ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮົງກົງ ລະນຶກເຖິງ ເຫດການຈະຕຸລັດ ຖຽນອັນເໝິນ ຄົບຮອບ 28 ປີ


ຜູ້ຊາຍ ຈີນ ຄົນໜຶ່ງຢືນຕັນລົດຖັງເປັນແຖວ ທີ່ກຳລັງມຸ່ງໜ້າ
ໄປຖະໜົນ Cangan ຂອງ ປັກກິ່ງ ພຽງຄົນດຽວ. ຈະຕຸລັດ ຖຽນອັນເໝິນ, ປັກກິ່ງ. 5 ມິຖຸນາ, 1989.
ຜູ້ຊາຍ ຈີນ ຄົນໜຶ່ງຢືນຕັນລົດຖັງເປັນແຖວ ທີ່ກຳລັງມຸ່ງໜ້າ ໄປຖະໜົນ Cangan ຂອງ ປັກກິ່ງ ພຽງຄົນດຽວ. ຈະຕຸລັດ ຖຽນອັນເໝິນ, ປັກກິ່ງ. 5 ມິຖຸນາ, 1989.

ພວກນັກເຄື່ອນໄຫວເພື່ອສິດທິມະນຸດໃນ ຮົງກົງ ມີກຳນົດວ່າ ຈະສະຫຼອງວັນລະນຶກເຖິງ
ຄົບຮອບ 28 ປີ ຂອງການປະທ້ວງໃນຈະຕຸລັດ ຖຽນອັນເໝິນ ຂອງ ຈີນ, ເຊິ່ງອີກຄັ້ງໜຶ່ງ ໄດ້ຮຽກຮ້ອງໃຫ້ ຈີນ ທົບທວນການອະທິບາຍຢ່າງເປັນທາງການຂອງພວກເຂົາເຈົ້າຄືນ
ກ່ຽວກັບ ເຫດການດັ່ງກ່າວ.

ວັນອາທິດມື້ນີ້ ເປັນວັນຄົບຮອບ​ 28 ປີ ນັບຕັ້ງແຕ່ລົດຖັງ ຈີນ ໄດ້ແລ່ນຢຽບຝູງຜູ້ປະທ້ວງ ໃນຈະຕຸລັດ ຖຽນອັນເໝິນ, ຍິງປືນໃສ່ພວກເຂົາເຈົ້າ ແລະ ຂ້າພວກນັກເຄື່ອນໄຫວສະ
ໜັບສະໜູນປະຊາທິປະໄຕຫຼາຍຮ້ອຍຄົນ. ບາງຄົນຄາດວ່າຕົວເລກຜູ້ເສຍຊີວິດທັງໝົດ
ມີຢູ່ຫຼາຍພັນຄົນ.

ລັດຖະບານ ຈີນ ໄດ້ອ້າງອີງວັນດັ່ງກ່າວວ່າເປັນເຫດການວັນທີ 4 ມິຖຸນາ ແລະ ບໍ່ໄດ້ໃຫ້
ຄວາມສຳຄັນຕໍ່ຄວາມຮຸນແຮງນັ້ນ. ການເວົ້າເຖິງເຫດການດັ່ງກ່າວໃນສື່ມວນຊົນ ຫຼື ຕຳ
ລາການຮຽນແມ່ນຖືກຕ້ອງຫ້າມຢ່າງໃຫຍ່.

ແຕ່ໃນ ຮົງກົງ, ບັນດານັກເຄື່ອນໄຫວຈະລະນຶກເຖິງການປະທ້ວງວັນທີ 4 ມິຖຸນາທຸກໆປີ
ແລະ ໄວ້ອາໄລໃຫ້ແກ່ຜູ້ຖືກເຄາະຮ້າຍ. ທ່ານ Richard Choi ຈາກພັນທະມິດຂອງ ຮົງ
ກົງ ທີ່ສະໜັບສະໜູນການເຄື່ອນໄຫວຮັກຊາດໃນ ຈີນ ໄດ້ກ່າວຕໍ່ບັນດານັກຂ່າວໃນສັບ
ປະດານີ້ວ່າ ວຽກງານຂອງກຸ່ມ “ຈະຍັງຄົງບໍ່ສຳເລັດ” ຈົນກວ່າລັດຖະບານຈະທົບທວນ ການອະທິບາຍທາງການ ກ່ຽວກັບ ເຫດການດັ່ງກ່າວ.

ໃນຂະນະທີ່ບາງຄົນເວົ້າວ່າ ປະຊາຊົນໄວໜຸ່ມຂອງ ຈີນ ທີ່ເກີດຫຼັງຈາກປີ 1989 ສ່ວນ
ໃຫຍ່ແມ່ນບໍ່ຮູ້ ກ່ຽວກັບ ການປະທ້ວງຈະຕຸລັດ ຖຽນອັນເໝິນ, ທ່ານ Choi ໄດ້ກ່າວວ່າ
ນັກຮຽນ ແລະ ຊາວໜຸ່ມຄົນອື່ນໆໃນ ຮົງກົງ ແມ່ນຍັງຮັກສາຄວາມຊົງຈຳນັ້ນໃຫ້ມີຊີວິດຢູ່.

ທ່ານ Choi ກ່າວວ່າ “ກຸ່ມນັກຮຽນຫຼາກຫຼາຍ ໄດ້ຈັດກິດຈະກຳການລະນຶກເຖິງ ຂອງ
ພວກເຂົາເຈົ້າເອງ ໃນຮູບແບບຕ່າງໆໃນສອງ ຫຼື ສາມປີທີ່ຜ່ານມາ. ຂ້າພະເຈົ້າຄິດວ່າ ຄົນໄວໜຸ່ມຍັງເປັນຫ່ວງ ກ່ຽວກັບ ວັນທີ 4 ມິຖຸນານັ້ນຢູ່.”

ອັງກິດ ໄດ້ມອບເກາະ ຮົງກົງ ຄືນໃຫ້ ຈີນ ໃນປີ 1997, ແຕ່ພວກເຂົາເຈົ້າຍັງຄົງຮັກສາປະ
ເພນີ ກ່ຽວກັບ ເສລີພາບໃນການປາກເວົ້າ ແລະ ການຄົບຄ້າສະມາຄົມຂອງພວກເຂົາເຈົ້າ
ໄວ້ຄືເກົ່າ. ແນວໃດກໍຕາມ, ບັນດານັກວິຈານກ່າວວ່າ ເສລີພາບທີ່ວ່ານັ້ນ ໄດ້ມີຄວາມອ່ອນ
ແອລົງ ໃນຂະນະທີ່ເວລາໄດ້ຜ່ານໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

FILE - Medical workers at Beijing's Fuxingmen Hospital look at bodies of protesters killed by soldiers around Tiananmen Square on June 4, 1989.
FILE - Medical workers at Beijing's Fuxingmen Hospital look at bodies of protesters killed by soldiers around Tiananmen Square on June 4, 1989.

XS
SM
MD
LG