ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົບພະຍົບ ພາຍໃຕ້ ຂໍ້ຕົກລົງ ລະຫວ່າງ ສຫລ-ອອສເຕຣເລຍ ຈະປະເຊີນກັບ 'ການກວດທີ່ເຂັ້ມງວດ'


ກຸ່ມພວກຂໍລີ້ໄພກຸ່ມນຶ່ງ ໄດ້ຍົກບັດປະຈຳໂຕ ຂອງພວກເຂົາເຈົ້າຂຶ້ນ ຫຼັງຈາກທີ່ເຮືອບິນໄດ້ລົງຈອດ ໃນເກາະ Manus ຂອງ Papua New Guinea.
ກຸ່ມພວກຂໍລີ້ໄພກຸ່ມນຶ່ງ ໄດ້ຍົກບັດປະຈຳໂຕ ຂອງພວກເຂົາເຈົ້າຂຶ້ນ ຫຼັງຈາກທີ່ເຮືອບິນໄດ້ລົງຈອດ ໃນເກາະ Manus ຂອງ Papua New Guinea.

ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທ່ານ Malcolm Turnbull ກ່າວ​ໃນ​ວັນ​ພຸດມື້ນີ້
ວ່າ ສະຫະລັດ​ແມ່ນ​ມີ​ຄວາມ​ໝັ້ນໝາຍ ທີ່​ຈະ​ປະຕິບັດ​ຕາມ​ຂໍ້​ຕົກລົງ ​ເພື່ອ​ຮັບ ເອົາ​
ພວກ​ຂໍ​ລີ້​ໄພ​ກຸ່ມ​ນຶ່ງ ຈາກ​ສູນ​ຕ່າງໆ​ ໃນ​ເຂດ​ມະຫາ​ສະມຸດ​ປາຊີ​ຟິກ ​ເຂົ້າມາຕັ້ງຖິ່ນ
​ຖານ​ໃໝ່ ​ເຖິງ​ແມ່ນ​ວ່າ ປະທານາທິບໍດີ​ດໍ​ໂນລ ທຣຳ ​ໄດ້​ລົງ​ນາມ​ໃນ​ດຳລັດໂຈະ​
ການ​ຮັບ​ເອົາ​ອົບ​ພະຍົບ​ ເປັນ​ການ​ຊົ່ວຄາວ​ກໍ​ຕາມ.

ຂໍ້ຕົກລົງ​ດັ່ງກ່າວ​ແມ່ນ​ໄດ້​ບັນລຸ​ກັນ ໂດຍ​ລັດຖະບານ​ຊຸດ​ກ່ອນ ຂອງ​ປະທານາທິບໍດີ
ບາຣັກ ​ໂອ​ບາ​ມາ ຊຶ່ງ​ພົວພັນ​ກັບ​ພວກ​ຂໍ​ລີ້​ໄພ​ປະມານ 1,200 ຄົນ ທີ່​ຖືກຈັບໃນ​ຂະນະ
​ທີ່​ພະຍາຍາມ​ຈະ​ເດີນທາງ​ໄປ​ອອສ​ເຕຣ​ເລຍ ແລະ​ຖືກ​ນຳ​ຕົວ​ໄປ​ກັກທີ່ສູນ​ຕ່າງໆ​ ໃນ
​ເກາະ​ປາ​ປົວ​ນິວກີ​ນີ ​ແລະ ​ເກາະ Nauru.

​ໂຄສົກ​ຂອງ​ທຳນຽບຂາວ ທ່ານ Sean Spicer ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ອັງຄານ
​ວານ​ນີ້ວ່າ ຈະ​ມີ​ການ​ນຳ​ໃຊ້ “ການກວດ​ປະຫວັດເບື້ອງຫຼັງ ຢ່າງເຂັ້ມງວດ” ຕໍ່ພວກ
​ອົບ​ພະຍົບທັງ​ໝົດ.

ທ່ານ​ທຣຳ ​ເລີ້ມ​ໃຊ້​ຄຳ​ເວົ້າດັ່ງກ່າວໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງເປັນ​ປະທາ​ນາ​
ທິບໍດີຂອງ​ທ່ານ ເພື່ອ​ກ່າວ​ເຖິງ​ການກວດ​ສອບ​ເພີ້ມຂຶ້ນຕໍ່​ຜູ້​ໃດ​ກໍ​ຕາມ​ທີ່​ ຈະໄດ້​ຮັບ​
ອະນຸຍາດ​ໃຫ້​ເຂົ້າມາ​ໃນ​ສະຫະລັດ. ທ່ານ​ໄດ້​ກ່າວ​ໃນ​ຂັ້ນຕົ້ນວ່າ ທ່ານ​ຕ້ອງການ​ຢາກ
​ຫ້າມ​ພວກ​ມຸສລິ​ມທັງ​ໝົດ ​ບໍ່​ໃຫ້​ເຂົ້າມາ​ໃນ​ສະຫະລັດ ​ແຕ່​ຕໍ່​ມາ​ກໍ ​ໄດ້​ປ່ຽນ​ນະ​ໂຍບາຍ
ໂດຍ​ສະ​ເໜີ​ໃຫ້​ມີ​ການກວດ​ປະຫວັດ​ເບື້ອງຫຼັງຢ່າງ​ເຂັ້ມງວດ.

ພວກ​ອົບ​ພະຍົບສ່ວນ​ໃຫຍ່​ທີ່​ພົວພັນ​ໃນ​ຂໍ້​ຕົກລົງກັບ​ອອສ​ເຕຣລ​ຍ​ດັ່ງກ່າວ​ ​ແມ່ນມາ​
ຈາກ​ອັຟກາ​ນິສຖານ ອີຣັກ ​ແລະ​ອີຣ່ານ.

ນອກຈາກ​ການ​ໂຈະ ​ໃນ​ການ​ຮັບ​ເອົາ​ອົບ​ພະຍົບ​ ​ເປັນ​ເວລາ 120 ມື້​ ​ແລະ​ ສຳລັບ​
ພວກ​ອົບ​ພະຍົບຊີ​ເຣຍ​ແມ່ນ​ບໍ່​ມີ​ກຳນົດ​ແລ້ວນັ້ນ ທ່ານ​ທຣຳ ຍັງ​ໄດ້​ຫ້າມ​ບໍ່​ໃຫ້ ເຂົ້າ
ປະ​ເທດ​ເປັນ​ເວລາ 90 ມື້ ຕໍ່​ຜູ້​ໃດ​ກໍ​ຕາມ​ທີ່​ມາ​ຈາກ​ອີຣ່ານ ອີຣັກ ຊີ​ເຣຍ ​ເຢ​ເມນ ລີ​ເບຍ
​ໂຊ​ມາ​ເລ ​ແລະ​ຊູ​ດານ.

ລັດ​ຖະມົນຕີ​ກະຊວງ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ທ່ານ John Kelly ກ່າວ​ໃນ​ວັນ​
ອັງຄານ​ວານ​ນີ້ວ່າ ບັນດາ​ປະ​ເທດ​ທີ່ຢູ່​ໃນ​ບັນຊີ​ລາຍ​ຊື່ ​ແມ່ນ​ບໍ່​ມີ​ການ​ປະຕິບັດ​ກົດໝາຍ
​ແລະ​ເກັບ​ກຳ​ຂໍ້​ມູນ​ ທີ່​ຈຳ​ເປັນ ທີ່​ສ້າງ​ຄວາມ​ໝັ້ນ​ໃຈ​ ກ່ຽວ​ກັບ​ ປະຫວັດ ​ເບື້ອງຫຼັງຂອງ​
ປະຊາຊົນ​ຂອງ​ຕົນ ​ແລະ​ສະຫະລັດ​ຈະ​ດຳ​ເນີນ​ງານ​ຮ່ວມ​ກັບພວກເຂົາ​ເຈົ້າ ​ແລະ
​ປະ​ເທດ​ອື່ນໆ ​ເພື່ອ “​ເຮັດ​ໃຫ້​ຂັ້ນຕອນ​ນີ້​ເຄັ່ງ​ຄັດ​ຂຶ້ນກວ່າ​ເກົ່າ.”


ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG