
​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້ຮັບ​ຄວາມ​ເສຍ​ຫາຍ​ຫຼື​ຖືກ​ທຳລາຍ
ຫຼືບໍ່ ຫຼັງ​ຈາກ​ລັດຖະບານ​ ​ຍົກ​ເລີກ​ຄຳ​ສັ່ງ​ຫ້າມອອກ​ນອກ​ເຮືອນ
24 ຊົ່ວ​ໂມງ​ເປັນ​ເວລາ​ນຶ່ງ​ເດືອນ.

​ເທີ​ກີ​ໄດ້​ບຸກ​ໂຈມ​ຕີ​ຕໍ່​ພັກ​ກຳມະກອນ​ຊາວ​ເຄີ​ດຫຼື PKK ຊຶ່ງ​ເປັນ​
ກຸ່ມ​ຈັດຕັ້ງນອກ​ກົດໝາຍ​ ຢູ່​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້ຂອງ
​ປະ​ເທດນັບ​ແຕ່​ເດືອນ​ກໍລະກົດເປັນຕົ້ນມາຊຶ່ງໄດ້​ປິດ​ຫຼາຍໆ​ຫົວ​
ເມືອງ​ ຍ້ອນ​ຄຳ​ສັ່ງ​ຫ້າມອອກ​ນອກ​ເຮືອນ ​ແລະ​ການ​ປະຕິບັດ
​ງານ​ຂອງ​ກຳລັງ​ຮັກສາ​ຄວາມ​ສະຫງົບ. ປະທານາທິບໍດີ Recep
Tayyip Erdogan ​ໄດ້​ໃຫ້​ຄຳ​ໝັ້ນສັນຍາ​ທີ່​ຈະ​ສືບ​ຕໍ່​ການ​ປະ​ຕິບັດ​ງານ​ຈົນ​ກວ່າ​ພວກຫົວ
​ຮຸນ​ແຮງ​ທຸກໆ​ຄົນ​ຖືກ​ປາບ​ໃຫ້​ສິ້ນຊາກ.

​ທີ່​ເມືອງ Cizre ຄຳ​ສັ່ງ​ຫ້າ​ມອອກ​ນອກ​ເຮືອນ​ເປັນ​ເວລາ 24 ຊົ່ວ​ໂມງ​ເລີ້ມມີ​ຜົນບັງຄັບ​ໃຊ້
​ໃນ​ເດືອນ​ທັນວາ​ແລະ​ຫລັງ​ຈາກ​ນັ້ນກໍ​ໄດ້​ມີ​ການ​ຜ່ອນຜັນ​ເປັນ​ລະຫວ່າງ 7 ​ໂມງ​ເຄິ່ງຕອນ​
ແລງ ຫາ 5 ​ໂມງ​ເຊົ້າ.

​ເມື່​ອສາມ​ອາທິດ​ກ່ອນ ລັດຖະມົນຕີ​ກະຊວງ​ພາຍ​ໃນ​ເທີ​ກີ ທ່ານ Efkan Ala ​ໄດ້​ປະກາດ​
ວ່າ ການ​ປະຕິບັດ​ງານ​ຕໍ່ຕ້ານ​ພວກ PKK ​ໄດ້​ສິ້ນສຸດ​ລົງ​ແລ້ວ ທີ່ ​ເມືອງ Cizre ຫລັງ​ຈາກ​
ກອງທັບ​ເທີ​ກີ​ໄດ້​ສັງຫານ​ພວກ​ຫົວ​ຮຸນ​ແຮງ 600 ຄົນ.

ພວກ​ນັກ​ເຄື່ອນ​ໄຫວ​ຊາວ​ເຄີ​ດ ​ໄດ້ໂຕ້​ແຍ້​ງ​ໂຕ​ເລກການ​ເສຍ​ຊີວິດ ​ຂອງ​ພວກ​ຫົວຮຸນ​ແຮງ ​
ໂດຍ​ເວົ້າວ່າ ມີ​ພົນລະ​ເຮືອນ​ຫລາຍ​ສິບ​ຄົນ​ໄດ້ຖືກ​ຂ້າ​ຕາຍ.

Turkey Kurds
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG