ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫລັງຈາກພົບກັບຄວາມຜິດຫວັງ ທີ່ເດີນທາງມາຮອດສະຫະລັດ ຜູ້ເຂົ້າເມືອງຜິດກົດໝາຍຊາວຈີນຫຼາຍຄົນ ພາກັນກັບຄືນປະເທດ


ແຟ້ມຮູບ-ອົງການ HMCS ເອລກອງກິນ ອອກເດີນທາງອອກຈາກແມ່ນໍ້າ Gold River ຫຼັງຈາກນໍາສົ່ງພວກຄົນເຂົ້າເມືອງຜິດກົດໝາຍ, ໃນວັນທີ 31 ສິງຫາ 1999. ຜູ້ອົບພະຍົບ ຈະຖືກດໍາເນີນການໂດຍເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະຖືກກັກໂຕຢູ່ທີ່ຖານທັບໃນເມືອງ ວິກທໍເຣຍ.
ແຟ້ມຮູບ-ອົງການ HMCS ເອລກອງກິນ ອອກເດີນທາງອອກຈາກແມ່ນໍ້າ Gold River ຫຼັງຈາກນໍາສົ່ງພວກຄົນເຂົ້າເມືອງຜິດກົດໝາຍ, ໃນວັນທີ 31 ສິງຫາ 1999. ຜູ້ອົບພະຍົບ ຈະຖືກດໍາເນີນການໂດຍເຈົ້າໜ້າທີ່ກວດຄົນເຂົ້າເມືອງ ແລະຖືກກັກໂຕຢູ່ທີ່ຖານທັບໃນເມືອງ ວິກທໍເຣຍ.

ພວກອົບພະຍົບຊາວຈີນທີ່ກໍາລັງເດີນທາງຂ້າມຊາຍແດນເຂົ້າສູ່ພາກໃຕ້ຂອງສະຫະລັດ ກ່າວວ່າ ພວກເຂົາເຈົ້າໄດ້ເດີນທາງທີ່ກັນດານນີ້ ເພື່ອໜີອອກຈາກການປົກຄອງແບບຜະເດັດການຂອງຈີນ, ໂດຍຊອກຫາຄວາມຝັນເປັນຊາວອາເມຣິກັນ ຫຼື ເນື່ອງຈາກຄວາມບໍ່ແນ່ນອນທາງດ້ານການເມືອງ ແລະເສດຖະກິດທີ່ເພີ້ມຂຶ້ນຢູ່ໃນປະເທດບ້ານເກີດ.

​ແຕ່​ສິ່ງ​ທ້າ​ທາຍຕ່າງໆ​ບໍ່​ໄດ້​ສິ້ນ​ສຸດ​ລົງ ​ຫຼັງຈາກທີ່ພວກ​ເຂົາ​ເຈົ້າເດີນທາງ​ມາ​ຮອດ, ​ແລະ​ຜູ້ຄົນຈໍານວນນຶ່ງ ກໍກໍາລັງຕັດສິນໃຈທີ່ຈະເດີນທາງ​ກັບ​ຄືນ​ໄປ​ຈີນ. ແຕ່ຄົນອື່ນໆ ແມ່ນບໍ່ມີທາງເລືອກ.

ໃນເດືອນ​ເມສາ​ທີ່​ຜ່ານ​ມາ, ທ້າວເຊຍ ຢູ (Xia Yu) ​ໄດ້​ເດີນທາງ​ມາ​ຮອດສະຫະລັດ ລຸນ​ຫຼັງ​ທີ່ລາວເດີນທາງ​ຜ່ານຫຼາຍກວ່າ 10 ​ປະ​ເທດ​ໃນຊ່ວງໄລຍະເວລາຫຼາຍກວ່າ 2 ເດືອນ. ທ້າວ ເຊຍ, ຜູ້ທີ່ມີອາຍຸ 40 ປີ ໄດ້ຂໍໃຫ້ໃຊ້ນາມແຝງ ເຊິ່ງຈະເຮັດໃຫ້ລາວສາມາດເວົ້າກັບ VOA ພະແນກພາສາຈີນກາງໄດ້ຢ່າງເສລີຫຼາຍຂຶ້ນ ກ່ຽວກັບການເດີນທາງຂອງລາວ.

ລາວກ່າວວ່າ ໃນເສັ້ນທາງມາຫາເຂດຊາຍແດນ, ເຄື່ອງຂອງຂອງລາວທັງໝົດຖືກລັກ, ລາວໄດ້ໜີອອກຈາກພວກແກັ່ງທີ່ຢູ່ໃນຄວາມມືດ ແລະຄວາມຝັນກ່ຽວກັບການເປັນອາເມຣິກັນຂອງລາວ ບໍ່ໄດ້ກາຍມາເປັນຄວາມຈິງ. ໃນລະຫວ່າງທີ່ລາວຖືກກັກໂຕຢູ່ຫ້ອງການກວດຄົນເຂົ້າເມືອງຢູ່ບໍລິເວນຊາຍແດນ, ລາວພົບກັບຄວາມລົ້ມແຫຼວ “ໃນການໃຫ້ສໍາພາດ ກ່ຽວກັບຄວາມຢ້ານກົວທີ່ໜ້າເຊື່ອຖື” ສຳລັບການເປັນຜູ້ຂໍລີ້ໄພ.

ບຸກຄົນທີ່ຜ່ານການກວດກາ ແລະພົບວ່າ ພວກເຂົາມີເຫດຜົນທີ່ຫນ້າເຊື່ອຖື ທີ່ຈະຢ້ານກົວການທໍລະມານ, ການບີບບັງຄັບ, ຫຼື ການກັບຄືນປະເທດຂອງພວກເຂົາເຈົ້າ, ແມ່ນໄດ້ຮັບອະນຸຍາດໃຫ້ຢູ່ໃນສະຫະລັດ ເພື່ອຕິດຕາມກໍລະນີຂອງພວກເຂົາເຈົ້າຢູ່ໃນສານກວດຄົນເຂົ້າເມືອງຕໍ່ໄປ.

ທ້າວ ເຊຍ ຍັງ​ຄົງ​ຖືກ​ກັກ​ຂັງ​ຢູ່​ໃນ​ສະ​ຫະ​ລັດ ​ແລະຖືກກໍານົດຢູ່ໃນຂັ້ນຕອນ​ເພື່ອ​ເນ​ລະ​ເທດອອກ​ຈາກ​ທີ່​ນັ້ນ.

ຫຼັງ​ຈາກຂັ້ນຕອນ​ດຳ​ເນີນ​ການ​ເນລະ​ເທດ​ຢູ່ໃນສະຫະລັດມາເປັນເວລາ​ຫຼາຍ​ເດືອນ, ທ້າວ ເຊຍ ໄດ້​ບິນ​ກັບ​ຄືນ​ປະ​ເທດ​ຈີນ ແລະ​ລົງ​ຈອດ​ຢູ່​ສະ​ໜາມ​ບິນ ພູດົງ (Pudong) ຂອງຊຽງໄຮ ໃນ​ເດືອນ ​ສິງ​ຫາ ​ທີ່​ຜ່ານ​ມາ.

Chinese migrants coming across the southern U.S. border say they made the treacherous journey to escape China’s authoritarian rule, to seek the American dream or because of growing political and economic uncertainty at home.

But the challenges do not end after they arrive, and some are deciding to return to China. Others have no choice.

Last April, Xia Yu arrived in the United States after traveling through more than 10 countries over a period of two months. Xia, a Chinese man in his 40s, asked to use a pseudonym so he could speak more freely with VOA Mandarin about his journey.

He says that on the way to the border, all of his property was stolen, he escaped from a gang in the dark and his American dream did not come true. While in immigration custody at the border, he failed to pass the "credible fear interview” for asylum-seekers.

Individuals who pass the screening and establish that they have a credible reason to fear torture, persecution, or returning to their country, are allowed to stay in the U.S. to pursue their cases in immigration court.

Xia remained in the detention facility in the U.S and was processed for deportation right from there.

After months of deportation procedures in the United States, Xia was flown back to China and landed at Shanghai Pudong Airport last August.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG