ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານບໍ​ຣີ​ສ ຈອນ​ສັນ, ນາຍົກອັງກິດ ປະ​ເຊີນ​ກັບ ​ການ​ໂຕນ​ພັກ ຂອງ​ສະ​ມາ​ຊິກ​ໃນ​ຄະ​ນະ​ລັດ​ຖະ​ບານ ​ຈຶ່ງ​ໄດ້ລາ​ອອກ​ຈາກ​ຕຳ​ແໜ່ງ


ນາຍົກລັດຖະມົນຕີອັງກິດທ່ານບໍ​ຣີ​ສ ຈອນ​ສັນກ່າວ​ ຖະ​ແຫລງການ​ຂອງ​ທ່ານ ​ຢູ່​ໃນຄຸ້ມ​ຖະ​ໜົນ​ Downing Street ໃນ​ລອນດອນ, ວັນ​ທີ 7 ກໍ​ລະ​ກົດ, 2022.
ນາຍົກລັດຖະມົນຕີອັງກິດທ່ານບໍ​ຣີ​ສ ຈອນ​ສັນກ່າວ​ ຖະ​ແຫລງການ​ຂອງ​ທ່ານ ​ຢູ່​ໃນຄຸ້ມ​ຖະ​ໜົນ​ Downing Street ໃນ​ລອນດອນ, ວັນ​ທີ 7 ກໍ​ລະ​ກົດ, 2022.

ນາຍົກລັດຖະມົນຕີອັງກິດທ່ານບໍ​ຣີ​ສ ຈອນ​ສັນ ທີ່ປະເຊີນກັບການໂຕນ​ພັກຢ່າງກວ້າງຂວາງຢູ່ໃນລັດຖະບານທີ່​ມີ​ຫົວອະນຸລັກນິຍົມຂອງທ່ານ ໄດ້ກ່າວ ໃນວັນພະຫັດວານນີ້ວ່າ ທ່ານກຳລັງລາອອກຈາກຕຳແໜ່ງເປັນຜູ້ນຳພັກ ແຕ່ຈະຮັກ​ສາການເປັນນາຍົກລັດຖະມົນຕີ ຈົນກວ່າຈະມີການເລືອກຕັ້ງຫົວໜ້າພັກຄົນໃໝ່.

ທ່ານ​ຈອນ​ສັນກ່າວວ່າມັນເປັນ "ເຈດຕະນາທີ່ຈະແຈ້ງ" ຂອງພັກອະນຸລັກນິຍົມ ຂອງທ່ານທີ່ຄວນຈະມີຜູ້ນໍາຄົນໃຫມ່. ທ່ານຈອນ​ສັນຍັງກ່າວອີກວ່າ ໃນເວລານີ້ ທ່ານຈະຍັງຄົງເປັນຜູ້ນຳຂອງປະເທດຢູ່ ເຖິງແມ່ນວ່າພວກຕຳ​ນິ​ທ່ານເວົ້າວ່າ ທ່ານຄວນຈະຖືກປົດອອກ ໃຫ້ໄວເທົ່າທີ່ຈະໄວໄດ້. ການ​ປະກາດ​ຂອງ​ທ່ານ ​ມີ​ຂຶ້ນ​ຫລັງ​ຈາກ​ມີ​ເຈົ້າ​ໜ້າ​ທີ່​ລັດຖະບານ​ປະມານ 50 ຄົນ, ​ໃນ​ນັ້ນລວມ​ທັງລັດຖະ ມົນຕີ​ຂັ້ນ​ສູງຫລາຍ​ຄົນໃນ​ຂະ​ນະ​ລັດ​ຖະ​ບານ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່​ງ ທ່າມກາງ​ການ​ຮຽກຮ້ອງ​ໃຫ້​ທ່ານຈອນ​ສັນລົງ​ຈາກ​ຕຳ​ແໜ່​ງ.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ທ່ານຈອນສັນ ຈະອອກຈາກຕຳແໜ່ງເມື່ອໃດ. ການລາອອກຂອງທ່ານຈະນໍາໄປສູ່ການເລືອກຕັ້ງພາຍໃນພັກອະນຸລັກນິຍົມເພື່ອເລືອກເອົາຜູ້ນໍາຄົນໃຫມ່, ຜູ້ທີ່ຈະເປັນນາຍົກລັດຖະມົນຕີຄົນຕໍ່ໄປອີກ​ດ້ວຍ. ແຕ່ ຢ່າງໃດກໍຕາມ ຂັ້ນ​ຕອນດັ່ງກ່າວ ອາດຈະໃຊ້ເວລາຫຼາຍອາທິດ ໂດຍທີ່ມີສະມາ ຊິກພັກຫຼາຍໆຄົນ ໄດ້ແນ​ສາຍ​ຕາ​ຈ້ອງ​ໃສ່ຕຳ​ແໜ່ງສູງສຸດນັ້ນແລ້ວ.

​ທ່ານຈອນ​ສັນ ໄດ້ກຳ​ອໍານາດຢູ່ໄດ້ສອງມື້ແລ້ວ ໂດຍ​ທີ່ ປະຕິເສດ​ຕໍ່ການຮຽກ ຮ້ອງໃຫ້ທ່ານລາອອກ. ທ່ານ​ໄດ້​ກ່າວ​ຕໍ່​ບັນດາ​ສະມາຊິກ​ສະພາ​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້​ວ່າ ທ່ານ​ມີ “ສິ່ງ​ຮຽກ​ຮ້ອງ​ອັນ​ໃຫຍ່ຫຼວງ” ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ ​ແໜ່​ງຕໍ່​ໄປ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG