ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບົດລາຍງານ ວ່າ ຮ່າງບົດຄວາມເຫັນ ຂອງຜູ້ພິພາກສາ ສະແດງໃຫ້ເຫັນ ສານສູງສຸດສະຫະລັດ ຈະຕ່າວປີ້ນ ສິດໃນການ​ແທ້ງລູກ


ຕຶກສານສູງສຸດສະຫະລັດ ໃນຍາມອາລຸນໃໝ່ ຢູ່ທີ່ບໍລິເວນ Capitol Hill ຂອງນະຄອນຫຼວງວໍຊິງຕັນ, ວັນທີ 21 ມີນາ 2022.
ຕຶກສານສູງສຸດສະຫະລັດ ໃນຍາມອາລຸນໃໝ່ ຢູ່ທີ່ບໍລິເວນ Capitol Hill ຂອງນະຄອນຫຼວງວໍຊິງຕັນ, ວັນທີ 21 ມີນາ 2022.

ການຮົ່ວໄຫລຂອງເລື້ອງພາຍໃນສານສູງສຸດສະຫະລັດ ທີ່ບໍ່ຄ່ອຍເກີດຂຶ້ນ ຊຶ່ງອົງການຂ່າວດ້ານການເມືອງ Politico ໄດ້ລາຍງານວ່າ ຕົນໄດ້ຮັບຮ່າງບົດຄວາມເຫັນຂອງສານສູງສຸດ ສະແດງໃຫ້ເຫັນວ່າ ຜູ້ພິພາກສາຂອງສານສ່ວນໃຫຍ່ ສະໜັບສະໜຸນການລົບລ້າງຄະດີ ທີ່ເປັນຂີດໝາຍໃນປີ 1973 ລະຫວ່າງ ໂຣ ສູ້ກັບ ເວດ ທີ່ເຮັດໃຫ້ການແທ້ງລູກ ຖືກຕ້ອງຕາມກົດໝາຍໃນທົ່ວປະເທດ.

ເອກະສານດັ່ງກ່າວ ທີ່ໄດ້ຖືກໝາຍໃຫ້ເປັນ “ຮ່າງສະບັບທີນຶ່ງ” ໂດຍຜູ້ພິພາກສາ ແຊມມີລ ອາລີໂຕ ແລະໄດ້ຖືກເຜີຍແຜ່ພາຍໃນບັນດາຜູ້ພິພາກສາອື່ນໆ ໃນເດືອນກຸມພາ ທີ່ສະແດງເຖິງການລະເມີດຂັ້ນຕອນໃນການພິຈາລະນາໄຕ່ຕອງທີ່ເປັນເລື້ອງລະອຽດອ່ອນ ແລະປິດລັບສູງທີ່ສຸດພາຍໃນບັນດາຜູ້ພິພາກສານັ້ນ ຊຶ່ງການຕັດສິນຂອງຜູ້ພິພາກສາທັງຫຼາຍ ແມ່ນຈະບໍ່ມີຜູ້ໃດຮູ້ຈັກ ຈົນກວ່າຈະມີການຕັດສິນລົງຄວາມເຫັນ ໄດ້ຖືກແຈ້ງອອກມາຢ່າງເປັນທາງການ.

ທ່າທີທັງຫຼາຍເຫຼົ່ານັ້ນ ສາມາດປ່ຽນແປງໄດ້ ໃນລະຫວ່າງຂັ້ນຕອນຂອງການພິຈາລະນາ ແມ່ນກະທັງຫຼັງຈາກມີຮ່າງບົດຄວາມເຫັນສຽງສ່ວນຫຼາຍ ກໍຕາມ ແລະການຕັດສິນຄັ້ງສຸດທ້າຍ ຄາດກັນວ່າ ຈະອອກມາກ່ອນທີ່ສານສິ້ນສຸດວາລະອາຍຸການປະຕິບັດໜ້າທີ່ ໃນທ້າຍເດືອນມິຖຸນາ ຫຼື ຕົ້ນເດືອນກໍລະກົດນີ້.

ບັນຫາໃຫຍ່ໃນທີ່ນີ້ ແມ່ນເລື້ອງຂອງສິດໃນການແທ້ງລູກ ຢູ່ໃນສະຫະລັດ ຊຶ່ງນັບຕັ້ງແຕ່ມີການຕັດສິນ ໃນຄະດີຂອງໂຣນັ້ນ ກໍໄດ້ຮັບການປົກປ້ອງທຸກລະດັບໃນທົ່ວປະເທດ ແລະໄດ້ຮັບການຢັ້ງຢືນຕື່ມອີກໃນຄະດີ ປີ 1992 ລະຫວ່າງໜ່ວຍງານການວາງແຜນຄອບຄົວຂອງຜູ້ປົກຄອງ ສູ້ກັບ ເຄຊີ.

“ຖ້າຫາກສານສູງສຸດ ອອກຄວາມເຫັນສ່ວນໃຫຍ່ ຕາມແນວທາງ ຂອງຮ່າງຄວາມເຫັນທີ່ໄດ້ຮົ່ວໄຫລອອກມາ ຊຶ່ງເປັນບົດຂຽນໂດຍຜູ້ພິພາກສາ ອາລີໂຕ ແທ້ຈິງແລ້ວ ຊຶ່ງເປັນການຫັນປ່ຽນຂະໜາດໃຫຍ່ແບບຜືນແຜ່ນດິນໂລກ ຂອງສິດໃນການແທ້ງລູກ ຈະມີຄວາມສຳຄັນຢ່າງຍິ່ງເທົ່າກັບຄວາມຄິດເຫັນໃດໆທີ່ສານ ໄດ້ເຄີຍອອກຄວາມເຫັນນີ້” ນັ້ນແມ່ນຄຳຖະແຫຼງຂອງທ່ານແອນໂທນີ ໂຣແມໂຣ ຜູ້ອຳນວຍການ ສະຫະພັນເສລີພາບຂອງພົນລະເຮືອນອາເມຣິກັນ ເມື່ອຕອນແລງວັນຈັນວານນີ້. ທ່ານກ່າວອີກວ່າ “ມັນຈະກີດກັນປະເທດຊາດເຄິ່ງນຶ່ງ ຂອງສິດພື້ນ ຖານ ສິດດ້ານລັດຖະທຳມະນູນ ທີ່ໄດ້ຮັບໂດຍ ພວກແມ່ຍິງຫຼາຍລ້ານຄົນ ຕະ ຫຼອດໄລຍະ 50 ປີ.”

ທ່ານອາລີໂຕ ແມ່ນນຶ່ງໃນຫົກຜູ້ພິພາກສາ ອານຸລັກນິຍົມ ໃນຄະນະສານທີ່ມີສະມາຊິກທັງໝົດເກົ້າຄົນ ແລະການຕ່າວປີ້ນຄະດີ ໂຣ ໄດ້ເປັນເປົ້າໝາຍຂອງພວກຫົວອະນຸລັກນິຍົມຢູ່ໃນສະຫະລັດ ມາຍາວນານແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG