ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ນັກ​ຄົ້ນ​ຄວ້າ ທົດ​ລອງ ເຊື້ອ​ຣາ ທີ່​ຂ້າ​ໂຣກ ມາ​ເລ​ເຣຍ


Researchers Test Fungus That Kills Malaria Mosquitos
please wait

No media source currently available

0:00 0:02:13 0:00

​ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ອົງ​ການ​ອະ​ນາ​ໄມ​ໂລກເວົ້າ​ວ່າ ເກືອບ​ເຄິ່ງ​ນຶ່ງ​ຂອງ​ປະ​ຊາ​ກອນ​ໂລກ ​ມີ​ຄວາມ​ສ່ຽງ​ກັບ
ການຕິດໂຣກມາເລເຣຍ. ຄວາມພະຍາຍາມທີ່ຈະຕໍ່ສູ້ກັບໂຣກດັ່ງກ່າວແມ່ນມີສອງຢ່າງ
ຄື, ການຕໍ່ສູ້ກັບໂຣກທີ່ວ່ານັ້ນເອງ ແລະ ຕໍ່ສູ້ກັບໂຕຍຸງ ທີ່ນຳພາໂຣກດັ່ງກ່າວ. ບັນດາ
ນັກຄົ້ນຄວ້າຈາກມະຫາວິທະຍາໄລ ລັດແມຣີແລນ ກຳລັງທົດລອງວິທີໃໝ່ ເພື່ອຂ້າໂຕ
ຍຸງໃນປະເທດ ເບີກິນາ ຟາໂຊ. ນັກຂ່າວວີໂອເອ ເຄວິນ ອີນິກສ໌ ມີລາຍງານ, ເຊິ່ງ ພຸດ
ທະສອນ ຈະນຳລາຍລະອຽດມາສະ ເໜີທ່ານໃນອັນດັບຕໍ່ໄປ.

ອີງ​ຕາ​ມອົງ​ການ Severe Malaria Observatory, ເຊື້ອ​ໂຣກ​ທີ່​ເກີດ​ມາ​ຈາກ​ໂຕ​ຍຸງ
ແມ່ນສາເຫດນຳໜ້າ ຂອງການຕາຍຂອງເດັກນ້ອຍໃນປະເທດ ເບີກິນາ ຟາໂຊ ໃນທະ
ວີບ ອາຟຣິກາ.

ມັນ​ເປັນ​ການ​ສູນ​ເສຍ​ທີ່​ຜູ້​ເປັນ​ພໍ່​ແມ່ ບໍ່​ຄວນ​ໄດ້​ປະ​ເຊີນ. ທ່ານ ດ​ຣາ​ມານ ອູ​ເອດ​ຣາ​ໂອ​ໂກ
ຜູ້ເປັນພໍ່ ກ່າວວ່າ “ການສູນເສຍລູກຄົນນຶ່ງພາໃຫ້ເຈັບປວດຫຼາຍ ສຳລັບຂ້າພະເຈົ້າ, ຫຼື
ສຳລັບພໍ່ແມ່ທຸກຄົນ ກັບບັນຫານັ້ນ. ສະນັ້ນຖ້າພວກເຮົາສາມາດຫາທາງແກ້ໄຂໂຣກນີ້
ໄດ້ ເຊິ່ງມັນໄດ້ສັງຫານລູກຂອງຂ້າພະເຈົ້າ, ລູກຂອງຄົນອື່ນໆ ພວກເຮົາກໍຈະຂອບໃຈ
ພະເຈົ້າ. ເຂົາເຈົ້າຄວນເຮັດທຸກຢ່າງ ເພື່ອລົບລ້າງໂຣກທີ່ວ່ານີ້. ເຂົາເຈົ້າຄວນຊ່ວຍເຫຼືອ
ເຮົາ. ພວກເຮົາມີຄວາມຫວັງ ແລະ ພວກເຮົາດີໃຈກັບຄວາມກ້າວໜ້າຂອງໂຄງການນີ້.”

ຫຼາຍກວ່າ​ເຄິ່ງ​ນຶ່ງ​ຂອງ​ປະ​ຊາ​ກອນ​ໂລກ ມີ​ຄວາມ​ສ່ຽງ​ກັບ​ການ​ຕິດ​ໂຣກ​ດັ່ງ​ກ່າວ, ແຕ່​ມັນ
ກໍເປັນບັນຫາທີ່ພິເສດຢູ່ ໃນອາຟຣິກາ.

ແລະ ນັ້ນ​ກໍ​ແມ່ນ​ບ່ອນ​ທີ່​ບັນ​ດາ​ນັກ​ຄົ້ນ​ຄວ້າ​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ ແມ​ຣີ​ແລນ ກຳ​ລັງ​ທົດ​
ລອງເຊື້ອຣາ ທີ່ຈະຂ້າຍຸງທີ່ໄປສຳພັດມັນ.

ທ່ານ ເຣ​ມັອນ ເຊັ້ນ ເລ​ເກີ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ລັດ ແມ​ຣີ​ແລນ ກ່າວ​ວ່າ “ພວກ​ເຮົາ​
ເອົາຈີນຫລືກຳມະພັນຂອງແມງມຸມໂຕນຶ່ງ ແລ້ວ ກໍເອົາຈີນຂອງແມງມຸມໂຕນັ້ນໄປ ຜະ
ລິດສານພິດແມງໄມ້, ພວກເຮົາເອົາຈີນນັ້ນເຂົ້າໃສ່ເຊື້ອຣາ, ພາຍໃຕ້ການຄວບຄຸມຂອງ
ຕົວກະຕຸ້ນ ແລະ ຕົວກະຕຸ້ນແມ່ນປຸ່ມເປີດແລະປິດຂອງຈີນ ພາຍໃຕ້ການຄວບຄຸມຂອງ
ຕົວກະຕຸ້ນນີ້ ເຊິ່ງມີແຕ່ຈະເປີດຢູ່ໃນເລືອດຂອງແມງໄມ້ເທົ່ານັ້ນ.

ເຊື້ອ​ຣາ​ຈະ​ເຮັດ​ວຽກຢ່າງວ່ອງ​ໄວ ແລະ ມີ​ປະ​ສິດ​ທິ​ຜົນ​ຕໍ່ພວກ​ຍຸງ​ທີ່​ນຳ​ພາ​ເຊື້ອ​ມາ​ເລ​ເຣຍ
ເວລາມັນໄປສຳພັດກັບຍຸງ.

ທ່ານ ບ​ຣາຍ​ອັນ ໂລ​ເວັດ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ແມ​ຣີ​ແລນ ກ່າວ​ວ່າ “ໃນ​ທັນ​ທີ, ຖ້າ​ມັນ
ໄປຕົກຖືກບ່ອນໃດຢູ່ນອກໂຕຍຸງ, ມັນຈະຈື່ໄດ້ວ່າມັນຢູ່ເທິງໂຕຍຸງ ແລະ ມັນຈະມຸດເຂົ້າ
ໄປໃນໂຕຍຸງ.”

ໃນ​ການ​ທົດ​ລອງ, ເມື່ອ​ເຊື້ອ​ຣາ​ຖືກ​ນຳ​ໃຊ້​ກັບ​ຈຳພວກ​ຍຸງ ໂຕ​ຍຸງແມ່ນໄດ້​ຫາຍ​ໄປ​ພາຍ​
ໃນເດືອນດຽວ.

ແຕ່​ຄວາມ​ສຳ​ເລັດ​ຢູ່​ໃນ​ຫ້ອງ​ທົດ​ລອງ ບໍ່​ໄດ້​ໝາຍ​ເຖິງ​ຄວາມ​ສຳ​ເລັດ​ຢູ່​ໃນ​ສະ​ໜາມ, ສະ
ນັ້ນກຸ່ມດັ່ງກ່າວ ແມ່ນກຳລັງທົດລອງເຊື້ອຣາຂ້າຍຸງຂອງເຂົາເຈົ້າໃນປະເທດ ເບີກິນາ
ຟາໂຊ ດ້ວຍການຊ່ວຍເຫຼືອຂອງບັນດານັກຄົ້ນຄວ້າຢູ່ທີ່ນັ້ນ.

ການ​ໃຊ້​ຊີ້ນ​ດິບ ພາໃຫ້ກຸ່ມ​ນັກ​ຄົ້ນ​ຄວ້າ​ດັ່ງ​ກ່າວ​ ສາມາດ​ດຶງ​ດູດ​ເອົາ​ພວກ​ໂຕ​ຍຸງ​ເຂົ້າ​ມາ​
ໃນຫ້ອງທົດລອງນີ້ໄດ້.

ເມື່ອ​ມັນ​ເຂົ້າ​ມາ​ຢູ່​ໃນ​ແລ້ວ ມັນກໍ​ຈະ​ຈັບ​ຢູ່​ຜ້າ​ສີ​ດຳທີ່​ໄດ້​ຍ້ອມ​ເຊື້ອ​ຣາ​ນັ້ນໃສ່. ຜົນ​ທີ່​ອອກ
ມາແມ່ນວ່ອງໄວ.

ທ່ານ ເຣ​ມັອນ ເຊັ້ນ ເລ​ເກີ ເວົ້າ​ວ່າ “ໂດຍ​ພື້ນ​ຖານ​ແລ້ວ ​ພາຍ​ໃນ​ສອງ​ລຸ້ນ ພວກ​ເຮົາ​ໄດ້​
ຂ້າຍຸງ 99 ເປີເຊັນ. ສະນັ້ນມັນໄດ້ເຮັດໃຫ້ປະຊາກອນຍຸງໝົດກ້ຽງໄປ.”

ບັນ​ດາ​ນັກ​ຄົ້ນ​ຄວ້າ​ເວົ້າ​ວ່າ ຜົນ​ທີ່​ອອກ​ມາ​ຄັ້ງໃຫຍ່​ຂອງ​ການ​ທົດ​ລອງ​ຂອງ​ເຂົາ​ເຈົ້າ ແລະ
ການນຳໃຊ້ການບຳບັດ ພ້ອມກັບຢາຂ້າແມງໄມ້ ແມ່ນອາດມີຜົນກະທົບຢ່າງໃຫຍ່ຫຼວງ
ໃນການຕໍ່ສູ້ກັບໂຣກມາເລເຣຍ, ແລະ ຍັງອາດປັບເຂົ້າກັບການຕໍ່ສູ້ກັບໂຣກອື່ນໆໄດ້ເຊັ່ນ
ໄວຣັສ ຊີກາ ຫຼື ໄຂ້ເລືອດອອກ.

The World Health Organization says nearly half of the world's population is at risk of contracting malaria. Efforts to fight the disease take two paths, fighting the disease itself and fighting the mosquitos that carry the disease. University of Maryland researchers are testing a novel new way to kill mosquitos in Burkina Faso. VOA's Kevin Enochs reports.

According to the Severe Malaria Observatory the mosquito-borne disease is the leading cause of child mortality in the African nation of Burkina Faso.

It's a loss no parent should have to suffer.

"Losing a child was really painful for me, or for any parent for that matter. So if we can find a solution against this disease which killed my child, other people we will thank God. They should do everything to eradicate this disease. They should help us. We have hope and we are happy with how far the project has gone."

More than half of the world's population is at risk of contracting the disease, but it's a unique problem in Africa.

And that's where University of Maryland researchers are testing a fungus that kills mosquitos on contact.

"We took a gene from a spider and we put that spider gene which encodes an insect-selective toxin, we put that gene into the fungus, under the control of a promoter-- and the promoter is the on-off switch of a gene-- under the control of this promoter which only turns on in insect blood."

The fungus works quickly and effectively on malaria carrying mosquitos the moment it comes in contact with the mosquitos.

"Out of the box, if they land anywhere on the outside of a mosquito, they'll recognize that they're on a mosquito and they'll burrow their way into the mosquito."

In tests, once the fungus was introduced into a mosquito population the mosquitos were gone in a month.

But success in the lab doesn't mean success in the field, so the team is testing their mosquito killing fungus in Burkina Faso with the help of researchers there.

Using raw meat the team attracts mosquitos into these test rooms,

Once inside they rest on a black cloth that has been treated with the fungus. The results are swift.

"Well basically within two generations we've killed 99 percent of the mosquitoes. So it caused the mosquito population to collapse."

The researchers say that the dramatic results of their test and using their treatment along with insecticides could have a big impact on fighting malaria, and also could be adapted to fight other diseases like Zika or Dengue.

XS
SM
MD
LG