ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການເລີ້ມຟື້ນຟູ ຄວາມສໍາພັນ ຂອງສະຫະລັດ ແລະປາກິສຖານ ຄືນໃໝ່ ລຸນຫຼັງສົງຄາມຢູ່ໃນ ອັຟການິສຖານ


Resetting Ties: Pakistan-US Relations After Afghan War
please wait

No media source currently available

0:00 0:04:03 0:00

ລາຍງານກ່ຽວກັບ ການເລີ້ມຕົ້ນຟື້ນຟູຄວາມສໍາພັນ ລະຫວ່າງສະຫະລັດ ແລະປາກິສຖານ.

ລຸນຫຼັງການມີບົດບາດຢູ່​ພາຍນອກ ໃນຊ່ວງສົງຄາມທີ່ຍາວນານເກືອບສອງທົດສະວັດ ທີ່ນໍາ​ພາໂດຍສະຫະລັດຢູ່ໃນປະເທດອັຟການິສຖານ, ປາກິສຖານບໍ່ໄດ້ລວມຢູ່ໃນຍຸດທະສາດທາງດ້ານຄວາມໝັ້ນຄົງຂອງລັດຖະບານທ່ານໄບເດັນ ໃນປີນີ້. ໃນບົດລາຍງານທ້າຍປີ ຊາຣາ ຊາມານ (Sarah Zaman) ຈະ​ພາ​ທ່ານ​ສຳ​ຫຼວດ​ເບິ່ງສາຍພົວພັນລະຫວ່າງສະຫະລັດ ແລະປາກິສຖານ ​ວິ​ວັດ​ທະ​ນາ​ການ​ມາ​ແບບ​ໃດ ໃນປີ 2022, ແລະຜົນກະທົບຈາກການແຂ່ງຂັນ ລະຫວ່າງສະຫະລັດ​ກັບຈີນ ​ທີ່​ມີ​ຕໍ່ສະຖຽນລະພາບຢູ່ໃນເອເຊຍໃຕ້, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນປີນີ້, ບັນດາຜູ້ນໍາຂອງປະເທດປາກິສຖານ ພະຍາຍາມທີ່ຈະຊອກຫາຫົນທາງເພື່ອຟື້ນຟູຄວາມສໍາພັນກັບສະຫະລັດຄືນໃໝ່.

ທ່ານບີລາວາລ ບຸດໂຕ ຊາດາຣີ (Bilawal Bhutto Zardari), ລັດຖະມົນຕີກະຊວງການຕ່າງປະເທດຂອງປາກິສຖານກ່າວວ່າ:

“ຄວາມສໍາພັນໃນອະດີດລະຫວ່າງສະຫະລັດ ແລະປາກິສຖານ ມີບັນຫາຫຼາຍຢ່າງທີ່ເກີດຂຶ້ນຢູ່ໃນປະເທດອັຟການິສຖານ. ການພິຈາລະນາທາງຍຸດທະສາດດ້ານພູມສາດ, ແລະພູມສາດການເມືອງ, ເຊິ່ງມັນເຖິງເວລາແລ້ວທີ່ພວກເຮົາຈະຕ້ອງຂ້າມຜ່ານຈຸດນັ້ນ.”

ການສິ້ນສຸດລົ​ງ​ໃນສົງຄາມຂອງພັນທະມິດໃນຊ່ວງເວລາ 20 ປີ, ສົ່ງຜົນເຮັດໃຫ້ປາກິສຖານ ຖືກປະຖິ້ມໄວ້ຈາກຍຸດທະສາດທາງດ້ານຄວາມໝັ້ນຄົງ ຂອງລັດຖະ ບານທ່ານໄບເດັນ ທີ່ໄດ້ຖືກເປີດເຜີຍໃນເດືອນຕຸລາທີ່ຜ່ານມານີ້.

ທ່ານອັບດຸລ ບາຊິດ (Abdul Basit), ອະດີດຂ້າຫຼວງໃຫຍ່ຂອງປາກິສຖານ ປະຈໍາການຢູ່ອິນເດຍ ກ່າວຜ່ານສໄກປ໌ວ່າ:

ປາກິສຖານເປັນພາຄີດ້ານຍຸດທະສາດກັບຈີນ, ພວກເຮົາບໍ່ສາມາດປາດຖະໜາທີ່ຈະມາເປັນພາ​ຄີທາງຍຸດທະສາດ ກັບສະຫະລັດໄດ້ອີຫຼີ. ປາກິສຖານມີຄວາມກະຕືລືລົ້ນທີ່ຈະມີປະໂຫຍດທາງດ້ານຄວາມສໍາພັນເຊິ່ງກັນແລະກັນ ຢູ່ໃນທົ່ວທຸກບ່ອນ ທີ່ພວກເຮົາມີຜົນປະໂຫຍດຮ່ວມກັນ.”

ບັນຫາຕ່າງໆທາງດ້ານເສດຖະກິດ, ຄວາມບໍ່ໝັ້ນຄົງທາງດ້ານການເມືອງ ແລະການຕໍ່ຕ້ານອາເມຣິກາຢ່າງຫຼວງຫຼາຍຢູ່ໃນປາກິສຖານ ສົ່ງຜົນໃຫ້ການຮ່ວມມືກັນນັ້ນ ມີຄວາມທ້າທາຍ.

ລຸນຫຼັງທີ່ອະດີດນາຍົກລັດຖະມົນຕີອິມຣານ ຄານ ໄດ້ຖືກປົດອອກຈາກຕໍາແໜ່ງໃນເດືອນເມສາທີ່ຜ່ານມາ, ທ່ານຄານໄດ້ກ່າວຫາສະຫະລັດວ່າ ສົມຮູ້ຮ່ວມຄິດເພື່ອຂັບໄລ່ທ່ານອອກຈາກອໍານາດ, ເຊິ່ງເປັນຂໍ້ກ່າວຫາ ທີ່ເຮັດໃຫ້ຜູ້ສະໜັບສະໜຸນຫຼາຍສິບລ້ານຄົນຂອງທ່ານມີຄວາມເຊື່ອ ເຖິງແມ່ນຈະມີການປະຕິເສດຈາກລັດຖະບານວໍຊິງຕັນກໍຕາມ.

ທ່ານນາງທາມານນາ ຊາລີຄຸດດີນ (Tamanna Salikuddin), ຈາກສະຖາບັນສັນຕິພາບຂອງສະຫະລັດ ກ່າວຜ່ານສໄກປ໌ວ່າ:

“ສິລະປະໃນການເວົ້າ, ແລະການຕໍ່ຕ້ານອາເມຣິກາ, ເມື່ອມັນມາຮອດຈຸດສູງສຸດ ແລະມີອິດທິພົນຕໍ່ຄວາມຄິດຂອງປະຊາຊົນພາຍໃນປະເທດປາກິສຖານ, ມັນຈະສົ່ງຜົນເຮັດໃຫ້ສະຫະລັດ ພົບຄວາມຫຍຸ້ງຍາກຫຼາຍຂຶ້ນຕໍ່ການດໍາເນີນງານຮ່ວມກັບປະກິສຖານຢ່າງເປີດເຜີຍ.”

ຮູບພາບຂອງນາຍົກລັດຖະມົນຕີ ຄານ ພົບປະກັບປະທານາທິບໍດີປູຕິນ ຢູ່ນະ ຄອນຫຼວງມົສກູ ໃນມື້ທີ່ຣັດເຊຍ ເລີ້ມດໍາເນີນການຮຸກຮານຢູເຄຣນ ນັ້ນ ໄດ້ສ້າງຄວາມອັບອາຍໃຫ້ແກ່ລັດຖະບານອິສລາມາບັດ, ແຕ່ທ່ານນາງຊາລິຄຸດດີນ ກ່າວວ່າ ຣັດເຊຍ ບໍ່ແມ່ນປັດໄຈທີ່ສໍາຄັນ ສໍາລັບການພົວພັນ ຂອງສະຫະລັດ ແລະປາກິສຖານ.

ທ່ານນາງທາມານນາ ຊາລີຄຸດດີນ ກ່າວຜ່ານສໄກປ໌ວ່າ:

“ຄວາມສໍາພັນອັນເລິກເຊິ່ງທີ່ປາກິສຖານ ມີກັບ ຈີນ ທາງດ້ານທະຫານ, ແລະລະບົບເສດຖະກິດທາງດ້ານພະລັງງານ ແມ່ນປັດໄຈອັນສໍາຄັນທີ່ສຸດ ໃນວິທີການສ້າງຄວາມສໍາພັນທີ່ເປັນຮູບຮ່າງລະຫວ່າງສະຫະລັດ ແລະປາກິສຖານ.”

ຫຼາຍໆຄົນມອງເຫັນການມີສ່ວນຮ່ວມກັບລັດຖະບານໃໝ່ ໃນນະຄອນຫຼວງອິສລາມາບັດ ແລະການສະເໜີຂໍ້ຕົກລົງການຊ່ວຍ ເພື່ອປັບປຸງສ້ອມແປງເຮືອບິນ F-16 ຂອງປາກິສຖານ ໃນ​ມູນ​ຄ່າ 450 ລ້ານ​ໂດ​ລາຈາກລັດຖະບານທ່ານໄບເດັນ ແມ່ນເປັນສັນຍານທີ່ດີ.

ຢ່າງໃດກໍຕາມ, ແຜນການດັ່ງກ່າວ ໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ລັດຖະບານນິວເດລີທີ່ສຸດ, ເຊິ່ງມອງວ່າ ຂໍ້ຕົກລົງດັ່ງກ່າວນັ້ນ ເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງປະເທດຕົນ. ທ່ານ ເບຊິດ ກ່າວວ່າ ຄວາມສໍາພັນອັນເລິກເຊິ່ງ ລະຫວ່າງສະຫະລັດ ແລະອິນເດຍ ເປັນແຮງຜັກດັນໂດຍການຕັດສິນໃຈທີ່ຈະຕໍ່ຕ້ານຈີນ ຍັງໄດ້ສົ່ງຜົນກະທົບຕໍ່ດ້ານຄວາມໝັ້ນຄົງແຫ່ງຊາດຂອງປາກິສຖານນໍາອີກດ້ວຍ.

ທ່ານອັບດູລ ບາຊິດ, ອະດີດຂ້າຫຼວງໃຫຍ່ຂອງປະກິສຖານປະຈໍາປະເທດອິນເດຍ ກ່າວຜ່ານສໄກປ໌ວ່າ:

“ການພົວພັນຮ່ວມມືໃນກຸ່ມຄວດ, ຢູ່ທິດທາງທີ່ສະຫະລັດສະໜອງເງິນຊ່ວຍເຫຼືອ 20 ຕື້ໂດລາ ກ່ຽວກັບອຸປະກອນທາງດ້ານຄວາມໝັ້ນຄົງ ໃຫ້ແກ່ອິນເດຍ, ເຫັນໄດ້ຢ່າງແຈ່ມແຈ້ງວ່າ ສະຫະລັດສະໜັບສະໜຸນໃຫ້ອິນເດຍເຂົ້າດໍາລົງຕໍາແໜ່ງເປັນສະມາຊິກຖາວອນຢູ່ໃນສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ແລະເປັນສະມາຊິກຂອງກຸ່ມຜູ້ສະໜອງນິວເຄລຍ. ສະນັ້ນ, ສິ່ງຕ່າງໆທັງໝົດເຫຼົ່ານີ້ແມ່ນມີຜົນ ຫຼື ສົ່ງຜົນກະທົບໂດຍກົງຕໍ່ຄວາມໝັ້ນຄົງຂອງພວກເຮົາ.”

ໃນເດືອນຕຸລາທີ່ຜ່ານມາ, ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ເນັ້ນ ຢໍ້າຄໍາເວົ້າຂອງທ່ານໃນການຮ້ອງປາກິສຖານວ່າ ເປັນນຶ່ງໃນປະເທດທີ່ມີຫົວລະ ເບີດນິວເຄລຍທີ່ເປັນອັນຕະລາຍທີ່ສຸດໃນໂລກ ໂດຍປາສະຈາກ “ຄວາມສາມັກ ຄີ” ເຊິ່ງໄດ້ຖືກປະນາມໂດຍລັດຖະບານອິສລາມາບັດ.

“ພວກເຮົາດໍາເນີນງານຕາມມາດຕະຖານຂອງສາກົນທຸກຢ່າງ.”

ຈາກນັ້ນ ກະຊວງການຕ່າງປະເທດຂອງສະຫະລັດ ໄດ້ອອກມາສະແດງຄວາມໝັ້ນໃຈ ຕໍ່ຄວາມໝັ້ນຄົງທາງດ້ານອາວຸດນິວເຄລຍ ຂອງປາກິສຖານ.

ບາງຄົນ ຍັງໄດ້ສະແດງຄວາມກັງວົນກ່ຽວກັບການແຂ່ງຂັນກັບຈີນ ຂອງສະ ຫະລັດ ອາດຈະສ້າງຄວາມປັ່ນປ່ວນ ຕໍ່ສະຖຽນລະພາບທາງດ້ານອາວຸດນິວເຄລຍລະຫວ່າງ ອິນເດຍ ແລະຄູ່ແຂ່ງປາກິສຖານ.

ທ່ານນາງຊາມານນາ ຊາລີຄຸດດີນ ກ່າວຜ່ານສໄກປ໌ວ່າ:

“ພວກເຈົ້າຢູ່ໃນສະພາບທີ່ກືນບໍ່ເຂົ້າຄາຍບໍ່ອອກທາງດ້ານຄວາມໝັ້ນຄົງຢູ່ຕໍ່ໆໄປ ໂດຍປາກິສຖານແມ່ນກໍາລັງມອງຫາອິນເດຍໃນດ້ານອາວຸດ ແລະຄວາມສົມດຸນກັນທາງດ້ານຍຸດທະສາດຂອງປະເທດຕົນ, ແລະອິນເດຍກໍາລັງເບິ່ງໄປທາງຈີນ ພ້ອມກັນນັ້ນ ຈີນ ກໍແນເປົ້າໝາຍໄປໃສ່ສະຫະລັດ. ສະນັ້ນ, ເປົ້າໝາຍຂອງແຕ່ລະປະເທດ ແມ່ນແນໃສ່ປະເທດຕໍ່ໄປທີ່ໃຫຍ່ກວ່າ, ແຕ່ຍັງມີປະເທດທີສອງແລະ ທີສາມ ທີ່ມີຜົນກະທົບໃສ່ ໃນສິ່ງທີ່ກາຍມາເປັນຄວາມຂັດແຍ້ງ ໂດຍສະເພາະແມ່ນປະເທດອິນເດຍ ແລະ ປະເທດອັຟການິສຖານ. ແລະພວກເຮົາ ທີ່ເປັນສະຫະລັດ ຂ້າພະເຈົ້າຂໍໂຕ້ແຍ້ງວ່າ ມີຄວາມຈໍາເປັນ ທີ່ຈະຕ້ອງເອົາໃຈໃສ່ປະ ເທດທັງສອງເຫຼົ່ານັ້ນໃຫ້ຫຼາຍຂຶ້ນ.”

ປີ 2023 ແມ່ນການເລືອກຕັ້ງປະຈໍາປີ ຂອງປະເທດປາກິສຖານ, ເມື່ອລັດຖະ ບານໃໝ່ຈະຕັດສິນໃຈໃສ່ວິທີການປະຕິບັດງານຮ່ວມກັນກັບສະຫະລັດແນວໃດ.

ລັດຖະບານວໍຊິງຕັນຢືນຢັນວ່າ ຕົນບໍ່ໄດ້ມີພັກໃດທີ່ມັກເປັນພິເສດ ແລະກໍຈະເຮັດວຽກນໍາໃຜກໍຕາມທີ່ປະຊາຊົນຊາວປາກິສຖານເລືອກ ເພື່ອມາເປັນຜູ້ນໍາຂອງພວກເຂົາເຈົ້າ.

After playing an outsized role during the nearly two-decade-long U.S.-led war in Afghanistan, Pakistan was not included in the Biden administration’s national security strategy this year. Sarah Zaman looks at how U.S.-Pakistan ties evolved in 2022 and the impact of U.S-China competition on stability in South Asia.

This year, Pakistani leaders sought a reset in relations with the U.S.

Bilawal Bhutto Zardari, Pakistani Foreign Minister

"The relationship between Pakistan and the United States in the past has been too colored by the events in Afghanistan. The geostrategical, geopolitical considerations. And it's time for us to move beyond that."

The end of the 20-year wartime alliance in Afghanistan left Pakistan out of the Biden administration’s national security strategy released in October.

Abdul Basit, Former Pakistani High Commissioner to India, SKYPE

“Pakistan being a strategic partner of China, we ((Reuters)) cannot really aspire to become a U.S. strategic partner. Pakistan is very keen to have a mutually beneficial relationship wherever our interests converge.”

Economic troubles, political instability and pervasive anti-Americanism in Pakistan make cooperation challenging.

After he was removed from office in April, former Prime Minister Imran Khan accused the U.S. of conspiring to orchestrate his ouster, a charge that millions of his supporters believe despite denials from Washington.

Tamanna Salikuddin, US Institute of Peace, SKYPE

“The rhetoric, the anti-Americanism, when it reaches a very high pitch and the influence it has on Pakistani domestic opinion, makes it very hard for the United States to work very publicly with Pakistan.”

Images of then-Prime Minister Khan meeting President Vladimir Putin in Moscow on the day Russia invaded Ukraine embarrassed Islamabad, but Salikuddin says Russia is not a major factor in U.S.-Pakistan relations.

Tamanna Salikuddin, US Institute of Peace, SKYPE

“The deep relationship Pakistan has with China militarily, economically on the energy front is much more a factor in how the U.S.-Pakistan relationship is shaped.”

Many saw engagement with the new government in Islamabad and the Biden administration’s proposed $450-million maintenance deal for Pakistan’s F-16s as a positive sign.

That plan, however, irked New Delhi, which sees such deals as a threat to its own security. Basit says deepening U.S.-India relations driven by a desire to counter China also affect Pakistan’s national security.

Abdul Basit, Former Pakistani High Commissioner to India, SKYPE

“The cooperation in Quad, the way the U.S. is supplying $20 billion worth of defense equipment to India, then obviously U.S. support to India's bid for a permanent seat on the U.N. Security Council and then its membership of the Nuclear Suppliers Group. So, all these things do affect or directly affect our security.”

In October, U.S President Joe Biden’s remark calling Pakistan one of the world's most dangerous countries for having a nuclear arsenal without "cohesion" was denounced by Islamabad.

NAT BREAK BILAWAL BHUTTO ZARDARI

"We meet all, each and every international standard"

The U.S State Department later expressed confidence in Pakistan’s ability to secure its nuclear weapons.

Some also worry Washington’s competition with China might upset the strategic stability between nuclear-armed rivals Pakistan and India.

Tamanna Salikuddin, US Institute of Peace, VIA SKYPE

“You have this cascading security dilemma where Pakistan is looking to India in terms of its weaponry and its strategic balance and India is looking at China and China is looking at the U.S. So, everyone's looking at the next larger country, but there are second and third order effects of that when it comes to crises, especially between India and Pakistan, China and India. And we, the United States, I would argue, need to pay more attention to those.”

2023 is an election year in Pakistan, when a new government will decide how it wants to engage with the U.S.

Washington insists it has no favorites and will work with whomever the Pakistani people choose as their leader.

XS
SM
MD
LG