ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ ແຈ້ງວ່າ ອົງການ NSA ລະເມີດ ກົດໝາຍ ຊໍ້າແລ້ວ ຊໍ້າອີກ


ທ້າວ ທີ່ເປີດເຜີຍຂໍ້ມູນຄວາມລັບ ຂອງອົງການ NSA
ທ້າວ ທີ່ເປີດເຜີຍຂໍ້ມູນຄວາມລັບ ຂອງອົງການ NSA
ໜັງສືພິມທີ່ສຳຄັນສະບັບນຶ່ງຂອງສະຫະລັດ ລາຍງານວ່າ ຕົນໄດ້
ຮັບຂໍ້ມູນການສອບສວນພາຍໃນແລະເອກກະສານລັບອື່ນໆຂອງ ອົງການຄວາມໝັ້ນຄົງແຫ່ງຊາດຫລື NSA ທີ່ສະແດງໃຫ້ເຫັນວ່າ
ອົງການດັ່ງກ່າວ ໄດ້ລ່ວງລະເມີດ ຕໍ່ລະບຽບການ ວ່າດ້ວຍຄວາມ
ລັບຂອງສ່ວນບຸກຄົນ ຫລືກ້າວກ່າຍ ຕໍ່ສິດອຳນາດ ຕາມກົດໝາຍ
ຂອງຕົນ “ຫຼາຍໆພັນເທື່ອ" ໃນແຕ່ລະປີ ນັບແຕ່ລັດຖະສະພາ ໄດ້
ອະນຸມັດໃຫ້ ອົງການ NSA ມີສິດອຳນາດ ໃນຂອບເຂດທີ່ກວ້າງ
ຂວາງເມື່ອປີ 2008.

ໜັງສືພິມ Washington Post ລາຍງານໃນວັນພະຫັດວານນີ້ວ່າ ສ່ວນໃຫຍ່ຂອງການຝ່າຝືນກົດໝາຍທີ່ວ່ານີ້ແມ່ນພົວພັນກັບການ
ຕິດຕາມສອດແນມ ໂດຍບໍ່ໄດ້ຮັບອະນຸຍາດ ຕໍ່ເປົ້າໝາຍຕ່າງໆ ທີ່ເປັນຊາວອາເມຣິກັນ ຫລື
ໜ່ວຍສືບລັບຂອງຕ່າງປະເທດຢູ່ໃນສະຫະລັດຊຶ່ງທັງສອງຢ່າງນີ້ແມ່ນໄດ້ຖືກຈຳກັດໂດຍກົດ ໝາຍຫຼືບໍ່ກໍດຳລັດຂອງລັດຖະບານ ໜັງສືພິມສະບັບນີ້ແຈ້ງໃຫ້ຊາບຕື່ມວ່າການຝ່າຝືນແມ່ນ ຢູ່ໃນຂອບເຂດນັບແຕ່ການລະເມີດກົດໝາຍທີ່ຮ້າຍແຮງໃນການພິມຂໍ້ຄວາມແບບຜິດພາດ ທີ່ຍັງຜົນໃຫ້ມີການກວດເບິ່ງ ແລະຟັງການສົນທະນາທາງໂທລະສັບ ແບບບໍ່ໄດ້ຕັ້ງໃຈ ຢູ່ໃນ ສະຫະລັດ.

ໜັງສືພິມ Washington Post ເວົ້າວ່າ ຜູ້ເປີດເຜີຍຂໍ້ມູນຄວາມລັບ ຂອງອົງການ NSA ທ້າວ Edward Snowden ໄດ້ມອບເອກກະສານເຫຼົ່ານີ້ ໃຫ້ແກ່ທາງໜັງສືພິມ ເມື່ອຫຼາຍ ອາທິດກ່ອນ. ລາຍງານເວົ້າວ່າ ເອກກະສານເຫຼົ່ານີ້ແມ່ນຮວມທັງລະດັບຂອງລາຍລະອຽດ ແລະການວິເຄາະ ຊຶ່ງປົກກະຕິແລ້ວ ບໍ່ໄດ້ແຈ້ງໃຫ້ລັດຖະສະພາ ຫຼືສານພິເສດທີ່ເປັນຜູ້ຄຸ້ມ ຄອງໂຄງການສອດແນມດັ່ງກ່າວ ຊາບນຳແຕ່ປະການໃດ.

ໜັງສືພິມ Washington Post ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ອະວຸໂສ ທີ່ບໍ່ປະສົງອອກຊື່ ຄົນນຶ່ງທີ່ ກ່າວໃນການໃຫ້ສຳພາດວ່າ ພວກເຮົາເປັນອົງການ ທີ່ບໍລິຫານງານດ້ວຍມະນຸດ ພາຍໃຕ້ສະພາບແວດລ້ອມທີ່ສະລັບຊັບຊ້ອນດ້ວຍລະບົບການຄຸ້ມຄອງທີ່ແຕກຕ່າງກັນຈຳ ນວນນຶ່ງ ດ້ວຍເຫດນີ້ບາງຄັ້ງຈຶ່ງພົບເຫັນວ່າ ພວກເຮົາໄດ້ກະທຳການທີ່ຜິດພາດໄປ.

ອີງຕາມເລື່ອງດັ່ງກ່າວ ຢູ່ໃນເອກກະສານສະບັບນຶ່ງ ເຈົ້າໜ້າທີ່ອົງການ NSA ໄດ້ມີຄຳສັ່ງ ໃຫ້ລຶບລາຍລະອຽດຖິ້ມແລະໃຊ້ພາສາແບບທົ່ວໆໄປແທນ ຢູ່ໃນລາຍງານທີ່ສົ່ງໄປໃຫ້ກະ ຊວງຍຸຕິທຳ ແລະຜູ້ອຳນວຍການອົງການສືບລັບແຫ່ງຊາດ.
XS
SM
MD
LG