ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມະຫາອຳນາດ ລະດັບພູມິພາກ ສະໜັບສະໜຸນການຊ່ວຍເຫຼືອອັຟການິສຖານ ແລະກົດດັນຕາລິບານ ໃຫ້ສ້າງຕັ້ງລັດຖະບານ ທີ່ລວມເອົາທຸກພັກຝ່າຍ


ທ່ານອັບດຸລ ຊາລາມ ຮານາຟີ (ຜູ້ຢູ່ທາງກາງ) ເວົ້າກັບພວກນັກຂ່າວ ໃນລະຫວ່າງການປະຊຸມນານາຊາດທີ່ຣັດເຊຍເປັນເຈົ້າພາບ ກ່ຽວກັບອັຟການິສຖານ, ໃນນະຄອນຫຼວງມົສກູ, ປະເທດຣັດເຊຍ, ວັນທີ 20 ຕຸລາ, ປີ 2021.
ທ່ານອັບດຸລ ຊາລາມ ຮານາຟີ (ຜູ້ຢູ່ທາງກາງ) ເວົ້າກັບພວກນັກຂ່າວ ໃນລະຫວ່າງການປະຊຸມນານາຊາດທີ່ຣັດເຊຍເປັນເຈົ້າພາບ ກ່ຽວກັບອັຟການິສຖານ, ໃນນະຄອນຫຼວງມົສກູ, ປະເທດຣັດເຊຍ, ວັນທີ 20 ຕຸລາ, ປີ 2021.

ກອງປະຊຸມນາໆຊາດ ທີ່ຣັດເຊຍເປັນເຈົ້າພາບໃນມື້ວັນພຸດວານນີ້ ກົດດັນໃຫ້ກຸ່ມຕາລິບານຈັດຕັ້ງລັດຖະບານ “ທີ່ຮວມເອົາທຸກພັກຝ່າຍຢ່າງແທ້ຈິງ” ຢູ່ໃນອັຟການິສຖານ ແລະຮຽກຮ້ອງໃຫ້ສະຫະປະຊາຊາດຈັດການປະຊຸມຜູ້ບໍລິຈາກໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ເພື່ອຊ່ວຍຫລີກລ້ຽງໄພພິບັດດ້ານມະນຸດສະທໍາ ໃນປະເທດທີ່ປະສົບກັບໄພສົງຄາມພວມປະເຊີນໜ້າຢູ່ນັ້ນ.

ກຸ່ມດັ່ງກ່າວ ຊຶ່ງຮູ້ກັນໃນຊື່ ການປຶກສາຫາລືໃນຮູບແບບຂອງມົສກູໃນອັຟການິສຖານ, ໄດ້ຈັດຂຶ້ນໂດຍມີການເຂົ້າຮ່ວມຂອງຜູ້ນໍາລັດຖະບານຊົ່ວຄາວຕາລິບານ ແລະບັນດາເຈົ້າໜ້າທີ່ລະດັບສູງຈາກຣັດເຊຍ, ຈີນ, ອີຣ່ານ, ປາກິສຖານ, ອິນເດຍ ລວມທັງ 5 ປະເທດອະດີດສະຫະພາບໂຊຫວຽດໃນເອເຊຍກາງນໍາດ້ວຍ.

“ບັນດາປະເທດທີ່ເຂົ້າຮ່ວມ ຮຽກຮ້ອງໃຫ້ຜູ້ນໍາອັຟການິສຖານໃນປັດຈຸບັນ ເອົາບາດກ້າວເພີ້ມຕື່ມເພື່ອປັບປຸງການປົກຄອງ ແລະຈັດຕັ້ງລັດຖະບານທີ່ມີທຸກພັກຝ່າຍເຂົ້າຮ່ວມຢ່າງແທ້ຈິງ ເຊິ່ງໄດ້ສະທ້ອນຢ່າງພຽງພໍເຖິງຜົນປະໂຫຍດ ຂອງທຸກໆກໍາລັງຊົນຊາດຊົນເຜົ່າ ທີ່ສໍາຄັນຕ່າງໆພາຍໃນປະເທດຢ່າງເໝາະສົມ,” ນັ້ນຄືຄຳເວົ້າຂອງຖະແຫລງການຮ່ວມ ທີ່ເຜີຍແຜ່ຫລັງຈາກກອງປະຊຸມ.

ຄະນະຜູະແທນໄດ້ສະແດງ “ຄວາມກັງວົນຢ່າງເລິກເຊິ່ງ ຕໍ່ສະຖານະການທາງເສດຖະກິດ ແລະມະນຸດສະທໍາທີ່ເຊື່ອມໂຊມລົງ ໃນອັຟການິສຖານ, ໂດຍເນັ້ນຢໍ້າເຖິງຄວາມຈໍາເປັນ ສໍາລັບປະຊາຄົມນາໆຊາດທີ່ຈະຕ້ອງລະດົມຄວາມພະຍາຍາມໃນການຊ່ວຍເຫລືອປະຊາຊົນຊາວອັຟການິສຖານ.”

ບັນດາຜູ້ເຂົ້າຮ່ວມໄດ້ສະເໜີໃຫ້ມີການຈັດການປະຊຸມຜູ້ບໍລິຈາກ ທີ່ນໍາພາໂດຍອົງການສະຫະປະຊາຊາດ “ດ້ວຍຄວາມເຂົ້າໃຈທີ່ວ່າ ເປົ້າໝາຍສໍາຄັນຫລັກຂອງການຟື້ນຟູເສດຖະກິດ ແລະການເງິນຫລັງຈາກຄວາມຂັດແຍ້ງ, ແລະການພັດທະນາຂອງອັຟການິສຖານຕ້ອງແບກຮັບພາລະໂດຍການດໍາເນີນງານຂອງປະເທດທີ່ມີກໍາລັງທະຫານ ທີ່ຢູ່ໃນອັຟການິສຖານໃນຊ່ວງ 20 ປິີທີ່ຜ່ານມາ.”

ຖະແຫລງການດັ່ງກ່າວ ໄດ້ເນັ້ນເຖິງກອງທັບສະຫະລັດ ແລະບັນດາພັນທະມິດຕາເວັນຕົກ, ເຊິ່ງໄດ້ຖອນກຳລັງອອກຈາກອັຟການິສຖານຢ່າງໄວວາຫລັງຈາກການປະຕິບັດງານ 20 ປີຢູ່ທີ່ນັ້ນ ທີ່ແຜ້ວທາງໃຫ້ກຸ່ມຕາລິບານກັບມາມີອໍານາດຄວບຄຸມປະເທດ ໃນເດືອນສິງຫາທີ່ຜ່ານມາ.

ວໍຊິງຕັນຍັງໄດ້ຖືກເຊີນໃຫ້ເຂົ້າຮ່ວມການເຈລະຈາທີ່ມົສກູໃນຄັ້ງນີ້, ແຕ່ເຈົ້າໜ້າທີ່ສະຫະລັດໄດ້ອ້າງເຖິງເຫດຜົນທາງເທັກນິກ ຈຶ່ງບໍ່ສາມາດເຂົ້າຮ່ວມໄດ້, ຢ່າງໃດກໍຕາມ ທາງວໍຊິງຕັນສັນຍາວ່າ ຈະເຂົ້າຮ່ວມການປະຊຸມຄັ້ງຕໍ່ໄປ ໃນອະນາຄົດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG