ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ​ປະ​ກາດ​ວ່າ ຈະ​ຕອບ​ໂຕ້ 'ຢ່າງ​ແຮງ' ໃນ​ຂະ​ນະ​ທີ່​ການປະ​ທ້ວງຕໍ່​ຕ​້ານ​ລັດ​ຖະ​ບານ ​​ພວມ​ທະ​ວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ


​ຄວັນ​ພຸ່ງ​ຂຶ້ນ​ຈາກ​ຕຶກໂຮງ​ການ​ເມືອງ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ທີ່​ນະ​ຄອນ​ອາ​ລ​ມາ​ຕີ ປະ​ເທດ​ກາ​ຊັກ​ສະ​ຖານ ເມື່ອ​ວັນ​ທີ 5 ມັງ​ກອນ 2022.
​ຄວັນ​ພຸ່ງ​ຂຶ້ນ​ຈາກ​ຕຶກໂຮງ​ການ​ເມືອງ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ທີ່​ນະ​ຄອນ​ອາ​ລ​ມາ​ຕີ ປະ​ເທດ​ກາ​ຊັກ​ສະ​ຖານ ເມື່ອ​ວັນ​ທີ 5 ມັງ​ກອນ 2022.

ປະ​ທາ​ນາ​ທິ​ບໍ​ດີ​ກາ​ຊັກ​ສະ​ຖານ ທ່ານ​ກັ​ສ​ຊິ​ມ-ໂຈ​ມາ​ດ ຕໍ​ກາ​ເຢັບ ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ​ໃນ​ທົ່ວ​ປະ​ເທດ ແລະ​ຮ້ອງ​ຂໍ​ໃຫ້​ອົງ​ການ​ສົນ​ທິ​ສັນ​ຍາວ່າ​ດ້ວຍ​ການ​ຮັກສາ​ຄວາມ​ປອດ​ໄພ​ຮ່ວມ​ທີ່​ເອີ້ນ​ຫຍໍ້​ວ່າ CSTO ຊຶ່ງ​ເປັນ​ກຸ່ມຮັກ​ສາຄວາມ​ປອດໄພ ​ປະ​ຈຳ​ຂົງ​ເຂດ​ທີ່​ນຳພາ​ໂດຍ​ຣັດ​ເຊຍ ໃຫ້​ການ​ຊ່ວຍ​ເຫຼືອ​ແກ່​ກາ​ຊັກ​ສະ​ຖານ ເພື່ອ​ຮັບ​ມື​ກັບ​ອັນທີ່​ທ່ານ​ເອີ້ນ​ວ່າ “​ໄພ​ຂົ່ມ​ຂູ່​ຂອງ​ພວກ​ກໍ່​ການ​ຮ້າຍ” ອີງ​ຕາມ​ລາຍ​ງານ​ຂອງວິ​ທະ​ຍຸ​ຢູ​ໂຣບ​ເສ​ລີ.

ອົງ​ການ CSTO ໄດ້​ຕົກ​ລົງແລະ​ຈະ​ສົ່ງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ໄປ​ຍັງ​ກາ​ຊັກ​ສະຖານ ອີງ​ຕາມ​ຄຳ​ເວົ້າ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອາ​ເມ​ເນຍ ທ່ານ​ນິ​ໂກ​ລ ປາ​ຊິນ​ຢານ (Nikol Pashinyan) ຊຶ່ງ​ເປັນ​ປະ​ທານ​ຂອງ​ສະ​ພາ​ດັ່ງ​ກ່າວ ໃນ​ວັນ​ພະ​ຫັດ​ມື້ນີ້.

ພວກ​ຕໍ່​ຕ້ານ​ລັດ​ຖະ​ບານ​ຫຼາຍໆ​ພັນ​ຄົນ ​ໄດ້​ປະ​ທະ​ກັບ​ຕຳ​ຫຼວດ ແລະ​ບຸກ​ເຂົ້າ​ໄປ​ໃນໂຮງ​ການ​ລັດ ຖະບານໃນຄື້ນຟອງຂອງຄວາມວຸ້ນວາຍແບບທີ່ບໍ່ເຄີຍເຫັນມາກ່ອນຢູ່​ໃນ​ປະ​ເທດ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ເອ​ເຊຍ​ກາງ​ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ນ້ຳ​ມັນ​ແຫ່ງນີ້​ ຊຶ່ງໄດ້​ເລີ້​ມ​ຂຶ້ນ​ຍ້ອນ​ການ​ຂຶ້ນລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ.

ພວກ​ເດີນ​ຂະ​ບວນ​ທີ່​ມີ​ຄວາມ​ໂກດ​ແຄ້ນ ຊຶ່ງ​ບາງ​ຄົນ​ມີ​ໄມ້​ຄ້ອນ​ຢາງຂອງ​ຕຳ​ຫຼວດຫຼື​ບໍ່​ກໍ​ທ່ອນ​ໄມ້​ເປັນ​ອາ​ວຸດ ​ແລະໂລ່​ປ້ອງ​ກັນ ​ໄດ້​ພາ​ກັນ​ຈູດ​ໄຟ​ເຜົາ​ບ້ານ​ພັກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ​ຫ້ອງ​ການ​ເຈົ້າ​ຄອງ​ກຳ​ແພງ ​ທີ່​ນະ​ຄອນ​ອາ​ລ​ມາ​ຕີ ຊຶ່ງ​ເປັນເມືອງ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ ບ່ອນ​ທີ່​ພວກ​ປະ​ທ້ວງຍັງ​ໄດ້​ພາ​ກັນ​ເຂົ້າ​ຄວບ​ຄຸມສະ​ໜາມ​ບິນ ຊຶ່ງ​ພາ​ໃຫ້​ຖ້ຽວ​ບິນ​ຕ່າງໆ​ຕ້ອງ​ໄດ້​ໂຈະ​ການ​ເດີນ​ທາງ​ຊົ່ວ​ຄາວ.

ຕຳ​ຫຼວດ​ໄດ້​ເຂົ້າ​ຕໍ່​ສູ້​ກັບ​ພວກ​ປະ​ທ້ວງໂດຍ​ໃຊ້​ລະ​ເບີດ​ນ້ຳ​ຕາ ລະ​ເບີດ​ມື​ທີ່​ສົ່ງ​ແສງ​ແຮງ​ຈ້າ​ແລະ​ສຽງ​ດັງ ພ້ອມ​ທັງ​ລູກ​ປືນ​ຢາງ ຍິງ​ເຂົ້າ​ໃສ່ເພື່ອ​ຂັບ​ໄລ​ພວກ​ປະ​ທ້ວງ ແຕ່​ປາ​ກົດ​ວ່າ ບໍ່​ປະ​ສົບ​ຜົນ​ສຳ​ເລັດ.

ກະ​ຊວງ​ພາຍ​ໃນ​ຂອງ​ກາ​ຊັກ​ສະ​ຖານ​ກ່າ​ວ​ວ່າ ມີ​ຕຳ​ຫຼວດ​ແລະ​ກຳ​ລັງ​ຮັກ​ສາ​ດິນ​ແດນ 8 ຄົນ​ໄດ້​ຖືກ​ຂ້າ​ຕາຍ ແລະ 317 ຄົນ​ໄດ້​ຮັບ​ບາດ​ເຈັບ ໃນ​ລະ​ຫວ່າງ​ທີ່ເກີດ​ຄວາມ​ວຸ້ນ​ວາຍ​ດັ່ງ​ກ່າວ.

ພວກ​ເດີນ​ຂະ​ບວນ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ ທີ່​ເກີດ​ຈາກ​ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ ທີ່​ນະ​ຄອນ​ອາ​ລ​ມາ​ຕີ ປະ​ເທດ​ກາ​ຊັກ​ສະ​ຖານ ເມື່ອ​ວັນ​ທີ 5 ມັງ​ກອນ 2022.
ພວກ​ເດີນ​ຂະ​ບວນ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ປະ​ທ້ວງ ທີ່​ເກີດ​ຈາກ​ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ເຊື້ອ​ໄຟ ທີ່​ນະ​ຄອນ​ອາ​ລ​ມາ​ຕີ ປະ​ເທດ​ກາ​ຊັກ​ສະ​ຖານ ເມື່ອ​ວັນ​ທີ 5 ມັງ​ກອນ 2022.

ພວກ​ທີ່​ຕິດ​ຕາມ​ເບິ່ງການ​ສື່​ສານຄົມ​ມະ​ນາ​ຄົມ​ລາຍ​ງານ​ວ່າ ໄດ້​ມີ​ການ​ຂັດ​ຂວາງບໍ່​ໃຫ້​ມີ​ການ​ໃຊ້​ອິນ​ເຕີ​ແນັດ​ ໃນ​ຫຼາຍໆ​ເຂດ​ຂອງ​ປະ​ເທດ ຊຶ່ງພວກ​ນັກ​ຂ່າວ​ຂອງວິ​ທະ​ຍຸ​ຢູ​ໂຣບ​ເສ​ລີແລະ​ວິ​ທະ​ຍຸ​ອິດ​ສະ​ຫຼະ​ພາບ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ​ເວົ້າ​ວ່າ ທັງອິນ​ເຕີ​ແນັດ​ແລະ​ການ​ບໍ​ລິ​ການ​ໂທ​ລະ​ສັບ ແມ່ນ​ຢູ່​ໃນ​ສະ​ພາບ​ທີ່​ເກືອບ​ໃຊ້​ບໍ່​ໄດ້.

ທ່ານ​ຕໍ​ກາ​ເຢັບ​ກ່າວ​ເຖິງ​ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ພວກ​ກໍ່​ການ​ຮ້າຍ​ແລະ​ໂຈນ” ທີ່​ໄດ້​ຮັບ​ການ​ຝຶກ​ແອບໃນ​ຕ່າງ​ປະ​ເທດ ​ໄດ້​ເຂົ້າ​ຢຶດ​ຕຶກ​ອາ​ຄານ ພື້ນ​ຖານ​ໂຄງ​ລ່າງແລະ​ອາ​ວຸດ​ ຢູ່​ໃນ​ຫຼາຍໆ​ເມືອງ​ ຂອງ​ກາ​ຊັກ​ສະ​ຖານ. ພວກ​ເຂົາ​ໄດ້​ເຂົ້າ​ຄວບ​ຄຸມ​ສະ​ໜາມ​ບິນ​ອາ​ລ​ມາ​ຕີ ແລະ​ເຮືອ​ບິນ 5 ລຳ​ທີ່ນັ້ນ ຮວມ​ທັງ​ເຮືອ​ບິນ​ຕ່າງ​ປະ​ເທດ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທີ່​ໄດ້​ກ່າວ​ຢູ່​ໃນ​ຄຳ​ປາ​ໄສ​ທາງ​ໂທ​ລະ​ພາບ​ຄັ້ງ​ທີສອງ ພາຍ​ໃນ​ເວ​ລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ໃນ​ມື້​ວັນ​ພຸດ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG