ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫົວໜ້າ ລັດທິຄວາມເຊື່ອ ການສິ້ນໂລກ ທີ່ຢູ່ ເບື້ອງຫຼັງ ການໂຈມຕີ ຢູ່ຍີປຸ່ນ ຖືກແຂວນຄໍ


ຜູ້ນຳລັດທິຄວາມເຊື່ອ ກ່ຽວກັບການສິ້ນໂລກ ທ່ານໂຊໂກະ ອາຊາຮາຣະ ນັ່ງຢູ່ໃນລົດຕູ້ ຂອງຕຳຫຼວດ ທີ່ໂຕກຽວ. (ວັນທີ 25 ກັນຍາ 1995)
ຜູ້ນຳລັດທິຄວາມເຊື່ອ ກ່ຽວກັບການສິ້ນໂລກ ທ່ານໂຊໂກະ ອາຊາຮາຣະ ນັ່ງຢູ່ໃນລົດຕູ້ ຂອງຕຳຫຼວດ ທີ່ໂຕກຽວ. (ວັນທີ 25 ກັນຍາ 1995)

ຜູ້ນຳຂອງລັດທິຄວາມເຊື່ອ ກ່ຽວກັບການສິ້ນໂລກ ທີ່ໄດ້ທຳການໂຈມຕີດ້ວຍແກັສຊາ
ຣິນ ຢູ່ສະຖານີລົດໄຟໃຕ້ດິນຍີປຸ່ນໃນປີ 1995 ນັ້ນ ໄດ້ຖືກປະຫານຊີວິດແລ້ວ.

ໂຄສົກຂອງລັດຖະບານກ່າວວ່າ ທ່ານຊິຊູໂອະ ມັດຊຸໂມໂຕະ (Chizuo Matsumoto) ທີ່ໃຊ້ອີກຊື່ນຶ່ງວ່າ ໂຊໂກະ ອາຊາຮາຣະ (Shoko Azahara) ນັ້ນ ໄດ້ຖືກປະຫານຊີວິດ
ດ້ວຍການແຂວນຄໍ ໃນວັນສຸກມື້ນີ້.

ເຈົ້າໜ້າທີ່ກ່າວວ່າ ສະມາຊິກອີກ 6 ຄົນຂອງກຸ່ມລັດທິອາອຸມ ກໍໄດ້ຖືກແຂວນຄໍພ້ອມໆ
ກັນ.

ແມ່ຍິງຄົນນຶ່ງ ຊຶ່ງສາມີຂອງນາງໄດ້ເສຍຊີວິດ ໃນລະຫວ່າງການໂຈມຕີເມື່ອ 23 ປີກ່ອນ
ນັ້ນກ່າວວ່າ ມັນເປັນເລື້ອງ “ທີ່ໜ້າເສຍໃຈອີຫຼີ” ທີ່ການແຂວນຄໍດັ່ງກ່າວນີ້ ໃຊ້ເວລາດົນ
ໂພດ.

ການໂຈມຕີທີ່ວ່ານີ້ ໄດ້ເຮັດໃຫ້ນະຄອນໂຕກຽວເປັນອຳມະພາດ ໃນຂະນະທີ່ຜູ້ຄົນຖືກ
ແກັສພິດຊາຣິນພາກັນຊອກຫາທາງແລ່ນອອກມາຈາກລະບົບລົດໄຟໃຕ້ດິນເພື່ອຊອກ
ຫາອາກາດຫາຍໃຈ. ບາງຄົນກໍລົ້ມຟຸບລົງ ໝົດສະຕິ ຜູ້ເຄາະຮ້າຍບາງຄົນ ມີປູມປວກ
ເຕັມປາກ ໃນການໂຈມຕີເວລາຜູ້ຄົນກຳລັງເລີກການ.

ການໂຈມຕີດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດສິບກວ່າຄົນ ແລະລົ້ມປ່ວຍຫຼາຍກວ່າ 6 ພັນ
ຄົນ.

ໄອຍະການກ່າວວ່າ ທ່ານອາຊາຮາຣະ ເປັນຜູ້ບົງການ ຢູ່ເບື້ອງຫລັງ ໃນການໂຈມຕີ
ຄັ້ງນີ້.

ນັບແຕ່ມີການໂຈມຕີມາ ລັດທິອາອູມ ກໍໄດ້ຕັ້ງຊື່ໃໝ່ວ່າ ອາແລັບ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG