ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກ​ອງ​ປະ​ຊຸມ​ສຸດຍອດ ​ເລື້ອງອົບ​ພະ​ຍົບ ​ທີ່ ເຈ​ນີ​ວາ ພົບ​ຂໍ້​ຫຍຸ້ງ​ຍາກ ​ໃນ​ການ​ແບ່ງ​ປັນ ການ​ແບກ​ຫາບ ພາ​ລະ ຢ່າງເທົ່າ​ທຽມ​ກັນ


ແມ່​ຍິງ​ຄົນ​ນຶ່ງ​ກັບ​ລູກ​ຂອງ​ລາວ​ຢູ່ໃນ​ຕູບເຮັດ​ດ້ວຍ​ຜ້າ ຢູ່​ສູນ​ອົບ​ພະ​ຍົບ ຊົ່ວ​ຄາ​ວ​ສຳ​ລັບ​ພວກ​ຫລົບ​ໄພ​ຊາວ​ເຢ​ເມນ ຢູ່​ໃນແຂວງ Hajjah, ທາງ​ພາກ​ເໜືອ​ຂອງ​ປະ​ເທດ, ວັນ​ທີ 16 ທັນ​ວາ, 2019.
ແມ່​ຍິງ​ຄົນ​ນຶ່ງ​ກັບ​ລູກ​ຂອງ​ລາວ​ຢູ່ໃນ​ຕູບເຮັດ​ດ້ວຍ​ຜ້າ ຢູ່​ສູນ​ອົບ​ພະ​ຍົບ ຊົ່ວ​ຄາ​ວ​ສຳ​ລັບ​ພວກ​ຫລົບ​ໄພ​ຊາວ​ເຢ​ເມນ ຢູ່​ໃນແຂວງ Hajjah, ທາງ​ພາກ​ເໜືອ​ຂອງ​ປະ​ເທດ, ວັນ​ທີ 16 ທັນ​ວາ, 2019.

ພວກ​ເຂົາ​ເຈົ້າ​ພາ​ກັນ​ຫລັ່ງໄຫລມາ ຫລົບໜີຈ​າກ​ສະ​ໜາມ​ລົບເຂັ່ນຂ້າ​ກັນຢູ່​ໃນ​ບັນ​ດາ​ປະ​ເທດ​ຕ່າງ​ໆ ໃນ​ພາກຕາ​ເວັນ​ອອ​ກ​ກາງ ແລະທະ​ວີບ​ອາ​ຟ​ຣິ​ກາ, ຫລົບ​ໜີ​ຈາກການກໍ່​ຄວາມ​ຮຸນ​ແຮງ ​ທີ່​ອາດຈະ​ເກີດ​ຂຶ້ນ​ເວ​ລາ​ໃດ​ກໍ​ໄດ້ ​ໂດຍ​ພວກ​ແກັ່ງ​ຄ້າ​ຢາ​ເສບ​ຕິດຢູ່​ໃນ​ເຂດ​ທະ​ວີບ​ອາ​ເມ​ຣິ​ກາ​ກາງ ແລະ​ແລ່ນ​ໜີ​ຈາກ​ການກົດ​ຂີ່ຂອງ​ລະ​ບອບ​ການ​ປົກ​ຄອງ​ຢູ່​ໃນຂົງ​ເຂດ​ເອ​ເຊຍ.

ໂລກ​ທີ່​ຢູ່​ໃນສະ​ພາ​ວະ​ວິ​ກິດ​ການ ແມ່ນ​ໝາຍ​ຄວາມ​ວ່າ ມີ​ອົບ​ພະ​ຍົບ​ເພີ້ມ​ຂຶ້ນ ແລະ ເສັ້ນ​ສະ​ແດງ​ທ່າ​ອ່ຽງນັ້ນ ແມ່ນບໍ່​ມີ​ທ່າ​ທີ​ວ່າ​ຈະ​ຫລຸດ​ລົງ​ເລີຍ.

ປັດ​ຈຸ​ບັນນີ້ ​ມີ​ອົບ​ພະ​ຍົບ​ຫລາ​ຍ​ກວ່າ 70 ລ້ານ​ຄົນ ແລະ​ມີ​ຄົນ​ທີ່​ຕ້ອງຫລົບໄພ​ໄປ​ອາ​ໄສ​ຢູ່ນອກ​ຊາຍ​ແດນ​ຂອງ​ປະ​ເທດ​ຕົນ​ຢູ່​ທົ່ວ​ໂລກ ເກືອບ​ຮອດ 26 ລ້ານ​ຄົນ, ອີງ​ຕາມ​ອົງ​ການ​ຂ້າ​ຫລວງ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ຫລື UNHCR.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ກ່ຽວ​ກັບ​ອົບ​ພະ​ຍົບ​ໂລກ​ຄັ້ງ​ທຳ​ອິດ​ ຂອງ​ອົງ​ການ UNHCR ທີ່​ເລີ້ມ​ຕົ້ນ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ຈັນ​ວານນີ້ ຢູ່​ນະ​ຄອນ​ເຈ​ນີ​ວານັ້ນ, ບັນ​ດາ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າພວກ​ເພິ່ນ​ຄາດ​ວ່າ ຈຳ​ນວນ​ຊາວ​ອົບ​ພະ​ຍົບ ຈະ​ເພີ້ມ​ຂຶ້ນ​ໃນເວ​ລາ​ທີ່​ພວກ​ເພິ່ນ​ສະ​ຫລຸບ​ການ​ນັບ​ຈຳ​ນວນ​ຄົນ​ທັງ​ໝົດ​ຄັ້ງ​ສຸດ​ທ້າຍສຳ​ລັບ​ປີ 2019 ນີ້.

ຢູ່​ໃນ​ການ​ກ່າວເປີດກອງ​ປະ​ຊຸມນັ້ນ, ທ່ານ ຟີ​ລິບ​ໂປ ກ​ຣັນ​ດີ (Filippo Grandi), ຫົວ​ໜ້າ​ອົງ​ການ UNHCR ເວົ້າ​ວ່າ ກອງ​ປະ​ຊຸມ​ທີ່​ດຳ​ເນີນ​ໄປ​ເປັນ​ເວ​ລາ 3 ວັນ ຕ້ອງ​ໄດ້​ເຫັນ "ການ​ສະ​ແດງ​ອອກຄວາມ​ໝັ້ນ​ໝາຍ​ຢ່າງ​ແຂງ​ແກ່ນ" ຈາກ​ລັດ​ຖະ​ບານ​ຂອງ​ປະ​ເທດ​ຕ່າງໆ, ຂອງ​ພວກ​ນັກ​ທຸ​ລະ​ກິດ ແລະ​ອົງ​ການໃຫ້​ການ​ຊ່ວຍ​ເຫລືອ​ບັນ​ເທົາ​ທຸກ​ທັງ​ຫລາຍ.

ທ່ານ ກ​ຣັນ​ດີເວົ້າ​ວ່າ "ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມນີ້, ຂອງ​ການ​ປະ​ຊຸມ​ກັນ​ນີ້ ບໍ່​ແມ່ນ​ພຽງ​ແຕ່​ເປັນ​ການ​ໂອ້ລົມ​ກັນເທົ່າ​ນັ້ນ ແຕ່​ຍັງ​ເປັນ​ການ​ຮວບ​ຮວມ​ເອົາ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ບັນ​ດາ​ປະ​ເທດ​ຕ່າງໆ​ໃນດ້ານ​ນ້ຳ​ໃຈ ຕໍ່​ປະ​ເທດ​ທີ່ຮັບເອົາ​ອົບ​ພະ​ຍົບ​ໄປ​ອາ​ໄສ​ຢູ່ ແລະ​ມີ​ຈຸດ​ປະ​ສົງທີ່​ຈະ​ແບ່ງ​ເອົາ​ການ​ແບກ​ຫາບ​ພາ​ລະ​ຢ່າງ ເທົ່າ​ທຽມ​ກັນ​ຫລາຍ​ຂຶ້ນ."

ໂດຍ​ທີ່ຈັດ​ຂຶ້ນ​ໂດຍ​ການ​ຮ່ວມ​ມື​ກັນ​ລະ​ຫວ່າງສະ​ວິດ​ເຊີ​ແລນ, ​ຄັອ​ສ​ຕາ ​ຣິ​ກາ, ເອ​ທິ​ໂອ​ເປຍ, ເຢຍ​ຣະ​ມັນ, ປາ​ກິ​ສ​ຖານ ແລະ​ເທີ​ກີ, ເປົ້າ​ໝາຍ​ຂອງກອງ​ປະ​ຊຸມ​ດັ່ງ​ກ່າວ ແມ່ນ​ເພື່ອ​ເພີ້ມ​ທະ​ວີ​ການ​ສະ​ໜັບ​ສະ​ໜຸນ​ຂອງ​ສາ​ກົນໃຫ້​ແກ່ອົບ​ພະ​ຍົບ ໂດຍ​ການ​ແບ່ງ​ປັນ​ຄວາມ​ຮັບ​ຜິດ​ຊອບ​ກັນລະ​ຫວ່າງບັນ​ດາ​ປະ​ເທດ​ຕ່າງໆ ເພື່ອ​ຜ່ອນ​ເບົ​າ​ຄວາມ​ກົດ​ດັນ​ຕໍ່​ສິ່ງ​ທີ່​ເອີ້ນ​ວ່າ "ບັນ​ດາ​ປະ​ເທດ​ທີ່​ຢູ່​ແນວ​ໜ້າ" ຊຶ່ງ​ເປັນ​ປະ​ເທ​ດ​ທີ່​ຮັບ​ເອົາ​ອົບ​ພະ​ຍົບ​ເປັນ​ຈຳ​ນວນ​ຫລວງ​ຫລາຍນັ້ນ ແລະ​ວາງ​ຂີດ​ໝາຍ​ຢ່າງ​ຈະ​ແຈ້ງ​ອອກ​ມາວ່າ ຕ້ອງ​ໄດ້​ມີ​ຫຍັງ​ແດ່ ເມື່ອ​ເວົ້າ​ເຖິງ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ ແລະ​ວຽກ​ເຮັດ​ງານ​ທຳ ແລະ​ສະ​ໜອງ​ການ​ປົກ​ປ້ອງໃຫ້​ແກ່ຄົນ​ທີ່​ອົບ​ພະ​ຍົບ​ຫລົບ​ໄພຈົນ​ກວ່າ​ວ່າ ​ພວກ​ເຂົາ​ເຈົ້າ​ຈະ​ກັບ​ຄືນ​ໄປ​ສູ່​ບ້ານ​ຂອງ​ພວກເຂົາ​ເຈົ້າຢ່າງ​ປອດ​ໄພ​ໄດ້.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG