ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳລັງ ສຫລ ແລະ ຊາວເຄີດ ບຸກເຂົ້າໄປປ່ອຍ ຕົວປະກັນ ຢູ່ ອີຣັກ


ແຜນທີ່ ເມືອງ Hawijah ທີ່ຕັ້ງຢູ່ໃນເຂດປົກຄອງ ຂອງອີຣັກ.
ແຜນທີ່ ເມືອງ Hawijah ທີ່ຕັ້ງຢູ່ໃນເຂດປົກຄອງ ຂອງອີຣັກ.

ການປະຕິບັດງານຮ່ວມຂອງສະຫະລັດແລະກຳລັງຊາວເຄີດໄດ້
ປ່ອຍໂຕປະກັນ 70 ຄົນ ທີ່ປະເຊີນໜ້າ ກັບການຖືກປະຫານຊີ
ວິດໂດຍກຸ່ມຫົວຮຸນແຮງລັດອິສລາມແຕ່ໃນລະຫວ່າງການສູ້ລົບ
ກັນຢ່າງນອງເລືອດ ຢູ່ໃນພາກເໜືອຂອງອີຣັກນັ້ນ ທະຫານອາ
ເມຣິກັນຄົນນຶ່ງໄດ້ຮັບບາດເຈັບສາຫັດຊຶ່ງເປັນທະຫານອາເມຣິ
ກັນຄົນທຳອິດທີ່ເສຍຊີວິດ ໃນການປະຕິບັດງານເປັນເວລານຶ່ງ
ປີຕ້ານກຸ່ມລັດອິສລາມ.

ເຈົ້າໜ້າທີ່ກອງທັບ ທີ່ທຳນຽບຫ້າແຈກ່າວວ່າ ໂຕປະກັນທີ່ຖືກ
ປ່ອຍໂດຍສະຫະລັດແລະກຳລັງຂອງຊາວເຄີດໄດ້ຖືກຄຸມຂັງ ຢູ່ຄຸກຂອງກຸ່ມລັດອິສລາມແຫ່ງນຶ່ງ. ຖະແຫຼງການເວົ້າວ່າການ
ບຸກໂຈມຕີດັ່ງກ່າວມີຂຶ້ນເພື່ອເປັນການສະໜອງຕອບຕໍ່ຂໍ້ມູນທີ່ໄດ້ຮັບທີ່ແຈ້ງວ່າ ໂຕປະກັນ
ພວມປະເຊີນກັບການທີ່ຈະຖືກປະຫານຊີວິດ.

ຜູ້ສື່ຂ່າວຂອງວີໂອເອ ປະຈຳທຳນຽບຫ້າແຈ Carla Barbb ລາຍງານວ່າ ເຈົ້າໜ້າທີ່ປ້ອງ
ກັນປະເທດອະວຸໂສທ່ານນຶ່ງ ກ່າວວ່າ ກຳລັງຂອງຊາວເຄີດ ແລະອາເມຣິກັນຫຼາຍສິບຄົນ ໄດ້ເຂົ້າຮ່ວມ ການປະຕິບັດງານ ປ່ອຍໂຕປະກັນຄັ້ງນີ້. ເຈົ້າໜ້າທີ່ໃຫ້ຂໍ້ສັງເກດວ່າ ກຳລັງ ສະຫະລັດ ເປັນຜູ້ໃຫ້ການສະໜັບສະໜຸນຕໍ່ການປະຕິບັດງານ ໂດຍປະສານງານກັບລັດ ຖະບານປະຈຳພູມີພາກຂອງຊາວເຄີດໃນອີຣັກ ແລະພວກເຂົາເຈົ້າກໍຍັງໄດ້ພົບເຫັນຂໍ້ມູນ
ລັບທີ່ສຳຄັນກ່ຽວກັບກຸ່ມລັດອິສລາມ.

ທະຫານອາເມຣິກັນທີ່ເສຍຊີວິດໃນການປະຕິບັດງານເທື່ອນີ້ຍັງບໍ່ທັນມີການແຈ້ງໃຫ້ຊາບ
ເທື່ອວ່າແມ່ນໃຜ. ພວກນັກຂ່າວເວົ້າວ່າ ຜູ້ກ່ຽວໄດ້ຮັບບາດເຈັບ ໃນລະຫວ່າງການຍິງຕໍ່ສູ້
ກັນ ແລະໄດ້ຖືກນຳສົ່ງໄປຍັງບ່ອນທີ່ປອດໄພໃນອີຣັກແຕ່ກໍເສຍຊີວິດໃນເວລາບໍ່ດົນຕໍ່ມາ.

ຕົວປະກັນ 70 ຄົນທີ່ຊ່ອຍອອກມານັ້ນແມ່ນຮວມທັງ 20 ຄົນເປັນສະມາຊິກກຳລັງຮັກສາ ຄວາມປອດໄພອີຣັກ. ຖະແຫຼງການຂອງສະຫະລັດແຈ້ງວ່າ ກຳລັງອີຣັກຈັບພວກນັກລົບ ລັດອິສລາມໄດ້ 5 ຄົນ ແລະພວກນັກເຄື່ອນໄຫວຂອງກຸ່ມລັດອິສລາມຈຳນວນນຶ່ງໄດ້ຖືກ ຂ້າຕາຍ.

ທ່ານ Peter Cook ໂຄສົກຂອງທຳນຽບຫ້າແຈກ່າວວ່າ ການປະຕິບັດງານດັ່ງກ່າວທີ່ເລີ້ມ ຂຶ້ນໃນຕອນເດິກຂອງຄືນວັນພຸດ ແມ່ນເປັນໄປໃນຮູບ ຂອງການຮ້ອງຂໍ ໂດຍລັດຖະບານ ພູມີພາກຂອງຊາວເຄີດ ທີ່ໄດ້ຮັບການສະໜັບສະໜຸນໂດຍກຳ ລັງພິເສດສະຫະລັດ ແລະ ກຳລັງ Peshmerga ຂອງຊາວເຄີດເພື່ອໄປປ່ອຍຕົວປະກັນຢູ່ທີ່ຄຸກຂອງກຸ່ມລັດອິສລາມ ແຫ່ງນຶ່ງໃກ້ເມືອງ Hawijah ຂອງອີຣັກ.

Iraq Rescue Mission
please wait
Embed

No media source currently available

0:00 0:00:17 0:00

A joint rescue mission by U.S. and Iraqi Kurdish fighters has freed about 70 hostages facing execution by Islamic State militants, but during a bloody battle in northern Iraq one American serviceman was fatally wounded - the first member of the U.S. military killed in action in the yearlong campaign against IS extremists.

Military officials at the Pentagon said the hostages freed by U.S. and Iraqi Peshmerga forces had been held in an Islamic State prison. The raid was launched in response to "information that the hostages faced imminent mass execution," a statement said.

VOA's Pentagon correspondent, Carla Babb, reported that a senior U.S. defense official said dozens of Kurdish and American fighters were involved in the rescue mission. U.S. forces were "enabling" the mission in coordination with Iraq's Kurdish regional government, the official noted, and they also recovered "important intelligence" about the Islamic State group.

The American killed during the raid was not immediately identified. Reports said he was wounded during the firefight and evacuated to a secure part of Iraq, but died a short time later.

The 70 hostages rescued included about 20 members of Iraq's security forces. The U.S. statement said Iraqi units captured five Islamic State fighters, and that a number of other IS activists were killed.

Pentagon press secretary Peter Cook said the mission that began late Wednesday night developed in this way: "At the request of the Kurdistan Regional Government, U.S. Special Operations Forces supported an Iraqi Peshmerga operation to rescue hostages at an [Islamic State] prison near Hawijah, Iraq.

"This operation was deliberately planned and launched after receiving information that the hostages faced imminent mass execution," Cook added.

Kurdish fighters have had some success in pushing Islamic State fighters out of areas they captured in northern Iraq, with support from airstrikes by a U.S.-led coalition over the past year.

The chairman of the U.S. Joint Chiefs of Staff, General Joseph Dunford, visited the region this week as part of a trip aimed at assessing the fight against IS militants.

XS
SM
MD
LG