ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມີລາຍງານວ່າ ຂໍ້ຕົກລົງ ຂອງບໍລິສັດ TikTok ກຳລັງຄືບໜ້າ ກັບບໍລິສັດ Oracle


ທຸງຊາດສະຫະລັດ ແລະຈີນ ອ້ອມລ້ອມ ເຄື່ອງໝາຍຂອງແອັປ TikTok ໃນພາບປະກອບນີ້ ເມື່ອວັນທີ 16 ກໍລະກົດ, 2020.
ທຸງຊາດສະຫະລັດ ແລະຈີນ ອ້ອມລ້ອມ ເຄື່ອງໝາຍຂອງແອັປ TikTok ໃນພາບປະກອບນີ້ ເມື່ອວັນທີ 16 ກໍລະກົດ, 2020.

ບໍລິສັດ ByteDance ຂອງຈີນທີ່ຢູ່ເບື້ອງຫລັງ ຂອງແອັປ TikTok ຊຶ່ງເປັນ ແອັປສຳລັບແບ່ງປັນວີດີໂອຄລິປທີ່ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງນັ້ນ
ໄດ້ປະຕິເສດຕໍ່ການສະເໜີຊື້ແອັປຈາກບໍລິສັດ Microsoft ແລະປາກົດວ່າ ມີທ່າອຽງຈະຫັນໄປຫາຂໍ້ສະເໜີ ໂດຍບັນດານັກລົງທີ່ນຳພາໂດຍບໍລິສັດ Oracle.

ລັດຖະບານທ່ານທຣຳ ໄດ້ໃຫ້ເວລາແກ່ບໍລິສັດ ByteDance ຈົນຮອດວັນທີ 20 ກັນຍາ ເພື່ອໃຫ້ຕົກລົງ ຫຼືຍຸຕິດໍາເນີນການຢູ່ໃນສະຫະລັດ.

ໃນວັນອາທິດວານນີ້ ໜັງສືພິມ New York Times ໄດ້ລາຍງານວ່າ ຂໍ້ສະ
ເໜີຂອງບໍລິສັດ Microsoft ໄດ້ຖືກປະຕິເສດໂດຍບໍລິສັດ ByteDance ແລະວ່າ ບໍລິສັດຂອງຈີນດັ່ງກ່າວ ໄດ້ກ່າວວ່າ ບໍລິສັດ Oracle ຈະເປັນ “ຄູ່ຮ່ວມທຸລະກິດດ້ານເທັກໂນໂລຈີ” ຂອງຕົນ. ມັນບໍ່ເປັນທີ່ຈະແຈ້ງໃນເງື່ອນໄຂຂອງຂໍ້ຕົກລົງ ທີ່ໄດ້ປຶກສາຫາລືກັນ.

[[https://www.nytimes.com/2020/09/13/technology/tiktok-microsoft-oracle-bytedance.html]]

ໃນຖະແຫລງການສະບັບນຶ່ງ ບໍລິສັດ Microsoft ໄດ້ກ່າວວ່າ ຂໍ້ສະເໜີຂອງຕົນນັ້ນ “ຈະເປັນການດີສຳລັບ ພວກຜູ້ບໍລິໂພກຂອງແອັປ TikTok ໃນຂະນະດຽວກັນປົກປ້ອງໃນຜົນປະໂຫຍດດ້ານຄວາມໝັ້ນຄົງແຫ່ງຊາດ. ຖ້າຮັບເອົາ ພວກເຮົາກໍຈະທຳການປ່ຽນແປງທີ່ສຳຄັນຕ່າງໆ ເພື່ອຮັບປະກັນວ່າ ການບໍລິການເປັນໄປຕາມມາດຕະຖານທີ່ສູງສຸດສຳລັບດ້ານຄວາມໝັ້ນຄົງ ຄວາມເປັນສ່ວນຕົວ ຄວາມປອດໄພທາງອອນໄລນ໌ ແລະຕໍ່ຕ້ານການບິດເບືອນຂໍ້ມູນ.”

[[https://blogs.microsoft.com/blog/2020/09/13/microsoft-statement-on-tiktok/]]

ຊະຕາກຳຂອງແອັປ TikTok ໃນສະຫະລັດ ກຳລັງຢູ່ໃນສະພາບທີ່ບໍ່ແນ່ນອນ ໃນຂະນະທີ່ມັນໃກ້ຈະເຖິງຂໍ້ກຳນົດເສັ້ນຕາຍຂອງລັດຖະບານທ່ານທຣຳ. ໃນບໍ່ເທົ່າໃດເດືອນມານີ້ ແອັປວີດີໂອດັ່ງກ່າວ ໄດ້ກາຍເປັນຈຸດສູນກາງຂອງຄວາມເຄັ່ງຕຶງລະຫວ່າງ ສະຫະລັດກັບຈີນ ໂດຍລັດຖະບານສະຫະລັດ ໄດ້ກ່າວຫາບໍລິສັດຂອງຈີນ ຕອບສະໜອງຕໍ່ລັດຖະບານຈີນ ຊຶ່ງເປັນການກ່າວອ້າງທີ່ບໍລິສັດ TikTok ໄດ້ປະຕິເສດ.

ແຕ່ເຖິງແມ່ນຈະມີຄວາມເປັນຫ່ວງດ້ານຄວາມປອດໄພຕ່າງໆ ກ່ຽວກັບ TikTok ກໍຕາມ ຊາວອາເມຣິກັນ ກໍຍັງສືບຕໍ່ດາວໂລດເອົາແອັປນີ້ຢູ່. ພາຍໃນທ້າຍໄຕມາດທຳອິດຂອງປີ 2020 ແອັປ TikTok ໄດ້ເຫັນວ່າ ມີຫຼາຍຫຼາຍກວ່າ 300 ລ້ານດາວໂລດຢູ່ໃນສະຫະລັດ ອີງຕາມ ຂໍ້ມູນຂອງບໍລິສັດ Go.Verizon.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG