ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດຕັດ ງົບປະມານປ້ອງກັນ ລົງສູ່ລະດັບກ່ອນ ສົງຄາມໂລກຄັ້ງທີ 2 (ວີດີໂອ)


Hagel Plans Biggest Army Cuts Since World War II
please wait

No media source currently available

0:00 0:02:15 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ລັດຖະມົນຕີ​ປ້ອງກັນປະເທດສະຫະລັດ ທ່ານ Chuck Hagel
ໄດ້ ວາງແຜນການ ສຳລັບ​ການຕັດງົບປະມານລົງ​ຢ່າງ​ຫລວງ
ຫລາຍ ຊຶ່ງຈະຮວມທັງ​ການຕັດ ຈຳນວນກຳລັງທະຫານລົງ
ສູ່​ລະດັບຕ່ຳສຸດນັບຕັ້ງ ແຕ່ກ່ອນສົງຄາມໂລກຄັ້ງທີ 2. Luis
Ramiraz ຜູ້​ສື່​ຂ່າວ VOA ປະ​ຈໍາ Pentagon ກໍ​ຄື​ທຳນຽບ
ຫ້າ​ແຈ ມີລາຍງານ ຊຶ່ງ​ດາຣາຈະ​ນຳມາສະ​ເໜີ​ທ່ານ.


ຝຸງເຮືອບິນອາຍພົ່ນສຳຫລັບໂຈມຕີ ລຸ້ນ A-10 ຈາກ​ສະ​ໄໝ
ສົງຄາມເຢັນ ໝົດທັງ​ຝຸງ ​ແມ່ນ​ຮວມຢູ່​ໃນພວກ​ອາວຸດ​ຍຸດໂທ
​ປະກອນ ທີ່ຈະໄດ້ຮັບເຄາະ ຈາກ​ແຜນການຕັດງົບປະມານທີ່
ລັດຖະມົນຕີ​ປ້ອງກັນປະເທດ Chuck Hagel ​ໄດ້ສະເໜີຂຶ້ນ.

ທຳນຽບຫ້າ​ແຈ ຖືກ​ບັງຄັບ​ໃຫ້ຕັດງົບປະມານຂອງຕົນລົງ ໃຫ້ຢູ່ໃນລະດັບ 496 ຕື້ດອລ
ລ່າ ຕໍ່ປີ ຄືລຸດລົງຈາກຈຳນວນສູງສຸດໃນເວລາສົງຄາມ ຄືເກື​ອບ 700 ຕື້ດອລລ່າຕໍ່ປີ
ນັ້ນ. ໃນ​ກ​ອງປະຊຸມ​ຖະ​ແຫລ​ງຂ່າວ​ ກ່ຽວ​ກັບ​ແຜນການ​ຕັດ​ງົບ​ປະທານ​ເມື່ອ​ທ້າຍ​ເດືອນ​
ກຸມພາ​ນັ້ນ ທ່ານ Hagel ກ່າວຕໍ່ບັນດານັກຂ່່າວວ່າ ພ້ອມກັບທີ່ສົງຄາມອີຣັກແລະອັຟ
ກາ​ນິສຖານ ກຳລັງຈະສີ້ນສຸດລົງນີ້ ມັນເຖິງເວລາແລ້ວ ທີ່ກະຊວງປ້ອງກັນປະເທດຈະ ຕ້ອງປະເຊີນໜ້າກັບຄວາມເປັນຈິງ. ທ່ານ Hagel ກ່າວວ່າ:

ດຽວນີ້ ພວກເຮົາຕ້ອງປັບ​ໂຕ, ຄິດຄົ້ນວິທີ​ການໃໝ່ໆ, ແລະທຳການ​ຕັດສິນ​ໃຈ​
ທີ່​ຍາກໆ ເພື່ອ​ໃຫ້ໝັ້ນໃຈວ່າ ກອງທັບ​ຂອງເຮົາ ຍັງມີຄວາມພ້ອມພຽງແລະມີ
ຄວາມສາມາດ
ກໍ​ຄື ຮັກສາຄວາມກ້າວໜ້າທາງເທັກໂນໂລຈີຂອງ​ເຮົາ​ໄວ້ ​ໃຫ້
ເໜືອກ່ວາ ທຸກໆຝ່າຍ ທີ່​ອາດສາມາດ​ເປັນສັດຕູຂອງ​ເຮົາ​ໄດ້​ນັ້ນ.


ການຕັດລົງ​ທີ່​ແລເຫັນ​ໄດ້ແຈ້ງ​ທີ່​ສຸດ​ນັ້ນ ແມ່ນການຫລຸດກຳລັງທະຫານລົງຈາກ 520.000
ຄົນ​ໃນປັດຈຸບັນ ໃຫ້​ເຫລືອພຽງ 440.000 ຄົນ ຊຶ່ງ​ເປັນ​ຈຳນວນ​ທີ່ຕ່ຳທີ່ສຸດ ຕັ້ງແຕ່ປີ 1940 ​ເປັນ​ຕົ້ນ​ມາ.

​ເປົ້າ​ໝາຍ​ຂອງລັດຖະບານ Obama ກໍ​ແມ່ນ ເຮັດໃຫ້ກອງທັບ​ເປັນ​ກຳລັງ​ທີ່​ມີຄວາມວ່ອງ​
ໄວ ແລະມີປະສິດທິພາບຫລາຍ​ຂຶ້ນ ​ແລະ​ນັ້ນ​ໝາຍ​ເຖິງການ​ເນ້ນ​ໜັກ​ໃສ່​ການ​ນຳ​ໃຊ້ເຮືອ
ບິນບໍ່ມີຄົນ​ຂັບ ຫລື drone ແລະກອງ​ກຳລັງພິເສດ ພ້ອມກັນນັ້ນກໍຍົກລະດັບການປ້ອງ
ກັນທາງຊາຍເບີ້ ຫຼືອິນເຕີແນັດ ເພື່ອຮັບມືກັບການທ້າທາຍແບບໃໝ່. ແຕ່ນັກວິເຄາະ
ດ້ານການປ້ອງກັນ Michael O’Hanlon ຈາກ​ສະ​ຖາ​ບັນ Brookings ແລເຫັນວ່າ
ມີການປ່ຽນແປງພຽງ​ເລັກ​ນ້ອຍ​ເທົ່າ​ນັ້ນ ໃນດ້ານ​ວິທີການ. ທ່ານ O’Hanlon ​ເວົ້າ​ວ່າ:

ແມ່່ນແລ້ວ ມັນ​ມີ​ການ​ເນ້ນ​ໜັກ​ເພີ້ມຂຶ້ນ​ເລັກນ້ອຍ ​ໃນ​ດ້ານ​ຍົນໂດຣນແລະ
ຊາຍເບີ້ ​ຕະຫລອດ​ທັງກອງ​ກຳລັງພິເສດ ​ໃສ່​ເທັກ​ໂນ​ໂລ​ຈີ​ຂອງກອງທັບອາ
ກາດແລະກອງທັບເຮືອ ແຕ່ການປ່ຽນແປງ​ເຫລົ່າ​ນີ້ ຈະ​ເຮັດ​ໃຫຍ່​ຫລາຍ​ກໍ​ບໍ່​
ໄດ້ ຢູ່​ໃນ​ປະ​ເທດ​ນຶ່ງ​ທີ່​ມີຄວາມຮັບຜິດຊອບດ້ານຄວາມໝັ້ນຄົງໃນ​ລະດັບ​
ກ້ວາງ​ຂວາງ​ ຄືກັນ ກັບສະຫະລັດນີ້ ແລະຕາບໃດທີ່ຍັງມີ​ໄພຄຸກຄາມຈາກ
ເກົາລີເໜືອ
ຕາບໃດທີ່ຍັງມີທະຫານປະຈຳຢູ່ອັຟການິສຖານ ແລະຕາບໃດ
ທີ່ຍັງມີຄວາມວິຕົກກັງວົນ ບົ່ມ​ຊ້ອນ​ຢູ່ທາງ​ໜ້າ
ຂ້າພະ​ເຈົ້າ​ກໍ​ບໍ່ຄິດວ່າ ພວກ
ເຮົາຈະສາມາດ​ຜັກດັນ ແນວຄິດແບບນີ້ໄປໄກກ່ວານີ້​ໄດ້
.”

​ເວລາ​ນີ້ ຍັງບໍ່ມີການຮຽກຮ້ອງໃຫ້ລຸດຜ່ອນ ຝຸງກຳ​ປັ່ນບັນທຸກເຮືອບິນ ຈຳນວນ 11 ລຳ
ຂອງກອງທັບເຮືອນັ້ນລົງ​ເທື່ອ ອັນ​ເປັນ​ສິ່ງ​ນຶ່ງ​ທີ່​ວໍ​ຊິງ​ຕັນບໍ່ສາມາດຈະ​ເຮັດ​ໄດ້ ​ເນື່ອງຈາກ
ວ່າປະເທດຈີນຍັງ​ສືບ​ຕໍ່ເສີມສ້າງ ກອງທັບຂອງ​ຕົນ ຢູ່​ໃນ​ເຂດ​ມະຫາສະມຸດປາຊີຟິກ
ບ່ອນທີ່ຈີນໄດ້ນຳ​ເອົາ ກຳ​ປັ່ນບັນທຸກເຮືອບິນ ລຳ​ທຳ​ອິດຂອງ​ຕົນ ອອກ​ປະ​ຈຳການ.
​ແນວ​ໃດ​ກໍ​ຕາມ ລັດ​ຖະມົນຕີ​ປ້ອງ​ກັນ​ປະ​ເທດ​ Chuck Hagel ກ່າວວ່າ ແນວທາງຂອງ
ການຕໍ່ສູ້ສົງຄາມຂອງ​ສະຫະລັດ ຈະບໍ່ຄືເກົ່າອີກແລ້ວ. ທ່ານ Hagel ​ເວົ້າວ່າ:

ນີ້ແມ່ນຊ່ວງເວລາທີ່​ແຕກຕ່າງ​ຈາກ​ເກົ່າ. ນີ້ ແມ່່ນ​ເທື່ອທຳ​ອິດໃນຮອບ 13 ປີ
ທີ່ພວກເຮົາຈະນຳສະເໜີ ຮ່າງງົບປະມານ ທີ່​ບໍ່​ແມ່ນ​ງົບປະມານ​ສຳລັບ​ການ​
ທຳສົງຄາມ ຕໍ່ລັດຖະສະພາ​ຂອງ ສະຫະລັດ
.”

ການຕໍ່ສູ້ຂັ້ນຕໍ່ໄປຂອງທ່ານ Hagel ແມ່ນຢູ່ໃນລັດຖະສະພາ ຊຶ່ງຈະຕ້ອງລົງມະຕິຮັບ
ຮອງເອົາແຜນການຕັດງົບປະມານດັ່ງກ່າວ ກ່ອນຈະມີການຈັດ​ຕັ້ງ​ປະຕິບັດ​ໄດ້.

ວີດີໂອ: ລັດຖະສະພາບໍ່ພໍໃຈນຳແຜນການ ຕັດງົບປະມານດ້ານປ້ອງກັນ:

Defense Cuts Anger US Lawmakers
please wait

No media source currently available

0:00 0:02:40 0:00
XS
SM
MD
LG