ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພະນັກງານກູ້ໄພ ພົບເຫັນ ຜູ້ລອດຊີວິດ ຈາກ ເຫດແຜ່ນດິນໄຫວ ໃນປະເທດ ເມັກຊິໂກ


ຄຸ້ມ Colonia Roma ແມ່ນເຂດນຶ່ງ ໃນນະຄອນຫຼວງ Mexico City ທີ່ໄດ້ຮັບຜົນກະທົບໜັກສຸດ ຈາກເຫດແຜ່ນດິນໄຫວ ທີ່ມີຄວາມແຮງ 7.1. ເມື່ອວັນທີ 19 ກັນຍາ, 2017.
ຄຸ້ມ Colonia Roma ແມ່ນເຂດນຶ່ງ ໃນນະຄອນຫຼວງ Mexico City ທີ່ໄດ້ຮັບຜົນກະທົບໜັກສຸດ ຈາກເຫດແຜ່ນດິນໄຫວ ທີ່ມີຄວາມແຮງ 7.1. ເມື່ອວັນທີ 19 ກັນຍາ, 2017.

ໜ່ວຍກູ້ໄພໃນປະເທດ ເມັກຊິໂກ ໄດ້ເຮັດວຽກໃນວັນພະຫັດມື້ນີ້ ເພື່ອຄົ້ນຫາຄົນຜູ້ທີ່ຍັງ
ຕົກຄ້າງຢູ່ໃນຕຶກຫຼາຍສິບຫຼັງທີ່ໄດ້ພັງລົງມາໃນລະຫວ່າງ ເຫດແຜ່ນດິນໄຫວຄັ້ງໃຫຍ່
ທີ່ໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 230 ຄົນເສຍຊີວິດ.

ການຄົ້ນຫາຄັ້ງນຶ່ງ ໃນນະຄອນຫຼວງ Mexico City ໄດ້ມີຂຶ້ນຢູ່ໂຮງ ຮຽນບ່ອນທີ່ບັນດາ
ກຳມະກອນໄດ້ພົບເຫັນເດັກຍິງຄົນນຶ່ງ ຖືກຝັງຢູ່ໃນຊາກຫັກພັງ ເມື່ອວັນພຸດວານນີ້
ແລະ ສາມາດທີ່ຈະຢືນຢັນໄດ້ວ່າລາວຍັງມີຊີວິດຢູ່ ດ້ວຍການຂໍໃຫ້ລາວເໜັງມືຂອງ
ລາວ.

ການຄົ້ນຫານັ້ນ ໄດ້ດຳເນີນຂ້າມຄືນວັນພຸດ ຫາວັນພະຫັດມື້ນີ້, ດ້ວຍການລະມັດລະ
ວັງເພື່ອປ້ອງກັນການຍົກຍ້າຍຊາກຫັກພັງທີ່ບໍ່ໝັ້ນຄົງ ໃນຂະນະທີ່ເຂົາເຈົ້າພະຍາຍາມ
ເຂົ້າຫາລາວ.

ພະນັກງານກູ້ໄພທ່ານ Rodolfo Ruvalcava ໄດ້ກ່າວຕໍ່ໂທລະພາບ FORO ວ່າ
“ເດັກຍິງຄົ້ນນັ້ນ ໄດ້ບອກຊື່ຂອງລາວວ່າ Frida. ນອກຈາກບອກແຕ່ຊື່ຂອງລາວແລ້ວ,
ລາວກໍໄດ້ບອກພວກເຮົາວ່າເດັກນ້ອຍຄົນອື່ນໆຢູ່ໃສ, ແລະ ວ່າມັນມີສົບຄົນອື່ນໆອີກ.
ພວກເຮົາບໍ່ຮູ້ວ່າ ຄົນອື່ນຍັງມີຊີວິດຢູ່ ຫຼືບໍ່.”

ນັບແຕ່​ເກີດແຜ່ນດິນໄຫວ ທີ່​ມີຄວາມແຮງ 7.1 ໃນວັນອັງຄານທີ່ຜ່ານມາ, ບັນດາກຳ
ມະກອນທັງຫຼາຍຢູ່ໂຮງຮຽນດັ່ງກ່າວໄດ້ຄົ້ນພົບຄົນຕາຍ 25 ຄົນ, ລວມມີເດັກນ້ອຍ 21
ຄົນ. ໂຮງຮຽນດັ່ງກ່າວແມ່ນນຶ່ງໃນບັນ ດາໂຮງຮຽນທີ່ ລັດຖະມົນຕີກະຊວງສຶກສາຂອງ
ເມັກຊິໂກ ໄດ້ກ່າວວ່າ ມີໂຮງຮຽນຫຼາຍກວ່າ 5,000 ແຫ່ງທີ່ໄດ້ຮັບຄວາມເສຍຫາຍ
ຈາກແຜ່ນ ດິນໄຫວ.

ການຄົ້ນຫາອີກຄັ້ງນຶ່ງ ໃນນະຄອນຫຼວງຂອງ​ ເມັກ​ຊິ​ໂກ ມີຂຶ້ນໃນຄຸ້ມ Colonia Roma,
ນຶ່ງໃນຂົງເຂດ ທີ່ໄດ້ຮັບຜົນກະທົບໜັກສຸດຈາກແຜ່ນດິນໄຫວ. ຢູ່ອາຄານຫ້ອງການທີ່
ໄດ້ພັງລົງມານັ້ນ, ນັກຂ່າວວີໂອເອ ໄດ້ເຫັນປະຊາຊົນ 3 ຄົນຖືກຊ່ວຍເຫຼືອອກມາໄດ້
ຈາກຊາກຫັກພັງເມື່ອວັນພຸດວານນີ້.

ປະທານາທິບໍດີ Enrique Pena Nieto ໄດ້ກ່າວວ່າ ປະຊາຊົນຢ່າງໜ້ອຍ 50 ຄົນ ໄດ້
ຖືກຊ່ວຍອອກມາ ໂດຍຍັງມີຊີວິດຢູ່ ຈາກຕຶກຫຼາຍຫຼັງໃນນະຄອນ ຫຼວງ Mexico City.
ທ່ານໄດ້ປະກາດໄວ້ອາໄລສາມວັນ ໃຫ້ຜູ້ທີ່ໄດ້ເສຍຊີວິດ ແລະ ໄດ້ສະແດງຄວາມເສຍ
ໃຈຂອງປະເທດຕໍ່ໝູ່ເພື່ອນ ແລະ ຄອບຄົວຂອງເຂົາເຈົ້າ.

ທ່ານຍັງໄດ້ຍົກຍ້ອງວິທີທີ່ປະຊາຊົນ ເມັກຊິໂກ ໄດ້ຮັບ​ມື​ກັບໄພພິບັດດັ່ງກ່າວ, ໃນເວລາ
ດຽວກັນ ກໍໄດ້ກ່າວເນັ້ນວ່າ ບູລິມະສິດຍັງຄົງແມ່ນການຊ່ວຍຊີວິດຂອງປະຊາຊົນ ແລະ
ນຳເອົາການປິ່ນປົວທາງການແພດໄປໃຫ້ຜູ້ທີ່ຕ້ອງການ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG