ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພັກຣີພັບບລີກັນ ແລະພັກເດໂມແຄຣັດ ໂຕ້ຖຽງກັນ ກ່ຽວກັບການຍິງ ບາລລູນສອດແນມຂອງຈີນ


ໃນພາບນີ້ ສະໜອງໂດຍ ໂດຍທ່ານແຊດ ຟິສ (Chad Fish), ເປັນຮ່ອງຮອຍຂອງບາລລູນໃຫຍ່ທີ່ລອຍຢູ່ເທິງມະຫາສະໝຸດ ແອັດແລນຕິກ ບໍ່ໄກຈາກນອກແຄມຝັ່ງຂອງລັດຄາໂຣໄລນາໃຕ້, ໂດຍມີເຮືອບິນລົບອາຍພົ່ນ ແລະ ຄວັນໝອກຂອງມັນ ແມ່ນເຫັນໄດ້ຢູ່ກ້ອງມັນ, ວັນທີ 4 ກຸມພາ 2023.
ໃນພາບນີ້ ສະໜອງໂດຍ ໂດຍທ່ານແຊດ ຟິສ (Chad Fish), ເປັນຮ່ອງຮອຍຂອງບາລລູນໃຫຍ່ທີ່ລອຍຢູ່ເທິງມະຫາສະໝຸດ ແອັດແລນຕິກ ບໍ່ໄກຈາກນອກແຄມຝັ່ງຂອງລັດຄາໂຣໄລນາໃຕ້, ໂດຍມີເຮືອບິນລົບອາຍພົ່ນ ແລະ ຄວັນໝອກຂອງມັນ ແມ່ນເຫັນໄດ້ຢູ່ກ້ອງມັນ, ວັນທີ 4 ກຸມພາ 2023.

ການແບ່ງພັກແບ່ງຝ່າຍທາງການເມືອງກໍໄດ້ເກີດຂຶ້ນຢ່າງວ່ອງໄວ ໃນວັນອາທິດວານນີ້ ເນື່ອງຈາກການຍິງບາລລູນສອດແນມຂອງຈີນ ໂດຍຄະນະລັດຖະບານທ່ານໄບເດັນປົກປ້ອງການຍິງບາລລູນ ລົງນອກຝັ່ງມະຫາສະໝຸດແອັດແລນ​ຕິກ ເພື່ອຄວາມປອດໄພ ໃນຂະນະດຽວກັນ ພັກຣີພັບບລີກັນໄດ້ໂຕ້ແຍ້ງວ່າ ລັດຖະ ບານຄວນຍິງມັນລົງ ຕັ້ງແຕ່ອາທິດແລ້ວນີ້ ກ່ອນທີ່ມັນສາມາດບິນຜ່ານຄ້າຍທະ ຫານທີ່ສຳຄັນໆຫຼາຍແຫ່ງ.

ທ່ານພິດຕ໌ ບູດຕີເຈດ ລັດຖະມົນຕີຂົນສົ່ງຂອງປະທານາທິບໍດີໂຈ ໄບເດັນ ໄດ້ກ່າວຕໍ່ລາຍການ “State of the Union” ຂອງອົງການຂ່າວ CNN ວ່າ ການສົ່ງບາລລູນເຂົ້າມາຂອງຈີນນັ້ນ ເປັນ “ການລ່ວງລ້ຳຕໍ່ອະທິປະໄຕຂອງອາເມຣິກາ.” ແຕ່ທ່ານໄດ້ກ່າວວ່າ ກອງທັບສະຫະລັດ, ຕາມຄຳສັ່ງຂອງທ່ານໄບເດັນ ເມື່ອວັນພຸດແລ້ວນີ້, ກໍໄດ້ຍິງມັນລົງ ໃນວັນເສົາຜ່ານມານີ້ “ໂດຍປາດສະຈາກຄວາມເສຍຫາຍໃດໆຕໍ່ປະຊາຊົນ ຫຼື ຊັບສິນ...ຫຼັງຈາກທີ່ໄດ້ປະເມີນຄວາມສຽງຕ່າງໆແລ້ວ” ຂອງການເຮັດເຊັ່ນນັ້ນ ຢູ່ເທິງແຜ່ນດິນຂອງສະຫະລັດ.

ທ່ານເວົ້າອີກວ່າ “ອັນນີ້ ເປັນການປະຕິບັດ ໃນທາງທີ່ມີປະສິດທິພາບຫຼາຍ.”

ຊິ້ນສ່ວນຕ່າງໆຈາກການຍິງຂອງລູກສອນໄຟໃສ່ບາລລູນ ຊຶ່ງໄດ້ລອຍຢູ່ໃນລະ ດັບຄວາມສູງຫຼາຍກວ່າ 18,000 ແມັດ ໄດ້ຕົກລົງຢູ່ປະມານ 10 ກິໂລແມັດນອກແຄມຝັ່ງທະເລຂອງລັດຄາໂຣໄລນາໃຕ້. ທ່ານບູດຕີເຈດ ໄດ້ກ່າວວ່າ ຊິ້ນສ່ວນຕ່າງໆຕົກລົງ ໃນເນື້ອທີ່ກວ້າງກວ່າ 11 ກິໂລແມັດ.

ກຳປັ່ນລົບຂອງກອງທັບເຮືອສະຫະລັດ ໄດ້ເກັບກູ້ຊິ້ນສ່ວນທັງຫຼາຍຈາກມະຫາສະໝຸດດັ່ງກ່າວແລະມັນຈະຖືກສົ່ງໄປໃນຫ້ອງທົດລອງຂອງອົງການສັນຕິບານກາງ FBI ຢູ່ນອກນະຄອນຫຼວງວໍຊິງຕັນ ເພື່ອການວິເຄາະ.

ບັນດາສະມາຊິກສະພາສັງກັດພັກຣີພັບບລີກັນ ໄດ້ຕ້ອງຕິທ່ານໄບເດັນ ໃນການບໍ່ຍິງບາລລູນລົງເມື່ອມັນໄດ້ຖືກພົບເຫັນຄັ້ງທຳອິດໃນວັນທີ 28 ມັງກອນ ຢູ່ເທິງໝູ່ເກາະອາລູທຽນ ທີ່ເປັນສ່ວນນຶ່ງທາງພາກຕາເວັນຕົກສຽງເໜືອ ຂອງລັດອາລາສກາ ແທນທີ່ວ່າຈະໃຫ້ມັນລອຍຈາກທິດຕາເວັນຕົກໄປຮອດທິດຕາເວັນອອກ ເປັນເວລານຶ່ງອາທິດ ເທິງຜືນແຜ່ນດິນທັງໝົດ ຂອງສະຫະລັດ ທີ່ລວມທັງຖານທັບຕ່າງໆຈຳນວນນຶ່ງ.

ຈີນໄດ້ກ່າວວ່າ ບາລລູນນັ້ນ ໄດ້ເກັບກຳຂໍ້ມູນດ້ານອຸຕິນິຍົມວິທະຍາ ແລະໄດ້ຖືກຂັບດັນໃຫ້ອອກຈາກເສັ້ນທາງໂດຍລົມ ຈຶ່ງໄດ້ສົ່ງມັນໄປເທິງສະຫະລັດ ຊຶ່ງສະຫະລັດ ບໍ່ຫົວຊານຳຂໍ້ອ້າງ ໂດຍຖືວ່າເປັນການປົກປິດພາລະກິດການເກັບກຳຄວາມລັບ. ຈີນບໍ່ທັນໄດ້ກ່າວວ່າ ບ່ອນໃດທີ່ຕົນຕັ້ງໃຈທີ່ຈະໃຫ້ບາລລູນລອຍໄປ.

ເຖິງຢ່າງໃດກໍຕາມ ບັນດາເຈົ້າໜ້າທີ່ກອງທັບສະຫະລັດ ໄດ້ກ່າວວ່າ ຄວາມລັບໃດກໍຕາມທີ່ບາລລູນອາດສາມາດສົ່ງກັບຄືນໄປຈີນ ເປັນເລື້ອງທີ່ບໍ່ສຳຄັນ ແລະບໍ່ຕ່າງຈາກສິ່ງທີ່ຈີນ ແລະສະຫະລັດເກັບກຳຈາກດາວທຽມສອດແນມທີ່ທັງສອງ ປະເທດໄດ້ນຳໃຊ້ຢູ່ເທິງເຂດແດນຂອງກັນແລະກັນ.

ບາ​ລ​ລູນ​ຂອງ​ຈີນ​ອີກ​ໜ່ວຍ​ນຶ່ງ​ກໍ​ມີ​ການ​ຄົ້ນ​ພົບ​ວ່າ ພວມ​ລອຍ​ຢູ່​ເທິງ​ເຂດ​ນ່ານ​ຟ້າ​ຂອງ​ອາ​ເມ​ຣິ​ກາ​ລາ​ຕິນ​ໃນ​ເວ​ລານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ເບິ່ງວີດີໂອ ທີ່ກ່ຽວກັບ ຂອງ ເວີຣອນນິກາ ບອລເດີຣາສ ອີເກລຊຽສ (Veronica Balderas Iglesias):

US Seeks Debris, Intel From Downed Suspected Chinese Spy Balloon
please wait

No media source currently available

0:00 0:02:18 0:00
XS
SM
MD
LG