ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການ​ໂອນ​ເງິນ​ຈາກ​ຕ່າງ​ປະ​ເທດ​ ໄປ​ໃຫ້​ຄອບ​ຄົວ ໄດ້​ຊ່ວຍ​ປະ​ຄັບ​ປະ​ຄອງ ​ຊີ​ວິດຄົນ​ລາວຈຳ​ນວນ​ນຶ່ງ​ໃນ​ວິ​ກິດ​ການ​​ເງິນ​ເຟີ້


ພາບນີ້​ສະ​ແດງ​ໃຫ​້​ເຫັນ​ເງິນ​ໃບ 1 ໂດ​ລາ​ສະ​ຫະ​ລັດ.
ພາບນີ້​ສະ​ແດງ​ໃຫ​້​ເຫັນ​ເງິນ​ໃບ 1 ໂດ​ລາ​ສະ​ຫະ​ລັດ.

ພາ​ວະ​ອັດ​ຕາ​ເງິນ​ເຟີ້​ໄດ້​ເຮັດ​ໃຫ້​ທຸກ​ຢ່າງ​ຂາດ​ແຄນ ແລະ ລາ​ຄາ​ສູງ​ເປັນ​ປະ​ຫວັດ​ການ, ເຊິ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະ​ຊາ​ຊົນຢູ່​ທຸກ​ປະ​ເທດ​ໃນ​ທົ່ວ​ໂລກ. ບັນ​ດາ​ປະ​ເທດ​ທີ່​ທຸກ​ຍາກ​ແມ່ນ​ສາ​ມາດ​ຮູ້​ສຶກ​ໄດ້​ເຖິງ​ຜົນ​ກະ​ທົບຫຼາຍກວ່າ​ໝູ່ ​ຕົວ​ຢ່າງ​ທີ່ເຫັນ​ໄດ້​ຊັດກໍ​ແມ່ນ​ໃນ​ປະ​ເທດ​ລາວ​ເຮົາ.

ລາ​ຄາ​ອາ​ຫານ ແລະ ເຄື່ອ​ງ​ໃຊ້​ປະ​ຈຳ​ວັນ​ແມ່ນ​ໄດ້​ຂຶ້ນ​ສູງ​ແບບບໍ່​ເຄີຍ​ມີ​ມາ​ກ່ອນ. ເຖິງ​ແມ່ນ​ທຸກ​ຢ່າງ​ຈະ​ມີ​ລາ​ຄາ​ຂຶ້ນ​ສູງ​ນັ້ນ, ແຕ່​ເງິນ​ເດືອນ​ຂອງ​ປະ​ຊາ​ຊົນ​ແມ່ນ​ຍັງ​ຢູ່​ຄື​ເກົ່າ. ສຳ​ລັບ​ບາງ​ຄົນ​ແມ່ນ​ໂຊກ​ດີ​ທີ່​ມີ​ຄອບ​ຄົວ​ອາ​ໄສ​ຢູ່​ຕ່າງ​ປະ​ເທ​ດ​ໂອ​ນ​ເງິນ​ໄປ​ໃຫ້, ​ພໍ​ໄດ້​ຊ່ວຍ​ປະ​ຄັບ​ປະ​ຄອງ​ຊີ​ວິດ​ໃນ​ຊ່ວງ​ເວ​ລາ​ທີ່​ຫຍຸ້ງ​ຍາກນີ້. ດັ່ງ​ທີ່​ຄົນ​ລາວ​ທ່ານ​ນຶ່ງ​ຈາກ​ນະ​ຄອນ ນິວຢອກ ໄດ້​ກ່າວ​ຕໍ່​ພວກ​ເຮົາ​ວ່າ

“ຂ້າ​ພະ​ເຈົ້າ​ໄດ້​ສົ່ງ​ເງິນ​ໄປ​ໃຫ້​ຄອບ​ຄົວ​ຢູ່​ລາວ​ໃຊ້ເນາະ ເພາະ​ວ່າ​ລາ​ຄາ​ເຄື່ອງ​ຂອງ​ອາ​ຫານ​ຕ່າງໆ​ແມ່ນ​ແພງຫຼາຍ ເງິນ​ເດືອນ​ໃຊ້​ບໍ່​ພໍ. ທາງ​ຄອບ​ຄົວ​ເພິ່ນ​ວ່າ​ປາ​ກັບ​ຊີ້ນ​ນີ້​ໂລ​ນຶ່ງ​ແມ່ນບໍ່ຫຼຸດແສນ​ກີບ. ນອກ​ຈາກ​ອາ​ຫານ​ແລ້ວ​ຍັງ​ມີ​ຄ່າ​ໄຟ​ຟ້າ ຄ່າ​ນ້ຳ​ມັນ. ກະ​ອີ​ຕົນ​ຄົນ​ລາວອື່ນໆ ​ທີ່​ທຸກ​ຍາກຢູ່, ກະ​ຫວັງ​ວ່າ​ວິ​ກິດ​ການ​ນີ້​ຊິ​ຈົບ​ໄວໆ.”

ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ລະ​ຫວ່າງ ເງິນ​ໂດ​ລາ​ກັບ​ກີບ​ແມ່ນ 13,894 ກີບ​ຕໍ່ 1 ໂດ​ລາ. ແລະ 470,94 ກີບ​ຕໍ່ 1 ບາດ, ອີງ​ຕາ​ມ​ທະ​ນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ​ລາວ. ຄົນລາວ​ຜູ້​ນຶ່ງເວົ້າ​ວ່າ ແຕກ​ເງິນ​ໂດ​ລາ​ໄດ້ຫຼາຍ​ແຕ່​ຄ່າ​ໃຊ້​ຈ່າຍ​ກໍ່ຫຼາຍ​ເຊັ່ນ​ກັນ.

XS
SM
MD
LG