ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແຕກຫັກ ໃນພັກ ຣີພັບບລີກັນ ອາດເປັນ ອັນຕະລາຍ ຕໍ່ແຜນງານ ຂອງທ່ານ ທຣຳ


Republican Fractures Could Hurt Trump's Agenda
please wait

No media source currently available

0:00 0:02:28 0:00

ນັບຕັ້ງແຕ່ຕອນເລີ່ມຕົ້ນ ຂອງການດຳລົງຕຳແໜ່ງປະທານາທິບໍດີຂອງທ່ານ ດໍໂນລ ທຣຳ ເປັນຕົ້ນມາ, ທ່ານໄດ້ປະຕິຍານວ່າ ຈະປະຕິບັດໜ້າທີ່ຕາມຄຳສັນຍາທີ່ໄດ້ໃຫ້ໄວ້ ໃນລະ
ຫວ່າງ ການໂຄສະນາຫາສຽງປີກາຍນີ້ ແລະ ເຮັດຕາມຄຳສັນຍາທີ່ທ່ານໄດ້ກ່າວຕໍ່ບັນດາ ຜູ້ປ່ອນບັດທັງຫຼາຍ ທີ່ເຮັດໃຫ້ທ່ານໄດ້ມາຢູ່ ທຳນຽບຂາວນັ້ນ. ແຕ່ຄວາມຄິດແຕກຕ່າງກັນ ທີ່ກຳລັງເພີ່ມຂຶ້ນໃນບັນດາສະມາຊິກລັດຖະສະພາ ຂອງພັກຣີພັບບລີກັນ ໃນຕອນນີ້ ໄດ້
ຂົ່ມຂູ່ວ່າ ຈະເຮັດໃຫ້ຄວາມສາມາດ ໃນການນຳເອົາການປ່ຽນແປງອັນແທ້ຈິງຂອງທ່ານ
ທຣຳ ມາສູ່ ວໍຊິງຕັນນັ້ນ ມີຄວາມສັບຊ້ອນຫຼາຍ ດັ່ງທີ່ນັກຂ່າວແຫ່ງຊາດຂອງວີໂອເອ Jim Malone ໄດ້ລາຍງານມາ ເຊິ່ງ ພຸດທະສອນ ຈະສະເໜີລາຍລະອຽດຕໍ່ໄປ.

ສຳລັບທ່ານ ດໍໂນລ ທຣຳ ແລ້ວທັງໝົດແມ່ນກ່ຽວກັບຜົນທີ່ອອກມາ, ແລະ ນັ້ນກໍລວມມີ
ການປະຕິຮູບປະກັນໄພສຸຂະພາບ.

ທ່ານ ດໍໂນລ ທຣຳ ປະທານາທິບໍດີ ສະຫະລັດ ກ່າວວ່າ “ຂ້າພະເຈົ້າຄິດວ່າພວກເຮົາຈະ
ປະສົບຄວາມສຳເລັດຢ່າງຍິ່ງ. ມັນເປັນຂັ້ນຕອນທີ່ສັບສົນ. ແຕ່ທີ່ແທ້ແລ້ວ ມັນງ່າຍ
ຫຼາຍ. ມັນເອີ້ນວ່າ ປະກັນສຸຂະພາບທີ່ດີ.”

ປະທານສະພາຕໍ່າ ທ່ານ Paul Ryan ກ່າວວ່າ “ສະບາຍດີຕອນເຊົ້າທຸກທ່ານ.”

ແຕ່ບັນດາສະມາຊິກພັກຣີພັບບລີກັນ ແມ່ນມີຄວາມຄິດແຕກຕ່າງກັນຢ່າງໃຫຽ່ ກ່ຽວກັບ ການລົບລ້າງ ແລະ ປ່ຽນແປງກົດໝາຍປະກັນສຸຂະພາບຂອງອະດີດປະທານາທິບໍດີ ບາ
ຣັກ ໂອບາມາ, ຮວມທັງສະມາຊິກສະພາສູງລັດ Kentucky ທ່ານ Rand Paul ນຳ.

ທ່ານ Rand Paul ກ່າວວ່າ “ພວກເຮົາຕ້ອງຍອມຮັບວ່າ ພວກເຮົາບໍ່ເຫັນພ້ອມກັນ ກ່ຽວ
ກັບ ການປ່ຽນແປງກົດໝາຍທີ່ວ່ານັ້ນ. ພວກເຮົາເຫັນດີນຳກັນ ກ່ຽວກັບ ການຍົກເລີກ
ມັນ, ແຕ່ພວກເຮົາບໍ່ເຫັນພ້ອມນຳກັນ ກ່ຽວກັບ ການທົດແທນມັນ.”

ປະທານສະພາຕ່ຳ ທ່ານ Paul Ryan ກ່າວວ່າ ສະມາຊິກພັກຣີພັບບລີກັນ ຕ້ອງປັບຕົວ ເຂົ້າກັບຄວາມເປັນຈິງ ກ່ຽວກັບ ການຄວບຄຸມ ທັງໃນລັດຖະສະພາ ແລະ ທຳນຽບຂາວ.

ທ່ານ Paul Ryan ກ່າວວ່າ “ຂ້າພະເຈົ້າຄິດວ່າ ສິ່ງທີ່ທ່ານກຳລັງເຫັນຢູ່ແມ່ນພວກເຮົາ
ກຳລັງຜ່ານຜ່າຄວາມເຈັບປວດ ທີ່ເພີ່ມຂຶ້ນຢ່າງຫຼີກ ລ່ຽງບໍ່ໄດ້ ກ່ຽວກັບ ການເປັນພັກ
ຝ່າຍຄ້ານ ທີ່ກາຍມາເປັນພັກທີ່ກຳລັງປົກຄອງປະເທດ.”

ນອກຈາກນີ້ແລ້ວ ການແບ່ງແຍກຂອງພັກຣີພັບບລີກັນ ຍັງໄດ້ປາກົດອອກມາໃຫ້ເຫັນຢູ່
ໃນການກວດສອບ ກ່ຽວກັບ ຣັດເຊຍ ທີ່ເຂົ້າແຊກແຊງໃນການເລືອກຕັ້ງ ຂອງສະຫະລັດ ເມື່ອປີກາຍນີ້ນຳ.

ສະມາຊິກສະພາສູງ ທ່ານ Lindsey Graham ຢາກໃຫ້ມັນເປັນເລື່ອງເອົາແທ້ເອົາວ່າ ຊຶ່ງທ່ານເວົ້າວ່າ:

“ຂ້າພະເຈົ້າບໍ່ພຽງແຕ່ຈະຜັກດັນໃຫ້ມີການສືບສວນສອບສວນ ຣັດເຊຍ ເທົ່ານັ້ນ, ຂ້າ ພະເຈົ້າຈະຜັກດັນໃຫ້ລົງໂທດ ຣັດເຊຍ ສຳລັບການພະຍາຍາມເຂົ້າແຊກແຊງການ
ເລືອກຕັ້ງຂອງພວກເຮົາ.”

ແຕ່ປະທານຄະນະກຳມາທິການສືບລັບສະພາຕໍ່າ ທ່ານ Devin Nunes ໄດ້ສະໜັບສະ
ໜູນໃຫ້ມີການປະຕິບັດການຢ່າງລະມັດລະວັງ.

ທ່ານ Devin Nunes ກ່າວວ່າ “ຂ້າພະເຈົ້າຮູ້ວ່າ ມັນມີແນວໂນ້ມສຳລັບພວກທ່ານທຸກ
ຄົນທີ່ຈະເຊື່ອວ່າ ມັນມີການສົມຮູ້ຮ່ວມຄິດຄັ້ງໃຫຍ່ຢູ່ນີ້ ດັ່ງທີ່ທ່ານຮູ້ ວ່າ ພວກຣັດເຊຍ, ໄດ້ຊ່ວຍເຫຼືອ ໃນການເລືອກຕັ້ງ ທ່ານ ດໍໂນລ ທຣຳ. ຄືວ່າຫັ້ນແລ້ວ ດຽວນີ້ ພວກເຮົາ
ກຳລັງມີການສືບສວນສອບສວນຢູ່ ກ່ຽວກັບ ບັນຫານັ້ນ ແລະ ພວກເຮົາຈະບໍ່ຕັດສິນ
ຢ່າງໃດລ່ວງໜ້າ."

ການປະເມີນຜົນໂດຍລວມຂອງທ່ານທຣຳ ແມ່ນຍັງຄົງຢູ່ໃນລະດັບຕໍ່າ, ແຕ່ພວກຜູ້ສະ
ໜັບສະໜູນຫຼັກ ຂອງທ່ານ ແມ່ນພາກັນມັກໃນສິ່ງທີ່ທ່ານກຳລັງກະທຳຢູ່.

ການແບ່ງແຍກກັນຂອງສະມາຊິກພັກຣີພັບບລີກັນທີ່ກຳລັງເພີ່ມຂຶ້ນ ອາດເປັນສິ່ງກີດ
ຂວາງສຳລັບທ່ານປະທານາທິບໍດີ ຊຶ່ງກ່າວໂດຍ ນັກວາງແຜນຍຸດທະສາດພັກຣີພັບບລີ
ກັນ ທ່ານ john Feehery.

ທ່ານ John Feehery ກ່າວວ່າ “ທ່ານກຳລັງຮັກສາຄວາມເຊື່ອຖືດ້ວຍຄຳສັນຍາໃນ
ການໂຄສະນາຫາສຽງຂອງທ່ານ. ທ່ານກ່າວວ່າ ທ່ານຈະແຕ່ງຕັ້ງຜູ້ພິພາກສາສານ
ສູງສຸດຫົວອະນຸລັກນິຍົມ. ທ່ານກ່າວວ່າ ທ່ານຈະລະມັດລະວັງທີ່ສຸດ ກ່ຽວກັບ ບັນ
ຫາຄົນເຂົ້າເມືອງ. ທ່ານກ່າວວ່າ ທ່ານຈະເຮັດບາງຢ່າງເພື່ອກີດກັ້ນພວກກໍ່ການຮ້າຍ
ບໍ່ໃຫ້ເຂົ້າມາໃນປະເທດ.”

ໃນເວລາດຽວກັນ, ທ່ານ John Frontier ກໍກ່າວວ່າ ການເຮັດໃຫ້ກັງວົນໃຈ ດ້ວຍການ
ຍິນດີກັບຂໍ້ອ້າງຂອງທ່ານ ທຣຳ ນັ້ນ ອາດກາຍເປັນບັນຫາໃນອະນາຄົດ.

ທ່ານ John Frontier ຈາກສູນນະໂຍບາຍຂອງສອງພັກການເມືອງກ່າວວ່າ “ທ່ານໄດ້
ຮັກສາຄຳອ້າງອີງຂອງທ່ານ. ທ່ານຕ້ອງເຮັດຫຍັງເພີ່ມເຕີມອີກບໍ? ແນ່ນອນ, ຖ້າເຈົ້າ
ຈະລົງແຂ່ງຂັນໃນການເລືອກຕັ້ງ, ເວົ້າມັນໃນການເລືອກຕັ້ງກາງສະໄໝຫຼື ຖ້າທ່ານ
ຈະລົງແຂ່ງຂັນເອົາຕຳແໜ່ງ ໃນອີກ 4 ປີຂ້າງໜ້າ ດ້ວຍລະດັບການສະໜັບສະໜູນ
ທີ່ທ່ານມີໃນຕອນນີ້, ມັນຈະເຮັດໃຫ້ທ່ານໄປບໍ່ໄດ້ດີຢ່າງແນ່ນອນ.”

ສຳລັບຕອນນີ້, ທ່ານ ທຣຳ ຫວັງວ່າ ຈະເອີ້ນເອົາກຳລັງໃຈ ຈາກການກ່າວຄຳປາໄສຕໍ່
ລັດຖະສະພາຂອງທ່ານເມື່ອບໍ່ດົນມານີ້ກັບຄືນມາ, ເຊິ່ງທ່ານໄດ້ຮັບການຍົກຍ້ອງທີ່ດີ ຈາກບັນດາສະມາຊິກພັກຣີພັບບລີກັນ ແລະ ແມ່ນກະທັ້ງສະມາຊິກພັກເດໂມແຄຣັດ
ບາງທ່ານນຳ.


From the beginning of his presidency, Donald Trump has vowed to follow through on the campaign pledges he made last year and deliver on the promises made to the voters who put him in the White House.But growing differences among congressional Republicans now threaten to complicate Trump's ability to bring real change to Washington, as we hear from VOA National correspondent Jim Malone.



For Donald Trump, it is all about results, and that includes health care reform.

((PRESIDENT DONALD TRUMP))
"I think we are going to have a tremendous success.It's a complicated process.But actually it is very simple.It is called good health care."

((HOUSE SPEAKER PAUL RYAN))
"Good morning everybody."

But Republicans are deeply split over undoing and replacing President Barack Obama's health care law, including Kentucky Senator Rand Paul.

((SEN. RAND PAUL, REPUBLICAN))
"We have to admit we are divided on replacement.We are united on repeal, but we are divided on replacement."


House Speaker Paul Ryan says Republicans must adjust to the reality of controlling both Congress and the White House.

((HOUSE SPEAKER PAUL RYAN))
"I think what you are seeing is that we are going through the inevitable growing pains of being an opposition party to becoming a governing party."

Republican divisions have also emerged over the probe into Russian meddling in last year's U.S. election.

Senator Lindsey Graham wants to be aggressive.

((SENATOR LINDSEY GRAHAM, REPUBLICAN))
"I'm not only going to push for a Russia investigation, I'm going to punish Russia for trying to interfere in our elections."

But House Intelligence Committee Chairman Devin Nunes favors a more cautious approach.

((REP. DEVIN NUNES, REPUBLICAN))
"I know there is a tendency for you all to believe that there is some grand conspiracy here that the Russians, you know, helped elect Donald Trump.Look, we have an investigation going on that and we are not going to prejudge anything."


Trump's overall public approval rating remains low, but his core supporters like what he is doing.

Growing Republican divisions could hamper the president, says Republican strategist John Feehery.

((JOHN FEEHERY, REPUBLICAN STRATEGIST))
"He is keeping faith with his campaign promises.He said he was going to appoint a conservative Supreme Court justice.He said he was going to be very vigilant on immigration.He said he was going to do something to keep terrorists from coming into the country."

At the same time, Trump's preoccupation with pleasing his base could be a problem down the road, says John Fortier.

((JOHN FORTIER, BIPARTISAN POLICY CENTER))
"He has kept his base.Does he need a little bit more than that?Yes.If you were to run an election, say in a midterm (congressional) or (if he were) to run again for office in four years with the level of support he has, it would not go well for him."


For now, Trump hopes to recapture the momentum from his recent address to Congress, which got positive reviews from Republicans and even a few Democrats.

XS
SM
MD
LG