ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຣີພັບບຣິກັນ ເລືອກຜູ້ປົກຄອງລັດ ເວີຈິເນຍ ເປັນຜູ້ສະໜັບສະໜຸນ ໃນການເລືອກຕັ້ງກາງສະໄໝຂອງປີ 2022


ຜູ້ໄດ້ຮັບໄຊຊະນະການເລືອກຕັ້ງຜູ້ປົກຄອງລັດເວີຈິເນຍ ທ່ານເກຣັນ ຢັງກິນ ໄດ້ກ່າວໃນງານຕອນກາງຄືນຂອງການເລືອກຕັ້ງ ໃນເມືອງ ແຊນທິລລີ (Chantilly), ລັດ ເວີຈິເນຍ, ວັນທີ 2 ພະຈິກ, ປີ 2021.
ຜູ້ໄດ້ຮັບໄຊຊະນະການເລືອກຕັ້ງຜູ້ປົກຄອງລັດເວີຈິເນຍ ທ່ານເກຣັນ ຢັງກິນ ໄດ້ກ່າວໃນງານຕອນກາງຄືນຂອງການເລືອກຕັ້ງ ໃນເມືອງ ແຊນທິລລີ (Chantilly), ລັດ ເວີຈິເນຍ, ວັນທີ 2 ພະຈິກ, ປີ 2021.

ທ່ານເກຣັນ ຢັງກິນ (Glenn Youngkin) ສັງກັດພັກຣີພັບບຣິກັນໄດ້ຮັບໄຊຊະນະການເລືອກຕັ້ງໃນວັນອັງຄານວານນີ້ ເພື່ອເປັນຜູ້ປົກຄອງລັດເວີຈີເນຍຂອງສະຫະພັນລັດແຫ່ງສະຫະລັດອາເມຣິກາຄົນຕໍ່ໄປ ໃນນຶ່ງຂອງການແຂ່ງຂັນທີ່ມີການຕິດຕາມຢ່າງໃກ້ຊິດທົ່ວປະເທດ ກ່ອນການເລືອກຕັ້ງສະພາສູງກາງສະໄໝໃນປີໜ້ານີ້.

ນັກການເມືອງໜ້າໃໝ່ຄົນດັ່ງກ່າວ ໄດ້ເອົາຊະນະ ທ່ານ ເທີຣີ ແມັກໂອລິຟ (Terry MacAuliffe) ສັງກັດພັກເດໂມແຄຣັດ, ເຊິ່ງແມ່ນອະດີດຜູ້ປົກຄອງລັດເວີຈີເນຍ ໂດຍໄດ້ຄະແນນສຽງທີ່ 51 ເປີເຊັນຕໍ່ 48 ເປີເຊັນຕໍ່ຄະແນນສຽງຂອງທ່ານ ແມັກໂອລິຟ ດ້ວຍບັດເລືອກຕັ້ງສ່ວນຫຼາຍແມ່ນໄດ້ຖືກນັບແລ້ວ.

ກ່ອນການເລືອກຕັ້ງໃນວັນອັງຄານວານນີ້, ຜູ້ສະໝັກເລືອກຕັ້ງທັງສອງທ່ານໄດ້ເນັ້ນຢໍ້າເຖິງຄວາມສໍາຄັນໃນລັກສະນະທາງການເມືອງແຫ່ງຊາດ ເນື່ອງຈາກເປັນນຶ່ງໃນສອງຂອງການແຂ່ງຂັນຜູ້ປົກຄອງລັດສອງຄັ້ງໃນປີນີ້ ແລະ ດ້ວຍພັກເດໂມແຄຣັດ ແລະ ພັກຣີພັບບຣິກັນ ລໍຄອຍການເລືອກຕັ້ງໃນປີ 2022 ເຊິ່ງຈະມີ 435 ບ່ອນນັ່ງທັງໝົດໃນສະພາຕໍ່າໃນການປ່ອນບັດລົງຄະແນນ.

ພັກເດໂມແຄຣັດມີຄະແນນສຽງສ່ວນຫລາຍທີ່ຫວຸດຫວິດທັງໃນສະພາຕໍ່າ ແລະ ສະພາສູງ, ແລະ ຖ້າສູນເສຍການຄວບຄຸມໃນນຶ່ງ ຫລືທັງສອງສະພາໃນປີໜ້ານັ້ນ ອາດຈະເຮັດໃຫ້ປະທານາທິບໍດີທ່ານ ໂຈ ໄບເດັນ ຂອງພັກເດໂມແຄຣັດມີຄວາມຫຍຸ້ງຍາກຫລາຍຂຶ້ນໃນການດໍາເນີນງານທາງກົດໝາຍຂອງທ່ານ.

ຜົນທີ່ອອກມາຂອງລັດເວີຈີເນຍ ໄດ້ສະແດງໃຫ້ເຫັນເຖິງການປ່ຽນແປງໃນການສະໜັບສະໜຸນໃນເວລານີ້, ໂດຍການເສຍໄຊຂອງ ທ່ານ ແມັກເອີລິຟ ໄດ້ມີຂຶ້ນຫລັງຈາກທີ່ທ່ານເປັນຜູ້ນໍາໜ້າມາຫລາຍເດືອນໃນການສໍາຫລວດຄວາມຄິດເຫັນຂອງປະຊາຊົນ ກ່ອນເຂົ້າສູ່ການລົງຄະແນນສຽງເລືອກຕັ້ງ. ແຕ່ຄວາມໄດ້ປຽບໃນການເລືອກຕັ້ງນັ້ນແມ່ນແຄບລົງ, ເຊັ່ນດຽວກັບທີ່ທ່ານ ໄບເດັນ ເຫັນວ່າ ອັດຕາໃນການເຫັນພ້ອມກັບທ່ານແມ່ນໄດ້ຫຼຸດລົງ.

ທ່ານ ໄບເດັນ ໄດ້ຮັບໄຊຊະນະໃນລັດເວີຈິເນຍດ້ວຍ 10 ຄະແນນສຽງໃນການເລືອກຕັ້ງຂອງປີທີ່ຜ່ານມາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG