ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບົດລາຍງານ ກ່າວວ່າ ເສດຖະກິດທີ່ກ້າວໜ້າທັງຫຼາຍ ມີສ່ວນພົວພັນໃນການສໍ້ລາດບັງຫຼວງ ຂ້າມຊາດ

ແຟ້ມພາບ - ຄົນງານຜູ້ນຶ່ງ ລຽງສຳເນົາເອກະສານລາຍງານປະຈຳປີ ດັດຊະນີການຮັບຮູ້ຂອງການສໍ້ລາດບັງຫຼວງ ໃນການຊິ້ງຊອມການສໍ້ລາດບັງຫຼວງຂອງອົງການຄວາມໂປ່ງໃສສາກົນ ກ່ອນໜ້າທີ່ຈະຈັດກອງປະຊຸມຖະແຫລງຂ່າວ ເມື່ອໃດທີ່ເອກະສານນີ້ ໄດ້ຖືກນຳອອກເຜີຍແຜ່, ໃນນະຄອນຫຼວງເບີລິນ, ວັນທີ 26 ຕຸລາ 2010.

ຄວາມພະຍາຍາມໃນການປາບປາມການສໍ້ລາດບັງຫຼວງ ຢູ່ໃນເສດຖະກິດທີ່ກ້າວໜ້າທັງຫຼາຍ ຊຶ່ງເບິ່ງຄືວ່າ “ໃສສະອາດ” ກໍໄດ້ຢຸດສະງັກ ແມ່ນກະທັງຂະນະທີ່ການບຸກລຸກຢູເຄຣນຂອງຣັດເຊຍນັ້ນ ໄດ້ນຳມາຊຶ່ງບົດບາດຂອງປະເທດໃນການສົ່ງເສີມລະບອບສ້າງ​ຮັ່ງ​ຄູນ​ມີ​ ໃຫ້​ແກ່​ພວກ​ປົກ​ຄອງ ໃນຊ່ວງຫຼາຍທົດສະວັດທີ່ຜ່ານມານີ້, ອີງຕາມອົງການຄວາມໂປ່ງໃສສາກົນ ຫຼື Transparency International ທີ່ໄດ້ກ່າວໃນບົດລາຍງານ ເມື່ອວັນອັງຄານວານນີ້.

ໃນຂະນະພາບພົດທີ່ໂຫດຮ້າຍຂອງການຕໍ່ສູ້ຕ້ານການສໍ້ລາດບັງຫຼວງໃນທົ່ວໂລກ ອົງການຊິ້ງຊອມດັ່ງກ່າວ ທີ່ມີຫ້ອງການຕັ້ງຢູ່ໃນເບີລິນ ໄດ້ສ່ອງແສງໃສ່ພວກປະເທດທີ່ມີຄະແນນສູງເປັນປະຫວັດການ ຊຶ່ງໝາຍຄວາມວ່າ ມີແນວໂນ້ມທີ່ດີ ຢູ່ໃນດັດຊະນີຄວາມຮັບຮູ້ຂອງການສໍ້ລາດບັງຫຼວງປະຈຳປີ ຫຼື CPI ຂອງຕົນ.

ປະເທດທັງຫຼາຍເຫຼົ່ານັ້ນ ຍັງຄົງຢູ່ພາຍໃນ ອັນທີ່ເອີ້ນວ່າ “ສະອາດທີ່ສຸດ” ໃນໂລກ. ແຕ່ຈາກ ເຢຍຣະມັນ ເຖິງ ຝຣັ່ງ ຫາ ສະວິດເຊີແລນ ສ່ວນໃຫຍ່ແລ້ວແມ່ນເຫັນໄດ້ວ່າ ຄະແນນຂອງພວກເຂົາຢູ່ໃນ CPI ຫລຸດລົງ ຫຼື ຢຸດສະງັກ ເມື່ອປີກາຍນີ້.

ຫ້າປະເທດທີ່ໄດ້ຮັບຄະແນນສູງສຸດຕາມດັ່ງເດີມຄື ອອສເຕຣເລຍ ອອສເຕຣຍ ການາດາ ລຸກຊຳເບີກ ແລະສະຫະຣາຊະອານາຈັກ ໄດ້ເຫັນການທົດຖອຍລົງຢ່າງໃຫຍ່ໃນການປະເມີນຜົນຂອງພວກເຂົາເຈົ້າ ອີງຕາມການກ່າວຂອງອົງການຄວາມໂປ່ງໃສສາກົນ.

ສ່ວນສະຫະລັດ ໄດ້ຮັບ 69 ຄະແນນ ຊຶ່ງເປັນການເພີ້ມຂຶ້ນ “ເລັກນ້ອຍ” 2 ຈຸດ ແຕ່ນັກຊ່ຽວຊານຂອງອົງການຄວາມໂປ່ງໃສສາກົນ ໄດ້ເອີ້ນອັນດັບນີ້ ວ່າ “ໜ້າເປັນຫ່ວງ.”

ແຟ້ມພາບ - ສາຍໄມໂກຣໂຟນ ພັນກັນຢູ່ດ້ານໜ້າເຄື່ອງໝາຍຂອງອົງການຄວາມໂປ່ງໃສສາກົນ ຫຼື Transparency International ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງເບີລິນ ຂອງເຢຍຣະມັນ, ວັນທີ 23 ກັນຍາ 2008.
ແຟ້ມພາບ - ສາຍໄມໂກຣໂຟນ ພັນກັນຢູ່ດ້ານໜ້າເຄື່ອງໝາຍຂອງອົງການຄວາມໂປ່ງໃສສາກົນ ຫຼື Transparency International ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ໃນນະຄອນຫຼວງເບີລິນ ຂອງເຢຍຣະມັນ, ວັນທີ 23 ກັນຍາ 2008.

ແມ່ນກະທັງເດັນມາກ ທີ່ໄດ້ອັນດັບທີ 1 ແມ່ນໄດ້ຖືກຈັດໃຫ້ຢູ່ໃນປະເພດທີ່ “ບໍ່ຄ່ອຍມີ ຫຼື ບໍ່ບັງຄັບໃຊ້” ໃນການຕໍ່ສູ້ ຕ້ານການຮັບສິນບົນຈາກຕ່າງປະເທດ.

ເມື່ອຂ້າມຊາຍແດນໄປ ການສໍ້ລາດບັງຫຼວງ ມີຫຼາຍຮູບແບບ ຈາກປະເທດຕ່າງໆ ທີ່ອະນຸຍາດໃຫ້ພວກຕ່າງປະເທດທີ່ສໍ້ໂກງ ຟອກເງິນທີ່ລັກຂະໂມຍມາ ໂດຍຜ່ານເສດຖະກິດຂອງພວກເຂົາ ໄປຍັງລັດຖະບານຕ່າງໆ ທີ່ບໍ່ລົງໂທດພວກບໍລິສັດທີ່ໃຫ້ສິນບົນແກ່ພວກເຈົ້າໜ້າທີ່ຕ່າງຊາດ.

ໃນຊຸມປີມໍ່ໆມານີ້ ພວກນັກສືບສວນ ໄດ້ເຜີຍແບໂຕຢ່າງຂອງກໍລະນີເງິນສໍ້ລາດບັງຫຼວງ ທີ່ຫາວິທີທາງສົ່ງເຂົ້າໄປໃນເສດຖະກິດຂອງປະເທດຕາເວັນຕົກ ຈາກມູນຄ່າເກືອບ 2 ຕື້ໂດລາ ຂອງຊັບສິນຢູ່ໃນອັງກິດທີ່ພວກຊາວຣັດເຊຍເປັນເຈົ້າຂອງ ຜູ້ທີ່ຖືກກ່າວຫາ ໃນອາຊະຍາກຳດ້ານການເງິນ ຫຼື ດ້ວຍການເຊື່ອມໂຍງກັບວັງເຄຣມລິນ ຕະຫຼອດເຖິງການຟອກເງິນ ຫຼາຍສິບພັນລ້ານໂດລາ ເຂົ້າໄປການາດາ ໃນແຕ່ລະປີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG