ຈຳນວນຂອງຜູ້ເສຍຊີວິດ ຍ້ອນແຜ່ນດິນໄຫວ ທີ່ຮ້າຍແຮງ ໃນວັນອາດທິດຜ່ານມາ ຢູ່ທີ່
ເກາະ ລອມບັອກ ຂອງອິນໂດເນເຊຍ ໄດ້ເພີ້ມສູງຂຶ້ນ ເປັນ 347 ຄົນ ອີງຕາມການລາຍ
ງານ ຂອງອົງການຂ່າວ ອານຕາຣາ ຂອງທາງການອິນໂດເນເຊຍ.
ທ່ານ ຊູໂຕໂປ ປູຣໂວ ນູໂກຣໂຮ ໂຄສົກຂອງ ອົງການບັນເທົາໄພພິບັດແຫ່ງຊາດ ໄດ້
ກ່າວຕໍ່ ອົງການຂ່າວໃນວັນພຸດວານນີ້ ວ່າ ອີກ 1,447 ຄົນ ໄດ້ຮັບບາດເຈັບ ແລະ ຫຼາຍ
ກວ່າ 165,000 ຄົນ ບໍ່ມີບ່ອນຢູ່ອາໄສ.
ອົງການຂ່າວ ອານຕາຣາ ໄດ້ລາຍງານວ່າ ພວກຄົນທີ່ໄດ້ເສຍຊີວິດ ສ່ວນຫຼາຍ ແມ່ນຢູ່
ໃນເມືອງ ກາຢານການ ຕັ້ງຢູ່ຟາກກ້ຳເໜືອຂອງເກາະດັ່ງກ່າວ.
ຈຳນວນຕົວເລກນັ້ນ ໄດ້ເພີ້ມຂຶ້ນ ໃນຂະນະທີ່ມີລາຍງານເຂົ້າມາ ຈາກພື້ນທີ່ຫ່າງໄກ
ສອກຫລີກ ຈາກແຜ່ນດິນໄຫວ ທີ່ມີຄວາມແຮງ 6.9 ຊຶ່ງໄດ້ກະທົບຢູ່ນອກຝັ່ງທາງທິດ
ເໜືອ ຂອງເກາະລອມບັອກ. ແຜ່ນດິນໄຫວນີ້ ຍັງຮູ້ສຶກໄປເຖິງ ໝູ່ເກາະ ກີລີ ທີ່ຢູ່ໃກ້ຄຽງ
ພ້ອມດ້ວຍ ເກາະບາຫລີ ຊຸມບາວາ ແລະພາກສ່ວນຕ່າງໆຂອງເກາະຈາວາຕາເວັນອອກ.
ໃນວັນອັງຄານຜ່ານມານີ້ ລັດຖະບານ ອິນໂດເນເຊຍ ກະປະມານໄດ້ວ່າ ມີ 80 ເປີເຊັນ
ຂອງຕຶກອາຄານຕ່າງໆ ຢູ່ໃນພາກເໜືອ ຂອງເກາະລອມບັອກ ໄດ້ຖືກທຳລາຍ.
ພວກນັກທ່ອງທ່ຽວ ຫຼາຍພັນຄົນ ໄດ້ຖືກຍົກຍ້າຍອອກຈາກ ເກາະລອມບັອກ ແລະເກາະ
ກີລີ.
ທ່ານ ນູໂກຣໂຮ ກ່າວວ່າ ຄາດກັນວ່າ ຈຳນວນຂອງຜູ້ເສຍຊີວິດ ຈະເພີ້ມສູງຂຶ້ນ ໃນຂະ
ນະທີ່ ທີມໜ່ວຍຄົ້ນຫາ ແລະກອບກູ້ ເຂົ້າໄປເຖິງພື້ນທີ່ທີ່ໄດ້ຮັບຜົນກະທົບ ແລະເລີ້ມຕົ້ນ
ການຊອກຄົ້ນຫາ ພວກຜູ້ເຄາະຮ້າຍ ຢູ່ໃນຊາກຫັກພັງ ຕື່ມອີກ.
ເມື່ອສັບປະດາແລ້ວນີ້ 17 ຄົນ ໄດ້ເສຍຊີວິດ ໃນເວລາ ເກີດແຜ່ນດິນໄຫວ ທີ່ມີຄວາມ
ແຮງ 6.4 ໄດ້ກະທົບເກາະລອມບັອກ.
ຄືດັ່ງກັບເກາະບາລີ ເກາະລອມບັອກ ເປັນທີ່ຮູ້ຈັກກັນດີ ສຳລັບ ພວກຫາດຊາຍ ແລະ
ພູຜາ ທີ່ສວຍສົດງົດງາມ.
ອິນໂດເນເຊຍ ເປັນຈຸດທີ່ມັກຈະເກີດແຜ່ນດິນໄຫວ ຍ້ອນທີ່ຕັ້ງຂອງມັນ ແມ່ນຢູ່ເທິງ
“ວົງແຫວນໄຟ” ໃນເຂດມະຫາສະໝຸດ ປາຊີຟິກ ອັນເປັນວົງຂອງພວກພູໄຟ ແລະເສັ້ນ
ຮອຍແຕກແຫງ ຂອງພື້ນມະຫາສະໝຸດ ປາຊີຟິກ. ໃນເດືອນທັນວາ ປີ 2004 ແຜ່ນດິນ
ໄຫວຄວາມແຮງສັ່ນສະເທືອນ 9.1 ຢູ່ນອກຝັ່ງ ເກາະສຸມາຕຣາ ໄດ້ກໍ່ໃຫ້ເກີດ ຟອງຍັກ
ຊູນາມິ ທີ່ໄດ້ສັງຫານ 230,000 ຄົນ ຢູ່ໃນ 10 ກວ່າປະເທດ.