ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເດັກຍິງ ອາຍຸ 5 ປີ ຖືກຂົ່ມຂືນ ຊໍາເລົາ ຢູ່ອິນເດຍ (ວີດິໂອ)


ປະຊາຊົນອິນ​ເດຍ​ ​​ເດີນ​ຂະ​ບວນ ປະ​ທ້ວງ ການ​ຂົ່ມຂືນ​ຊໍາ​ເລົາ ເດັກ​ຍິງ​ ອາຍຸ 5 ປີ ຢູ່​ນະຄອນຫລວງ ​ນິວ​ແດລລີ, ວັນທີ 20 ເມສາ 2013.
ປະຊາຊົນອິນ​ເດຍ​ ​​ເດີນ​ຂະ​ບວນ ປະ​ທ້ວງ ການ​ຂົ່ມຂືນ​ຊໍາ​ເລົາ ເດັກ​ຍິງ​ ອາຍຸ 5 ປີ ຢູ່​ນະຄອນຫລວງ ​ນິວ​ແດລລີ, ວັນທີ 20 ເມສາ 2013.
ປະຊາຊົນອິນ​ເດຍ​ໄດ້​ພາກັນ​ລົງ​ສູ່​ຖະໜົນ​ຫົນທາງ​ເດີນ​ຂະ​ບວນ
ປະ​ທ້ວງ ​ໃນ​ວັນ​ເສົາ​ມື້​ນີ້ ຢູ່​ນະຄອນຫລວງ​ນິວ​ແດລລີ ຫລັງ​ຈາກ​
ມີ​ລາຍ​ງານ​ຂ່າວ​ອອກ​ມາ ກ່ຽວ​ກັບ​ການ​ຂົ່ມຂືນ​ຊໍາ​ເລົາ ​ເດັກ​ຍິງ
ອາຍຸ 5 ປີ ຄົນ​ນຶ່ງ ທີ່​ເວລາ​ນີ້​ກໍາລັງ​ຮັກສາ​ໂຕ​ຢູ່​ໂຮງໝໍ ​ໂດ​ບມີ​
ບາດ​ແຜ​ທາງ​ໃນ​ທີ່​ສາຫັດ.

ປະທານາທິບໍດີ​ແລະ​ນາຍົກລັດຖະມົນຕີ ຂອງ​ປະ​ເທດ ​ໄດ້​ສະ
ແດງ​ຄວາມ​ຕື່ນ​ຕົກ​ໃຈ ​ແລະ​ສະ​ລົດ​ໃຈ​ຢ່າງ​ເລິ່ງ​ເຊິ່ງ ນໍາການ​ກໍ່​
ອາ​ຊະ​ຍາ​ກໍາ​ອັນ​ຊົ່ວ​ຮ້າຍ​ດັ່ງກ່າວ ຊຶ່ງ​ໄດ້​ມີ​ຂຶ້ນ ​ໃນ​ເວລາ​ພຽງ 4 ​
ເດືອນ ຫລັງ​ຈາກ​ເຫດການ​ຂົ່ມ​ຂຶນ​ຊໍາ​ເລົາ​ທີ່​ຄ້າຍຄື​ກັນ​ນີ້ ​ໄດ້​ສັ່ນ​
ສະ​ເທືອ​ນປະ​ເທດ​ຊາດ.

​ໃນ​ວັນ​ເສົາ​ມື້​ນີ້ ຕໍາຫລວດ​ອິນ​ເດຍກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ໂຕ​ການ ທ້າວ Manoj Kumar ອາຍຸ 22 ປີ ທີ່​ໄດ້​ຫລົບໜີ​ໄປ​ຍັງ​ລັດ Bihar ທີ່ຢູ່​ຕິດ​ກັນນັ້ນ ຫລັງ​ຈາກ​ທີ່​ໄດ້ລັກ
ພາ​ໂຕ​ເດັກ​ຍິງ​ ອາຍຸ 5 ປີ ຄົນ​ນັ້ນ​ ​ໄປ​ຂົ່ມ​ຂຶນ​ຊໍາ​ເລົາ​ແລະ​ທໍລະມານ ຕາມ​ຄໍາ​ກ່າວ​ຫາ​ນັ້ນ.

ເຈົ້າໜ້າທີ່ກໍາລັງພາເດັກຍິງ ອາຍຸ 5 ປີ ຜູ້ເຄາະຮ້າຍ ໄປຍັງໂຮງໝໍ ເພື່ອປິ່ນປົວ ຢູ່ນະຄອນຫລວງນິວແດລລີ, ວັນທີ 19 ເມສາ 2013.(ຄລິກເພື່ອຂະຫຍາຍຮູບ)
ເຈົ້າໜ້າທີ່ກໍາລັງພາເດັກຍິງ ອາຍຸ 5 ປີ ຜູ້ເຄາະຮ້າຍ ໄປຍັງໂຮງໝໍ ເພື່ອປິ່ນປົວ ຢູ່ນະຄອນຫລວງນິວແດລລີ, ວັນທີ 19 ເມສາ 2013.(ຄລິກເພື່ອຂະຫຍາຍຮູບ)

​ລາຍ​ງານຂ່າວ​ເວົ້າ​ວ່າ ເດັກ​ຍິງ​ຜູ້​ເຄາະ​ຮ້າຍ​ໄດ້​ຫາຍ​ໄປ​
ຈາກ​ເຮືອນ ​ໃນ​ນະຄອນຫລວງນິວ​ແດ​ລລີ ​ໃນ​ມື້​ວັນ​ທີ
15 ​ເມສາ ​ແລະ​ໄດ້​ຖືກ​ພົບ​ເຫັນ 3 ມື້​ຕໍ່​ມາ. ສ່ວນ​ຜູ້​ຖືກ
​ກ່າວ​ຫາ ​ແມ່ນ​ຄົນ​ຂ້າງ​ບ້ານ ​ຂອງ​ນາງ​ເອງ.

ຮອງ​ຫົວໜ້າ​ຕໍາຫລວດ ສໍາລັບ​ເຂດ​ຕາ​ເວັນ​ອອກ​ຂອງ​
ນິວ​ແດ​ລລີ ທ່ານ Prabhakar ບອກ​ພວກ​ນັກ​ຂ່າວ​ວ່າ
ທາງ​ການ​ຕໍາຫລວດ ​ຍັງ​ກໍາລັງເກັບ​ກໍາ​ຂໍ້​ມູນເພີ້​ມຕື່ມ​ຢູ່ ​
ແລະ​ບໍ່​ແນ່ໃຈ​ວ່າ ຍັງ​ມີ​ຄົນ​ອື່ນ​ພົວພັນ​ນໍາ​ຄະດີ​ນີ້​ຫລື​ບໍ່?

Indians Protest Rape
please wait

No media source currently available

0:00 0:00:29 0:00
XS
SM
MD
LG