ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະເທດຕ່າງໆໃນທະວີບອາຟຣິກາ ສ່ວນນຶ່ງແມ່ນຕ້ອງຕິຕໍ່ຄວາມບໍ່ໝັ້ນຄົງທາງດ້ານອາຫານ


ແຟ້ມຮູບ-ນາງແອງເຈລລີນ ຄາດີກີ (Angeline Kadiki), ຊາວກະສິກອນປູກເຂົ້າ​ຕອກ​ແຕກ​ຫຼື​ເຂົ້າ​ຟ່າງ ກໍາລັງກວດກາເບິ່ງຜົນລະປູກທີ່ງອກງາມທ່າມກາງສະພາບອາກາດທີ່ແຫ້ງແລ້ງ, ເມື່ອວັນທີ 14 ມີນາ 2019, ໃນ ມູໂຕໂກ ບໍລິເວນຊົນນະບົດຂອງປະເທດຊິມບັບເວ.
ແຟ້ມຮູບ-ນາງແອງເຈລລີນ ຄາດີກີ (Angeline Kadiki), ຊາວກະສິກອນປູກເຂົ້າ​ຕອກ​ແຕກ​ຫຼື​ເຂົ້າ​ຟ່າງ ກໍາລັງກວດກາເບິ່ງຜົນລະປູກທີ່ງອກງາມທ່າມກາງສະພາບອາກາດທີ່ແຫ້ງແລ້ງ, ເມື່ອວັນທີ 14 ມີນາ 2019, ໃນ ມູໂຕໂກ ບໍລິເວນຊົນນະບົດຂອງປະເທດຊິມບັບເວ.

ຜູ້ຊ່ຽວຊານທາງດ້ານເສດຖະກິດແລະການຄ້າ ກໍາລັງຮຽກຮ້ອງໃຫ້ບັນດາ ປະເທດຕ່າງໆໃນອາຟຣິກາ ເພີ້ມການຄ້າ ລະ​ຫວ່າງກັນແລະກັນ, ພ້ອມທັງຟື້ນຟູພາກສ່ວນການກະສິກໍາຂອງພວກເຂົາເຈົ້າ ເພື່ອຮັບມືກັບຄວາມບໍ່ໝັ້ນຄົງທາງດ້ານອາຫານ ແລະການຂະຫຍາຍໂຕ​ທີ່​ຊັກຊ້າ​ ທາງ​ດ້ານເສດຖະກິດ ເນື່ອງ​ມາຈາກສົງຄາມຢູ່ໃນຢູເຄຣນ. ໂມຮໍາເມັດ ຢູຊັ​ບ (Mohammed Yusuf) ມີລາຍງານຈາກນະຄອນຫຼວງໄນໂຣບີ, ເຊິ່ງ ທິບສຸດາ ​ຈະ​ນຳ​ເອົາລາຍລະອຽດ ມາສະ ເໜີທ່ານ ໃນອັນດັບຕໍ່ໄປ.

ວິກິດການອາຫານຢູ່ໃນທົ່ວໂລກ ໄດ້ເຮັດໃຫ້ປະຊາຊົນປະມານ 300 ລ້ານຄົນຢູ່ປະເທດຕ່າງໆໃນອາຟຣິກາ ປະເຊີນກັບຄວາມບໍ່ໝັ້ນຄົງທາງດ້ານອາຫານ. ວິກິດການຢູ່ອາຟຣິກາ ມີຫຼາຍໆກໍລະນີທີ່ແຕກຕ່າງກັນເຊັ່ນວ່າ ໄພແຫ້ງແລ້ງທີ່ຍັງຄົງດໍາເນີນໄປຢ່າງຕໍ່ເນື່ອງຢູ່ທາງທິດຕາເວັນອອກຂອງທະວີບອາຟຣິກາ. ລາຄາຂອງອາຫານແລະພະລັງງານທີ່ເພີ້ມຂຶ້ນສູງ,​ ພ້ອມທັງການຕັດການສົ່ງອອກອາຫານປະເພດເມັດຈາກ ຢູເຄຣນ.

​ໃນ​ການ​ຖະ​ແຫຼງ​ຕໍ່ບັນດານັກຂ່າວທາງອອນລາຍໃນວັນພຸດແລ້ວນີ້, ທ່ານສະຕີເຟັນ ຄາຣິງກີ (Stephen Karingi), ຫົວໜ້າການຄ້າ ຂອງຄະນະກໍາມາທິການທາງດ້ານເສດຖະກິດ ແຫ່ງອົງການສະຫະປະຊາຊາດ ປະ​ຈຳ​ອາ​ຟ​ຣິ​ກາ ກ່າວວ່າ ປະເທດຕ່າງໆໃນທະວີບອາຟຣິກາເຫຼົ່ານັ້ນຕ່າງກໍຕ້ອງຕິເຊິ່ງກັນແລະກັນ ຕໍ່ບັນຫາດັ່ງກ່າວ, ເຊິ່ງທ່ານ ໄດ້ກ່າວວ່າ:

“ຕະຫຼາດອາຫານຕ່າງໆຂອງພວກເຮົາ ກໍາລັງປະສົບກັບຄວາມຕື່ນຕົກໃຈເຫຼົ່ານີ້ ຈາກທະວີບອື່ນ, ແຕ່ ຍ້ອນຫຍັງພວກເຮົາຈຶ່ງຕ້ອງປະເຊີນ ກັບບັນຫາທີ່ຕື່ນຕົກ ໃຈອັນນີ້ ນັ້ນກໍຍ້ອນວ່າພວກເຮົາມີການຄ້າທາງດ້ານກະສິກໍາ ແລະອາ​ຫານການກະເສດລະ​ຫວ່າງ​ອາຟຣິກາດ້ວຍ​ກັນທີ່ຕໍ່າຫຼາຍ. ຖ້າພວກເຮົາຫາກປະສົບຜົນສໍາເລັດທາງດ້ານຕ່າງໆທີ່ກ່າວມານັ້ນດີກວ່າເກົ່າ ແລະແກ້ໄຂຂໍ້ຫຍຸ້ງຍາກ ໃນພາກ ສ່ວນທີ່ສໍາຄັນຂອງລະບົບກະສິກໍາ, ພວກເຮົາຈະບໍ່ປະສົບກັບບັນຫາທີ່ພວກເຮົາກໍາລັງປະເຊີນຢູ່ນະເວລານີ້ເລີຍ.”

ຫຼາຍໆປະເທດໃນທະວີບອາຟຣິກາ ແມ່ນເພິ່ງພາທັງປະເທດຣັດເຊຍ ແລະ ຢູ ເຄຣນ ສໍາລັບດ້ານອາຫານແລະຜະລິດຕະພັນທາງດ້ານການກະເສດ, ນັກຊ່ຽວ ຊານທັງຫຼາຍກໍາລັງຜັກດັນຫຼາຍໆປະເທດຢູ່ໃນທະວີບອາຟຣິກາໃຫ້ປະຕິບັດງານຮ່ວມກັນເພື່ອຂ້າມຜ່ານວິກິດການຕ່າງໆດັ່ງກ່າວມານັ້ນ.

ທ່ານ ຄາຣິງກີ ກ່າວວ່າ ທະວີບແຫ່ງນີ້ຈໍາເປັນຕ້ອງເລີ້ມຕົ້ນດໍາເນີນງານກ່ຽວກັບຂົງເຂດການຄ້າເສລີຢູ່ໃນທະວີບອາຟຣິກາ ຫຼື AFCFTA, ເຊິ່ງນັກເສດຖະສາດໄດ້ກ່າວວ່າ ມີປະສິດທິພາບທີ່ຈະນໍາເອົາປະຊາກອນປະມານ 30 ລ້ານຄົນອອກຈາກຄວາມທຸກຍາກ, ເຊິ່ງທ່ານໄດ້ກ່າວວ່າ:

AFCFTA ກໍາລັງເປີດໂອກາດໃຫ້ມີການເພີ້ມມູນຄ່າທາງການຄ້າ ກ່ຽວກັບສິນ ຄ້າເຄື່ອງອຸປະໂພກບໍລິໂພກ, ແລະສິນຄ້າທາງການກະເສດ, ເຊິ່ງມັນຈະເຮັດໃຫ້ການແລກປ່ຽນທາງການຄ້າໃນດ້ານແປ້ງເຂົ້າເບລ່, ແປ້ງສາລີ ຫຼື ແປ້ງ​ເຂົ້າ​ຕອກ​ແຕກ ເຊິ່ງມີການຜະລິດຈາກປະເທດນຶ່ງ ນໍາໄປອີກປະເທດອື່ນໆ. ຂໍເວົ້າອີກຄັ້ງນຶ່ງ, ເນື່ອງຈາກວ່າພວກເຈົ້າມີພື້ນຖານ ແລະກົດລະບຽບຂອງແຫຼ່ງກໍາເນີດຕ່າງໆທີ່ຄືກັນ.”

ທ່ານໂອລິເວີ ຊິນການວາ (Oliver Chinganva), ຫົວໜ້າສູນສະຖິຕິອາຟຣິກາ ຂອງຄະນະກໍາມາທິການທາງດ້ານເສດຖະກິດ ແຫ່ງອົງການສະຫະປະຊາຊາດກ່າວວ່າ ອາຟຣິກາມີຄວາມສ່ຽງທາງດ້ານການເງິນ ເນື່ອງຈາກວິກິດການຢູ່ໃນທົ່ວໂລກ.

ທາງຄະນະກໍາມາທິການກ່າວວ່າ ນັບແຕ່ເດືອນພຶດສະພາຂອງປີນີ້ມາ, 23 ປະ ເທດໃນທະວີບອາຟຣິກາ ບໍ່​ສາ​ມາດ​ແກ້​ໄຂວິກິດການທາງດ້ານອາຫານ ເນື່ອງຈາກມີຄວາມສ່ຽງສູງທີ່ຈະຢູ່ໃນພະວະໜີ້ສິນ ຫຼື ປະເຊີນຢູ່ໃນສະພາບທີ່ມີໜີ້ສິນ.

ຄະນະກໍາມາທິການ ກໍາລັງຮຽກຮ້ອງໃຫ້ສະຖາບັນການເງິນຕ່າງໆບັນເທົາການບໍລິການທາງດ້ານໜີ້ສິນ ຕໍ່ປະເທດທັງຫຼາຍເຫຼົ່ານັ້ນ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG