ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລາຍງານກ່າວວ່າ ຄວາມ​ສຳ​ພັນຂອງ​ອາ​ຟ​ຣິ​ກາ​ກັບ​ຈີນ ແລະ ຣັດເຊຍ ບໍ່ໄດ້​ໝາຍ​ຄວາມ​ວ່າ ໃຫ້​ການສະໜັບສະໜຸນ ຕໍ່ກົດລະບຽບໃໝ່ຂອງໂລກ


ແຟ້ມຮູບ-ຕຳ​ຫຼວດ​ຈະ​ລາຈອນ ກໍາລັງບອກການສັນຈອນ ຂອງຍານພາຫະນະ ທີ່ກໍາລັງແລ່ນຜ່ານສະຖານທີ່ເກັບເງິນ ຢູ່ທາງດ່ວນເປີດໃໝ່ ທີ່ສ້າງຂຶ້ນໂດຍ ບໍລິສັດກໍ່ສ້າງຂົວທາງຂອງຈີນ (CRBC) ບົນພື້ນຖານການຮ່ວມມື ລະຫວ່າງພາກລັດ ແລະພາກເອກະຊົນ (PPP), ໃນນະຄອນຫຼວງໄນໂຣບີ, ປະເທດເຄັນຢາ, ວັນທີ 14 ພຶດສະພາ 2022.
ແຟ້ມຮູບ-ຕຳ​ຫຼວດ​ຈະ​ລາຈອນ ກໍາລັງບອກການສັນຈອນ ຂອງຍານພາຫະນະ ທີ່ກໍາລັງແລ່ນຜ່ານສະຖານທີ່ເກັບເງິນ ຢູ່ທາງດ່ວນເປີດໃໝ່ ທີ່ສ້າງຂຶ້ນໂດຍ ບໍລິສັດກໍ່ສ້າງຂົວທາງຂອງຈີນ (CRBC) ບົນພື້ນຖານການຮ່ວມມື ລະຫວ່າງພາກລັດ ແລະພາກເອກະຊົນ (PPP), ໃນນະຄອນຫຼວງໄນໂຣບີ, ປະເທດເຄັນຢາ, ວັນທີ 14 ພຶດສະພາ 2022.

ບົດລາຍງານປະຈໍາປີຂອງກອງປະຊຸມປຶກສາຫາລື ກ່ຽວກັບຄວາມໝັ້ນຄົງຢູ່ທີ່ນະຄອນມິວນິກພົບວ່າ ທັດສະນະຂອງໂລກ ລວມທັງອາຟຣິກາ ທີ່ມີຕໍ່ ຣັດເຊຍ ແລະ ຈີນ ໄດ້ມີການປ່ຽນແປງ ນັບຕັ້ງແຕ່ການຮຸກຮານຢູເຄຣນຂອງວັງເຄຣັມລິນ. ບົດລາຍງານກ່າວວ່າ ຄວາມບໍ່ພໍໃຈຂອງປະເທດຕ່າງໆ ໃນທະ ວີບອາຟຣິກາ ກັບບັນດາປະເທດຕາເວັນຕົກ ບໍ່ໄດ້ເຮັດ​ໃຫ້ມີ​ຄວາມ​ປະ​ສົງ​ຢາກ​ເຫັນປັກກິ່ງຫຼືມົສກູມີອິດທິພົນເພີ້ມຂຶ້ນຢູ່ເໜືອກົດໝາຍລະຫວ່າງປະເທດ. ໂມຮໍາເມັດ ຢູຊັຟ ລາຍງານຈາກສູນກາງຂ່າວຂອງ VOA ໃນນະຄອນຫຼວງໄນໂຣບີ ປະເທດເຄັນຢາ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ບົດລາຍງານ​ຍາວ 176 ໜ້າ ທີ່ໄດ້ຮັບການເຜີຍແຜ່ໂດຍກອງປະຊຸມ​ມິວນິກ ເຊິ່ງເປັນການປະຊຸມ ສະແດງຄວາມຄິດເຫັນແບບອິດສະຫຼະປະຈໍາປີ ໂດຍມີເປົ້າໝາຍໃສ່ຄວາມໝັ້ນຄົງລະຫວ່າງປະເທດພົບວ່າ ອາຟຣິກາ ບໍ່ໄດ້ໃຫ້ຄວາມສົນໃຈທີ່ຈະສະໜັບສະໜຸນຕໍ່ກົດລະບຽບຂອງໂລກທີ່ນໍາໂດຍ ຈີນ ແລະ ຣັດເຊຍ.

ອີງຕາມບົດລາຍງານດັ່ງກ່າວ, ທັດສະນະຂອງປະເທດຕ່າງໆໃນທະວີບອາຟຣິກາທີ່ມີຕໍ່ ຣັດເຊຍ ແລະ ຈີນ ກໍາລັງມີການປ່ຽນແປງ ເນື່ອງຈາກການຮຸກຮານປະເທດເພື່ອນບ້ານ ຢູເຄຣນ ຂອງມົສກູ.

ບັນດານັກວິຈານໄດ້ກ່າວຫາລັດຖະບານຂອງອາຟຣິກາ ກ່ຽວກັບຄວາມລົ້ມແຫຼວໃນການບໍ່ສະແດງຄວາມເຫັນຕໍ່ຕ້ານການຮຸກຮານຂອງມົສກູ ແລະປະຕິເສດທີ່ຈະໂດດດ່ຽວປະເທດດັ່ງ​ກ່າວທັງທາງດ້ານເສດຖະກິດ ແລະທາງດ້ານການທູດ.

ໃນການລົງມະຕິຂອງສະມັດຊາໃຫຍ່ອົງການສະຫະປະຊາຊາດ ປະຈໍາເດືອນມີນາ ປີ 2022 ພົບວ່າ 38 ປະເທດຈາກທະວີບອາຟຣິກາ ໄດ້ປະນາມຕໍ່ສົງຄາມຂອງ ຣັດເຊຍ ຢູໃນຢູເຄຣນ, ໃນຂະນະອີກ 16 ປະເທດ ງົດການອອກສຽງ.

ແຟ້ມຮູບ-ອາຫານປະເພດເມັດເຂົ້າສາລີທີ່ເຫັນຢູ່ໃນກໍາປັ່ນ MV Brave Commander ຈາກທ່າກໍາປັ່ນ Yuzhny ໃນປະເທດຢູເຄຣນ ໄປບໍລິເວນຂົງເຂດແຫ້ງແລ້ງ ທາງທິດໃຕ້ຂອງທະເລຊາຍອາຟຣິກາ ໃນລະຫວ່າງທຽບທ່າຢູ່ທ່າກໍາປັ່ນໃນເມືອງ Djibouti, ວັນທີ 30 ສິງຫາ 2022. (Hugh Rutherford/World Food Program)
ແຟ້ມຮູບ-ອາຫານປະເພດເມັດເຂົ້າສາລີທີ່ເຫັນຢູ່ໃນກໍາປັ່ນ MV Brave Commander ຈາກທ່າກໍາປັ່ນ Yuzhny ໃນປະເທດຢູເຄຣນ ໄປບໍລິເວນຂົງເຂດແຫ້ງແລ້ງ ທາງທິດໃຕ້ຂອງທະເລຊາຍອາຟຣິກາ ໃນລະຫວ່າງທຽບທ່າຢູ່ທ່າກໍາປັ່ນໃນເມືອງ Djibouti, ວັນທີ 30 ສິງຫາ 2022. (Hugh Rutherford/World Food Program)

ທ່ານເດວິດ ອັອດໂຕ, ຫົວໜ້າການວິເຄາະຄວາມໝັ້ນຄົງ ແລະການປ້ອງກັນ ຂອງສູນກາງເພື່ອຄວາມໝັ້ນຄົງຂອງອາຟຣິກາ ແລະການສຶກສາທາງດ້ານຄວາມໝັ້ນຄົງ ກ່າວວ່າ ທ່າທີຂອງປະເທດຕ່າງໆທາງດ້ານສາກົນຂອງອາຟຣິກາ ໄດ້ເຮັດໃຫ້ຫຼາຍຄົນມີຄວາມສັບສົນ, ເຊິ່ງ ທ່ານໄດ້ກ່າວວ່າ:

“ຄວາມສັບສົນວຸ້ນວາຍລະຫວ່າງຜົນປະໂຫຍດ ແລະການສະໜັບສະໜຸນພາຍໃນ. ປັດຈຸບັນນີ້ ປະເທດຕ່າງໆໃນອາຟຣິກາ ກໍາລັງມີຄວາມສັບສົນວຸ້ນວາຍກ່ຽວກັບຜົນປະໂຫຍດຂອງພວກເຂົາເຈົ້າເອງ ຫຼາຍກວ່າການສະໜັບສະໜຸນດ້ານຍຸດທະສາດທາງພູມສາດການເມືອງຂອງ ຈີນ ຫຼື ຣັດເຊຍ. ທຸກໆປະເທດ ຈໍາເປັນຕ້ອງເອົາໃຈໃສ່ຕໍ່ຜົນປະໂຫຍດຂອງຕົນເອງ. ຂ້າພະເຈົ້າຄິດວ່າ ຄວາມແຕກຕ່າງຢູ່ໃນທີ່ນີ້ແມ່ນ ຫຼາຍໆປະເທດຢູ່ໃນທະວີບອາຟຣິກາ ກໍາລັງກາຍມາເປັນປະເທດທີ່ເປັນອິດສະຫຼະ ໃນທິດທາງທີ່ພວກເຂົາເຈົ້າເລືອກເອງ.”

ໃນຂະນະທີ່ ຈີນ ແລະ ຣັດເຊຍ ອາດຈະຮວບຮວມການສະໜັບສະໜຸນບາງຢ່າງ ສໍາລັບຄວາມຫວັງໃນການປົກຄອງດ້ານຄວາມໝັ້ນຄົງ ແລະເສດຖະກິດຢູ່ໃນທົ່ວໂລກ, ເກືອບທຸກໆປະເທດ ບໍ່ຕ້ອງການໃຫ້ໂລກຂອງພວກເຮົາຖືກນໍາພາໂດຍລະບອບຜະເດັດການ, ອີງຕາມການກ່າວຂອງບັນດາຜູ້ຄົ້ນຄວ້າ.

ຜູ້ຂຽນຖະແຫຼງການກ່າວວ່າ ອາຟຣິກາບໍ່ພໍໃຈຕໍ່ລະບົບຂອງໂລກທີ່ນໍາພາໂດຍປະເທດຕາເວັນຕົກ, ແລະພວກເຂົາເຈົ້າກໍຍັງຕໍ່ຕ້ານການຂະຫຍາຍອໍານາດທີ່ເພີ້ມຂຶ້ນຂອງ ຣັດເຊຍ ແລະ ຈີນ ຢູ່ໃນລະບົບສາກົນ.

ທ່ານພອລ ນັນທູເລຍ (Paul Nantulya), ນັກຊ່ຽວຊານກ່ຽວກັບການພົວພັນລະຫວ່າງຈີນ-ອາຟຣິກາ ກ່າວວ່າ ຈີນ ແລະທະວີບແຫ່ງນີ້ ກໍາລັງດໍາເນີນງານຮ່ວມກັນ ເພື່ອປ່ຽນແປງບາງສະຖາບັນສາກົນ ທີ່ພວກເຂົາເຈົ້າຮູ້ສຶກວ່າ ບໍ່ອໍານວຍຕໍ່ການມີຊີວິດລອດຂອງພວກເຂົາ.

ແຟ້ມຮູບ- ຄະນະຜູ້ແທນເຊເນການ ພາກັນເຂົ້າສູ່ຫ້ອງປະຊຸມ ໃນລະຫວ່າງການປະຊຸມຮ່ວມມື ຈີນ-ອາຟຣິກາ (FOCAC) ຢູ່ທີ່ເມືອງ Diamniadio ໃນນະຄອນຫຼວງດາກາ, ປະເທດເຊເນການ, ວັນທີ 29 ພະຈິກ 2021.
ແຟ້ມຮູບ- ຄະນະຜູ້ແທນເຊເນການ ພາກັນເຂົ້າສູ່ຫ້ອງປະຊຸມ ໃນລະຫວ່າງການປະຊຸມຮ່ວມມື ຈີນ-ອາຟຣິກາ (FOCAC) ຢູ່ທີ່ເມືອງ Diamniadio ໃນນະຄອນຫຼວງດາກາ, ປະເທດເຊເນການ, ວັນທີ 29 ພະຈິກ 2021.

ທ່ານນັນທູເລຍ ກ່າວວ່າ:

“ລັດຖະບານຈີນ ໃຊ້ປະໂຫຍດຈາກຂໍ້ຂ້ອງໃຈ ຂອງປະຊາຊົນຊາວອາຟຣິກາ ດ້ວຍລະບົບສາກົນໃນປັດຈຸບັນ ເພື່ອສ້າງຄວາມສໍາພັນໃກ້ຊິດທາງການທູດ ແລະດ້ານການເມືອງກັບປະເທດຕ່າງໆໃນອາຟຣິກາ. ຂ້າພະເຈົ້າຄິດວ່າ ສິ່ງທີ່ຈີນຕ້ອງການກໍຄື ການເລືອກກໍານົດຮູບແບບ ຂອງລະບົບສາກົນ ໃນປັດຈຸບັນ ເຊິ່ງ ຈີນ ບໍ່ຈໍາເປັນລຶບລ້າງກົດລະບຽບລະຫວ່າງປະເທດ. ຈີນ ຕ້ອງການເລືອກທີ່ຈະກໍານົດບາງຮູບແບບຂອງລະບົບສາກົນ, ແລະໃນຄວາມພະຍາຍາມດັ່ງກ່າວມານັ້ນ ຈີນ ໄດ້ພົບກັບການສະໜັບສະໜຸນຈາກປະເທດຕ່າງໆໃນອາຟຣິກາ.”

ນັກຊ່ຽວຊານກ່າວວ່າ ຈີນ ໄດ້ສ້າງສະຖາບັນຕ່າງໆເຊັ່ນ ສະຖາບັນການຮ່ວມມືຊຽງໄຮ້ ແລະສະຖາບັນການເລີ້ມຕົ້ນຄວາມໝັ້ນຄົງຢູ່ໃນທົ່ວໂລກ, ເຊິ່ງອາຟຣິກາ ກໍເປັນສ່ວນນຶ່ງຂອງສະຖາບັນເຫຼົ່ານີ້ ເພື່ອເປັນແຮງຜັກດັນອໍານາດສໍາລັບພວກເຂົາ ແລະເປັນໂຕແທນໃນລະບົບສາກົນໃຫ້ແກ່ພວກເຂົາ.

ທ່ານເດວິດ ມອນເຢ (David Monyae), ຫົວໜ້າສູນກາງການສຶກສາສໍາລັບອາຟຣິກາ ແລະຈີນ ຢູ່ທີ່ມະຫາວິທະຍາໄລຂອງໂຈຮານເນສເບີກ ກ່າວວ່າ ອາຟຣິກາ ເລືອກກົດລະບຽບທີ່ຍຸຕິທໍາສໍາລັບທຸກໆທະວີບ ແລະທຸກໆປະເທດຢູ່ໃນທົ່ວໂລກ, ເຊິ່ງ ທ່ານໄດ້ກ່າວວ່າ:

“ພວກເຮົາຕ້ອງການໃຫ້ມີການແຈກຢາຍຊັບພະຍາກອນຕ່າງໆຢ່າງມີຄວາມຍຸຕິ ທໍາ ລະຫວ່າງໂຄງສ້າງທາງດ້ານພະຫຸພາຄີ ກັບອົງການການຄ້າໂລກ ດ້ວຍຄວາມຍຸຕິທໍາທີ່ສຸດໃນລັກສະນະຂອງການຄ້າ. ເຈົ້າບໍ່ສາມາດມີປະເທດທີ່ຈະເວົ້າວ່າ ລັດຖະບານຕ້ອງບໍ່ໃຫ້ການຊ່ວຍເຫຼືອ, ແຕ່ພວກເຂົາເຈົ້າໃຫ້ການອຸດໜຸນແກ່ຜະລິດຕະພັນທາງດ້ານກະສິກໍາຂອງພວກເຂົາເຈົ້າເອງ. ດັ່ງນັ້ນ ບໍ່ວ່າອາຟຣິກາຈະໄດ້ຮັບຫຼືບໍ່ ພວກເຂົາກໍອາດຈະບໍ່ໄດ້ອໍານາດ ໃນສິ່ງທີ່ພວກເຂົາຕ້ອງການ. ຢ່າງໃດກໍຕາມ ມັນຈະຍັງຄົງມີການຍົກບັນຫາຕ່າງໆເຫຼົ່ານີ້ຂຶ້ນມາຢູ່.”

ຢູ່ໃນບົດລາຍງານ ກ່າວວ່າ ອາຟຣິກາຕ້ອງການໃຫ້ທຸກໆຄົນ ໄດ້ຍິນສຽງຂອງພວກເຂົາເຈົ້າ ແລະພວກເຂົາກໍຕ້ອງການໃຫ້ໄດ້ຮັບບົດບາດ ໃນການກໍານົດກົດ ໝາຍລະຫວ່າງປະເທດ ແລະກົດລະບຽບຂອງສາກົນ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG