ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາສູງ ທ່ານນຶ່ງ ຄັດຄ້ານຕໍ່ການໄດ້ຮັບໄຊຊະນະ ຂອງທ່ານໄບເດັນ ໃນດ້ານຄະແນນສຽງຜູ້ແທນລັດ


ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ຈາກລັດມິສຊູຣີ ທ່ານ ຈອດຊ໌ ຮໍລີ, ຖາມຄຳຖາມຕ່າງໆ ໃນລະຫວ່າງ ການພິຈາລະນາຮັບຟັງຄຳໃຫ້ການ ຢູ່ໃນລັດຖະສະພາ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 16 ທັນວາ 2020.
ສະມາຊິກສະພາສູງ ສັງກັດພັກເດໂມແຄຣັດ ຈາກລັດມິສຊູຣີ ທ່ານ ຈອດຊ໌ ຮໍລີ, ຖາມຄຳຖາມຕ່າງໆ ໃນລະຫວ່າງ ການພິຈາລະນາຮັບຟັງຄຳໃຫ້ການ ຢູ່ໃນລັດຖະສະພາ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 16 ທັນວາ 2020.

ທ່ານຈອດຊ໌ ຮໍລີ ສະມາຊິກສະພາສູງສະຫະລັດສັງກັດພັກຣີພັບບລີກັນຈາກລັດມິສຊູຣີ ໄດ້ກ່າວໃນວັນພຸດວານນີ້ວ່າ ທ່ານຈະຄັດຄ້ານ ຕໍ່ການຢັ້ງຢືນຂອງຄະ ແນນຜູ້ແທນລັດໃນອາທິດໜ້າ ຊຶ່ງເປັນການທ້າທາຍເທື່ອສຸດທ້າຍແຕ່ເກືອບແນ່ ນອນວ່າ ເປັນຄວາມພະຍາຍາມທີ່ບໍ່ມີຜົນປະໂຫຍດ ທີ່ຈະພິກປີ້ນໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ທີ່ທ່ານໂຈ ໄບເດັນ ຈາກພັກເດໂມແຄຣັດ ໄດ້ເປັນປະທານາທິບໍດີທີ່ຖືກເລືອກໃໝ່ ເມື່ອເດືອນແລ້ວນີ້ ແທນປະທານາທິບໍດີດໍໂນລ ທຣຳ.

ການທ້າທາຍຂອງທ່ານຮໍລີຄຽງຄູ່ໄປກັບການປະທ້ວງໃນສະພາຕ່ຳທີ່ນຳພາໂດຍ ສະມາຊິກສະພາຕ່ຳ ທ່ານໂມ ບຣຸກສ໌ ຈາກລັດອາລາບາມາ ເພື່ອຮັບປະກັນວ່າ ທັງສອງສະພາໃນລັດຖະສະພາ ຈະດຳເນີນການອະພິປາຍໃນວັນທີ 6 ມັງກອນ ກ່ຽວກັບຄວາມຖືກຕ້ອງຊອບທຳ ໃນໄຊຊະນະຂອງທ່ານໄບເດັນ ໂດຍໄດ້ຮັບຄະ ແນນຜູ້ແທນ 306 ຕໍ່ 232 ທີ່ຈະເຮັດໃຫ້ທ່ານ ເປັນປະທານາທິບໍດີ ຄົນທີ 46 ຢູ່ທີ່ພິທີສາບານໂຕເຂົ້າຮັບຕຳແໜ່ງໃນວັນທີ 20 ມັງກອນນີ້ .

ໂຄສົກທຳນຽບຂາວທີ່ກຳລັງເຂົ້າມາດຳລົງຕຳແໜ່ງຂອງທ່ານໄບເດັນ ທ່່ານນາງ ເຈັນ ສາກີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນພຸດວານນີ້ວ່າ ເຖິງແມ່ນຈະມີ “ເລ່ ກົນອຸບາຍ” ໃດໆ ທ່ານໄບເດັນ ກໍຈະຖືກສາບານໂຕຕາມກໍານົດໃນເດືອນໜ້ານີ້.

ໃນຮູບແບບປະຊາທິປະໄຕໂດຍທາງອ້ອມຂອງສະຫະລັດ ຜົນການລົງຄະແນນສຽງຂອງບັນາດຜູ້ແທນລັດ ຫຼື Electoral College ນັ້ນ ໂດຍທີ່ລັດທີ່ມີປະຊາ ກອນໜາແໜ້ນທີ່ສຸດທັງຫຼາຍ ກໍຖືວ່າມີທ່າແຮງທີ່ອ່ຽງໄປຝ່າຍໃດຝ່າຍນຶ່ງ ແລະຈະລະບຸວ່າ ຜູ້ໃດໄດ້ຊະນະຕຳແໜ່ງປະທານາທິບໍດີ ຊຶ່ງບໍ່ແມ່ນຄະແນນສຽງປະ ຊານິຍົມ ເຖິງແມ່ນວ່າທ່ານໄບເດັນ ກໍໄດ້ຊະນະໃນດ້ານນັ້ນນຳ ໂດຍໄດ້ຮັບ 7 ລ້ານຄະແນນສຽງ.

ການປະທ້ວງຂອງທ່ານຮໍລີ ແລະທ່ານບຣຸກສ໌ ແມ່ນເປັນໄປໄດ້ສູງວ່າ ຈະບັງ ຄັບໃຫ້ທັງສະພາຕ່ຳແລະສະພາສູງທຳການອະພິປາຍເປັນເວລາດົນເຖິງສອງຊົ່ວໂມງ ກ່ຽວກັບວ່າ ຈະຕ່າວປີ້ນຜົນນັບຄະແນນສຽງຂອງປະຊາຊົນທີ່ທາງການລັດໄດ້ຢັ້ງຢືນໄປແລ້ວໃນແຕ່ລະລັດນັ້ນ ຫຼືບໍ່. ບັນດາສະມາຊິກສະພາຈາກທັງສອງສະພາ ຈະຕ້ອງໄດ້ລົງຄະແນນສຽງ ໃນສະເພາະແຕ່ລັດເພື່ອຕ່າວປີ້ນການນັບຄະແນນສຽງຂອງຜູ້ແທນລັດໂດຍລວມ ທີ່ອາດຈະຖືກປ່ຽນແປງ.

ແຕ່ພັກເດໂມແຄຣັດ ຈະຍັງຄົງຄວບຄຸມສະພາຕ່ຳໄດ້ຢ່າງວຸດວິດ ຫຼັງຈາກທີ່ມີສະມາຊິກຄົນໃໝ່ຈຳນວນນຶ່ງ ຈະສາບານໂຕເຂົ້າຮັບຕຳແໜ່ງໃນວັນອາທິດນີ້ ແລະເປັນທີ່ແນ່ນອນວ່າ ຈະຕັດສິນຂໍ້ຂັດແຍ້ງໃດໆໄປໃນທາງຂອງທ່ານໄບເດັນ.

ການຄວບຄຸມດ້ານການການເມືອງ ຂອງສະພາສູງ ຍັງຄົງເປັນເລື້ອງບໍ່ທັນຕົກ ແຕກເທື່ອ ທີ່ລໍຖ້າການເລືອກຕັ້ງຂັ້ນຊີ້ຂາດໃນລັດຈໍເຈຍ ໂດຍມີກຳນົດໃສ່ວັນອັງໜ້ານີ້. ແຕ່ບັນດາສະມາຊິກພັກຣີພັບບລີກັນຈຳນວນນຶ່ງ ໄດ້ຮັບຮູ້ວ່າ ທ່ານໄບເດັນ ໄດ້ຊະນະການເລືອກຕັ້ງ ແລະຍັງອາດຈະເຂົ້າຮ່ວມກັບບັນດາສະມາຊິກພັກເດໂມແຄຣັດໃນສະພາສູງ ລົງຄະແນນສຽງຕໍ່ຕ້ານທ່ານທຣຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG