ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເຈົ້າໜ້າທີ່ ຂອງທ່ານໂອບາມາ ເຮັດວຽກ ຮັກສາຂໍ້ມູນ ການໂຈມຕີ ທາງອິນເຕີແນັດ ຂອງຣັດເຊຍ


ໂຄສົກທຳນຽບຂາວ ທ່ານ Sean Spicer ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ປະຈຳວັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ກຸມພາ 2017.
ໂຄສົກທຳນຽບຂາວ ທ່ານ Sean Spicer ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ປະຈຳວັນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ກຸມພາ 2017.

ໜັງສືພິມ New York Times ລາຍງານວ່າ ເຈົ້າໜ້າທີ່ຈຳນວນນຶ່ງ ຈາກລັດຖະບານ
ທ່ານໂອບາມາ ໄດ້ພະຍາຍາມ ຈະເຮັດໃຫ້ຂໍ້ມູນ ກ່ຽວກັບ ການພົວພັນທີ່ອາດເປັນ
ໄປໄດ້ ລະຫວ່າງ ເຈົ້າໜ້າທີ່ຂອງຄະນະໂຄສະນາຫາສຽງ ຂອງທ່ານດໍໂນລ ທຣຳ ແລະ
ເຈົ້າໜ້າທີ່ ຂອງຣັດເຊຍ ນັ້ນ ຊອກຫາໄດ້ງ່າຍຂຶ້ນສຳລັບບັນດານັກສືບສວນສອບສວນ
ໃນອະນາຄົດ.

ໜັງສືພິມສະບັບນີ້ ໄດ້ອ້າງອີງບົດລາຍງານຂອງຕົນ ໃສ່ການເລົ່າເລື່ອງ ຈາກບັນດາ
ເຈົ້າໜ້າທີ່ ໃນອະດີດ ແລະໃນປັດຈຸບັນ ຫຼາຍຄົນ ຊຶ່ງບາງຄົນ ໄດ້ກ່າວວ່າ ພວກເຂົາເຈົ້າ
“ໄດ້ເວົ້າອອກມາ ເພື່ອທີ່ຈະດຶງເອົາຄວາມສົນໃຈ ໄປຫາເອກກະສານຂໍ້ມູນ ແລະ
ເພື່ອຮັບປະກັນວ່າ ຈະມີການສອບສວນຢ່າງຖືກຕ້ອງໂດຍລັດຖະສະພາ”
ດັ່ງທີ່ໜັງ
ສືພິມໄດ້ກ່າວໄປນັ້ນ.

ບົດລາຍງານ ກ່າວວ່າ ຂໍ້ມູນດັ່ງກ່າວແມ່ນໄດ້ມາຈາກ ພັນທະມິດຂອງສະຫະລັດ ຫຼາຍ
ແຫ່ງ ໂດຍປະກອບມີ ອັງກິດ ແລະ ເນເທີແລນ ທີ່ໄດ້ກ່າວ​ເຖິງການພົບປະກັນ ລະຫວ່າງ
ບັນດາເຈົ້າໜ້າທີ່ຂອງຣັດເຊຍ ແລະ ເພື່ອນຮ່ວມງານຂອງທ່ານທຣຳ ທີ່ໄດ້ມີຂຶ້ນໃນ
ເມືອງຕ່າງໆຂອງຢູໂຣບ. ບົດລາຍງານນີ້ຍັງໄດ້ອ້າງອີງໃສ່ ອັນທີ່ອົງການສືບລັບ
ສະຫະລັດ ດັກຟັງການສົນທະນາ ຂອງບັນດາເຈົ້າໜ້າທີ່ ຣັດເຊຍ ທີ່ເອີ່ຍເຖິງການຕິດຕໍ່
ກັບບັນດາເພື່ອນຮ່ວມງານ ຂອງທ່ານທຣຳ.

ທ່ານທຣຳ ໄດ້ປະຕິເສດຕໍ່ບົດລາຍງານກ່ອນ​ໜ້ານີ້ ຂອງໜັງສືພິມດັ່ງກ່າວ ທີ່ໄດ້ກ່າວ
ວ່າ ທາງການຂອງສະຫະລັດ ໄດ້ມີຂໍ້ມູນ ກ່ຽວກັບການຕິດຕໍ່ກັນ ລະຫວ່າງ ພວກທີ່ມີ
ສ່ວນກ່ຽວຂ້ອງກັບຄະນະໂຄສະນາຫາສຽງຂອງທ່ານທຣຳ ແລະບັນດາ ເຈົ້າໜ້າທີ່
ສືບລັບຂອງຣັດເຊຍ ຊ້ຳແລ້ວຊ້ຳອີກ.

ໂຄສົກ່ທຳນຽບຂາວ ທ່ານ Sean Spicer ໄດ້ກ່າວວ່າ ບໍ່ມີຫຍັງເລີຍ ຢູ່ໃນບົດລາຍງານ
ໃໝ່ນີ້.

ໜັງສືພິມໄດ້ອ້າງອີງເຖິງຄຳເວົ້າຂອງທ່ານ Spicer ທີ່ກ່າວວ່າ “ຂໍ້ມູນອັນໃໝ່ທີ່ໄດ້ນຳ
ອອກມາ​ເຜີຍ​ແຜ່ໃຫ້ເຫັນ ກໍແມ່ນວ່າ ບັນດາຜູ້ທີ່ຖືກແຕ່ງຕັ້ງດ້ານການເມືອງ ໃນລັດ
ຖະບານຂອງທ່ານໂອບາມາ ຫາທາງທີ່ຈະສ້າງເລື່ອງລາວທີ່ຜິດ ເພື່ອແກ້ໂຕໃຫ້
ພວກເຂົາເຈົ້າເອງ ໃນການ​ເສຍ​ໄຊເລືອກຕັ້ງ.”

ການສັ່ງໃຫ້ທົບທວນຄືນຂໍ້ມູນລັບໂດຍທ່ານໂອບາມາ ໄດ້ສະຫລຸບວ່າ ປະທານາທິບໍດີ
ຣັດເຊຍ ທ່ານ Vladimir Putin ໄດ້ສັ່ງໃຫ້ປຸກລະດົມ​ເພື່ອ​ໃຊ້​ອິດ​ທິພົນເຂົ້າໃນການ
ເລືອກຕັ້ງປະທານາທິບໍດີ ສະຫະລັດ ໃນເດືອນພະຈິກ ໂດຍມີຈຸດປະ ສົງທີ່ຈະຊ່ອຍໃຫ້
ທ່ານທຣຳ ຊະນະການ​ເລືອກ​ຕັ້ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG