ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ້ອງຟ້າ ຂອງຈີບູຕີ ເປັນອັນຕະລາຍ ຕໍ່ເຮືອບິນ ຂອງ ສະຫະລັດ


ທະຫານນາວິກໂຍທິນ ແລະທະຫານເຮືອສະຫະລັດ ກຳລັງຂື້ນ ເຮືອບິນ KC-130J ຢູ່ທີ່ຄ້າຍ Lemonnier.
ທະຫານນາວິກໂຍທິນ ແລະທະຫານເຮືອສະຫະລັດ ກຳລັງຂື້ນ ເຮືອບິນ KC-130J ຢູ່ທີ່ຄ້າຍ Lemonnier.

ລາຍງານໜັງສືພິມສະບັບ​ນຶ່ງ​ກ່າວ​ວ່າ ​ເຮືອບິນ ຢູ່​ຄ້າຍ​ທະຫານ​
ສະຫະລັດ ​ໃນ Djibouti ມັກ​ຈະ​ຕົກຢູ່ໃນ​ອັນ​ຕະລາຍ​ເລື້ອຍໆ
ຍ້ອນສະພາບການທີ່ເປັນປໍລະປັກ ຫລື​ຂາດ​ເຈົ້າໜ້າທີ່ຄວບຄຸມ
ການຂຶ້ນລົງຂອງເຮືອບິນ ທີ່ເປັນພົນລະ​ເຮືອນ​ ກຳກັບ​ຢູ່ທີ່ທາງ
ແລ່ນຂອງ​ເດີ່ນຢູ່ທີ່ຄ້າຍດັ່ງກ່າວ.

ໜັງສື​ພິມ The Washington Post ​ທີ່ໄດ້ອ້າງ​ ​ເອກ​ກະສາ​ນ
ຂອງທະຫານ ​ແລະ​ບັນດາ​ຜູ້​ຊ່ຽວຊານ​ການບິນລັດຖະບານ​
ກາງລາຍ​ງານ​ວ່າ ບັນດາ​ຜູ້​ຄວບ​ຄຸມ​ການບິນ​ຢູ່​ທີ່​ຄ້າຍ​ທະຫານ
Lemonnier ຢູ່​ Djibouti ໄດ້​ເຫັນ​ວ່າ ​ບໍ່ເອົາ​ຫົວຊາ​ກັບ​ການ​
ຄວບ​ຄຸມ​ການບິນ ​ໃນ​ຂະນະ​ທີ່​ພາກັນ​ຫລີ້ນເກ​ມວິ​ດີ​ໂອ ​ໂທລະ​
ສັບ​ຫາ​ກັນ ນອນ ຫລື​ພາກັນ​ຄ້ຽວຢາ​ເສ​ບຕິດ ​ທີ່​ເປັນ​ພືດ​ຮ້ອງ​ວ່າ khat ນັ້ນ.

ລາຍ​ງານ​ກ່າວ​ວ່າ ບັນດາ​ຜູ້​ຄວບ​ຄຸມ​ການບິນ ​ໄດ້​ຄັດ​ຄ້ານຕໍ່​ຄວາມ​ພະຍາຍາມ ບັນດາ​ທີ່​
ປືກສາຂອງສະຫະລັດ ທີ່ຈະ​ປັບປຸງ​ການ​ປະຕິບັດ​ງານ​ຂອງເຂົາ​ເຈົ້າ. ໃນ​ກໍ​ລະ​ນີນຶ່ງ ຜູ້​
ຄວບ​ຄຸມ​ການບິນ​ຄົນ​ນຶ່ງ​ໄດ້​ຂົ່ມຂູ່ ​ເຈົ້າ​ໜ້າ​ທີ່ກອງທັບ​ເຮືອສະ ຫະລັດຄົນ​ນຶ່ງ​ດ້ວຍທໍ່ນ້ຳ
​ແລະ​ຂົ່ມຂູ່​ທີ່​ຈະ​ “ປາດ​ຄໍພວກ​ອາ​ເມຣິກັນ” ຖ້າ​ຫາກ​ລາວ ​ເຫັນ​ເຂົາ​ເຈົ້າ​ອອກ​ຈາກ​ຄ້າຍ​
ໄປ.

ໜັງ​ສື​ພິມ the Washington Post ກ່າວ​ອີກ​ວ່າ ສະຖານະ​ການ​ ໄດ້​ພາໃຫ້​ເກືອບ​ເກີດ
​ອຸປະຕິບັດ​ເຫດ​ຫລາຍ​ຄັ້ງ​ຢູ່່​ເທິງອາກາດ ​ແລະ​ຢູ່​ທາງ​ແລ່ນ ຮວມທັງ​ອຸປະ​ຕິ​ເຫດໃນ​ປີ
2013 ທີ່​ເຮືອບິນ​ສ່ວນ​ໂຕຂອງ​ປະທານາທິບໍດີ Djibouti ທ່ານ Ismail Omar Guelleh ​ເກືອບຕຳ​ກັນ​ຢູ່​ເທິງອາກາດ ກັບ​ເຮືອບິນ ໂດຍສານຂອງສາຍການບິນ Kenya ລຳ​ນຶ່ງ.

​ເຈົ້າ​ໜ້າ​ທີ່​ສະຖານທູດ Djibouti ຢູ່ນະຄອນຫລວງ ວໍ​ຊິງ​ຕັນ ​ໄດ້​ປະຕິ​ເສດ​ລາຍ​ງານ​ດັ່ງ
ກ່າວ ​ໂດຍ​ກ່າວ​ວ່າ ທ່ານ​ແນ່​ນອນວ່າ ​ເດີ່ນ​ເຮືອບິນປອດ​ໄພດີ ​ແລະ​ຖ້າ​ຫາກ​ວ່າ​ພວກ
ຄວບ​ຄຸມ​ການບິນ ​ໄດ້​ນອນ​ແທ້​ນັ້ນ ຫລື​ຕິດ​ຢາ khat ນັ້ນ “​ມັນ​ຈະ​ມີ​ອຸປະຕິ​ເຫດ​ທຸກໆ​ມື້.”

XS
SM
MD
LG