ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ໃນເຂດ ພາກ​ຕາ​ເວັນ​ຕົກ​ ຂອງລັດ New York ກຽມຮັບມື ກັບພາຍຸຫິມະ ຫົວໃໝ່


US Snow CNPK
please wait
Embed

No media source currently available

0:00 0:01:23 0:00

ພວກນັກພະຍາກອນ​ອາກາດກ່າວ​ວ່າ ມີ​ການ​ຄາດ​ຄະ​ເນ​ວ່າ​ຫິມະ
ຈະ​ຕົກລົງ​ມາຕື່ມ​ອີກຫຼາຍ​ກວ່າ​ນຶ່ງແມັດ ​ໃນ​ວັນ​ພະຫັດ​ມື້​ນີ້ ​ຢູ່​ເມືອງ
Buffalo ລັດ New York ທາງ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ
​ສະຫະລັດ 2 ມື້ຫຼັງ​ຈາກ​ທີ່ພາຍຸ​ຫິມະ​ຂະໜາດແຮງ ໄດ້​ຕົກລົງ​
ມາ​ຖົມ ເມືອງດັ່ງກ່າວ.

ຫິມະ​ຊຸດ​ໃ​ໝ່ນີ້ ຈະ​ຕົກລົງ​ມາ​ຕື່ມໃສ່ຫິມະ​ເກົ່າ ທີ່ສູງ 1​ ແມັດ​ເຄິ່ງ
ແລ້ວນັ້ນ ຊຶ່ງ​ໄດ້ເຮັດ​ໃຫ້​ຜູ້​ຄົນຂັງຕົນເອງຢູ່ກັບ​ບ້ານ​ເຮືອນ​ຂອງ
​ພວກ​ເຂົາ​ເຈົ້າ ​ແລະ​ພວກ​ທີ່​ຂັບ​ຍວດຍານພາຫະນະ ກໍ​ໄດ້ຕິດ
​ຄ້າງ​ຢູ່ໃນ​ລົດ​ຂອງ​ພວກ​ເຂົາ​ເຈົ້າ ຕາມ​ຖະໜົນ​ສາຍສຳຄັນໆ
ໃນລັດ New York. ພວກນັກພາ​ຍາກ​ອນອາກາດ ກ່າວ​ວ່າ
​ໃນ​ທີ່​ສຸດປະລິມານ​ຂອງ​ຫິມະລວມກັນ​ແລ້ວ ກໍ​ຈະ​ເທົ່າ​ກັບຫິມະ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ຕະລອດ​ທັງ​ລະດູ​ໜາວ.

ມີ 7 ຄົນ ​ໄດ້ຮັບການຢືນຢັນ​ວ່າ​ເສຍ​ຊີວິດ​ແລ້ວ ທີ່​ພົວພັນ​ກັບ​ພາຍຸຫົວ​ນີ້ ຊຶ່ງ​ຮວມທັງຊາຍ
​ຜູ້​ນຶ່ງທີ່​ພົບ​ເຫັນ​ວ່າ​ເສຍ​ຊີວິດ​ໃນ​ລົດ ທີ່​ຖືກຖົມ​ດ້ວຍ​ຫິມະ. ມີ​ອີກ 4 ຄົນ ທີ່ີ​ມີ​ລາຍ​ງານ​ວ່າ ​ເສຍ​ຊີວິດ​ຍ້ອນ​ບັນຫາ​ຫົວ​ໃຈ.

ຜູ້​ປົກຄອງ​ລັດນິວຢອກ ທ່ານ Andrew Cuomo ​ໄດ້​ປະກາດ​ພາວະ​ສຸກ​ເສີນ ​ໃນ ​10 ເມືອງ
ຫຼືຄາວຕີ້ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ລັດ New York. ທ່ານ Cuomo ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວໃນ​ວັນ​ພຸດ​ວານ​ນີ້​ວ່າ ພາຍຸ​ຫິມະ​ຫົວ​ນີ້ ອາດຈະທຳລາຍ​ສະຖິຕິ​ໃນເລື່ອງຫິມະຕົກ ຫຼັງ​ຈາກ​ມັນ​ສິ້ນ​ສຸດ​ລົງ​ແລ້ວ​ນັ້ນ.

XS
SM
MD
LG