ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາຍງານ ກ່າວວ່າ ແຮັກເກີ້ຈີນ ເຈາະຂໍ້ມູນ ຄອມພິວເຕີ້ ກອງທັບເຮືອ ສຫລ


ພວກແຮັກເກີ້ຈີນ ໄດ້ລັກຂະໂມຍ ເອົາຂໍ້ມູນ ທີ່ມີຄວາມສຳຄັນ ໄປຈາກຄອມພິວເຕີ້ ຂອງພະນັກງານ ສັນຍາຈ້າງ ຂອງກອງທັບເຮືອ ສະຫະລັດ.
ພວກແຮັກເກີ້ຈີນ ໄດ້ລັກຂະໂມຍ ເອົາຂໍ້ມູນ ທີ່ມີຄວາມສຳຄັນ ໄປຈາກຄອມພິວເຕີ້ ຂອງພະນັກງານ ສັນຍາຈ້າງ ຂອງກອງທັບເຮືອ ສະຫະລັດ.

ໜັງສືພິມວໍຊິງຕັນໂພສທ໌ ລາຍງານວ່າ ພວກເຈາະຂໍ້ມູນຂອງລັດຖະບານຈີນໄດ້ເຈາະ
ເຂົ້າໄປໃນລະບົບຄອມພິວເຕີ້ ຂອງພະນັກງານສັນຍາຈ້າງ ທີ່ເຮັດວຽກໃຫ້ແກ່ກອງທັບ
ເຮືອສະຫະລັດ ແລະໄດ້ລັກຂະໂມຍເອົາຂໍ້ມູນ ທີ່ມີຄວາມສຳຄັນໄປ ຈຳນວນນຶ່ງ.

ໜັງສືພິມວໍຊິງຕັນໂພສທ໌ ກ່າວວ່າ ການເຈາະຂໍ້ມູນດັ່ງກ່າວ ມີຂຶ້ນໃນເດືອນມັງກອນ
ແລະເດືອນກຸມພາຕົ້ນປີນີ້ ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດທີ່ຂໍສະຫງວນຊື່.

ໜັງສືພິມດັ່ງກ່າວເວົ້າວ່າ ການລັກຂະໂມຍຂໍ້ມູນ ໃນຄັ້ງນີ້ ແມ່ນປະມານ 614 ກິກາ
ໄບ ຮວມທັງແຜນການລັບ ທີ່ຈະພັດທະນາ ລະບົບລູກສອນໄຟຕໍ່ຕ້ານກຳປັ່ນ ທີ່ໄວ
ກວ່າສຽງ ໃຫ້ແກ່ເຮືອດຳນ້ຳຂອງສະຫະລັດ ພາຍໃນປີ 2020.

ສ່ວນຂໍ້ມູນອື່ນໆ ທີ່ຖືກລັກຂະໂມຍໄປ ແມ່ນຮວມທັງ ຂໍ້ມູນ ກ່ຽວກັບສັນຍານແລະ
ເຊັນເຊີ ສຳລັບເຮືອດຳນ້ຳ ຂໍ້ມູນ ທີ່ພົວພັນກັບ ລະບົບຖອດລະຫັດ ແລະຫ້ອງສະ
ໝຸດ ໃນການເຮັດສົງຄາມອີເລັກໂທຣນິກ ຂອງກອງທັບເຮືອ. ນອກນັ້ນ ໜັງສືພິມ
ວໍຊິງຕັນໂພສທ໌ຍັງລາຍງານວ່າ ລາຍລະອຽດ ກ່ຽວກັບກົນຈັກ ແລະ ລະບົບຊອຟ
ແວຈຳນວນນຶ່ງ ກໍໄດ້ຖືກລັກຂະໂມຍເອົາໄປ ໃນການເຈາະຂໍ້ມູນດັ່ງກ່າວ.

ໜັງສືພິມວໍຊິງຕັນໂພສທ໌ກ່າວວ່າ ຂໍ້ມູນດັ່ງກ່າວແມ່ນມີເປັນຄວາມຫຼໍ່ແຫຼມສຳຄັນສູງ
ເຖິງແມ່ນວ່າໄດ້ຖືກບັນຈຸໄວ້ ຢູ່ໃນຕາໜ່າງຄອມພິວເຕີ້ ທີ່ບໍ່ໄດ້ຖືວ່າ ເປັນຄວາມລັບ
ຂອງພວກສັນຍາຈ້າງກໍຈິງ. ໜັງສືພິມເວົ້າວ່າ ເຈົ້າໜ້າທີ່ສະຫະລັດບໍ່ໄດ້ລະບຸຊື່ຂອງ
ພະນັກງານສັນຍາຈ້າງ ແຕ່ກໍເວົ້າວ່າ ຜູ້ກ່ຽວເຮັດວຽກໃຫ້ແກ່ສູນກາງສົງຄາມໃຕ້ທະ
ເລຂອງກອງທັບເຮືອສະຫະລັດ ຊຶ່ງເປັນອົງການຈັດຕັ້ງທາງທະຫານທີ່ມີສຳນັກງານ
ໃຫຍ່ຍຢູ່ເມືອງນິວພອດ ລັດໂຣດໄອແລນ.

ທາງກອງທັບເຮືອສະຫະລັດ ພວມທຳການສືບສວນກ່ຽວກັບເລື້ອງນີ້ຢູ່ ຮ່ວມກັບອົງ
ການສັນຕິບານກາງສະຫະລັດ ອີງຕາມໜັງສືພິມວໍຊິງຕັນໂພສທ໌. ພວກເຈົ້າໜ້າທີ່
ສືບສວນແຈ້ງໃຫ້ທາງໜັງສືພິມຊາບວ່າ ການເຈາະຂໍ້ມູນນີ້ ແມ່ນເຮັດໂດຍກະຊວງ
ຮັກສາຄວາມສະຫງົບ ຊຶ່ງເປັນອົງການສືບລັບຂອງພົນລະເຮືອນ.

ເຈົ້າໜ້າທີ່ເຊື່ອວ່າ ຈີນໄດ້ທຳການໂຈມຕີເຈາະຂໍ້ມູນຕໍ່ກອງທັບ ລັດຖະບານແລະບໍ
ລິສັດຕ່າງໆຂອງສະຫະລັດ ມາໄດ້ຫລາຍໆປີແລ້ວ.

ຈີນເມື່ອໄວໆມານີ້ ໄດ້ຖືເອົາການພັດທະນາການເຮັດສົງຄາມໃຕ້ພື້ນທະເລເປັນບູລິ
ມະສິດ ເພື່ອອຸດຕັນຊ່ອງຫວ່າງ ໃນຄວາມລ້ຳໜ້າ ໃນຂົງເຂດວຽກງານດັ່ງກ່າວຂອງ
ສະຫະລັດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG