ລິ້ງ ສຳຫລັບເຂົ້າຫາ

logo-print

ຊີ​ວິດ​ເບື້ອງ​ຫລັງ ຂອງ​ລູກ​ສາວ ອົບ​ພະ​ຍົບ​ລາວ 2 ຄົນ​ ທີ່​ປະ​ສົບ​ຜົນສໍ​າ​ເລັດ​ສູງໃນ ສ​ຫລ


ຊີ​ວິດ​ການ​ເປັນອົບ​ພະ​ຍົບ​ໃນ​ໄວ​ເດັກ​ຂອງ ດ​ຣ. ພິດ​ສະ​ໄໝ

ວັນ​ທີ 20 ມິ​ຖຸ​ນາ ເປັນ​ວັນສຳ​ຄັນຢ່າງ​ນຶ່ງ​ຂອງ​ໂລກ ຄື​ເປັນ​ວັນ​ອົບ​ພະ​ຍົບ ເພື່ອ​ເຮັດ​ໃຫ້​ມີຄວາມເຂົ້າ​ໃຈເພີ້ມ​ຂຶ້ນຕໍ່​ສະພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຜູ້​ຄົນ​ ທີ່ຕ້ອງ​ຫຼົບ​ໜີ​ໄພ​ສົງ​ຄາມ, ການ​ປະຫັດປະຫານ ແລະ​ການກໍ່​ຄວາມ​ຮຸນ​ແຮງ​ໃນ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນນັ້ນ ໃນມື້ນີ້​ຊຶ່ງ​ເປັນວັນ​ແຫ່ງ​ອົບ​ພະ​ຍົບ​ໂລກ ທາງ ວີ​ໂອ​ເອ​ຈະ​ນຳ​ເອົາ​ເລື້ອງ​ລາວແລະ​ປະ​ສົບ​ການຂອງ​ແມ່​ຍິງຊາວ​ອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ 2 ຄົນ, ຄື ດ​ຣ. ພິດ​ສະ​ໄໝ ສີກິດໂກຂົງອຸ້ຍ ແລະ​ທ່ານນາງ ທີ​ນາ ມະ​ຫາ​ຣາດ ​ທີ່​ມາ​ຈາກ​ຄອບ​ຄົວ​ອົບ​ພະ​ຍົບ​ລາ​ວທີ່ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ສະ​ຫະ​ລັດ ພາຍ​ຫລັງ​ທີ່ລາວ ໄດ້​ປ່ຽນປຽງ​ລະ​ບອບ​ການ​ປົກ​ຄອງ ໃນທ້າຍ​ປີ 1975. ເພື່ອບໍ່​ເປັນ​ການ​ເສຍ​ເວ​ລາ ​ພວກ​ເຮົາ​ໄປ​ຟັງ​ການ​ສຳ​ພາດກັບແມ່​ຍິງສອງຄົນ​ຈາກ​ຄອບ​ຄົວອົບ​ພະ​ຍົບ​ສອງ​ຄົນ​ນີ້ ຈາກ​ບົວສະ​ຫວັນ, ນັກ​ຂ່າວ​ຂອງ​ພວກ​ເຮົາ​ໄດ້​ເລີຍ.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ຄົນເຮົາ​ເກີດ​ມາໃຜໆ ​ກໍລ້ວນ​ແຕ່​ມີ​ຄວາມ​ຮູ້​ສຶກຜູກ​ພັນ​ຮັກ ຫອມ​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ ແຕ່​ວ່າ ຍ້ອນສົງຄາມ, ການປະຫັດ ປະຫານ ແລະການກໍ່​ຄວາມ​ຮຸນ​ແຮງ ຫລາຍ​ລ້ານ​ຄົນໃນ​ທົ່ວ​ໂລກ​ຕ້ອງໄດ້​ພັດ​ພາກ​ຈາ​ກ​ບ້ານ​ ແລະ​ກາຍ​ເປັນ​ຄົນ​ອົບ​ພະ​ຍົບ​ຫລົບ​ໄພ​. ອີງ​ຕາມ​ອົງ​ການ​ອົບ​ພະ​ຍົບ​ຂອງ​ສະ​ຫະ​ປະ​ຊາ​ຊາດ ຢູ່ທົ່ວໂລກຕອນນີ້ ມີປະ​ມານ 71 ລ້ານຄົນ ຖືກ ບັງຄັບໃຫ້ຫຼົບໜີຈາກບ້ານ​ເກີ​ດ​ເມືອງນອນ​ຂອງ​ຕົນ ຊຶ່ງ​ເປັນ​ຕົວ​ເລກ​ທີ່​ສູງ​ທີ່​ສຸດ​ໃນ​ຮອບ 70 ກວ່າ​ປີນັບ​ແຕ່​ມີ​ການ​ປະ​ກາດ​ໃຫ້​ມີ​ວັນ​ແຫ່ງ​ອົບ​ພະ​ຍົບ​ໂລກ​ເປັນ​ຕົ້ນ​ມາ.

ເນື່ອງ​ໃນ​ໂອ​ກາດ​ວັນ​ແຫ່ງ​ອົບ​ພະ​ຍົບ​ໂລກ​ໃນ​ມື້ນີ້ ທາງວີ​ໂອ​ເອ​ ຂໍ​ຖື​ເປັນ​ກຽດນຳ​ເອົ​າ​ເລື້ອງ​ລາວຊີ​ວິດ​ຂອງ​ແມ່​ຍິງອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວສອງ​ຄົນ ທີ່​ເກີດຢູ່​ໃນ​ຄອບ​ຄົວ​ອົບ​ພະ​ຍົບ ​ທີ່ມາ​ຕັ້ງ​ຖິ່ນ​ຖານ​ໃໝ່ໃນ​ສະ​ຫະ​ລັດພາ​ຍຫລັງທີ່ໄດ້ປ່ຽນແປງ​ລະ​ບອບ​ການເມືອງ​ ຊຶ່ງ​ກໍ​ຄື ດ​ຣ. ພິດ​ສະ​ໄໝ ສີກິດໂກຂົງອຸ້ຍ ແລະມາ​ຊິກ​ສະ​ພາ​ສູງ​ປະ​ຈຳ​ລັດ ໂອ​ຮາຍ​ໂອ ທີ​ນາ ມະ​ຫາ​ຣາດ.

ດ​ຣ. ພິດ​ສະ​ໄໝ ເປັນລູກສາວອົບພະຍົບລາວ ທີ່ພໍ່​ແມ່ໄດ້ພາ​ໜີ​ອອກຈາກ​ບ້ານ​ເກີດ​ເມືອງນອນ ຢູ່ບ້ານ​ນ້ອຍໆ ​ແຫ່ງ​ນຶ່ງ​ໃນ​ເມືອງ​ຫ້ວຍ​ຊາຍ, ທາງ​ພາກ​ເໜືອ​ຂອງ​ລາວ ໄປ​ຢູ່​ໃນ​ສູນອົບ​ພະ​ຍົບ​ໜອງ​ຄາຍ​ຕອນ​ອາ​ຍຸ​ໄດ້​ພຽງ 4 ປີ​ເທົ່າ​ນັ້ນ. ເປັນ​ຫຍັງຄອບ​ຄົວຂອງ​ທ່ານ​ນາງ​ຕ້ອງພາ​ລູກນ້ອຍ 4 ຄົນ ໜີ​ອອກ​ຈາກ​ບ້ານ​ເມືອງ​ໄປທັ້ງໆ ທີ່​ມີຊີ​ວິດ​ການ​ເປັນ​ຢູ່ຂ້ອນ​ຂ້າງ​ດີ​? ທ່ານ​ນາງ​ບອກ​ວ່າໃນ​ສະ​ໄໝ​ສົງ​ຄາມອິນ​ດູ​ຈີນ ຫລື​ສົງ​ຄາມ​ຫວຽດ​ນາມນັ້ນ ພໍ່​ຂອງ​ທ່ານນ​າງທີ່​ເວົ້າ​ໄ​ດ້​ຫລາຍ​ພາ​ສາ ຄື ລາວ, ​ໄທ ແລະ​ຈີນ ​ແມ່ນ​ເຮັດ​ວຽກເປັນ​ສອດ​ແນມ​ໃຫ້ແກ່​ອົງ​ການ​ສືບ​ລັບ​ຂອງລັດ​ຖະ​ບານສະ​ຫະ​ລັດ ຫລື CIA. ເມື່ອ​ປະ​ເທດເກີດ​ມາ​ການ​ປ່ຽນ​ແປງລະ​ບອບ​ການ​ປົກ​ຄອງ ທ່ານ​ນາງ​ເວົ້າ​ວ່າ:

ເມື່ອ​ສະ​ຫະ​ລັດ​ຖອນ​ອອກ​ເຂົາ​ເຈົ້າ, ພວກ​ປະ​ເທດ​ລາວ​ກໍ​ຊອກ​ຫາ​ຊື່​ຂອ​ງ​ພວກ ທີ່​ເປັນ​ໃຈ​ອະ​ເມ​ຣິ​ກັນ ​ເພື່ອ​ຈະ​ເອົາ​ໄປ​ສຳ​ມະ​ນາ. ຍ້ອນ​ວ່າ​ພໍ່​ຂ້ອຍເຮັດ​ວຽກ​ໃຫ້ແກ່​ ​ເຂົາເຈົ້າ ເພິ່ນ​ຢູ່​ໃນ​ບັນ​ຊີ​ຂອງຄົນ​ທີ່​ພວກປະ​ເທດລາວ​ຕ້ອງ​ການ​ຕົວ. ສະ​ນັ້ນ ເພິ່ນ​ຈຶ່ງ​ຫລົບ​ໄປ​ຢູ່​ໄທ ຄິດ​ວ່າ​ຄົງ​ຈະ​ແມ່ນ​ປີ 1976-77 ນີ້​ຫລະ. ເພິ່ນ​ຂ້າມ​ນ້ຳ​ຈາກ​ລາວ​ໄປ​ໄທ ກັບ​ອ້າຍ​ຂ້ອຍ 2 ຄົນ ອາ​ຍຸ 8 ກັບ 6 ປີ​ ຕອນນັ້ນ.

ທ່ານ​ນາງ​ເລົ່າ​ຕໍ່​ໄປ​ວ່າ:

ລິງໂດຍກົງ

ແລ້ວ​ແມ່​ຂອງ​ຂ້ອຍ​ຖ້າ​ອີກ 1 ເດືອນ​ຈຶ່ງ​ຂ້າມ​ໄປ​ ເພື່ອບໍ່​ໃຫ້​ເປັນ​ໜ້າ​ສົງ​ໄສ. ເພິ່ນ​ພາຂ້ອຍກັບ​ນ້ອງ​ສາວ​ໄປ. ຂ້ອຍ​ໄດ້ 4 ປີ ແລະ​ນ້ອງ​ສາວ​ໄດ້ 2 ປີ ຕອນນັ້ນ. ເພິ່ນ​ເອົາ​ເງິນ​ຈ້າງ​ຜູ້​ຂັບ​ເຮືອ​ຂົນ​ສົ່ງ​ເຄື່ອງ​ເພື່ອ​ໃຫ້​ລັກ​ພາ​ຂ້າມ​ນ້ຳ​ໄປ​ໄປ. ພາ​ກັນ​ລີ້​ຢູ່​ໃນ​ເຮືອ​ຫັ້ນ​ເພື່ອ​ໄປຫາ​ພໍ່​ກັບ​ອ້າຍ​ຂ້ອຍ ແລະ​ພວກ​ເຮົາ​ກໍ​ກາຍ​ເປັນ​ອົບ​ພະ​ຍົບ.

ດ​ຣ. ພິດ​ສະ​ໄໝ ຕອນ​ອາ​ຍຸ 6 ປີ ຢູ່​ສູນ​ອົບ​ພະ​ຍົບ​ໜອງ​ຄາຍ, ປະ​ເທດ​ໄທ
ດ​ຣ. ພິດ​ສະ​ໄໝ ຕອນ​ອາ​ຍຸ 6 ປີ ຢູ່​ສູນ​ອົບ​ພະ​ຍົບ​ໜອງ​ຄາຍ, ປະ​ເທດ​ໄທ

ການ​ເປັນ​ອົບ​ພະ​ຍົບ ຫລື​ເປັນ​ເດັກ​ນ້ອຍ​ໃນ​ຄອບ​ຄົວ​ອົບ​ພະ​ຍົບ​ນັ້ນ ທຸກຄົນ​ຕ້ອງ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນຊີ​ວິດແບບ​ຕ່າງໆ​ນາໆ ຊຶ່ງ​ເປັນ​ສິ່ງ​ຍາກ​ທີ່​ພັນ​ລະ​ນາ​ໄດ້. ດ​ຣ. ພິດ​ສະ​ໄໝ ແລະ​ຄອບ​ຄົວຂອງ​ທ່ານ​ນາງ​ກໍບໍ່​ໄດ້​ແຕກ​ຕ່າງຈາກ​ຊາວ​ອົບ​ພະ​ຍົບໂດຍທົ່ວ​ໄປ​ປານ​ໃດ. ເທົ່າ​ທີ່ຈຳ​ໄດ້ ທ່ານ​ນາງ​ເລົ່າ​ສູ່​ວີ​ໂອ​ເອ​ເລື້ອງ​ກ່ອນ​ຈະ​ໄດ້​ໄປ​ຢູ່​ໃນ​ສູນ​ອົບ​ພະ​ຍົບໃນ​ປະ​ເທດ​ໄທສູ່​ຟັງວ່າ:

ລິງໂດຍກົງ

ຂ້ອຍ​ຈື່​ໄດ້​ວ່າມື້​ທີ່​ພວກ​ເຮົາ​ຖືກ​ຕຳ​ຫລວດກວດ​ຄົນ​ເຂົ້າ​ເມືອງ​ຂອງ​ໄທ​ຢຸດພວກ​ເຮົາ​ ຕອນນັ້ນ ຂ້ອຍ ກັບ​ພໍ່, ແມ່, ອ້າຍ​ແລະ​ນ້ອງ​ສາວ​ຂອງ​ຂ້ອຍ ພາ​ກັນ​ຍ່າງ​ຢູ່​ຕະ​ຫລາດ. ແລ້ວ​ເຂົາເຈົ້າ​ກໍຖາມ​ຫາ​ເອ​ກະ​ສານ​ຂອງພວກ​ເຮົາ ເພາະ​ວ່າ​ມີ​ອົບ​ພະ​ຍົບ ຫລັ່ງ​ໄຫລ​ເຂົາ​ໄປ​ຫລາຍ. ​ເຂົາ​ເຈົ້າ​ຢາກ​ຮູ້​ວ່າ​ໃຜ​ເຜນ​ຄົນ​ອາ​ໄສ​ຢູ່​ໃນ​ທ້ອງ​ຖິ່ນນັ້ນ ໃຜ​ເປັນ​ຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ. ພວກ​ເຮົາ​ບໍ່​ມີ​ເອ​ກະ​ສານ ແລ້ວ​ເຂົ້າ​ເຈົ້າ​ກໍ​ເອົາ​ພວກ​ເຮົາ​ໄປ​ຂັງ​ຄຸກກ ຂ້ອຍ​ຈື່​ໄດ້​ວ່າ ພວກ​ເຮົາ​ຢູ່​ໃນ​ຄຸກ​ຂອງ​ລັດ​ເປັນ​ເວ​ລາ 2 ເດືອນ​ລໍ​ຖ້າ​ໃຫ້​ສູນ​ມີ​ບ່ອນ​ຫວ່າງ​ຈຶ່ງ​ໄດ້​ອອກ​ຈາກ​ຄຸກ​ໄປ.

ຮູບ​ຄອບ​ຄົວ​ຂອງດ​ຣ. ພິດ​ສະ​ໄໝ ທີ່​ຖ່າຍ​ໃນ​ປີ 1984, ຕອນ​ມາ​ຢູ່​ ສະ​ຫະ​ລັດ ໃໝ່
ຮູບ​ຄອບ​ຄົວ​ຂອງດ​ຣ. ພິດ​ສະ​ໄໝ ທີ່​ຖ່າຍ​ໃນ​ປີ 1984, ຕອນ​ມາ​ຢູ່​ ສະ​ຫະ​ລັດ ໃໝ່

​ຊີ​ວິດ​ຂອງ​ອົບ​ພະ​ຍົບ ຫລື​ຜູ້​ທີ່​ຖືກ​ບັງ​ຄັບ​ໃຫ້​ພັ​ດ​ພາກ​ຈາກ​ບ້ານ​ເຮືອນ​ຕົນ ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມບໍ່​ແນ່ນອນແລະການລໍ​ຄອຍ​ ກ່ອນ​ຈະ​ໄປ​ຫາ​ບ່ອນ​ປອດ​ໄພ ເພື່ອ​ຕັ້ງ​ຕົ້ນ​ຊີ​ວິດ​ໃໝ່​ໄດ້. ຫລັງຈາກ​ໄດ້​ລໍ​ຖ້າ​ຢູ່​ໃນ​ສູນ​ອົບ​ພະ​ຍົບ​ເປັນ​ເວ​ລາປະ​ມານ 2 ປີ ກໍ​ຄື​ໃນ​ປີ 1979 ຄອບ​ຄົວ​ຂອງ ​ດ​ຣ. ພິດ​ສະ​ໄໝ ກໍ​ໄດ້ຖືກຮັບ ໃຫ້​ມາ​ຕັ້ງຖິ່ນ​ຖານ​ໃໝ່​ໃນສະ​ຫະ​ລັດ ຊຶ່ງ​ທຳ​ອິດຄອບ​ຄົວ​ຂອງ​ທ່ານ​ນາງ​ໄດ້​ຢູ່​ເຮືອນ​ພັກຊົ່ວ​ຄາວ​ຢູ່​ໃນເມືອງນຶ່ງ​ໃນພາກ​ເໜືອ​ຂອງ​ລັດ​ຄອນ​ເນັກ​ຕິ​ກັດທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ສະ​ຫະ​ລັດນັ້ນ​ກ່ອນແລ້ວ​ຈຶ່ງ​ຖືກ​ສົ່ງ​ໄປຢູ່​ໃນ​ເມືອງແມນ​ແຈັ​ສ​ເຕີ (Manchester) ໃນ​ລັດ​ດຽວ​ກັນນັ້ນ. ​ໃນ​ຕອນ​ນັ້ນ​ທ່ານ​ນາງມີ​ອາ​ຍຸໄດ້ 6 ປີ ຊຶ່ງ​ພົບມີ​ປະ​ສົບ​ການ​ທີ່​ເຕັມ​ໄປດ້ວຍ​ຄວາມ​ງືນ​ງົງຍ້ອນທັງ​ບໍ່​ຮູ້​ພາ​ສາ ແລະທັງບໍ່​ຄຸ້ນ​ເຄີຍ​ກັບ​ລະ​ບົບ​ຕ່າງໆ ເພາະ​ມັນແຕກ​ຕ່າງກັນ​ກັບສິ່ງ​ທີ່​ຕົນຄຸ້ນ​ເຄີຍ​ຢູ່ໃນ​ລາວ ແລະ​ໄທປານ​ຟ້າ​ກັບ​ດິນ. ທ່ານ​ນາງເລົ່າ​ເຖິງ​ປະ​ສົບ​ການ​ໃນ​ມື້​ທຳ​ອິດທີ່​ໄປ​ເຂົ້າ​ໂຮງ​ຮຽນຕອນນັ້ນສູ່​ຟັງ​ວ່າ:

The first day of school, I didn’t know anything. I did not speak English…”

“ມື້ທໍາອິດຂ້າພະເຈົ້າໄປໂຮງຮຽນ ບໍ່ຮູ້ຈັກຫຍັງ, ຕອນໂຮງຮຽນເລີກ ຂ້າພະ
ເຈົ້າກໍຍ່າງໄປຍ່າງມາ ເພາະບໍ່ຮູ້ພາສາອັງກິດ ແລະບໍ່ມີໃຜຮູ້ພາສາລາວ
ທີ່ຈະອະທິບາຍໃຫ້ຂ້າພະເຈົ້າຮູ້. ສະນັ້ນ ຂ້າພະເຈົ້າຈຶ່ງຢືນຢູ່ເສີຍເວລາ
ເຫັນໝູ່ຂຶ້ນລົດເມກັບບ້ານ. ຂ້າພະເຈົ້າບໍ່ຮູ້ວ່າຄວນຈະເຮັດແນວໃດຈົນກວ່າ
ວ່າມີຄົນພະຍາຍາມຕິດຕໍ່ຫາພໍ່ແມ່ຂ້າພະເຈົ້າແລະ​ເອົາຂ້າພະເຈົ້າກັບ​ໄປບ້ານ.”

​ການ​ຕັ້ງ​ຕົ້ນ​ຊີ​ວິດ​ໃໝ່​ຢູ່​ໃນປະ​ເທດທີ່​ໃຊ້​ພາ​ສາ ແລະ​ມີ​ວັດ​ທະ​ນາ​ທຳ​ຕ່າງ​ຈາກ ບ່ອນ​ທີ່​ຕົນ​ກຳ​ເນີດ​ມານັ້ນ ຊາວອົບ​ພະ​ຍົບໂດຍ​ທົ່ວ​ໄປ​ແລ້ວ​ມີ​ຄວາມ​ຮູ້​ສຶກ​ດີ​ໃຈ ທີ່​ໄດ້​ມາ​ຢູ່ບ​ອ່ນ​ປອດ​ໄພ ແຕ່​ວ່າ ກໍ​ຕ້ອງ​ຜ່ານ​ຜ່າ ແລະ​ສູ້​ຊົນ​ຊີ​ວິດ​ຢ່າງ​ມາກ​ມາຍ ແລະ​ທຸກ​ດ້ານ ຊຶ່ງ​ດ​ຣ. ພິດ​ສະ​ໄໝ ເລົ່າ​ສູ່​ຟັງ​ວ່າ:

ກໍ​ຄື​ກັນ​ກັບ​ຄອບ​ຄົວ​ອົບ​ພະ​ຍົບ​ທົ່ວ​ໄປ ພໍ່​ແມ່​ຂອງ​ຂ້ອຍ​ເວົາ​ພາ​ສາ​ອັງ​ກິດບໍ່​ໄດ້​ຫລາຍ. ແຕ່​ວ່າ​ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້ໄປ​ເຮັດວຽກ. ພໍ່​ຂ້ອຍ​ເຮັດ​ວຽກ​ເປັນ​ຄົນ​ອະ​ນາ​ໄມ ຢູ່​ໂຮງ​ງານ​ແຫ່ງ​ນຶ່ງ ຊົ່ວ​ຄາວ ແມ່​ຂ້ອຍ​ກໍ​ເຮັດ​ວຽກ​ເປັນຄົນ​ແລ່ນ​ເຄື່ອງ​ຈັກ ເຮັດ​ເຄື່ອງ​ຫລໍ່​ປ​ລ​າ​ສ​ຕິກ. ພໍ່​ຂ້ອຍ​ເຮັດ​ວຽກ​ໃນ​ຕອນ​ເຊົ້າ ແມ່​ຂ້ອຍ​ເຮັດ​ວຽກ​ໃນ​ຕອນ​ບ່າຍ ແລ້ວ​ພວກ​ຂ້ອຍ​ກໍ​ໄປ​ໂຮງ​ຮຽນ. ພວກ​ເຮົາ​ມີ​ແຕ່​ຂາດ​ເຂີນ​ເງິນ​ຄຳ. ຂ້ອຍ​ຈື່​ໄດ້​ວ່າ ພວກ​ເຮົາ​ມີ​ແຕ່​ອາ​ໄສ​ເງິນ​ສະ​ຫວັດ​ດີ​ການ​ເພື່ອ​ໃຫ້​ມີອັນ​ຊື້​ຢູ່​ຊື້​ກິນ. ຕອນ​ໃດ​ພໍ່​ຂ້ອຍ​ຕົກ​ງານ ພວກ​ເຮົາ​ກໍ​ຈະ​ຍ້າຍ​ເຂົ້າ​ໄປ​ຢູ​ເຮືອນ​ຫລວງ. ແລະ​ການ​ດຳ​ລົງ​ຊີ​ວິດ​ຢູ່​ເຮືອນ​ຫລວງ​ໃນ​ເຂດ​ໃນ​ເມືອງ​ແມ່ນ​ມີ​ພວກ​ແກ້ງ, ມີ​ການ​ຂ້າ​ຟັນ​ລັນ​ແທງ​ກັນ​ຫລາຍ. ສະ​ນັ້ນ 6 ປີ​ທຳ​ອິດ ພວກ​ເຮົາ​ລຳ​ບາກ​ຫລາຍ ບໍ່​ມີ​ເງິນ​ພໍ​ໄດ້ ຊື້​ຢູ່​ຊື້​ກິນ ຈົນ​ກວ່າ​ພໍ່​ຂ້ອຍ​ພາ​ຄອບ​ຄົວ​ໄປ​ຢູ່​ລັດ​ເວີ​ມອນ ທີ່​ມີ​ຄົນ​ມາ​ຈາກ​ບ້ານ​ດຽວ​ກັນ ຢູ່​ຫ້ວຍ​ຊາຍ ແລະ​ຄົນ​ລາວ​ຢູ່ປະ​ມານ 7 ຫລື 8 ຄອ​ບ​ຄົວ.

ເພື່ອ​ຊ່ວຍ​ຄອບ​ຄົວ​ຫາ​ເງິນ ດ​ຣ. ພິດ​ສະ​ໄໝ​ເລົ່າຟັງ​ວ່າ ຕົນ​ເອງ​ໄດ້​ເປັນ​ເດັກ​ນ້ອຍ​ຂາຍ​ໜັງ​ສື​ພິມ​ຢູ່​ຕາມ​ຄຸ້ມ​ບ້ານ ຕັ້ງ​ແຕ່ຕອນ​ອາ​ຍຸ 8 ປີ​ຈົນ​ຮອດ 14 ປີ ຕອນ​ຄອບ​ຄົວ​ຍ້າຍ​ໄປ​ຢູ່​ລັດ​ເວີ​ມອນ ແລ້ວ​ກໍ​ໄປ​ເຮັດ​ວຽກ​ເປັນ​ຄົນ​ອະ​ນາ​ໄມ​ເຮືອນ ຢູ່​ເຮືອນ​ຂອງ​ຄົນ​ອາ​ເມ​ຣິ​ກັນ​ຜິວຂາວ ທີ່​ຮັ່ງ​ມີ ແລະ​ເມື່ອ​ອາ​ຍຸ​ໄດ້ 17 ປີ ເມື່ອ​ສາ​ມາດ​ມີ​ສິດ​ຂັບ​ລົດ​ໄດ້​ແລ້ວ​ກໍ​ໄປ​ເຮັດ​ວຽກ​ເປັນ​ຄົນ​ເສີບ​ອາ​ຫານ​ຢູ່​ຮ້ານ​ອາ​ຫານ.

ເຊີນ​ເບິ່ງວີ​ດິ​ໂອ​ເລື້ອງ​ລາວ​ຂອງ​ທ່ານ​ນາງ ທີ​ນາ ມະ​ຫາ​ຣາດ ເປັນ​ພາ​ສາ​ອັງ​ກິດ

ເມື່ອ​ເວົ້າ​ເຖິງ​ຄວາມ​ຫຍຸ້ງ​ຍາກ​ຕ່າ​ໆ ນາໆ ໃນ​ການ​ຕັ້ງ​ຕົ້ນ​ຊີ​ວິດ​ໃໝ່​ຢ່າງ​ຕ່າງ​ແດນ​ແລ້ວ ພວກ​ເຮົາ​ກໍ​ຢາກ​ໃຫ້​ບັນ​ດາ​ທ່ານ​ໄດ້​ຟັງເລື້ອງ​ລາວ​ຂອງ​ຄອບ​ຄົວ​ທ່ານ​ນາງ ທີ​ນາ ມະ​ຫາ​ຣາດ, ສະ​ມາ​ຊິກ​ສະ​ພາ​ສູງ​ປະ​ຈຳ​ລັດໂອ​ຮາຍ​ໂອ ອາ​ຍຸ 28 ປີ ທີ່​ເລົ່າ​ສູ່​ຟັງ​ໃນ​ວັນ​ອາ​ທິດ​ທີ່​ຜ່ານ​ມານີ້​ວ່າ ເຖິງ​ແມ່ນ​ວ່າ​ທ່ານ​ນາງບໍ່​ໄດ້​ເປັນ​ອົບ​ພະ​ຍົບດ້ວຍ​ຕົວ​ເອງ​ກໍ​ຕາມ ແຕ່​ທ່ານ​ນາງ​ກໍ​ເກີດ​ໃນ​ຄອບ​ຄົວ​ຂອງ​ອົບ​ພະ​ຍົບ ຊຶ່ງ​ຕອນ​ທີ່​ທ່ານ​ນາງ​ເກີດ​ໃນ​ເດືອນ​ພະ​ຈິກ​ປີ 1990 ນັ້ນ ພໍ່​ແມ່​ຂອງ​ທ່ານ​ນາງ ຫາກໍ່​ຍ້າຍ​ມາ​ຕັ້ງ​ຖິ່ນ​ຖານ​ໃນເມືອງ​ໂຄ​ລອມ​ບັ​ສ, ​ລັດ​ໂອ​ຮາຍ​ໂອທາງ​ພາກ​ກາງ​ຂອງສະ​ຫະ​ລັດ​ໃໝ່ໆ.

ການດຳ​ລົງ​ຊີ​ວິດ ເຕີບ​ໂຕ​ຂຶ້ນ​ມາ ຄອບ​ຄົວຂອງ​ຂ​ອ້ຍບໍ່​ມີ​ເງິນ ມີ​ຄຳ​ຫຍັງ​ຫລາຍ. ວຽກ​ທຳ​ອິດ​ຂອງ​ພໍ່​ຂ້ອຍ​ແມ່ນ​ເປັນ​ຄົນ​ເລືອ​ກ​ມັນ​ຝ​ຣັ່ງ ແລະ​ເຮັດ​ວຽກຢູ່​ໃນ​ສາງ. ແມ່​ຂ້ອຍ​ເປັນ​ຄົນ​ຕິດ​ກາ​ໃສ່​ຊຸດເຄື່ອງແບບ ແລະ​ພໍ່​ຂ້ອຍ​ຕໍ່​ມາ​ກໍ​ໄປ​ເຮັດ​ວຽກ​ຢູ່​ໂຮງ​ງານ​ດຽວ​ກັນ. ແມ່​ຂ້ອຍ​ເອົາ​ກາ​ຕິດ​ໃສ່​ເຄື່ອງ​ນຸ່ງ ພໍ່​ຂ້ອຍ​ເປັນ​ຄົນ​ຂົນ​ເຄື່ອງ​ຂຶ້ນ​ລົດ.

ແຕ່​ຢ່າງ​ໃດ​ກໍ​ຕາມ ທ່ານ​ນາງ​ທີ​ນາ ກໍ​ມີ​ຄວາມ​ດີ​ໃຈ​ທີ່​ໄດ້​ເຕີບ​ໃຫຍ່​ຢູ່​ໃນ​ສະ​ຫະ​ລັດ ບ່ອນ​ທີ່​ມີຄວາມ​ພຽບ​ພ້ອມ​ທາງ​ດ້ານ​ວັດ​ຖຸ ແລະ​ຊັບ​ພະ​ຍາ​ກອນ​ຕ່າງໆ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ການ​ສຶກ​ສາ ແລະ​ມີ​ຫລັກລັດ​ຖະ​ທຳ​ມະ​ນູນ ອັນແໜ້ນ​ແກ່ນ ເພື່ອ​ອຳ​ນວຍໃຫ້​ຄົນ​ຫລາຍ​ຊົນ​ຊາດ ຊົນ​ເຜົ່າ ແລະ​ເພດ​ໄວ​ໄດ້​ໃຊ້ ສິດ​ ໃຊ້​ສຽງ​ຂອງ​ຕົນຢ່າງ​ສະ​ດວກ.

ເກີດ​ຢູ່​ໃນ​ຄອບ​ຄົວ​ອົບ​ພະ​ຍົບ ພວກ​ເຮົາ​ມີ​ແຕ່​ຂາ​ດເຂີນຊັບ​ພ​ຍາ​ກອນ ເງິນ​ຄຳ ແຕ່​ກໍ​ຍັງ​ດີກວ່າຢູ່​ບ້ານ​ຂອງ​ພໍ່​ແມ່​ຂ້ອຍ ທີ່​ຢູ່​ເມືອງ​ລາວ ທີ່ບໍ່​ມີ​ຊັບ​ພະ​ຍາ​ກອນ​ຫລາຍ​ສຳ​ລັບ​ການ​ສຶກ​ສາ. ຢູ່​ອາ​ເມ​ຣິ​ກາ ມີ​ການ​ສຶກ​ສາ​ທີ່​ດີ​ທີ່​ສຸດ ເຕັມ​ໄປ​ດ້ວຍ​ສິ່ງ​ທີ່ຮັບ​ໃຊ້​ໃນ​ການ​ສຶກ​ສາເມື່ອ​ທຽບ​ໃສ່​ລາວ. ສະ​ນັ້ນ ຂ້ອຍ​ຮູ້​ສຶກ​ໂຊກ​ດີທີ່​ໄດ້​ຢູ່​ບ່ອນ​ມີ​ຊັບ​ພະ​ຍາ​ກອນ​ການ​ສຶກ​ສາ​ຫລາຍ. ແຕ່​ກໍ​ມີ​ຄວາມ​ຮູ້​ສຶກ​ເຖິງ​ບຸນ​ຄຸນ​ທີ່​ມີ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ. ຍ້ອນ​ວ່າ ມີລັດ​ຖະ​ທຳ​ມະ​ນູນ​ຂອງ​ສະ​ຫະ​ລັດ ຂ້ອຍ​ຈຶ່ງ​ມີ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ. ຖ້າ​ຫາກບໍ່​ມີ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​ນັ້ນ​ແລ້ວຂ້ອຍກໍ​ຈະບໍ່​ສາ​ມາດ​ໃຊ້​ສິດ ໃຊ້​ສຽງ ເພື່ອ​ຫາ​ສຽງ​ເລືອກ​ຕັ້ງ​ເພື່ອ ໃຫ້​ມາ​ເຮັດ​ວຽກ​ເປັນ​ສະ​ມາ​ຊິກ​ສະ​ພາ​ສູງ ເພື່ອ​ຕ້ານ​ກັບ​ພວກ​ທີ່ບໍ່​ເຊື່ອ​ວ່າ​ຂ້ອຍ​ຕາງ​ໜ້າ​ໃຫ້ຄົນ​ທຸກ​ຈົນ ຢູ່​ໃນ​ລັດ​ຖະ​ບານ​ສະ​ຫະ​ລັດ. ​

ເມື່ອ​ຫວນ​ຄືນ​ແລ້ວ ຊີ​ວິດ​ຂອງ​ຊາວ​ອົບ​ພະ​ຍົບ​ທີ່​ຕ້ອງ​ໄດ້​ໜີພັດພາກ ຈາກ​ບ້ານ​ເກີດ​ເມືອງ, ຈາກ​ພີ່​ນ້ອງ ແລະ​ເພື່ອນ​ຝູງ ແມ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ທຸກ​ຕ່າງໆ ນາໆ ທັງ​ໃນ​ຕອນ​ຫລົບ​ໜີ​ຈາກ​ປະ​ເທດ ແລະ​ໃນ​ຕອນ​ຕັ້ງ​ຊີ​ວິດ​ໃໝ່​ໃນ​ຕ່າງ​ແດນ​ເປັນ​ເວ​ລາ​ຫລາຍໆ ປີ ແຕ່​ວ່າ ພວກ​ລູກ​ຫລານ​ຂອງ​ຄອບ​ຄົວ​ຄົນ​ກຸ່ມນີ້ ທີ່ມີ​ຄວາມ ມາ​ນະ​ອົດ​ທົນ, ​ບາກ​ບັ່ນ ແລະຂົນ​ຂວາຍ​ເອົາ​ຄວາມ​ຮູ້ ແລະພັດ​ທະ​ນາ​ຕົນ​ເອງໃນ​ດ້ານ​ຕ່າງໆຢູ່​ບ່ອນ​ຕັ້ງ​ຖິ່ນ​ຖານ​ຢູ່​ໃໝ່​ ໂດຍ​ສ່ວນ​ໃຫຍ່ແລ້ວ ກໍມັກ​ຈະ​ປະ​ສົບ​ຜົນ​ສຳ​ເລັດ ຫລື​ມີ​ຊີ​ວິດ​ການ​ເປັນ​ຢູ່ອັນ​ດີກວ່າ​ພໍ່​ແມ່ ຂອງ​ພວກ​ເຂົາ​ເຈົ້າ ຫລາຍ ດັ່ງ​ທີ່​ພວກ​ເຮົາ​ເຫັນ​ຕົວ​ຢ່າງຂອງດ​ຣ. ພິດສະໄໝ ເຖິງຈະມາຈາກຄອບຄົວທີ່ທຸກຈົນ, ຈາກປະຊາຄົມ ທີ່ມີຂໍ້ຈໍາກັດ ໃນດ້ານພາສາ, ວັດທະນະທຳ, ແລະຂາດຄວາມຮູ້ໃນລະບົບການສຶກສາຂອງສຫະລັດກໍ​ຕາມ ແຕ່ ທ່ານ​ນາງ ກໍຍັງ ໄດ້ຮັບທຶນການ​ສຶກ​ສາ​ເພື່ອ​ຮຽນໃນຂັ້ນປະລິນຍາໂທ ແລະປະລິນຍາເອກຢູ່ ມະ ຫາວິທະຍາໄລຮ່າເວີດ (Harvard) ຊຶ່ງເປັນມະຫາວິທະຍາໄລທີ່ມີຊື່ສຽງ ອັນດັບນໍາໜ້າ ຂອງໂລກ ແລະ​ກາຍ​ເປັນແມ່​ຍິງ​ອາ​ເມ​ຣິ​ກັນ ເຊື້ອ​ຊາດ​ລາວຜູ້ທໍາ ອິດ ທີ່ສາມາດປີນບັນໄດອາຊີບ ກາຍມາເປັນຮອງສາດສະດາຈານ ທີ່ມີສິດ ສອນ ຢູ່ໃນມະຫາວິທະຍາໄລຂອງສະຫະລັດໄດ້ຕະຫລອດໄປ ຊຶ່ງພາສາອັງກິດ ເອີ້ນວ່າ "tenured professor" ນັ້ນ. ທ່ານ​ນາງສອນຢູ່ໃນມະຫາວິທະຍາ ໄລລັດມັດຊາຈູເຊັສ (Massachusetts) ທີ່ເມືອງໂລວ໌ (Lowell) ມາໄດ້ 7 ປີແລ້ວ.

ພ້ອມ​ກັນ​ນັ້ນ ທ່ານ​ນາງ ທີ​ນາ ກໍ​ໄດ້​ກາຍ​ເປັນ​ແມ່​ຍິງ​ອາ​ເມ​ຣິ​ກັນ ເຊື້ອ​ສາຍ​ລາວ​ຄົນ​ທຳ​ອິດທີ​ເປັນ​ສະ​ມ​ຊິກ​ສະ​ພາ​ສູງປະ​ຈຳ​ລັດ ກໍ​ຄື​ລັດໂອ​ຮາຍ​ໂອ ມາໄດ້ເກືອບ 1 ​ປີ​ແລ້ວ.

ເຊີນ​ອ່ານ​ບົດສະ​ຫລຸບຂອງ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້

Stories of Two Lao-American Women from Refugee Families in the U.S.

To celebrate the World Refugees’ Day, June 20, VOA Lao Service interviewed two successful Lao-American women who came from refugee families that escape the persecution in Laos after the country changed its regime in 1975. Dr. Phitsamay Sikitkokhong Uy, Associate Professor, University of Massachusetts-Lowell left her homeland, Houisay City in northern Laos with her family when she was four in 1976 as her father worked as an informant for Central Intelligent Agency (CIA). They were waiting in Nongkhai refugee camp, Thailand, for two years before entering the U.S. to settle down in Connecticut where they lived in poverty all their six year of residence until they moved to Vermont. Similarly, Tina Maharath’s family had to go through hardship in many different ways. However, she feels grateful to grow up in the U.S. where educational resources are amply available and constitution is strong so she can raise her voice and successfully run for office of Ohio State’s senate.

ເບິ່ງຄວາມເຫັນ (1)

ຟໍຣັມສະແດງຄວາມເຫັນ ກ່ຽວກັບເລື່ອງນີ້ ອັດແລ້ວ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG