ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ອານ​ວາ ຜູ້​ນຳ​​ຫົວປະ​ຕິ​ຮູບ ມາເປັນ​ເວ​ລາ​ດົນ​ນານ ໄດ້ສາ​ບານ​ຕົວເຂົ້າ​ຮັບ​ຕຳ​ແໜ່ງ ເປັນນາ​ຍົກ​ ຂອງ ມາ​ເລ​ເຊຍ


ກະ​ສັດ Sultan Abdullah Sultan Ahmad Shah ຂອງ​ເມ​ເລ​ເຊຍ ແລະທ່ານ Anwar Ibrahim ນາ​ຍົກ​ໃໝ່​ຂອງ​ມາ​ເລ​ເຊຍ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ ໃນ​ພະ​ລາດ​ຊະ​ວັງແຫ່ງ​ຊາດ ຢູ່​​ນະ​ຄອນ​ຫລວງ ກົວ​ລາ​ລຳ​ເປີ, ວັນ​ທີ 24 ພະ​ຈິກ, 2022.
ກະ​ສັດ Sultan Abdullah Sultan Ahmad Shah ຂອງ​ເມ​ເລ​ເຊຍ ແລະທ່ານ Anwar Ibrahim ນາ​ຍົກ​ໃໝ່​ຂອງ​ມາ​ເລ​ເຊຍ ເຂົ້າ​ຮ່ວມ​ພິ​ທີ​ສາ​ບານ​ຕົວ ໃນ​ພະ​ລາດ​ຊະ​ວັງແຫ່ງ​ຊາດ ຢູ່​​ນະ​ຄອນ​ຫລວງ ກົວ​ລາ​ລຳ​ເປີ, ວັນ​ທີ 24 ພະ​ຈິກ, 2022.

ທ່ານອານ​ວາ ອິບ​ຣາ​ຮິມ (Anwar Ibrahim) ທີ່​ເປັນຜູ້​ນໍາ​ຝ່າຍ​ຄ້ານ​ມາ​ເປັນ​ເວລາ​ດົນ​ນານ ​ໄດ້​ສາບານ​ຕົວ​ເຂົ້າ​ຮັບ​ຕຳ​ແໜ່​ງເປັນນາຍົກລັດຖະມົນຕີ​ມາ​ເລ​ເຊຍ ​ໃນ​ວັນ​ພະຫັດ​ວານ​ນີ້ ​ໃນ​ໄຊຊະນະ​ຂອງ​ນັກ​ການ​ເມືອງ​ຫົວ​ປະ​ຕິ​ຮູບ​ທີ່​ຕົກຢູ່​ໃນ​ສະ​ພາບການ​ຕໍ່ສູ້​ກັບ​ພວກ​ຊາດ​ນິຍົມ​ມາ​ເລ​ເຊຍ ​ເປັນ​ເວລາ​ຫລາຍ​ມື້ ຫລັງ​ຈາກ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ​ທີ່ມີ​ຄວາມ​ແຕກ​ແຍກ​ກັນ ໄດ້​ເຮັດໃຫ້​ບໍ່​ມີ​ພັກ​ໃດ​ສາ​ມາດ​ກຳ​ສຽງ​ສ່ວນ​ຫຼາຍ​ຢູ່​ໃນສະພາ, ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ (AP).

ທ່ານ​ອານ​ວາ ໄດ້ສາບານຕົວເຂົ້າຮັບຕຳແໜ່ງໃນພິທີທີ່ງ່າຍດາຍ ຢູ່ທີ່ພະລາດຊະວັງແຫ່ງຊາດ ທີ່ຖ່າຍ​ທອດອອກອາກາດທາງໂທລະພາບແຫ່ງຊາດ.

ກະສັດ​ມາ​ເລ​ເຊຍ, ​ຊຸ​ລ​ຕານອັບ​ດຸ​ລ​ລາ ຊຸ​ລ​ຕານ ອາ​ມັດ ຊາ (Abdullah Sultan Ahmad Shah) ຊົງແຕ່ງ​ຕັ້ງໃຫ້​ທ່ານອານ​ວາ ອາຍຸ 75 ປີ ​ເປັນ​ຜູ້ນຳ​ຄົນ​ທີ 10 ​ຂອງ​ປະ​ເທດ​ ຫລັງ​ຈາກ​ຊົງ​ຕັດວ່າ ພະ​ອົງ​ເພິງພໍ​ໃຈ​ ທີ່​ທ່ານອານ​ວາ ​ເປັນ​ຜູ້​ສະໝັກ​ທີ່​ມີ​ທ່າ​ທາງ​ວ່າ ​ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຄົນສ່ວນ​ໃຫຍ່.

ທ່ານອານ​ວາຂຽນ​ລົງ​ໃນ​ທວີດ​ເຕີ ໃນ​ເວ​ລາຕໍ່​ມາ​ວ່າ “ຂ້າ​ພະ​ເຈົ້າ​ຈະ​ຮັບ​ຜິດ​ຊອບ ຕໍ່ໜ້າ​ທີ່ ​ທີ່​ຖືກ​ມອບໝາຍ​ໃຫ້​ແກ່​ຂ້າ​ພະ​ເຈົ້າ​ດ້ວຍ​ຄວາມ​ນອບ​ນ້ອມຖ່ອມ​ຕົນແລະ​ ຄວາມ​ຮັບ​ຜິດ​ຊອບ.”

ພັກພັນທະມິດແຫ່ງຄວາມຫວັງ ຫລື Alliance of Hope ຂອງທ່ານອານວາ ໄດ້​ມີຄະ​ແນນນຳໜ້າໃນການເລືອກຕັ້ງ ໃນວັນເສົາຜ່ານ​ມານີ້ ໂດຍ​ໄດ້​ຮັບ 82 ບ່ອນນັ່ງ, ຊຶ່ງບໍ່​ເຖິງ 112 ບ່ອນນັ່ງ ເພື່ອ​ໃຫ້ໄດ້​ເປັນ​ພັກ ​ທີ່​ມີສຽງສ່ວນຫຼາຍ. ການ​ສະໜັບສະໜູນ​ຂອງ​ບັນດາຊົນ​ເຜົ່າ​ມາ​ເລ ແບບບໍ່​ຄາດ​ຄິດ ​ໄດ້ຜັກ​ດັນ​ໃຫ້ພັກພັນ​ທະ​ມິດ​ແຫ່ງ​ຊາດ ຫລື National Alliance ຂອງ​ອະດີດ​ນາຍົກລັດຖະ ມົນຕີ ມູ​ຮ​ະຢິດດິນ ຢາ​ສ​ຊິນ (Muhyiddin Yassin) ຊຶ່ງ​ເປັນພັກອຽງຂວາໃຫ້ໄດ້ຮັບ​ບ່ອນ​ນັ່ງ 73 ບ່ອນ, ​ໂດຍທີ່​ພັກ​ແນວ​ໂຮມອິສລາມມາເລ​ເຊຍ ​ທີ່​ເປັນ​ພັນ​ທະ​ມິດ​ ໄດ້ປາ​ກົດ​ວ່າ ​ກາຍ​ເປັນ​ພັກ​ດຽວ​ທີ່ໃຫຍ່​ທີ່​ສຸດໂດຍ​ໄດ້ຮັບ 49 ບ່ອນ​ນັ່ງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG