ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີລາຍງານວ່າ ເກົາຫຼີເໜືອ ພ້ອມແລ້ວ ທີ່ຈະທົດລອງ ອາວຸດນິວເຄລຍ


ຊາວເກົາຫລີໃຕ້ເບິ່ງໂທລະພາບ ທີ່ລາຍງານຮູບພາບຈາກ ດາວທຽມ ທີ່ສະແດງໃຫ້ເຫັນບ່ອນທົດລອງອາວຸດນິວເຄລຍ ໃນເກົາຫລີເໜືອ.
ຊາວເກົາຫລີໃຕ້ເບິ່ງໂທລະພາບ ທີ່ລາຍງານຮູບພາບຈາກ ດາວທຽມ ທີ່ສະແດງໃຫ້ເຫັນບ່ອນທົດລອງອາວຸດນິວເຄລຍ ໃນເກົາຫລີເໜືອ.

ຮູບຖ່າຍຈາກ​ດາວ​ທຽມ​ ຂອງ​ບ່ອນ​ທົດ​ລອງ​ນິວ​ເຄລຍ​ເກົາຫລີ​ເໜືອ ສະ​ແດງ​ໃຫ້​ເຫັນ​
ວ່າ ມີ​ກິດຈະກຳ​ຕ່າງໆ ທີ່ອາດໃຫ້​ຮ່ອງຮອຍ​ຂອງການ​ກະກຽມ​ທົດ​ລອງ​ອາ ວຸດ​ນິວ​
ເຄລຍ ອີງ​ຕາມ​ສະ​ຖາ​ບັນ ສະຫະລັດ ແລະເກົາຫລີ ທີ່​ມະຫາວິທະຍາ​ໄລ Johns
Hopkins.

ລາຍ​ງານ​ກ່າວ​ວ່າ ​ສະຖານ​ທີ່ດັ່ງກ່າວ​ປາກົດ​ວ່າ ​ມີ​ຄວາມ​ສາມາດ​ ທີ່​ຈະ​ທຳ​ການ​ທົດ​
ລອງ​ນິວ​ເຄລຍ​ໄດ້ ​ໃນ​ທຸກ​ໆເວລາທີ່​ໄດ້​ຮັບຄຳ​ສັ່ງ​ຈາກ​ພຽງ​ຢາງ.

ເວັບ​ໄຊ 38 North ທີ່ເຜີຍ​ແຜ່ການ​ວິເຄາະ​ກ່ຽວ​ກັບ​ກິດຈະການເກົາຫລີ ລາຍ​ງານ​ໃນ
​ວັນ​ສຸກ​ວານ​ນີ້ວ່າ ບັນດາ​ຮູບ​ພາບ​ບ່ອນ​ທົດ​ລອງ ສະ​ແດງ​ໃຫ້​ເຫັນວ່າ ​ມີກິ​ດຈະ​ກຳ​ໃ​ໝ່ໆ
ຢູ່​ໃກ້​ກັບປະຕູ​ໃຫຍ່​ທາງ​ດ້ານ​ເໜືອ.

​ເປັນ​ທີ່​ເຊື່ອ​ກັນ​ວ່າ ຮູບ​ພາບເຫຼົ່ານີ້​ໄດ້ສະ​ແດງ​ໃຫ້​ເຫັນມີ​ລົດ​ຂົນ​ຖ່ານ​ຫີນຢ່າງ​ນ້ອຍ​ຫ້າ​
ຄັນ ​ເຮືອນ​ໄວ້​ອຸປະກອນ​ນຶ່ງ​ຫລັງ ​ແລະ​ຕາໜ່າງປົກຄຸມ ​ທີ່​ສາ​ມາດ​ຊຸກເຊື່​ອງ ອຸບປະ
ກອນ​ໄວ້​ຢູ່​ກ້ອງ. ​ເວັບ​ໄຊ 38 North ກ່າວ​ວ່າ ການ​ໃຊ້ປໍ້າ​ນໍ້າ ​ເພື່ອ​ຮັກສາ​ສິ່​ງ​ແວດ
​ລ້ອມໃຫ້​ຢູ່​ໃນ​ສະພາບ​ສະ​ໝ່ຳສະ​ເໝີ ​ແກ່​ວັດ​ຖຸນິວ​ເຄລຍປາກົດ​ວ່າ​ໄດ້​ຢຸດ​ລົງ​ແລ້ວ.

ນອກ​ນັ້ນ ຍັງ​ມີ​ບັນດາ​ຮູບ​ພາບຂອງ​ເຂດ​ຫ້ອງການ​ຄຸ້ມຄອງ​ທີ່​ສຳຄັນ ທີ່​ສະ​ແດງ​ໃຫ້​ເຫັນ​
ລົດ​ຂົນ​ເຄື່ອງ​ນ້ອຍຄັນ​ນຶ່ງ​ຫລື​ລົດ​ຕູ້​ທີ່​ຈອດ​ຢູ່​ໃນ​ເດີ່ນ​ພ້ອມ​ດ້ວຍ “ສິ່ງ​ຂອງ​ຕ່າງໆ ​ແລ​ະ ກິດຈະການທີ່​ບອກ​ບໍ່​ໄດ້." ບັນດາ​ນັກວິເຄາະ​ກ່າວ​ວ່າ ສິ່​ງ​ເຫລົ່າ​ນີ້​ອາດ​ເປັນ​ເຄື່ອງ​ໃຊ້ ​
ຫລື​ອຸບປະກອນທີ່​ຊຸກ​ເຊື່ອງ​ປົກ​ຄຸມ​ເອົາໄວ້.

ບັນດາ​ນັກວິ​ເຄາະ​ທີ່​ມີ​ຄວາມ​ຮັບຜິດຊອບ​ກ່ຽວ​ກັບ​ລາຍ​ງານນີ້ ທ່ານ Joseph
Berbunez ​ແລະທ່ານ Jack Liu ກ່າວ​ວ່າ ຍັງ​ບໍ່ເປັນ​ທີ່​ແຈ້ງ​ຂາວວ່າ ຮ່ອງ​ຮອຍ​ໃໝ່​
ບອກ​ໃຫ້​ຮູ້​ວ່າ “ເປັນກົນລະ​ຍຸດ​ການຢຸດ​ເຊົາ” ກ່ອນການທົດລອງນິວ ເຄລຍ ຫລືການ
​ຢຸດ​ເຊົາ ​ໃນ​ຂອບ​ເຂດ​ທີ່ກວ້າງຂວາງ ແລະດົົນ​ນານ ​ໃນ​ການ ປະຕິບັດງານ ທີ່ເປັນປົກ
ກະຕິຂອງ​ສະຖານ​ທີ່​ດັ່ງກ່າວ.

ເກົາຫລີເໜືອໄດ້ທຳການທົດລອງອາວຸດນິວເຄລຍທັງໝົດຫ້າເທື່ອ ນັບແຕ່ປີ 2006
​ເປັນຕົ້ນມາ ຮວມທັງສອງເທື່ອໃນປີກາຍນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG